ລາຄານ້ຳມັນໃນອາຊີໄດ້ເພີ່ມຂຶ້ນລະດັບສູງສຸດໃນຮອບ 4 ເດືອນຜ່ານມາ

10:19 | 19/09/2019

ຍສໝ - ວັນທີ 16 ເດືອນກັນຍາ 2019, ລາຄານ້ຳມັນໃນອາຊີໄດ້ເພີ່ມຂຶ້ນລະດັບສູງສຸດໃນຮອບ 4 ເດືອນຜ່ານມາ.

ລາຄານ້ຳມັນໃນອາຊີໄດ້ເພີ່ມຂຶ້ນລະດັບສູງສຸດໃນຮອບ 4 ເດືອນຜ່ານມາ

ລາຄານ້ຳມັນ ໃນອາຊີ ໄດ້ເພີ່ມຂຶ້ນ ລະດັບສູງສຸດໃນຮອບ 4 ເດືອນຜ່ານມາ. (ພາບປະກອບ)

ລາຄານ້ຳມັນໃນອາຊີໄດ້ເພີ່ມຂຶ້ນລະດັບສູງສຸດໃນຮອບ 4 ເດືອນຜ່ານມາພາຍຫລັງການບຸກໂຈມຕີໃສ່ພື້ນຖານການຜະລິດນ້ຳມັນຂອງອາຣັບບີຊາອຸດິດ ໃນທ້າຍອາ ທິດຜ່ານມາ ສົ່ງຜົນກະທົບຕໍ່ຄວາມກັງວົນ ກ່ຽວກັບຄວາມສ່ຽງໃນການ ສະໜອງນ້ຳມັນ ໂດຍສະເພາະ ລາຄານ້ຳມັນເບຣນ ທະເລເໜືອ ໃນການມອບສົ່ງ ເພີ່ມຂຶ້ນ 10% ເປັນ 66,31 ໂດລາສະຫະລັດຕໍ່ຖັງ, ສ່ວນລາຄານ້ຳມັນດິບປະເພດເບົາ ສ.ອາເມລິກາ (WTI) ໃນການມອບສົ່ງ ເພີ່ມຂຶ້ນ 9% ເປັນ 59,82 ໂດລາສະຫະລັດ ຕໍ່ຖັງ. ກຸ່ມບໍລິສັດ ນ້ຳມັນAramco ຂອງອາຣັບບີຊາອຸດິດ ກ່າວວ່າ ເຫດການບຸກໂຈມຕີ ດ້ວຍເຮືອບິນ ບໍ່ມີຄົນຂັບໃສ່ ສະຖານທ່ີຜະລິດນ້ຳມັນ 2 ແຫ່ງຂອງກຸ່ມ ບໍລິສັດນີ້ ຢູ່ Abqaiq ແລະ Khuraits ສົ່ງຜົນໃຫ້ ປະລິມານນ້ຳມັນ ຂອງປະເທດນີ້ ຫລຸດລົງ 5,7 ລ້ານຖັງຕໍ່ວັນ. ເຫດການນີ້ ເກີດຂຶ້ນທ່າມກາງ Aramco ພວມກຽມແຜນການ ຈຳໜ່າຍໃບຮຸ້ນ ຄັ້ງທຳອິດ ຕໍ່ສາທາລະນະ (IPO).

ວັນທີ 17 ກັນຍາ,​ ລາຄານ້ຳມັນດີບ ເບຣນ ປັບຫລຸດລົງ 1,78% ​ໂດຍ​ການຊື້ຂາຍ 67,79 ໂດລາສະຫະລັດ ຕໍ່ຖັງ. ພາຍຫລັງ ລາຄານ້ຳມັນ ເພີ່ມຂື້ນເຖິງ 14,6% ເປັນຕົວ​ເລກ ເພີ່ມຂື້ນ ສູງສຸດ ນັບແຕ່ ປີ1988 ຜ່ານ​ມາ. ຂະນະທີ່ ລາຄາ ນ້ຳມັນດີບເວັສ ເທັກຊັສ ປັບຫລຸດລົງ 1,92% ​ເປັນ 61,69 ໂດລາສະຫະລັດຕໍ່ຖັງ ​ເນື່ອງ​ຈາກ​ສ.ອາ​ເມ​ລິ​ກາ, ຍີ​ປຸ່ນ ​ແລະ ຫລາຍ​ປະ​ເທດ​ກຽມ​ນຳ​ນ້ຳ​ມັນ​ສຳຮອງ​ອອກ​ມາ​ຊົດ​ເຊີຍ ຖ້າ​ຫາກ​ມີ​ຄວາມ​ຈຳ​ເປັນ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ລາຄາ​ນ້ຳມັນ​ໃນ​ຕະຫລາດ​ໂລກ​ມີ​ການ​ປ່ຽນ​ແປງ ຫລັງຈາກ ​ໂຮງ​ກັ່ນ​ນ້ຳມັນ​ຫລັກ 2 ​ແຫ່ງ​ ​ໃນ​ເມືອງ​ອັບ​ກາ​ອິກ ​ແລະ ຄູຣາອິສ ຂອງ​ອາຣັບບີ ຊາ​ອຸ​ດິດ ຖືກ​ກຸ່ມ​ກາ​ບົດ​ຮູ​ຕີ​ ບຸກໂຈມ​ຕີ ​ເມື່ອ​ວັນ​ທີ 14 ກັນຍາ​ຜ່ານ​ມາ ສົ່ງ​ຜົນ​ໃຫ້​ປະ​ເທດ​ນີ້​ຫລຸດຜ່ອນ​ປະລິມານ​ການ​ສົ່ງ​ອອກ​ນ້ຳມັນ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.