ຫວຽດນາມ ຈັດສົ່ງນາຍທະຫານໄປປະຕິບັດໜ້າທີ່ຮັກສາສັນຕິພາບ ຢູ່ ຊູດັງໃຕ້

06:28 | 26/10/2019

ຍສໝ - ໃນຕອນບ່າຍວັນທີ 24 ຕຸລາ 2019, ທີ່ຮ່າໂນ້ຍ, ກົມຮັກສາສັນຕິພາບ ຫວຽດນາມ ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງຂອງປະທານປະເທດ ແລະ ມອບໜ້າທີ່ໃຫ້ແກ່ນາຍທະຫານ ສອງ ຄົນ ກະກຽມໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້.

ຫວຽດນາມ ຈັດສົ່ງນາຍທະຫານໄປປະຕິບັດໜ້າທີ່ຮັກສາສັນຕິພາບ ຢູ່ ຊູດັງໃຕ້

ຫວຽດນາມ ຈັດສົ່ງນາຍທະຫານໄປປະຕິບັດໜ້າທີ່ຮັກສາສັນຕິພາບ ຢູ່ ຊູດັງໃຕ້.(ພາບ: TTXVN)

ກົມຮັກສາສັນຕິພາບ ຫວຽດນາມ ຂຶ້ນກັບກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງຂອງປະທານປະເທດ ແລະ ມອບໜ້າທີ່ໃຫ້ແກ່ນາຍທະຫານ ສອງຄົນ ກະກຽມໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້. ຕາງໜ້າການນຳກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນໂທ ຫງວຽນ ຈີ໋ ວິ້ງ, ກຳມະການສູນກາງພັກ, ຜູ້ປະຈຳການຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດໄດ້ສະເໜີໃຫ້ບັນດານາຍທະຫານຈົ່ງສືບຕໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ປະສົບການ, ປະກອບຄຳຄິດເຫັນໃຫ້ແກ່ກົມຮັກສາສັນຕິພາບ ຫວຽດນາມ ໃນວຽກງານເສນາທິການກ່ຽວກັບຂົງເຂດຮັກສາສັນຕິພາບສະຫະປະຊາຊາດ. ນາຍທະຫານສອງຄົນທີ່ໄດ້ຮັບໜ້າທີ່ໃນຄັ້ງນີ້ ໄດ້ປະກອບຄວາມຮູ້ຕາມມາດຖານຂອງສະຫະປະຊາຊາດຢ່າງຄົບຖ້ວນ, ຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ໄດ້ມອບໝາຍໃຫ້ສຳເລັດ.

(ໄຊພອນ)