ທ່ານ ຮວ່າງ ກວກ ເວື້ອງ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ອັງກິດ

12:14 | 07/07/2019

ຍສໝ - ໃນຕອນເຊົ້າ ວັນທີ 6 ກໍລະກົດ, ຢູ່ທີ່ ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ອັງກິດ ໄດ້ຈັດກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 4, ໃນໄລຍະ 2019-2024. ທ່ານ ຮວ່າງ ກວກ ເວື້ອງ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ຮັບການຄັດເລືອກໃຫ້ເປັນປະທານສະມາຄົມຄົນໃຫມ່.

ທ່ານ ຮວ່າງ ກວກ ເວື້ອງ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ອັງກິດ

ບັນຍາກາດກອງປະຊຸມ.

ໃນໄລຍະທີ່ຜ່ານມາ, ສະມາຄົມໄດ້ຈັດຕັ້ງກິດຈະກໍາກໍ່ຄືການເຄື່ອນໄຫວມິດຕະພາບ, ຮ່ວມມື ທີ່ມີປະສິດທິພາບໃນຫຼາຍຂົງເຂດການແລກປ່ຽນຄະນະ; ສົ່ງເສີມວຽກງານການສຶກສາ ແລະ ການໂຄສະນາ, ໃນນັ້ນສຸມໃສ່ ໄວຫນຸ່ມ; ສົ່ງເສີມ ວຽກງານດ້ານການກຸສົນ, ມະນຸດສະທໍາ, ຮ່ວມກັບຄູ່ຮ່ວມມື ເພື່ອສະໜັບສະຫນູນ ຜູ້ຖືກເຄາະຮ້າຍຈາກສານພິດສີສົ້ມ ຫວຽດນາມຢ່າງຕັ້ງໜ້າ.

ສະມາຄົມ ມີເຄືອຂ່າຍການຄູ່ຮ່ວມມືສາກົນ ອັນແໜ້ນແຟ້ນ ເປັນຕົ້ນແມ່ນສະມາຄົມມິດຕະພາບອັງກິດ - ຫວຽດນາມ, ເຄືອຂ່າຍຫວຽດນາມ - ອັງກິດ (ເຄືອຂ່າຍ ຫວຽດນາມ-ອັງກິດ), ຈັດການຜ່າຕັດດ້ານມະນຸດສະທຳ Facing the world. ໃນໄລຍະກອງປະຊຸມເຮັດວຽກ, ພາກສ່ວນຕ່າງໆໄດ້ປຶກສາຫາລື, ແລກປ່ຽນກ່ຽວກັບ ການສະໜັບສະຫນູນ, ເຊື່ອມຕໍ່ ກັບ ກຸ່ມນັກທຸລະກິດ, ເພີ່ມທະວີການແລກປ່ຽນໃຫ້ຫຼາຍຂື້ນ ກ່ຽວກັບບັນດາການເຄື່ອນໄຫວ ແລກປ່ຽນພົວພັນປະຊາຊົນ ແລະ ເພີ່ມທະວີສາຍພົວພັນ ໃນຫຼາຍໆຂົງເຂດ.

ໃນທຸກໆປີ, ສະມາຄົມໄດ້ປະສານສົມທົບກັບຄູ່ຮ່ວມມືຫວຽດນາມ ໃນການຈັດຕັ້ງກິດຈະກໍາເນື່ອງໃນບັນດາໂອກາດກໍ່ຄືວັນສຳຄັນຕ່າງໆ, ເຫດການການເມືອງທີ່ສໍາຄັນຂອງສອງປະເທດເປັນຕົ້ນແມ່ນ: ວັນຄົບຮອບການສ້າງສາຍພົວພັນການທູດ ຫວຽດນາມ - ລາຊະອານາຈັກອັງກິດ, ວັນຊາດສອງປະເທດ; ການປະສານງານ ກັບ ສະມາຊິກສະມາຄົມ ຈັດຕັ້ງ ບັນດາການແຂ່ງຂັນບັນຍາຍພາສາອັງກິດ “Speak Now”, ຊອກຮູ້ກ່ຽວກັບປະເທດ, ປະຊາຊົນ ແລະ ວັດທະນະທໍາ ຂອງ ລາຊະອານາຈັກອັງກິດ.

ທ່ານ ຮວ່າງ ກວກ ເວື້ອງ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ອັງກິດ

ຄະນະຜູ້ແທນຮ່ວມຖ່າຍຮູບເປັນທີ່ລະນຶກ.

ທ່ານ Len Aldis, ອາດີດ ເລຂາທິການໃຫຍ່ ສະມາຄົມມິດຕະພາບ ອັງກິດ - ຫວຽດນາມ, ເພື່ອນມິດທີ່ຍິ່ງໃຫຍ່ຂອງຫວຽດນາມ. ປະຈະບັນ, ສະພັນມິດຕະພາບ ກຳລັງປະສານສົມທົບກັບສູນກາງ ສະມາຄົມມິດຕະພາບ ຫວຽດນາມ-ອັງກິດ ກໍ່ສ້າງແຜນງານ ສ້າງຕັ້ງລາຍການ ທຶນການສຶກສາ/ການກຸສົນ Len Aldis ເພື່ອແນໃສ່ ຊ່ວຍເຫຼືອເດັກທຸກຍາກແຕ່ມີຄວາມດຸໝັ່ນຫ້າວຫັນ ແລະ ຜູ້ຖືກເຄາະຮ້າຍຈາກສານພິດສີສົ້ມຫວຽດນາມ ຕາມຄວາມມຸ້ງມາດປາດຖະໜາຂອງທ່ານໃນຕອນທີ່ທ່ານຍັງມີຊີວິດຢຸ່. ຄາດວ່າພິທີເປີດຕົວ ລາຍການທຶນການສຶກສາ ຈະໄດ້ຈັດຂື້ນໃນປີ 2019.

ເວົ້າລວມແລ້ວ, ໃນໄລຍະຜ່ານມາ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ອັງກິດ ໄດ້ມີຫຼາຍການປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນວຽກງານການພົວພັນຕ່າງປະເທດ, ປະກອບສ່ວນເພີ່ມທະວີການພົວພັນສາມັກຄີ, ມິດຕະພາບ ແລະ ຮ່ວມມື ລະຫວ່າງ ຫວຽດນາມ ແລະ ອັງກິດ.

ຕ່າງໜ້າຄະນະ ປະທານສະຫະພັນອົງການມິດຕະພາບ ຫວຽດນາມ, ທ່ານນາງ ຫງວຽນ ເຟືອງ ງາ - ປະທານ VUFO ໄດ້ສະແດງຄວາມຍິນດີ ກັບ ທ່ານ ຮ່ວາງ ກວກ ເວື້ອງ ທີ່ຫາກໍ່ໄດ້ຮັບການເລືອກຕັ້ງ ເປັນ ປະທານສະມາຄົມມິດຕະພາບ ຫວຽດນາມ - ອັງກິດ ຊຸດທີ 4 ສະໄໝປີການ 2019-2024, ທ່ານ ຮວ່າງ ວັນ ຢຸງ ກໍ່ໄດ້ຮັບການເລືອກຕັ້ງເປັນປະທານກິດຕິມະສັກ.

VUFO ສະແດງຄວາມຮັບຮູ້ ແລະ ຕີລາຄາສູງ ບັນດາຜົນສໍາເລັດ ຂອງສະມາຄົມມິດຕະພາບຫວຽດນາມ - ອັງກິດໃນໄລຍະຜ່ານມາ. ການເຄື່ອນໄຫວຂອງ ສະມາຄົມ ໄດ້ຮັບການຜັນຂະຫຍາຍ ດ້ວຍຫຼາຍຮູບແບບ, ຫຼາຍຢ່າງ, ມີຄວາມເລິກເຊິ່ງ ແລະ ຢາຍຢູ່ທົ່ວບັນດາຂົງເຂດສັນຕິພາບ, ສາມັກຄີ ແລະ ມິດຕະພາບ.

ທ່ານ ຮວ່າງ ກວກ ເວື້ອງ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານສະມາຄົມມິດຕະພາບ ຫວຽດນາມ - ອັງກິດ

ທ່ານນາງ ຫງວຽນ ເຟືອງ ງາ, ປະທານສະຫະພັນອົງການມິດຕະພາບຫວຽດນາມ - ໄດ້ມອບທຸງທີ່ມີແປດຄຳ “ ຕື່ນຕົວ, ຄ່ອງແຄ້ວ, ປະດິດສ້າງ, ມີປະສິດທິຜົນ” ໃຫ້ສະມາຄົມມິດຕະພາບຫວຽດ-ອັງກິດ.

ທ່ານນາງ ຫງວຽນ ເຟືອງ ງາ ໄດ້ໃຫ້ຮູ້ວ່າ: ຍ້ອນມີການເຄື່ອນໄຫວແລກປ່ຽນມິດຕະພາບ, ແລກປ່ຽນ, ໂຄສະນາສົ່ງເສີມວັດທະນະທໍາ, ທ່ອງທ່ຽວ, ປະຊາຊົນຊາວອັງກິດ ນັບມື້ນັບຮັບຮູ້ຫຼາຍຂຶ້ນກ່ຽວກັບວັດທະນະທໍາ, ປະເທດຊາດ ແລະ ປະຊາຊົນຫວຽດນາມ. ຈໍານວນນັກທ່ອງທ່ຽວຊາວອັງກິດ ເຂົ້າມາທ່ອງທ່ຽວ ປະເທດຫວຽດນາມ ເພີ່ມຂຶ້ນໄວ ໃນຊຸມປີມໍ່ໆມານີ້, ເພີ່ມຂື້ນເຖິງ 300.000 ຄົນ ໃນປີ 2017. ນັ້ນຄືການແລກປ່ຽນ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ດັ່ງກ່າວນີ້ແມ່ນເງື່ອນໄຂສະດວກໃຫ້ທັງສອງຝ່າຍເສີມສ້າງ ແລະ ພັດທະນາຂື້ນກວ່າເກົ່າ ດ້ານສາຍພົວພັນ ຫວຽດນາມ - ອັງກິດ.

ໃນໂອກາດນີ້, ທ່ານປະທານ VUFO ຫງວຽນ ເຟືອງ ງາ ໄດ້ມອບສູນກາງສະມາຄົມມິດຕະພາບ ຫວຽດນາມ - ອັງກິດ ໄດ້ມອບທຸງທີ່ມີແປດຄຳ “ ຕື່ນຕົວ, ຄ່ອງແຄ້ວ, ປະດິດສ້າງ, ມີປະສິດທິຜົນ”.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.