ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34

10:21 | 23/06/2019

ຍສໝ - ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ແມ່ນກອງປະຊຸມສຸດຍອດຄັ້ງທໍາອິດໃນປີໄທ ເປັນປະທານອາຊຽນ 2019. ພາຍໃຕ້ຫົວຂໍ້ຂອງປີ 2019 ແມ່ນ “ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອຄວາມໝັ້ນຄົງ”, ອາຊຽນ ສຸມໃສ່ຊຸກຍູ້ລັກສະນະໝັ້ນຄົງທັງ 3 ເສົາຄ້ຳຂອງປະຊາຄົມ ແລະ ເປີດກວ້າງການພົວພັນກັບບັນດາຄູ່ຮ່ວມມືເພື່ອເປົ້າໝາຍນີ້.

ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34

ທ່ານ ຫງວຽນ ຊວນ ຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34.(ພາບ:VGP/ກວາງຮ໋ຽວ)

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ດໍາເນີນໃນສະພາບທີ່ເສດຖະກິດໂລກເຕີບໂຕດ້ວຍລະດັບຄວາມໄວຊັກຊ້າ, ສະພາບການໃນພາກພື້ນ ອາຊີ-ປາຊີຟິກ ມີສະຖຽນລະພາບແຕ່ຍັງບົ່ມຊ້ອນບັນດາປັດໄຈຂາດສະຖຽນລະພາບ. ບັນດາປະເທດໃຫຍ່ ສືບຕໍ່ຍູ້ແຮງບັນດາຫົວຄິດປະດິດສ້າງ. ໃນຂະນະນັ້ນ, ອາຊຽນ ກ້າວເຂົ້າສູ່ໄລຍະກາງອາຍຸການຂອງການຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025 ແລະ ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ.

ອາຊຽນ ສືບຕໍ່ຍາດໄດ້ຜົນສໍາເລັດຫຼາຍຢ່າງໃນການດຶງດູດການກ່ຽວພັນຍຸດທະສາດຂອງທັງໝົດບັນດາປະເທດໃຫຍ່ເພື່ອຜົນປະໂຫຍດຮ່ວມ, ເຊິ່ງແມ່ນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ. ບັນດາຄູ່ຮ່ວມມືນັບມື້ນັບຖືເປັນສໍາຄັນ ແລະເປັນເຈົ້າການຊຸກຍູ້ການຮ່ວມມືຫຼາຍດ້ານກັບອາຊຽນ ຜ່ານບັນດາໂຄງການ, ຂໍ້ລິເລີ່ມ ແລະມາດຕະການທີ່ລະອຽດ, ໃຫ້ຄໍາໝັ້ນສັນຍາສືບຕໍ່ໜູນຊ່ວຍອາຊຽນ ສ້າງປະຊາຄົມ, ສະໜັບສະໜູນບົດບາດໃຈກາງຂອງອາຊຽນ.

ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34

ບັນຍາກາດທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34.(ພາບ:VGP/ກວາງຮ໋ຽວ)

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ແມ່ນໂອກາດເພື່ອໃຫ້ບັນດາການນໍາສືບຕໍ່ປຶກສາຫາລືການຜັນຂະຫຍາຍຮ່ວມມືຕາມເນື້ອໃນຈິດໃຈ “ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອຄວາມໝັ້ນຄົງ” ແລະບັນດາບຸລິມະສິດຂອງປີ 2019; ຍູ້ແຮງການຮ່ວມສຳພັນເສດຖະກິດ, ການເຊື່ອມຕໍ່; ເປີດກວ້າງການພົວພັນລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື, ໃນນັ້ນມີການຍາດແຍ່ງເອົາການຮ່ວມມືກັບບັນດາຄູ່ຮ່ວມມືເພື່ອແນໃສ່ຮັບມືກັບການປະຕິວັດອຸດສາຫະກໍາ 4.0, ປັບປຸງບົດບາດໃຈກາງ ແລະ ການນຳພາຂອງອາຊຽນ ໃນພາກພື້ນ ແລະ ອື່ນໆ.

ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ໄດ້ສະແດງໃຫ້ເຫັນການສະໜັບສະໜູນຂອງຫວຽດນາມ ທີ່ມີຕໍ່ໄທ ໃນບົດບາດປະທານອາຊຽນ 2019, ພ້ອມທັງແນໃສ່ປະກອບສ່ວນຮັດແໜ້ນ ແລະ ຈິດໃຈສາມັກຄີອາຊຽນ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ການພັດທະນາແບບຍືນຍົງຂອງແຕ່ລະປະເທດ ແລະ ພາກພື້ນ,ເສີມຂະຫຍາຍບົດບາດໃຈກາງຂອງສະມາຄົມ, ເປີດກວ້າງ ແລະ ເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືຂອງອາຊຽນ ໃຫ້ເລິກເຊິ່ງ.

ນີ້ແມ່ນໂອກາດເພື່ອຍົກສູງຮູບພາບກ່ຽວກັບປະເທດຫວຽດນາມ ສືບຕໍ່ປ່ຽນໃໝ່, ເຂົ້າຮ່ວມບັນດາເນື້ອໃນຮ່ວມມືໃນພາກພື້ນຢ່າງເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ກໍ່ຄືຍາດແຍ່ງເອົາການສະໜັບສະໜູນຂອງບັນດາປະເທດອາຊຽນ ແລະ ຄູ່ຮ່ວມມື, ສ້າງປະຖົມປັດໄຈໃຫ້ການດໍາລົງຕໍາແໜ່ງເປັນປະທານອາຊຽນ 2020 ໃຫ້ສໍາເລັດຜົນ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.