ທ່ານນາຍົກລັດຖະມົນຕີຫວຽດນາມ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34

00:09 | 24/06/2019

ຍສໝ - ໃນຕອນບ່າຍຂອງວັນທີ 23 ມິຖຸນາ 2019, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມາຮອດ ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ຢູ່ ໄທ, ໃນລະຫວ່າງວັນທີ 22 - 23 ມິຖຸນາ 2019.

ທ່ານນາຍົກລັດຖະມົນຕີຫວຽດນາມ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34.(ພາບ:dantri.com.vn)

ໃນໄລຍະເວລາຢູ່ປະເທດ ໄທ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ເຂົ້າຮ່ວມບັນດາວາລະປະຊຸມສໍາຄັນທັງໝົດຂອງກອງປະຊຸມ, ລວມມີວາລະປະຊຸມຄົບຄະນະ, ພິທີໄຂກອງປະຊຸມ, ກອງປະຊຸມປິດລັບຂອງບັນດາການນໍາອາຊຽນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ຮຽກຮ້ອງໃຫ້ບັນດາປະເທດ ອາຊຽນ ສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດເພື່ອນໍາມາຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ, ຍູ້ແຮງການປະຕິຮູບລະບອບລະບຽບການ ແລະ ຍົກສູງປະສິດທິຜົນກົງຈັກການເຄື່ອນໄຫວຂອງອາຊຽນ.

ທ່ານນາຍົກລັດຖະມົນຕີຫວຽດນາມ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ.(ພາບ:TTXVN)

ການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນຮັດແໜ້ນ ແລະ ປັບປຸງຄວາມສາມັກຄີໃນປະຊາຄົມອາຊຽນ, ເສີມຂະຫຍາຍບົດບາດເປັນໃຈກາງຂອງສະມາຄົມ, ເປີດກວ້າງ ແລະ ເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືຂອງອາຊຽນເລິກເຊິ່ງຂຶ້ນຕື່ມ.

(ໄຊພອນ)

ເຫດການ