ຫວຽດນາມ ກາຍເປັນສະມາຊິກສະພາຄວາມຫມັ້ນຄົງສະຫະປະຊາຊາດ ຢ່າງເປັນທາງການດ້ວຍຄະແນນສຽງສະຫນັບສະຫນູນ 192/193

23:42 | 07/06/2019

ຍສໝ - ໃນເວລາ 22ໂມງ10ນາທີ, ຂອງຄ່ຳວັນທີ 7 ມິຖຸນາ ຕາມເວລາຂອງຫວຽດນາມ (ເວະລາ 11ໂມງ10 ນາທີ ຕາມເວລາຂອງນິວຢອກ), ດ້ວຍສຽງເຫັນດີສະໜັບສະໜູນ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ເລືອກຫວຽດນາມ ເປັນສະມາຊິກບໍ່ຖາວອນ ສະພາຄວາມຫມັ້ນຄົງ ໃນສະໄໝປີການ 2020 -2021

ຫວຽດນາມ ກາຍເປັນສະມາຊິກສະພາຄວາມຫມັ້ນຄົງສະຫະປະຊາຊາດ ຢ່າງເປັນທາງການດ້ວຍຄະແນນສຽງສະຫນັບສະຫນູນ 192/193

ຫວຽດນາມ ກາຍເປັນສະມາຊິກສະພາຄວາມຫມັ້ນຄົງສະຫະປະຊາຊາດ ຢ່າງເປັນທາງການດ້ວຍຄະແນນສຽງສະຫນັບສະຫນູນ 192/193.

ອີງຕາມຜົນຂອງການລົງຄະແນນສຽງທີ່ດຳເນີນໄປໃນກອງປະຊຸມ ສະມັດຊາໃຫຍ່ ແຫ່ງສະຫະປະຊາຊາດ ໃນວັນທີ 7 ມິຖຸນາ ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ ທີ່ນິວຢອກ, ຫວຽດນາມໄດ້ຖືກເລືອກເປັນສະມາຊິກບໍ່ຖາວອນຂອງສະພາຄວາມຫມັ້ນຄົງສະຫະປະຊາຊາດ ໂດຍມີສຽງເຫັນດີເກືອບຮ້ອຍເປີເຊັນ, 192/193.

ຜົນການເລືອກຕັ້ງຄັ້ງນີ້ ສູງຫຼາຍຖ້າທຽບໃສ່ 2/3 ອີງຕາມຂໍ້ກຳນົດຂອງສະຫະປະຊາຊາດ. ໃນທາງທິດສະດີ, ຫວຽດນາມ ຕ້ອງການພຽງແຕ່ 129 ຄະແນນສຽງເທົ່ານັ້ນ ກໍ່ຖືວ່າໄດ້ຮັບການເລືອກຕັ້ງແລ້ວ.

ຫວຽດນາມຈະຮັບໜ້າເປັນ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສະພາຄວາມໝັ້ນຄົງ ນັບແຕ່ວັນທີ 1 ມັງກອນ 2020, ແທນ ຄູເວດ, ເຊິ່ງເປັນຕົວແທນຂອງກຸ່ມປະເທດ ອາຊີ-ປາຊີຟິກ, ຈະໝົດອາຍຸການໃນວັນທີ 31ທັນວາ 2019. ໄລຍະການດໍາລົງຕໍາແຫນ່ງຂອງຫວຽດນາມ ຈະດຳເນີນໄປຈົນຮອດ ວັນທີ 31 ທັນວາ 2020.

ຄຽງຄູ່ກັບຫວຽດນາມ, Niger, ຕູນິເຊຍ, ປະເທດໝູ່ເກາະ Saint Vincent ແລະ Grandier ກໍ່ໄດ້ຖືກເລືອກຕັ້ງເປັນສະມາຊິກບໍ່ຖາວອນຂອງສະພາຄວາມຫມັ້ນຄົງສະຫະປະຊາຊາດ ໃນໄລຍະປີການ 2020-2021 ເຊັ່ນດຽວກັນ.

(ຫັດ​ທະ​ບູນ)

ເຫດການ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ອ່ານຫຼາຍທີ່ສຸດ