ອາຂຽນ ເພີ່ມທະວີການຮ່ວມມືພັດທະນາອາຊີບການປະມົງ

08:58 | 20/08/2019

ຍສໝ - ຕາມການຄາດຄະເນ ຂົງເຂດ ອາຊຽນ ປະກອບສ່ວນ ຈຳນວນສິນໃນນຳ້ ປະມານ 25% ຂອງ ໂລກ, ໃນນັ້ນ 4/10 ປະເທດ ມີປະລິມານການຜະລິດສິນໃນນຳ້ຫຼາຍທີ່ສຸດຂອງ ໂລກ ແມ່ນ ອິນໂດເນເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ.

ອາຂຽນ ເພີ່ມທະວີການຮ່ວມມືພັດທະນາອາຊີບການປະມົງ

ຄະນະກຳມະການອາຊີບການປະມົງ ຂອງລັດຖະສະພາ ເອີຣົບ ນໍາໂດຍທ່ານ Mato Gabriel, ສະມາຊິກລັດຖະສະພາ, ໂຄສົກ ຂອງຄະນະກໍາມະການອາຊີບການປະມົງ ໄດ້ ໄປກວດກາຕົວຈິງ ແລະ ເຮັດວຽກທີ່ນະຄອນ ຫາຍຝ່ອງ. (ພາບ:biendao24h.vn)

ອາຊຽນ ມີເງື່ອນໄຂທີ່ສະດວກ ໃນການພັດທະນາການຂຸດຄົ້ນ ແລະ ລ້ຽງສິນໃນນຳ້ ດ້ວຍທ່າແຮງບົ່ມຊ້ອນ ຊຶ່ງນຳມາຄຸນຄ່າທ່ີໃຫຍ່ຫຼວງ ທາງດ້ານພັດທະນາເສດຖະກິດ ແລະ ຮັບປະກັນ ຄວາມປອດໄພດ້ານສະບຽງອາຫານ, ສະຫວັດດີການສັງຄົມ. ແຕ່ວ່າ ອາຊີບລ້ຽງປາຂອງບັນດາປະເທດສະມາຊິກ ສ່ວນຫຼາຍຍັງຢູ່ໃນໄລຍະພັດທະນາ, ມີຂະໜາດນ້ອຍ.

ໄລຍະຜ່ານມາ, ບັນດາປະເທດສະມາຊິກອາຊຽນ ໄດ້ມີຫົວຄິດ ປະດິດສ້າງຫຼາຍຢ່າງເພື່ອພ້ອມກັນລົງມືກໍ່ສ້າງກົນໄກວ່າດ້ວຍ ການ ຮ່ວມມືພັດທະນາອາຊີບການປະມົງໃນພາກພື້ນຕາມທິດ ທັນ ສະໄໝ, ໝັ້ງຄົງ, ມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນ.

ໃນກອງປະຊຸມ ສະຫະພາບ ກຸ້ງ ອາຊຽນ ຄັ້ງທີ 9 ເຊິ່ງໄດ້ຈັດ ຂຶ້ນ ໃນຕົ້ນເດືອນ ກໍລະກົດ ຜ່ານມາຢູ່ນະຄອນ ດ່າໜັງ, ບັນດາ ຜູ້ຕາງໜ້າ ປະເທດສະມາຊິກ ອາຊຽນ ໄດ້ພ້ອມກັນ ແລກປ່ຽນ ບັນດາບັນຫາ ກ່ຽວກັບວຽກງານ ຕ້ານການເຄື່ອນໄຫວຂຸດຄົ້ນ ສິນໃນນຳ້ ທີ່ຜິດກົດໝາຍ, ບໍ່ມີການລາຍງານ, ບໍ່ປະຕິບັດຕາມ ກຳນົດ (IUU) ເພື່ອປະຕິບັດແຜນການເຄື່ອນໄຫວໃນ ພາກພື້ນ ກ່ຽວ ກັບວຽກງານປ້ອງກັນ, ຕ້ານການຂຸດຄົ້ນ IUU ແລະ ການ ຮ່ວມມື ຢ່າງແໜ້ນແຟ້ນ ລະຫວ່າງ ບັນດາປະເທດ ອາຊຽນ...

ອາຂຽນ ເພີ່ມທະວີການຮ່ວມມືພັດທະນາອາຊີບການປະມົງ

ພັດທະນາອາຊີບລ້ຽງຫອຍນາງລົມຢູ່ເຂດທະເລພາກເໜືອ.(ພາບ:biendao24h.vn)

ກອງປະຊຸມ ກຸ່ມປະຕິບັດງານ ສິນໃນນຳ້ ອາຊຽນ ຄັ້ງທີ 27 ເຊິ່ງ ໄດ້ຈັດຂຶ້ນໃນເດືອນ ມິຖຸນາ ຜ່ານມາຢູ່ ຫວຽດນາມ ໄດ້ ອະນຸມັດຜ່ານບັນດານະໂຍບາຍທີ່ສຳຄັນກ່ຽວກັບການ ພັດທະ ນາຂະແໜງສິນໃນນຳ້ຂອງພາກພື້ນ ໃນໄລຍະ 2019-2020. ບັນດາປະເທດ ສະມາຊິກ ອາຊຽນ ໄດ້ເປັນເອກະສັນ ກັນຕໍ່ນະ ໂຍບາຍສ້າງຕັ້ງເຄືອຂ່າຍ ປ້ອງກັນ, ຕ້ານການເຄື່ອນໄຫວຂຸດ ຄົ້ນສິນ ໃນນຳ້ຢ່າງຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ ປະຕິບັດ ຕາມກຳນົດຂອງ ອາຊຽນ (ASEAN Network for Combating IUU, AN-IUU) ໂດຍເປົ້າໝາຍຕົ້ນຕໍແມ່ນແບ່ງ ປັນຂໍ້ມູນຂ່າວສານ ແລະ ຍົກສູງຄວາມສາມາດໃນການຄຸ້ມ ຄອງ, ປ້ອງກັນ, ຕ້ານການເຄື່ອນໄຫວຂຸດຄົ້ນ ສິນໃນນຳ້ ຢ່າງ ຜິດກົດໝາຍ ໃຫ້ແກ່ບັນດາປະເທດສະມາຊິກ. ພ້ອມກັນນັ້ນ, ນະໂຍບາຍລວມກ່ຽວກັບສິນໃນນຳ້ຂອງ ອາຊຽນກໍ່ໄດ້ບັນດາຜູ້ແທນ ເຫັນດີເປັນເອກະສັນກັນວ່າ ຈະຄົ້ນຄວ້າ ເພື່ອ ເພີ່ມທະວີຄວາມພະຍາຍາມຫັນໄປເຖິງອາຊີບການປະມົງທີ່ ໝັ້ນຄົງ, ມີຄວາມຮັບຜິດຊອບ ແລະ ຮັບປະກັນຄວາມປອດ ໄພ ດ້ານ ສະບຽງອາຫານໃນພາກພື້ນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.