ມື້ນີ້ປະທານ ສປປ ເກົາຫຼີ Kim Jong-un ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

00:54 | 15/05/2019

ຍສໝ-ໂດຍຕອບຮັບຄໍາເຊີນຂອງ ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນ ຟູ ຈ້ອງ, ທ່ານ ປະທານ ສປປ ເກົາຫຼີ Kim Jong-un ຢ້ຽມຢາມສັນຖະວະໄມຕີຫວຽດນາມຢ່າງເປັນທາງການ ລະຫວ່າງວັນທີ 1-2 ມີນາ.

ມື້ນີ້ປະທານ ສປປ ເກົາຫຼີ Kim Jong-un ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ປະທານ ສປປ ເກົາຫຼີ Kim Jong-un.

ນີ້ແມ່ນການຢ້ຽມຢາມສັນຖະວະໄມຕີຫວຽດນາມຢ່າງເປັນທາງການຄັ້ງທໍາອິດຂອງ ທ່ານ ປະທານ Kim Jong-un ໃນການເປັນປະທານ ສປປ ເກົາຫຼີ ໃນປີ 2011 ຂອງ ທ່ານ ປະທານ Kim Jong-un. ໃນເວລາ 15 ໂມງ 30 ນາທີ ຂອງມື້ນີ້, ຈະມີພິທີການຕ້ອນຮັບ ທ່ານ ປະທານ ສປປ ເກົາຫຼີ Kim Jong-un ຢ່າງເປັນທາງການ. ຫຼັງຈາກນັ້ນການນໍາສອງປະເທດຈະມີການພົບປະຫາລືທີ່ທໍານຽບປະທານປະເທດ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ປະທານ ສປປ ເກົາຫຼີ Kim Jong-un ຈະມີການຕ້ອນຮັບ ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟູກ ແລະ ທ່ານ ນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນ ຖີ້ ກີມ ເງິນ. ຕອນຄໍາຂອງວັນດຽວກັນງານລ້ຽງຕອນຮັບ ທ່ານ ປະທານ ສປປ ເກົາຫຼີ Kim Jong-un ຈະໄດ້ຈັດຂຶ້ນຢ່າງສົມກຽດທີ່ສູນປະຊຸມສາກົນ.

ວັນທີ 2 ມີນາ, ທ່ານ ປະທານ ສປປ ເກົາຫຼີ Kim Jong-un ຈະມີການວາງພວງມາລາທີ່ສຸສານ ປະທານ ໂຮ່ ຈີ ມີງ ແລະ ອານຸສາວະລີ ນັກຮົບນິລະນາມ.

ຫວຽດນາມ ແລະ ສປປ ເກົາຫຼີ ໄດ້ສ້າງຕັ້ງການພົວພັນທາງດ້ານການທູດໃນວັນທີ 31 ເດືອນມັງກອນ ປີ 1950. ໃນຕະຫຼອດໄລຍະເວລາ 69 ປີ ແຫ່ງການພົວພັນທາງດ້ານການທູດ, ຫວຽດນາມ ແລະ ສປປ ເກົາຫຼີ ໄດ້ມີການແລກປ່ຽນການຢ້ຽມເປັນທາງການ ແລະ ບໍ່ເປັນທາງການ ຂອງການນໍາຂັ້ນສູງຂອງສອງປະເທດ.

(ໄຊພອນ)