ເສດຖະກິດຫວຽດນາມ: ເປັນເຈົ້າການໃນການເຊື່ອມໂຍງ, ນໍາໃຊ້ທ່າແຮງຕ່າງໆໃນສະພາບການໃໝ່

00:54 | 15/05/2019

ຍສໝ - ຂໍ້ຕົກລົງ FTA ຕ່າງໆ ທີ່ ຫວຽດນາມ ໄດ້ລົງນາມແລ້ວນັ້ນກໍ່ຈະຊ່ວຍໜູນໃຫ້ແກ່ການເຕີບໂຕເສດຖະກິດຫວຽດນາມໃນປີ 2019.

ເສດຖະກິດຫວຽດນາມ: ເປັນເຈົ້າການໃນການເຊື່ອມໂຍງ, ນໍາໃຊ້ທ່າແຮງຕ່າງໆໃນສະພາບການໃໝ່

ເສດຖະກິດຫວຽດນາມ - ເປັນເຈົ້າການໃນການເຊື່ອມໂຍງ, ນໍາໃຊ້ທ່າແຮງຕ່າງໆໃນສະພາບການໃໝ່

ຫວຽດນາມໄດ້ເຂົ້າຮ່ວມ ແລະ ສໍາເລັດການເຈລະຈາກ່ຽວກັບສັນຍາການຄ້າເສລີສອງຝ່າຍ ແລະ ຫຼາຍຝ່າຍ(FTA) 12 ສະບັບ. ຊຶ່ງໃນນັ້ນມີ FTA 9 ສະບັບ ​​ແມ່ນມີຜົນບັງຄັບໃຊ້ ແລະ ກໍາລັງຈັດຕັ້ງປະຕິບັດ. ນີ້ແມ່ນໂອກາດທີ່ດີສໍາລັບການຂະຫຍາຍຕົວດ້ານເສດຖະກິດຂອງຫວຽດນາມໃນ ປີ 2019.
ໂດຍສະເພາະ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າຂ້າມຜ່ານປາຊີຟິກ (CPTPP), ຖ້າຈັດຕັ້ງປະຕິບັດຢ່າງສໍາເລັດຜົນອາດຈະຊຸກຍູ້ການເຕີບໂຕຂອງການສົ່ງອອກຂອງຫວຽດນາມເພີ່ມຂຶ້ນ 4,2%, ການນໍາເຂົ້າເພີ່ມຂຶ້ນ 5,3%.

ເສດຖະກິດຫວຽດນາມ: ເປັນເຈົ້າການໃນການເຊື່ອມໂຍງ, ນໍາໃຊ້ທ່າແຮງຕ່າງໆໃນສະພາບການໃໝ່

ອັດຕາພາສີໄດ້ດັດແປງມາເປັນ 0% ກໍ່ເຮັດໃຫ້ສິນຄ້າຂອງຫວຽດນາມສາມາດມີການແຂ່ງຂັນໃນດ້ານລາຄາ

ສໍາລັບ FTA ຫວຽດນາມ - ສະຫະພາບເອີຣົບ, ໃນເວລາທີ່ມີຜົນບັງຄັບໃຊ້, ສິນຄ້າຂອງຫວຽດນາມກໍ່ໄດ້ເຂົ້າສູ່ຕະຫຼາດຂອງ 28 ປະເທດເອີຣົບ. ອັດຕາພາສີໄດ້ດັດແປງມາເປັນ 0% ກໍ່ເຮັດໃຫ້ສິນຄ້າຂອງຫວຽດນາມສາມາດມີການແຂ່ງຂັນໃນດ້ານລາຄາ, ເປັນໂອກາດເພື່ອໃຫ້ການເຕີບໂຕທາງດ້ານເສດຖະກິດ. ທ່ານ ຫວໍ ຈີ ແທ່ງ ຜູ້ຊ່ຽວຊານດ້ານເສດຖະກິດຢືນຢັນວ່າ ໃນຫຼາຍປີທີ່ຜ່ານມາຫວຽດນາມໄດ້ມີໂອກາດດີໃນຫຼາຍດ້ານເປັນຕົ້ນຄືໄດ້ລົງນາມ FTA ຫຼາຍສະບັບ, ບັນດາຄູ່ຮ່ວມມືຍຸດທະສາດຕ່າງໆ, ການຜະລິດທຸລະກິດຂອງວິສາຫະກິດຕິດພັນກັບແນວໂນ້ມທົ່ວໄປຂອງໂລກແມ່ນດີຫຼາຍ, ເຊິ່ງແມ່ນການສ້າງເຄືອຂ່າຍການຜະລິດ, ລະບົບຕ່ອງໂສ້ມູນຄ່າ, ດ້ານການຕະຫຼາດຕ່າງໆທີ່ໃຫຍ່ທີ່ສຸດ, ນັກລົງທຶນ ແລະ ທຸລະກິດທີ່ດີທີ່ສຸດ.

ສະນັ້ນ, ຫວຽດນາມຕ້ອງສືບຕໍ່ປັບປຸງສະພາບແວດລ້ອມທຸລະກິດໃນລັກສະນະທີ່ສອດຄ່ອງກັບການບູລະນະກົນໄກເສດຖະກິດການຕະຫລາດທີ່ກໍານົດທິດທາງສັງຄົມນິຍົມເພື່ອສ້າງເງື່ອນໄຂໃຫ້ເສດຖະກິດສ່ວນຕົວເຕີບໃຫຍ່ ແລະ ໝັ້ນຄົງ. ຫວຽດນາມຍັງຕ້ອງການເພີ່ມທະວີໃນການແຂ່ງຂັນຂອງວິສາຫະກິດຂອງຫວຽດນາມ, ສົ່ງເສີມການນະວັດຕະກໍາ, ໃນນັ້ນວິສາຫະກິດຖືບົດບາດຫຼັກແຫຼ່ງ. ຜູ້ຊ່ຽວຊານຫລາຍຄົນກໍ່ໃຫ້ຮູ້ວ່າເພື່ອໃຊ້ປະໂຫຍດຈາກຄວາມເປີດກວ້າງຂອງເສດຖະກິດ ແລະ FTA ຕ່າງໆ, ຫວຽດນາມກໍ່ຕ້ອງສືບຕໍ່ໃນການປັບປຸງຄຸນນະພາບຂອງການບໍລິຫານ ແລະ ການປະຕິຮູບສະຖາບັນເສດຖະກິດ.

ຫວຽດນາມກໍ່ຕ້ອງເປັນເຈົ້າການໃນການປັບຕົວຈາກຜົນກະທົບຫຼາຍຝ່າຍຂອງວິກິດການການແຂ່ງຂັນດ້ານການຄ້າ, ຖືສໍາຄັນການເປີດກວ້າງກິດຈະກໍາການຜະລິດສົ່ງອອກ ແລະ ການດຶງດູດທີ່ມີທາງເລືອກໃນການລົງທຶນຕ່າງປະເທດທີ່ມີຄຸນນະພາບສູງເພື່ອຊຸກຍູ້ເສດຖະກິດໃຫ້ມີຄວາມໝັ້ນຄົງ.

(ໄຊພອນ)

ເຫດການ