![]() |
ທ່ານ ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ບຸ່ຍ ວັນ ນາມ ກ່າວຄໍາເຫັນທີ່ກອງປະຊຸມ
ໃນຕອນເຊົ້າຂອງວັນທີ 6 ມີນາ, ທີ່ຮ່າໂນ້ຍ, ອະນຸກຳມະການປ້ອງກັນຄວາມສະຫງົບ-ສາທາລະນະສຸກ ຂຶ້ນກັບຄະນະກຳມະການແຫ່ງຊາດອາຊຽນໄດ້ຈັດກອງປະຊຸມຄັ້ງທີ 1 ເພື່ອປະກາດຂໍ້ຕົກລົງກ່ຽວກັບການສ້າງຕັ້ງອະນຸກຳມະການປ້ອງກັນຄວາມສະຫງົບ-ສາທາລະນະສຸກ ແລະ ກໍານົດທິດທາງບັນດາໜ້າທີ່ວຽກງານຈຸດສຸມໃນການຮັບປະດັນດ້ານຄວາມສະຫງົບ, ສາທາລະນະສຸກ ອາຊຽນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ບຸ່ຍ ວັນ ນາມ, ຮອງລັດຖະມົນຕີ ກະຊວງຕໍາຫຼວດ, ກໍາມະການ ຄະນະກໍາມະການແຫ່ງຊາດ ອາຊຽນ 2020, ຫົວໜ້າອະນຸກໍາມະການ.
![]() |
ບັນຍາກາດກອງປະຊຸມ
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ບຸ່ຍ ວັນ ນາມ ໄດ້ເນັ້ນໜັກວ່າ ປີ ອາຊຽນ 2020 ແມ່ນເຫດການດ້ານການເມືອງ, ການຕ່າງປະເທດ, ເສດຖະກິດອັນສຳຄັນພິເສດຂອງປະເທດຊາດ, ມີຄວາມໝາຍທາງດ້ານການເມືອງອັນໃຫຍ່ຫຼວງ, ປະກອບສ່ວນຍົກສູງຖານະບົດບາດຂອງຫວຽດນາມ. ດັ່ງນັ້ນ, ຖືສໍາຄັນໃນການຮັບປະກັນດ້ານຄວາມສະຫງົບ, ຄວາມປອດໄພໃຫ້ແກ່ປີອາຊຽນ 2020, ມີຄວາມໝາຍໃນການຕັດສິນຜົນສຳເລັດຂອງປີອາຊຽນ 2020.
(ໄຊພອນ)