“ບຸນປູກຕົ້ນໄມ້ ຕອບແທນບຸນຄຸນ ລຸງ ໂຮ່” ຢູ່ ເມືອງເກົ່າເຫວ້ ດຳເນີນໄປຢ່າງຟົດຟື້ນ

00:54 | 14/05/2019

ຍສໝ - ກຳມະການປະຊາຊົນ ແຂວງ ເທື່ອທຽນເຫວ້ ປຸກລະດົມຂະບວນການ “ບຸນປູກຕົ້ນໄມ້ ຕອບແທນບຸນຄຸນ ລຸງໂຮ່” ປີ 201 ເພື່ອປະກອບສ່ວນປັບປຸງທິວທັດຂອງນະຄອນ, ບັນດາເມືອງ, ບ້ານ, ເຂດປູນີຍະສະຖານ ແລະ ບັນດາສະຖານທີ່ທ່ອງທ່ຽວ ຢູ່ ເມືອງເກົ່າເຫວ້.

ວັນທີ 12 ກຸມພາ ຢູ່ເຂດພູ ເບິນ ອານຸສາວະລີ ເຈົ້າຊີວິດ ກວາງຈຸງ ຂື້ນກັບຕາແສງ ອາເຕີ໋ຍ, ນະຄອນເຫວ້, ກຳມະການປະຊາຊົນແຂວງເທືອ່ທຽນເຫວ້ ໄດ້ຈັດງານປຸກລະດົມ “ບຸນປູກຕົ້ນໄມ້ ຕອບແທນບຸນຄຸນ ລຸງໂຮ່”

ນີ້ແມ່ນກິດຈະກຳສະເຫຼີມສະຫຼອງ 60 ລຸງ ໂຮ່ ປຸກລະດົມການປູກຕົ້ນໄມ້ ທີ່ມີການເຂົ້າຮ່ວມຂອງ ທ່ານ ບຸ່ຍ ແທັງຮ່າ, ຮອງເລຂາຄະນະປະຈຳພັກແຂວງ, ທ່ານ ຟານ ຫງັອກເຖາະ ປະທານກຳມະການປະຊາຊົນແຂວງ, ທ່ານ ຫງວ໋ຽນ ວັນເຟືອງ ຮອງປະທານກຳມະການປະຊາຊົນແຂວງເທື່ອທຽນເຫວ້ ພ້ອມທັງບັນດາການນຳຂອງພະແນກການ ຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງ ແລະ ປະຊາຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

“ບຸນປູກຕົ້ນໄມ້ ຕອບແທນບຸນຄຸນ ລຸງ ໂຮ່” ຢູ່ ເມືອງເກົ່າເຫວ້ ດຳເນີນໄປຢ່າງຟົດຟື້ນ

ພາບການປຸກລະດົມ “ ບຸນປູກຕົ້ນໄມ້ຕອບແທນບຸນຄຸນລຸງໂຮ່”.

ໃນພິທີ ທ່ານ ຫງວ໋ຽນ ວັນເຟືອງ ຮອງປະທານກຳມະການປະຊາຊົນແຂວງເທື່ອທຽນເຫວ້ໄດ້ກ່າວຢ່າງແຈ່ມແຈ້ງວ່າ: “ກຳມະການປະຊາຊົນແຂວງເທື່ອທຽນເຫວ້ ປຸກລະດົມ “ບຸນປູກຕົ້ນໄມ້ຕອບແທນບຸນຄຸນ ລຸງໂຮ່” ປີ 2019, ເພື່ອປະກອບສ່ວນບູລະນະທິວທັດນະຄອນ, ເມືອງ, ຕົວເມືອງ, ເຂດປູນີຍະສະຖານ ແລະ ບັນດາສະຖານທີ່ທ່ອງທ່ຽວ...”

“ບຸນປູກຕົ້ນໄມ້ ຕອບແທນບຸນຄຸນ ລຸງ ໂຮ່” ຢູ່ ເມືອງເກົ່າເຫວ້ ດຳເນີນໄປຢ່າງຟົດຟື້ນ


“ບຸນປູກຕົ້ນໄມ້ ຕອບແທນບຸນຄຸນ ລຸງ ໂຮ່” ຢູ່ ເມືອງເກົ່າເຫວ້ ດຳເນີນໄປຢ່າງຟົດຟື້ນ

ທ່ານ ຟານ ຫງັອກເຖາະ ປະທານກຳມະການປະຊາຊົນ ແຂວງເທື່ອທຽນເຫວ້ ປູກຕົ້ນໄມ້ ໃນງານ

ດ້ວຍມເປົ້າໝາຍປະກອບສ່ວນເຂົ້າໃນການກໍ່ສ້າງສະພາບແວດລ້ອມ ຂຽວ-ສະອາດ-ງາມຕາ, ສົມກັບເປັນສູນກາງການທ່ອງທ່ຽວຂອງປະເທດ ທີ່ແຂວງເທື່ອທຽນເຫວ້ສູ້ຊົນໃນປີ 2019. ຕໍ່ຈາກນັ້ນ ການປູກຕົ້ນໄມ້ໃໝ່ຈຳນວນ 7.000ເຮັກຕາ; ໃນນັ້ນປ່າຜລິດ 6.600ເຮັກຕາ ແລະ ປ່າພິເສດ, ປ່າປ້ອງກັນ 400 ເຮັກຕາ ແລະ ຜລິດປະມານ 20 ລ້ານເບ້ຍໄມ້. ລະດັບການປົກຄຸມຂອງປ່າທົ່ວແຂວງໄດ້ຮັບການຍົກລະດັບເປັນ 57,5%.

“ບຸນປູກຕົ້ນໄມ້ ຕອບແທນບຸນຄຸນ ລຸງ ໂຮ່” ຢູ່ ເມືອງເກົ່າເຫວ້ ດຳເນີນໄປຢ່າງຟົດຟື້ນ


“ບຸນປູກຕົ້ນໄມ້ ຕອບແທນບຸນຄຸນ ລຸງ ໂຮ່” ຢູ່ ເມືອງເກົ່າເຫວ້ ດຳເນີນໄປຢ່າງຟົດຟື້ນ

ຊາວໜຸ່ມ, ກຳລັງປະກອບອາວຸດ ເຂົ້າຮ່ວມໃນງານບຸນປູກຕົ້ນໄມ້ເປັນຈຳນວນຫຼວງຫຼາຍ.

ພາຍຫຼັງການປຸກລະດົມ, ຜູ້ແທນ ແລະ ປະຊາຊົນທຸກຂັ້ນ ໄດ້ເຂົ້າຮ່ວມປູກຕົ້ນໄມ້ ຢູ່ ພູເບິນ ໃນເຂດອານຸສອນສະຖານເຈົ້າຊີວິດ ກວາງຈຸງ.

(ຫັດ​ທະ​ບູນ)

ເຫດການ