ວິຖີຊີວິດຂອງຜູ້ທີ່ເຮັດວຽກການທູດປະຊາຊົນ

00:54 | 14/05/2019

ຍສໝ - ຮຽນຮູ້, ເອົາຕົວເຂົ້າແລກ ແລະ ບໍ່ຢ້ານຄວາມເສຍປຽບ-ສິ່ງທ້າທາຍ: ເຮັດວຽກການທູດປະຊາຊົນ ປະຈຸບັນຮຽກຮ້ອງຕ້ອງມີຫົວຄິດ ແລະ ຈິດໃຈອັນໃໝ່ໆ. ເຖິງວ່າແນວນັ້ນກໍ່ຕາມ ຄວາມເຂັ້ມແຂງຂອງກ້ອນກຳລັງນີ້ຂ້ອຍຕ້ອງໄດ້ຮັບການຝຶກຝົນຫຼໍ່ຫຼອມ ດ້ວຍການຮຽນຮູ້ຢູ່ເລື້ອຍໆ, ເອົາຕົວເຂົ້າແລກ, ຊຳ້ບໍ່ໜຳບາງເທື່ອຕ້ອງຍອມເສຍປຽບ ແລະ ທ້າທາຍ... ນີ້ແມ່ນແກນຫຼັກຂອງບົດຂຽນນີ້ ຂອງ ທ່ານ ຫວູ໋ ຊົນຮົ່ງ, ອາດີດປະທານສະຫະພັນອົງການມິດຕະພາບ ຫວຽດນາມ, ພະນັກງານອະວຸໂສເຮັດວຽກງານນີ້ມາກວ່າ 40ປີ.

ວິຖີຊີວິດຂອງຜູ້ທີ່ເຮັດວຽກການທູດປະຊາຊົນ

ທ່ານ ຫວູ ຊົນຮົ່ງ ອາດີດປະທານສະຫະພັນມິດຕະພາບອົງການມິດຕະພາບ ຫວຽດນາມ.

ໜັງສືພິມເທີ່ຍດ້າຍຂໍຖືເປັນກຽດນຳສະເໜີມາຍັງເພື່ອນຜູ້ອ່ານ.

ຄວາມເຂັ້ມແຂງ

ວຽກງານການທູດປະຊາຊົນຂອງຫວຽດນາມມີຄວາມສະດວກສະບາຍຫຼາຍຢ່າງ. ນັ້ນຄືມີແນວຄວາມຄິດອັນຍິ່ງໃຫຍ່, ຄົບຖ້ວນ, ກວມທັງໝົດວຽກງານການທູດປະຊາຊົນຂອງ ລຸງໂຮ່. ຄຽງຄູ່ກັນນັ້ນກໍ່ມີແນວທາງເປັນເອກກະພາບ ຂອງພັກ, ແນວທາງດ້ານການທູດປະຊາຊົນໄດ້ກຳເນີນເກີດຂື້ນ ແລະ ພັດທະນາຜ່ານຫຼາຍໄລຍະຂອງຊາດ. ໃນແນວທາງເປັນເອກກະພາບນັ້ນ ມີຈຸດສຳຄັນແມ່ນຍາມໃດກໍ່ຕ້ອງໃຫ້ຄວາມສຳຄັນຕໍ່ວຽກງານການທູດປະຊາຊົນ. ໃນກອງປະຊຸມໃຫ່ຍຂອງພັກ, ບັນດາດຳລັດ ລ້ວນແລ້ວແຕ່ໄດ້ເອີ່ຍເຖິງການທູດປະຊາຊົນ, ສະແດງອອກເຖິງຄວາມເອົາໃຈໃສ່, ໃຫ້ຄວາມສຳຄັນ ແລະ ເຊື່ອໝັ້ນ ຈາກພັກ ແລະ ລັດ ຕໍ່ກັບວຽກງານດັ່ງກ່າວ. ເພື່ອຈະຈັດຕັ້ງປະຕິບັດແນວທາງນັ້ນ, ບັນດານະໂຍບາຍ, ອຸດົມການ, ໜ້າທີ່ຂອງວຽກງານການທູດປະຊາຊົນຕ້ອງໄດ້ມີຄວາມກະຈ່າງແຈ້ງ, ຜ່ານການຊີ້ນຳ, ດຳລັດ ແລະ ບັນດາເອກກະສານທີ່ກ່ຽວຂ້ອງຂອງພັກ ກ່ຽວກັບການທູດປະຊາຊົນ ແລະ ກ່ຽວກັບສະຫະພັນອົງການມິດຕະພາບຫວຽດນາມ(VUFO). ເພື່ອຈະປະຕິບັດໄດ້ແນວທາງນະໂຍບາຍ ການເຮັດໃຫ້ເປັນລະບົບ ເບື້ອງລັດໄດ້ດຳເນີນໄປຢ່າງເປັນເອກກະພາບກັນ.

ພ້ອມກັນນັ້ນບົດຮຽນອັນລຳ້ຄ່າຂອງການທູດປະຊາຊົນຜ່ານຫຼາຍສະໄໝສ້າງສາປະເທດຊາດ, ຕ້ານຝລັ່ງ, ຕ້ານອາເມລິກາ, ຕໍ່ສູ້ຢູ່ຊາຍແດນຕາເວັນຕົກສ່ຽງໃຕ້, ຊາຍແດນພາກເໜືອ, ສ້າງສາຍພົວພັນກັບອາເມລິກາ, ສ້າງສາປະເທດຊາດ, ຮ່ວມມືມິດຕະພາບໃນຂະບວນການເຊື່ອມໂຍງ.... ແມ່ນບັນດາບົດຮຽນດ້ານປະຫວັດສາດອັນລຳ້ຄ່າຂອງການທູດປະຊາຊົນ.

ຄຽງຄູ່ກັນນັ້ນ ຮີດຄ່ອງປະເພນີວັດທະນະທຳອັນເກົ່າແກ່, ປະຊາຊົນບັນດາເຜົ່າມີຢູ່ໃນສາຍເລືອດຂອງແຕ່ຄົນ ຄືສັນຕິພາບ, ປາດຖະໜາຢາກຢູ່ແບບມິດຕະພາບຮ່ວມມື, ເປັນເພື່ອນມິດກັບທຸກໆຄົນ, ນັ້ນແມ່ນເປົ້າໝາຍອັນຍິ່ງໃຫຍ່ຄຸນຄ່າຄວາມເປັນຄົນຂອງຍຸກສະໄໝ ກໍ່ຄືສະດວກໃຫ້ແກ່ວຽກງານການທູດປະຊາຊົນຂອງຫວຽດນາມ. ອາດຈະເວົ້າໄດ້ວ່າ ພື້ນຖານຂອງວຽກງານການທູດປະຊາຊົນຂອງຫວຽດນາມ ແລະ ຂອງ VUFO ໃນຖານະທີ່ເປັນອົງການຈັດຕັ້ງ-ຮັບຜິດຊອບດ້ານການທູດປະຊາຊົນ ແມ່ນຕ້ອງໄດ້ກຳແໜ້ນ.

ຄວາມທ້າທາຍ

ເຖິງວ່າແນວໃດກໍ່ຕາມວຽກງານການທູດປະຊາຊົນ ຍັງມີຂໍ້ຫຍຸ້ງຍາກຫຼາຍປະການ.ນັ້ນແມ່ນຄວາມຮັບຮູ້ດ້ານການທູດປະຊາຊົນຂອງຫວຽດນາມ ແຕ່ຂັ້ນສູນກາງ ຮອດອຳນາດການປົກຄອງ, ບັນດາອົງການຈັດຕັ້ງປະຊາຊົນຂອງຫວຽດນາມຍັງບໍ່ທັນໄດ້ເປັນເອກກະພາບ.

ວິຖີຊີວິດຂອງຜູ້ທີ່ເຮັດວຽກການທູດປະຊາຊົນ

ທ່ານ ຫວູ ຊົນຮົ່ງ ຖ່າຍຮູບກັບ ຜູ້ນຳສູງສຸດຂອງ ກູບາ Fidel Castro ໃນໂອກາດຢ້ຽມຢາມກູບາ.

ອກຈາກນັ້ນ, ເມື່ອທຽບກັບສະພາບການຕົວຈິງຢູ່ບັນດາທ້ອງຖິ່ນ, ອາດເຫັນໄດ້ວ່າ, ຍັງບໍ່ທັນມີຄວາມເປັນເອກະພາບກັນ ລະຫວ່າງ ແຜນນະໂຍບາຍ, ລະບົບນະໂຍບາຍ ສໍາລັບວຽກງານທີ່ມີລັກສະນະກ່ຽວຂ້ອງ ການຫັນເປັນລະບອບລະບຽບການ ທາງດ້ານລັດ ສໍາລັບ VUFO ພາໃຫ້ເກີດມີສະພາບການທີ່ແຕ່ລະແຂວງດ ນະຄອນ ມີລະບົບນະໂຍບາຍຕ່າງກັນ, ຄວາມຮັບຮູ້ກ່ຽວກັັບການພົວພັນແລກປ່ຽນປະຊາຊົນ, ກ່ຽວກັບລັກສະນະຂອງອົງການຈັດຕັ້ງນີ້ກໍ່ຕ່າງກັນ. ດ້ານປັດໄຈອັດຕະວິໄສ, ປັດຈຸບັນກ້ອນກໍາລັງຂອງພວກເຮົາກໍ່ເຂັ້ມແຂງພໍສົມຄວນ ແຕ່ກໍ່ຍັງມີຂໍ້ຈໍາກັດຫຼາຍຢ່າງ. ນັ້ນແມ່ນ ຄວາຮັບຮູ້ທາງດ້ານການເມືອງ. ຄວາມເຂົ້າໃຈກ່ຽວກັບແນວທາງ, ພາລະໜ້າທີ່ ຂອງການພົວພັັນແລກປ່ຽນປະຊາຊົນ ແລະ VUFO ຍັງບໍ່ທັນເລິກເຊິ່ງ, ຄົບຖ້ວນ. ໃນສະພາບການອັນໃໝ່ ກໍ່ມີການພັດທະນາໃໝ່ຫຼາຍຢ່າງ ແຕ່ການຄົ້ນຄວ້າວິທະຍາສາດ, ການຮັບຮູ້ສະພາບການຂຶ້ນກັບຄູ່ຮ່ວມມື, ຂົງເຂດທີ່ພວກເຮົາຮັບຜິດຊອບກໍ່ຍັງບໍ່ທັນຖືກລະດັບ. ກ້ອນກໍາລັງມີຫຼາຍແຕ່ຍັງບໍ່ທັນເຂັ້ມແຂງ. ໃນບາງຂົງເຂດການເຄື່ອນໄຫວ ຍັງເຮັດໄປຕາມຂະບວນການ, ຂາດຄວາມເລິກເຊິ່ງ. ສິ່ງທີ່ຫຍຸ້ງຍາກທີ່ສຸດ ແມ່ນຢູ່ບ່ອນການເຄື່ອນໄຫວຂອງກະໂຕເຮົາເອງ ເພື່ອໃຫ້ທັນກັບຄວາມຮຽກຮ້ອງຂອງສະພາບການໃໝ່. ບົດຮຽນ ແຕ່ຄາວຍັງເປັນນັກສຶກສາ ຮຽນຢູ່ ໂຊຫວຽດ, ຂ້າພະເຈົ້າເລີ່ມຕົ້ນກ້າວໄປແບບງົງໆ (ເຄີ່ງໜ້າເຄີ່ງຫຼັງ) ທໍາອິດເຮັດວຽກພົວພັນແລກປ່ຽນປະຊາຊົນ ເມື່ອເຮັດວຽກຢູ່ຄະນະຊາວໜຸ່ມ ນະຄອນ ມົສກູ, ແຕ່ວ່າ, ເມື່ອເລີ່ມເຮັດວຽກຢູ່ VUFO ແຕ່ປີ 1992, ຂ້າພະເຈົ້າເລີ່ມຊອກຮູ້ກ່ຽວກັບ ແນວຄິດຂອງ “ລຸງ” ກ່ຽວກັບການພົວພັນແລກປ່ຽນປະຊາຊົນ, ກ່ຽວກັບຂະບວນວິວັດແຫ່ງການສໍາເລັດແນວທາງນະໂຍບາຍ, ແຜນນະໂຍບາຍ, ທິດນໍາ ການເຄື່ອນໄຫວຂອງພັກ ຕໍ່ກັບວຽກງານການພົວພັນແລກປ່ຽນປະຊາຊົນ ຜ່ນຫຼາຍໄລຍະ ແລະ ໂດຍສະເພາະແມ່ນຊອກຮູ້ການເຄື່ອນໄຫວວຽກງານພົວພັນແລກປ່ຽນປະຊາຊົນຕົວຈິງ ຂອງ ລຸງໂຮ່, ຂອງພັກ ແລະ ຂອງບັນດາຄົນລຸ້ນກ່ອນ. ນີ້ບໍ່ພຽງແຕ່ເປັນພາລະກິດເອກະລັກສະເພາະ ແຕ່ຍັງເປັນພາລະກິດທີ່ມິປະສິດທິຜົນ, ຍີ່ງໃຫຍ່ ແລະມີຫົວຄິດປະດິດສ້າງທີ່ສຸດ ຂອງພັກເຮົາ ໃນການພົວພັນສາກົນ. ປະເທດເຮົາເປັນປະເທດນ້ອຍໜື່ງ, ຢາກປະສົບຜົນສໍາເລັດໃນພາລະກິດການປະຕິວັດຕ້ອງມີນໍ້າໃຈສາມັກຄີສາກົນ, ໂດຍສະເພາະແມ່ນຕໍ່ກັບປະຊາຊົນບັນດາປະເທດ. ຢາກເຮັດໄດ້ຄືແນວນັ້ນ, ຕ້ອງຮູ້ເພີ່ນ, ຮູ້ເຮົາ, ຕ້ອງມີຄວນເຂົ້າໃຈກ່ຽວກັບວັດທະນະທໍາ, ພາສາຂອງປະເທດເພື່ອນມິດ; ຊອກຫາຈຸດທີ່ຄ້າຍຄືກັນ ເປີດເຜີຍອັນລວມ ເອົາຄວາມເປັນທໍາເປັນເຂັມທິດເຍືອງທາງ; ເອົາຄວາມພາກພຽນ, ຈິງໃຈເປັນເສັ້ນທາງເຂົ້າເຖິງ ແລະ ເອົາການເຄົາລົບເຊິ່ງກັນ ແລະ ກັນເປັນປະຖົມປັດໄຈໃນການເຈລະຈາ ແລະ ເອົາຄວາມມຸ່ງຫວັງລວມເພື່ອອະນາຕຄົດທີ່ດີງາມກວ່າເກົ່າ ເພື່ອກໍ່ສ້າງສ່ຍພົວອັນອັນຍາວນານ, ໝັ້ນແກ່ນນໍາກັນ. ຂ້າພະເຈົ້າຍາມໃດກໍ່ຈື່ຈໍາຄໍາສັ່ງສອນຂອງລຸງໂຮ່ ກ່ຽວກັບວຽກງານພົວພັນແລກປ່ຽນປະຊາຊົນສຸດທີ່ງ່າຍດາຍ ແຕ່ເລິກເຊີ່ງ, ນັ້ນແມ່ນ: “ພວກອາວຕ້ອງເວົ້າຄວາມຈິງ ແລະ ຈິງໃຈ ເພື່ອໃຫ້ໃຜຮູ້, ໃຜຮັກ ຫວຽດນາມ ແລ້ວຈະຮັກຫອມ, ສາມັກຄີ ແລະ ປົກປ້ອງຫວຽດນາມກວ່າເກົ່າ. ໃຜທີ່ຍັງບໍ່ຮູ້ ຫວຽດນາມ ກໍ່ຈະໄດ້ຮັບຮູ້, ເຂົ້າໃຈ ແລະ ມີໄມຕີຈິດນໍາອີກ, ຈາກນັ້ນຫັນມາເປັນຄວາມສາມັກຄີ, ສະໜັບສະໜູນ ຫວຽດນາມ. ໃຜຕໍ່ຕ້ານເຮົາຢ່າງດຸເດືອດ ແລະ ຫຼຸດຜ່ອນຄວາມຄຽດແຄ້ນໄປແມ່ນພວກອາວ, ພວກອາປະສົບຜົນສໍາເລັດແລ້ວ. ງ່າຍດາຍພຽງແຕ່ເທົ່ານັ້ນ ແຕ່ວ່ານັ້ນເປັນປັດສະຍາດຶງດູດໃຈຄົນ, ດຶງດູດຫົວໃຈ, ມັນສະໝອງ, ສິລະປະການຈັດຕັ້ງເຄື່ອນໄຫວກສນພົວພັນແລກປ່ຽນປະຊາຊົນ ເພື່ອລະດົມເພື່ອນມິດສະໜັບສະໜູນພາລະກິດອັນເປັນທໍາຂອງພວກເຮົາ. ການພົວພັນແລກປ່ຽນປະຊາຊົນ ແມ່ນການພົວພັນຂອງປະຊາຊົນ ກັບປະຊາຊົນ. ມັນມີຄວາມໝາຍສໍາຄັນທີ່ສຸດແມ່ນເອົາປະຊາຊົນເປັນແຮງຊຸກຍູ້ການພົວພັນ, ເອົາແຮງກົດດັນຈາກປະຊາຊົນເພື່ອກະຕຸ້ນໃຫ້ການນໍາປະເທດນັ້ນປ່ຽນແປງທ່າທາງຂອງເຂົາເຈົ້າໄປໃນທາງທີ່ມີປະໂຫຍດຕໍ່ ຫວຽດາມ. ບາງຄັ້ງການພົວພັນແລກປ່ຽນປະຊາຊົນໄດ້ໄປກ່ອນເພື່ອເປີດທາງ, ສົ່ງສານ, “ທົດສອບ” ປະຕິກິລິຍາ, ເມື່ອມີໂອກາດກໍ່ຊຸກຍູ້ການກະທໍາ, ສ້າງຂະບວນການສາມັກຄີກັບເຮົາ. ແນ່ນອນວ່າ ການພົວພັນແລກປ່ຽນປະຊາຊົນຈະສ້າງປະກົດການສັງຄົມທີ່ຕັ້ງໜ້າ, ຫາງສຽງມວນຊົນຂອງບັນດາປະເທດເພື່ອມິດເປັນໄປໃນທາງທີ່ດີ ເມື່ອໄດ້ຮັບການຕິດຕໍ່ກັບຄືນ ຈະກາຍເປັນກ້ອນກໍາລັງ “ຜູ້ໜຶ່ງຮຽກຮ້ອງ, ຮ້ອຍຄົນສະໜອງຕອບ” ມີກໍາລັງແຮງໜູນຫຼັງອັນແຮງກ້າໃຫ້ແກ່ເຮົາໃນສະໜາມຮົບ ກໍ່ຄືໃນການສະໜັບສະໜູນບັນດານະໂຍບາຍ ແລະ ແຜນນະໂຍບາຍຕ່າງໆຂອງພວກເຮົາໃນຍຸກແຫ່ງສັນຕິພາບ. ອາດເວົ້າໄດ້ວ່າ, ຫວຽດນາມ ເປັັນແວ່ນແຍງທີ່ມີມະນຸດສະທໍາ ແລະ ດີເດັ່ນທີ່ສຸດຂອງສາກົນ ໃນການພົວພັນສາກົນ ໃນວິທີການຫັນສັດຕູມາເປັນມິດ. ພວກເຮົາບໍ່ພຽງແຕ່ຊື່ສັດກັບເພື່ອນມິດ, ຊື່ກົງໃນທຸກເລື່ອງເຊິ່ງໂອບເອື້ອອາລີ, ຖືຄະຕິເຕືອນໃຈ ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ດີກັບວົງຄານະຍາດສາກົນ. ພວກເຮົາບໍ່ລືມອະດີດ ແຕ່ກໍ່ຈັນຍາບັນ ແລະ ສະຕິພຽງພໍ ເພື່ອທີ່ຈະບໍ່ພຽງແຕ່ຮູ້ໂຈະອະດີດໄວ້, ເບິ່ງໄປຍັງອະນາຄົດ ແຕ່ຍັງເວົ້າກັບໂລກໄດ້ວ່າ ອະດີດແມ່ນຄວາມຈິງ ສ່ວນອະນາຄົດແມ່ນຂື້ນກັບພວກເຮົາໝົດທຸກຄົນ.

ເພື່ອໃຫ້ທຸກຄົນໄດ້ຄິດຈາກເລື່ອງຂອງອະດີດ, ຖອດຖອນບົດຮຽນຈາກອະດີດ, ມີຄວາມຮັບຜີດຊອບຕໍ່ອະດີດໃນການປະພຶດກັບພວກເຮົາ ແລະ ບົນພື້ນຖານນັ້ນ ມີນໍ້າໃຈຮ່ວມມື, ເຄົາລົບ ແລະ ມີໄຊຊະນະຮ່ວມກັນໃນອະນາຄົດ. ເພື່ອໝູນໃຊ້ບັນດາບົດຮຽນ, ຄຸນຄ່ານັ້ນເຂົ້າໃນແຕ່ລະປະເທດ, ແຕ່ລະຄູ່ຮ່ວມມື, ການເຄື່ຶອນໄຫວຕ່າງໆ ລ້ວນແຕ່ຮຽກຮ້ອງໃຫ້ພະນັກງານເຮັດວຽກງານພົວພັນແລກປ່ຽນປະຊາຊົນຕ້ອງໄດ້ຮຽນຮູ້, ທຸ່ມເທກາຍໃຈ, ຍອມເສຍປຽບ ແລະ ຍອມຮັບຊີວິດການເປັນຢູ່ທີ່ຫຍຸ້ງຍາກ ເພື່ອຖືວ່າການພົວພັນແລກປ່ຽນປະຊາຊົນ ເປັນພາລະກິດຂອງຕົນ. ຂ້າພະເຈົ້າເຊື່ອວ່າກ້າວເຂົ້າສູ່ປີ 2019, ດ້ວຍການບູລະນະທາງດ້ານການນໍາພາຂອງ VUFO ຢູ່ອົງການປະຈໍາການ ແລະ ຄະນະປະທານ, ດ້ວຍບັນຍາກາດ ແລະ ຈິດໃຈອັນໃໝ ແລະ ການເຄື່ອນໄຫວຕະຫຼອດໄລຍະຊຸມປີຜ່ານມາ, ບັນດາລຸ້ນຄົນໃນປັດຈຸບັນທີ່ເຮັດວຽກງານພົວພັນແລກປ່ຽນປະຊາຊົນ ຢູ່ VUFO ຈະສ້າງວິລະກໍາອັນໃໝ່ຂຶ້ນມາ. ຂ້າພະເຈົ້າຂໍສົ່ງຄໍາອວຍພອນອັນຈິງໃຈ ເນື່ອງໃນໂອກາດປີໃໝ່ ຂໍໃຫ້ຜູ້ທີ່ເຮັດວຽກງານພົວພັນແລກປ່ຽນປະຊາຊົນທີ່ສູງສົ່ງນີ້ ຈົ່ງມີສຸຂະພາບແຂງແຮງ ແລະ ມີຄວາມຜາສຸກຕະຫຼອດປີ.

(​ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.