ປະທານ Kim Jong-un ໄດ້ໄປຢ້ຽມຢາມສະຖານທູດ ສປປ ເກົາຫຼີ ປະຈໍາ ສສ ຫວຽດນາມ

00:54 | 14/05/2019

ຍສໝ-ມື້ທໍາອິດມາຮອດຮ່າໂນ້ຍ, ໃນຕອນບ່າຍຂອງວັນທີ 26 ກຸມພາ, ປະທານ Kim Jong-un ໄດ້ໄປຢ້ຽມຢາມສະຖານທູດ ສປປ ເກົາຫຼີ ປະຈໍາ ສສ ຫວຽດນາມ.

ປະທານ Kim Jong-un ໄດ້ໄປຢ້ຽມຢາມສະຖານທູດ ສປປ ເກົາຫຼີ ປະຈໍາ ສສ ຫວຽດນາມ

ປະທານ Kim Jong-un ໄດ້ໄປຢ້ຽມຢາມສະຖານທູດ ສປປ ເກົາຫຼີ ປະຈໍາ ສສ ຫວຽດນາມ

ປະທານ Kim Jong-un ໄດ້ໄປຢ້ຽມຢາມສະຖານທູດ ສປປ ເກົາຫຼີ ປະຈໍາ ສສ ຫວຽດນາມ

ປະທານ Kim Jong-un ໄດ້ໄປຢ້ຽມຢາມສະຖານທູດ ສປປ ເກົາຫຼີ ປະຈໍາ ສສ ຫວຽດນາມ


ມື້ທໍາອິດມາຮອດຮ່າໂນ້ຍ, ໃນຕອນບ່າຍຂອງວັນທີ 26 ກຸມພາ, ປະທານ Kim Jong-un ໄດ້ໄປຢ້ຽມຢາມສະຖານທູດ ສປປ ເກົາຫຼີ ປະຈໍາ ສສ ຫວຽດນາມ ແລະ ຮຽກຮ້ອງໃຫ້ມີຄວາມພະຍາຍາມໃນການເພີ່ມພູນຄູນສ້າງການພົວພັນມິດຕະພາບ ແລະ ການຮ່ວມມືຢ່າງເລິກເຊິ່ງຂອງສອງພັກ ແລະ ສອງລັດ ລະຫວ່າງ ສປປ ເກົາຫຼີ - ຫວຽດນາມ.

ປະທານ Kim Jong-un ຈະຢ້ຽມຢາມຫວຽດນາມຢ່າງເປັນທາງການໃນລະຫວ່າງແຕ່ວັນທີ 1-2 ມີນາ ຫລັງຈາກກອງປະຊຸມສຸດຍອດກັບປະທານາທິບໍດີສະຫະລັດອາເມລິກາ ໄດ້ສິ້ນສຸດລົງ.

ກະຊວງການຕ່າງປະເທດ ຫວຽດນາມ ແລະ ສປປ ເກົາຫລີ ໄດ້ສ້າງການພົວພັນທາງການທູດໃນວັນທີ 31 ມັງກອນ 1950. ສອງປະເທດມີສາຍພົວພັນມິດຕະພາບ ແລະ ການຮ່ວມມືເປັນມູນເຊື້ອ. ສປປ ເກົາຫລີແມ່ນຫນຶ່ງໃນບັນດາປະເທດທໍາອິດທີ່ມີການສ້າງສາຍພົວພັນທາງການທູດກັບຫວຽດນາມ.

ນັບຕັ້ງແຕ່ວັນເວລາທີ່ສອງປະເທດໄດ້ຮັບການສ້າງຕັ້ງສາຍພົວພັນທາງການທູດມາຮອດປັດຈຸບັນ, ທັງສອງຝ່າຍໄດ້ມີການແລກປ່ຽນຄະນະຜູ້ແທນຂັ້ນສູງຫຼາຍກວ່າ 50 ຄະນະ (ຈາກຂັ້ນລັດຖະມົນຕີຂຶ້ນໄປ).

(ໄຊພອນ)

ເຫດການ
302 Found

Found

The document has moved here.