ທ່ານ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເດີນທາງໄປຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກໍາປູເຈຍ

00:54 | 14/05/2019

ຍສໝ-ໃນລະຫວ່າງວັນທີ 25 – 26 ກຸມພາ, ທ່ານ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເດີນທາງໄປຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກໍາປູເຈຍ.

ທ່ານ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເດີນທາງໄປຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກໍາປູເຈຍ

ທ່ານ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເດີນທາງໄປຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກໍາປູເຈຍ

ໃນການຢ້ຽມຢາມດໍາເນີນເປັນເວລາ 02 ວັນ ແຕ່ວັນທີ 25 – 26, ທ່ານ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຈະມີການເຈລະຈາກັບ ທ່ານ ພະບາດສົມເດັດພະບໍລົມມະນຽດ Sihamoni ແລະ ພະມະເຫສີ Norodom Monineath Sihanouk ກ່ອນທີ່ຈະມີການພົບປະກັບປະມຸກສົງ Tep Vong ແລະ ປະມຸກສົງ Bour Kry. ການນໍາຫວຽດນາມກໍຈະມີການພົບປະກັບ ທ່ານ Samdech Techo Hun Sen ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກກໍາປູເຈຍ, ທ່ານ Samdech Heng Samrin ປະທານສະພາແຫ່ງຊາດ ກໍາປູເຈຍ ແລະ ທ່ານ Samdech Say Chhum ປະທານສະພາສູງກໍາປູເຈຍ.

ໃນສະພາບການຂອງພາກພື້ນ ແລະ ໂລກ ທີ່ມີການເໜັງຕີງຄືໃນປັດຈຸບັນ, ການສືບຕໍ່ປັບປຸງ ແລະ ການເສີມຂະຫຍາຍສາຍພົວພັນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ ກໍ່ແມ່ນບູລິມະສິດໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ.

ການຢ້ຽມຢາມ ລາວ ແລະ ກໍາປູເຈຍ ຂອງ ທ່ານ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ປະທານປະເທດໃນຄັ້ງນີ້ຈະເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສາມປະເທດ ຫວຽດນາມ - ລາວ - ກໍາປູເຈຍ ຍິ່ງເລິກເຊິ່ງກວ່າອີກ.

(ໄຊພອນ)

ເຫດການ
302 Found

Found

The document has moved here.