ຫວຽດ​ນາມ ແລະ ບູ​ຖານ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

19:51 | 13/05/2019

ທ່ານ ປະທານສະພາສູງບູຖານຢັ້ງຢືນວ່າ ຫຼັງຈາກກັບເມືອປະເທດ, ທ່ານຈະແລກປ່ຽນເພື່ອໃຫ້ລັດຖະບານ ບູຖານສະໜັບສະໜູນ ຫວຽດນາມ ໃນການສະໝັກເລື້ອກຕັ້ງເປັນກຳມະການບໍ່ປະຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.

ຫວຽດ​ນາມ ແລະ ບູ​ຖານ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

ທ່ານ Tashi Dorji, ປະທານສະພາສູງ ລາຊະອານາຈັກ ບູຖານ ແລະ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ (ພາບ: chinhphu.vn)

ຕອນເຊົ້າວັນທີ 13 ພຶດສະພາ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານ Tashi Dorji, ປະທານສະພາສູງແຫ່ງ ລາຊະອານາຈັກ ບູຖານເຊິ່ງພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຂ່ຳນັບຊົມເຊີຍ ທ່ານປະທານສະພາສູງບູຖານ ທີ່ໄດ້ມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມວັນບຸນວິສາຂະບູຊາ Vesak ສະຫະປະຊາຊາດ 2019. ທ່ານນາຍົກລັດຖະມົນຕີ ຫວຽດນາມໄດ້ສະແດງຄວາມຫວັງວ່າ ທ່ານປະທານສະພາສູງ ບູຖານຈະຊຸກຍູ້ບາງເງື່ອນໄຂຢ່າງລະອຽດລະຫວ່າງສອງປະເທດ, ເພີ່ມທະວີການພົບປະຂັ້ນສູງ ແລະ ໃນທຸກຂັ້ນ, ໃນບັນດາຊ່ອງທາງລັດ, ສະພາແຫ່ງຊາດ, ພັກການເມືອງ, ທ້ອງຖິ່ນ ແລະ ການພົວພັນແລກປ່ຽນປະຊາຊົນ ເພື່ອເພີ່ມທະວີຄວາມຮັບຮູ້ ແລະ ຄວາມໄວເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະແດງຄວາມຫວັງຢາກຊຸກຍູ້ການຮ່ວມມືດ້ານກະສິກຳ, ວັດທະນະທຳ, ການທ່ອງທ່ຽວລະຫວ່າງສອງປະເທດ.

ສ່ວນທ່ານ Tashi Dorji ປະເທດສະພາສູງບູຖານໄດ້ຕີລາຄາສູງວຽກງານຈັດຕັ້ງວັນບຸນວິສາຂະບູຊາ Vesak ສະຫະປະຊາຊາດ 2019 ຂອງ ຫວຽດນາມ. ທ່ານ Tashi Dorji ເຫັນວ່າສອງຝ່າຍມີຫຼາຍຈຸດຄ້າຍຄືກັນກ່ຽວກັບ ທິວທັດທຳມະຊາດ, ສາສະໜາ, ມະນຸດ , ແມ່ນເງື່ອນໄຂສະດວກເພື່ອພັດທະນາການຮ່ວມມືລະຫວ່າງສອງປະເທດ. ທ່ານ ປະທານສະພາສູງ ບູຖານໃຫ້ຮູ້ວ່າ ບູຖານ ພວມຍູ້ແຮງການປະຕິຮູບ, ນຳໃຊ້ເຄື່ອງຈັກເຂົ້າການຜະລິດກະສິກຳ, ດັ່ງນັ້ນມີຄວາມຫວັງຈະຮ່ວມມືກັບ ຫວຽດນາມ ກ່ຽວກັບດ້ານກະສິກຳ. ທ່ານ ປະທານສະພາສູງບູຖານຢັ້ງຢືນວ່າ ຫຼັງຈາກກັບເມືອປະເທດ, ທ່ານຈະແລກປ່ຽນເພື່ອໃຫ້ລັດຖະບານ ບູຖານສະໜັບສະໜູນ ຫວຽດນາມ ໃນການສະໝັກເລື້ອກຕັ້ງເປັນກຳມະການບໍ່ປະຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.

ແລະ ກໍໃນຕອນບ່າຍຂອງວັນດໜວກັນ, ໍທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບ ແລະເຈລະຈາກັບທ່ານ Tashi Dorji ປະເທດສະພາສູງບູຖານ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນໄດ້ສະເໜີບູຖານ ຈົ່ງມີນະໂຍບາຍນູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຫວຽດນາມ ຊອກຫາໂອກາດດຳເນີນທຸລະກິດ ແລະ ລົງທຶນຢູ່ບູຖານ, ທ່ານນາງ ຫວັງວ່າ 2 ປະເທດຈະຮ່ວມມືທາງດ້ານການບິນ, ສ້າງນະຄອນແຮກສ່ຽວ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີ 2 ຝ່າຍລົງນາມໃນຂໍ້ຕົກລົງຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນທາງການທູດ ແລະ ທາງລັດຖະການໂດຍໄວ, ສະໜັບສະໜູນກັນບົນເວທີສາກົນ ແລະ ພາກພື້ນ....

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ
302 Found

Found

The document has moved here.