ທ່ານ ນາງ ຫງວ໋ຽນ ຖິເຟືອງງາ ໄດ້ຮັບຄວາມໄວ້ວາງໃຈ 100% ໃຫ້ເປັນປະທານ ສະຫະພັນອົງການມິດຕະພາບ ຫວຽດນາມ

00:54 | 13/05/2019

ຍສໝ - ດ້ວຍຄະແນນສຽງ 119/119 ເຫັນດີ, ທ່ານນາງ ຫງວ໋ຽນ ຖິເຟືອງງາ ເລຂາໜ່ວຍພັກສະຫະພັນ ໄດ້ຮັບຄວາມໄວ້ວາງໃຈຈາກກອງປະຊຸມ ໃຫ້ຮັບຕຳແໜ່ງ ປະທານ ສະຫະພັນອົງການມິດຕະພາຫວຽດນາມ ສະໄໝ ປີ2013-2018.

ຕອນເຊົ້າຂອງວັນທີ 10 ມັງກອນ ຢູ່ຮ່າໂນ້ຍ ສະຫະພັນອົງການມິດຕະພາບ ຫວຽດນາມ (ສະຫະພັນມິດຕະພາບ) ໄດ້ຈັດກອງປະຊຸມ ຄະນະປະທານ ສະໄໝ ທີ V (2013-2018) ຄັ້້ງທີ 7.

ທີ່ກອງປະຊຸມ ສະຫະພັນມິດຕະພາບ ໄດ້ຈັດຕັ້ງການປ່ອນບັດໄວ້ວາງໃຈ ນຳສະເໜີຊື່ປະທານສະຫະພັນ ສະໄໝປີ 2013-2018.

ທ່ານ ນາງ ຫງວ໋ຽນ ຖິເຟືອງງາ ໄດ້ຮັບຄວາມໄວ້ວາງໃຈ 100% ໃຫ້ເປັນປະທານ ສະຫະພັນອົງການມິດຕະພາບ ຫວຽດນາມ

ຄະນະປະທານມອບດອກໄມ້ຍິນດີກັບ ປະທານຄົນໃໝ່ຂອງສະຫະພັນ.

ເຂົ້າຮ່ວມກອງປະຊຸມປະກອບມີ: ສະຫາຍນາງ ຫງວ໋ຽນ ຖິເຟືອງງາ, ເລຂາໜ່ວຍພັກສະຫະພັນມິດຕະພາບ ແລະ ບັນດາຕ່າງໜ້າການນຳຂອງບັນດາກະຊວງ, ອົງການ, ຂະແໜງການຈາກສູນກາ ແລະ ບັນດາຄະນະປະທານ ສະຫະພັນມິດຕະພາບ VUFO.

ກ່າວຄຳເຫັນໃນພິທີເປີດກອງປະຊຸມ, ຮອງປະທານ-ເລຂາທິການສະຫະພັນມິດຕະພາບ ທ່ານ ໂດນ ຕົ໋ນຟອງ ໄດ້ໃຫ້ຮູ້ວ່າ: ປີ 2018 ແມ່ນປີສຸດທ້າຍຂອງສະໄໝປີ 2013-2018. ນອກຈາກວຽກງານການຈັດຕັ້ງປະຕິບັດແຜນການປີ 2018, ສະຫະພັນມິດຕະພາບຍັງຕ້ອງໄດ້ສະຫຼຸບ, ຕີລາຄາ ວຽກງານການຈັດຕັ້ງປະຕິບັດ ສະໄໝທີ 5 , ວາງທິດທາງ ແລະ ແຜນການ ສະໄໝ ທີ 6 (2018-2023). ສະຫະພັນມິດຕະພາບ ໄດ້ ແລະ ກຳລັງປະສານສົມທົບກັບ ຄະນະພົວພັນສູນກາງ ແລະ ບັນດາອົງການທີ່ກ່ຽວຂ້ອງ ສະຫຼຸບ 10ປີ ການຈັດຕັ້ງປະຕິບັດ ຄຳສັ່ງ ເລກທີ 28. ຄະນະປະຈຳສະຫະພັນມິດຕະພາບ ຈະລາຍງານຕໍ່ຄະນະປະທານ ກ່ຽວກັບສະພາບການສະຫຼຸບຜົນສຳເລັດ ຂອງ ຄຳສັ່ງເລກທີ 28, ສະພາບການຈັດກອງປະຊຸມໃຫຍ່ ຄັ້ງ ທີ VI ໃນກອງປະຊຸມຄັ້ງນີ້.

ທ່ານ ຟອງ ເນັ້ນໜັກວ່າ: ບົນພື້ນຖານຄຳຄິດຄຳເຫັນ ຂອງ ຄະນະປະທານ, ຄະນະປະຈຳ ແລະ ຄະນະປະຈຳສະຫະພັນມິດຕະພາບ ຈະສືບຕໍ່ຜັນຂະຫຍາຍບັນດາວຽກງານທີ່ຈຳເປັນຮີບດ່ວນ, ກໍ່ສ້າງບັນດາແຜນງານ, ແຜນການເຮັດວຽກທີ່ຮັບປະກັນ ການປະຕິບັດພາລະກິດ ໃນປີ 2019, ຈຸດໃຈກາງແມ່ນ ກອງປະຊຸມໃຫຍ່ຄັ້ງທີ VI ແລະ ທິດທາງແຜນການຂອງປີຕໍ່ໄປ.

ທ່ານ ນາງ ຫງວ໋ຽນ ຖິເຟືອງງາ ໄດ້ຮັບຄວາມໄວ້ວາງໃຈ 100% ໃຫ້ເປັນປະທານ ສະຫະພັນອົງການມິດຕະພາບ ຫວຽດນາມ

ການປ່ອນບັດໄວວາງໃຈປະທານສະຫະພັນມິດຕະພາບຫວຽດນາມ.

ສະແດງຄວາມຂອບໃຈເມື່ອໄດ້ຮັບຄວາມໄວວາງໃຈຮັບຕຳແໜ່ງປະທານ ສະຫະພັນມິດຕະພາບ, ທ່ານນາງ ຫງວ໋ຽນ ເຟືອງງາ ແບ່ງປັນວ່າ: ກ່ອນໜ້ານີ້ 1 ເດືອນ, ທ່ານໄດ້ຮັບຄວາມໄວວາງໃຈຈາກ ຄະນະເລຂາສູນກາງພັກ ເຊື່ອໝັ້ນ ມອບໜ້າທີ່ ເປັນເລຂາໜ່ວຍພັກສະຫະພັນ. ທ່ານນາງ ຫງາ ເວົ້າວ່າ ນີ້ແມ່ນຄວາມເປັນກຽດທີ່ຂອງຕົວທ່ານເອງ, ພ້ອມກັນນັ້ນກໍ່ແມ່ນໜ້າທີ່ອັນຍິ່ງໃຫຍ່ແລະ ໜັກໜ່ວງ ຍ້ອນສະຫະພັນ ມິດຕະພາບ ແມ່ນໜື່ງໃນອົງການຮັບຜິດຊອບ, ຢືນຢູ່ໃນແຖວໜ້າຂອງ ການພົວພັນປະຊາຊົນ, ແມ່ນ ໜຶ່ງໃນ 3 ຂາກຽງ ຂອງການຕ່າງປະເທດຫວຽດນາມ.

ທ່ານ ນາງ ຫງວ໋ຽນ ຖິເຟືອງງາ ໄດ້ຮັບຄວາມໄວ້ວາງໃຈ 100% ໃຫ້ເປັນປະທານ ສະຫະພັນອົງການມິດຕະພາບ ຫວຽດນາມ

ທ່ານນາງ ຫງວ໋ຽ ເຟືອງງາ ປະທານສະຫະພັນອົງການມິດຕະພາບຫວຽດນາມຄົນໃໝ່.

ທ່ານນາງ ງາ ໄດ້ແບ່ງປັນຕື່ມອີກວ່າ: “ ພາຍຫຼັງ 1 ເດືອນ ຮັບໜ້າທີ່ ເຮັດວຽກຢູ່ ສະຫະພັນ ເຮັດໃຫ້ຂ້າພະເຈົ້າຮູ້ສືກຢ່າງເລິກເຊິ່ງຂື້ນຕື່ມ ກ່ຽວກັບການພົວພັນປະຊາຊົນ, ກ່ຽວກັບບົດບາດ ໜ້າທີ່ຂອງສະຫະພັນ ແລະ ບັນດາອົງການສະມາຊິກ ກໍ່ຄື ບັນດາສິ່ງທ້າທາຍ ທີ່ ສະຫະພັນ ແລະ ບັນດາອົງການສະມາຊິກກຳລັງຕ້ອງໄດ້ປະເຊີນໜ້າ, ພິເສດແມ່ນ ໃນສະພາບການໂລກກຳລັງ ປ່ຽນແປງຢ່າງສັບສົນສົນ ແລະ ບໍ່ອາດຈະຄາດຄະເນໄດ້. ພ້ອມກັນນັ້ນ, ຂ້າພະເຈົ້າກໍ່ຮູ້ສຶກເລິກເຊິ່ງເຖິງຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຂອງ ບັນຖັນແຖວພະນັກງານ, ບຸກຄະລາກອນ ຂອງ ອົງການປະຈຳ ແລະ ບັນດາສະມາຊິກ ແລະ ຄວາມຄາດຫວັງທີ່ຈະອຸທິດຕົນ ເສີມຂະຫຍາຍບົດບາດ ໃນຂົງເຂດ ການທູດປະຊາຊົນ, ເສີມສ້າງນຳ້ໃຈມິດຕະພາບ ກັບປະຊາຊົນບັນດາປະເທດ ແລະ ເປີດກວ້າງ ຕະຄ່າຍ ເພື່ອນມິດສາກົນ, ປະກອບສ່ວນເຂົ້າໃນການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ”.

ປະຫວັດຫຍໍ້ການເຄື່ອນໄຫວການເຮັດວຽກງານ ຂອງສະຫາຍ ນາງ ຫງວ໋ຽນ ເຟືອງງາ

11/1988 – 05/1991: ກະຊວງການຕ່າງປະເທດ ຫວຽດນາມ ຮັບເຂົ້າເຮັດວຽກ ແລະ ມອບໃຫ້ຮັບຜິດຊອບວຽກຢູ່ ກົມຂ່າວສານໜັງສືພິມ-ກະຊວງການຕ່າງປະເທດ.

05/1991 – 08/1995: ພະນັກງານວິຊາການ ຢູ່ ກົມ ຂ່າວສານໜັງສືພິມ-ກະຊວງການຕ່າງປະເທດ.

08/1995 – 08/1998: ຕ່າງໜ້າໜັງສືພິມ - ສະຖານທູດຫວຽດນາມ ປະຈຳ ປະເທດໄທ.

09/1998 – 11/2001: ພະນັກງານວິຊາການ ຢູ່ ກົມຂ່າວສານໜັງສືພິມ-ກະຊວງການຕ່າງປະເທດ.

11/2001 – 01/2003: ວ່າການ ຮອງຫົວໜ້າກົມ- ກົມຂ່າວສານໜັງສືພິມ-ກະຊວງການຕ່າງປະເທດ.

01/2003 – 11/2004: ຮອງຫົວໜ້າກົມ- ກົມຂ່າວສານໜັງສືພິມ-ກະຊວງການຕ່າງປະເທດ.

ຄະນະພັກ ກົມຂ່າວສານໜັງສືພິມ ປີ 2001-2002, 2002-2003; ເລຂາໜ່ວຍພັກ ກົມ ຂ່າວສານ-ໜັງສືພິມ 2003-2004

11/2004 – 11/2007: ທີ່ປືກສາທູດ, ຫຼັງຈາກນັ້ນ(ແຕ່11/2006) ເປັນທີ່ປຶກສາທູດຫວຽດນາມ ປະຈຳ ປະເທດເບວຍ້ຽມ; ລຸກແຊມບົວ ແລະ ຄະນະຫວຽດນາມຮ່ວມກັບປະຊາຄົມ ເອີຣົບ.

11/2007 – 07/2009: ຮອງຫົວໜ້າກົມຂ່າວສານ-ໜັງສືພິມ ກະຊວງການຕ່າງປະເທດ.

07/2009 – 09/2011: ຫົວໜ້າກົມ - ກົມຂ່າວສານ-ໜັງສືພິມ, ໂຄສົກກະຊວງການຕ່າງປະເທດ.

09/2011 – 10/2014: ຮອງລັດຖະມົນຕີ, ກຳມະການຄະນະພັກ ກະຊວງການຕ່າງປະເທດ.

10/2014 – 06/2018: ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານທູດ, ຫົວໜ້າຄະນະຕ່າງໜ້າຜູ້ປະຈຳການ ຫວຽດນາມ ປະຈຳ ສະປະຊາຊາດ, ນິວຢອກ.

07/2018 – ປະຈຸບັນ: ຮອງລັດຖະມົນຕີກະຊວງການຕ່າງປະເທດ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.