ສະຫະພັນອົງການມິດຕະພາບຫວຽດນາມ ສະໄໝ 2013-2018: ການເຄື່ອນໄຫວການທູດປະຊາຊົນ ອັນຟົດຟື້ນ

00:54 | 13/05/2019

ຍສໝ - ການເຄື່ອນໄຫວທີ່ມີຄວາມຟົດຟື້ນ, ເຊື່ອມຊືມແນວທາງ “ຕື່ນຕົວ, ຄ່ອງແຄ້ວ, ປະດິດສ້າງ, ມີປະສິດທິຜົນ”, ກຳແໜ້ນບັນດາແນວທາງ, ຄຳສັ່ງ, ດຳລັດ ຂອງພັກ, ລັດ ກ່ຽວຂ້ອງກັບວຽກງານການທູດປະຊາຊົນ, ສະຫະພັນມິດຕະພາບບັນລຸໄດ້ບັນດາຜົນສຳເລັດອັນໜ້າເພິ່ງພໍ່ໃຈ, ຮອບດ້ານໃນທຸກໆຂົງເຂດການເຄື່ອນໄຫວຂອງຕົນ.

ສະຫະພັນອົງການມິດຕະພາບຫວຽດນາມ ສະໄໝ 2013-2018: ການເຄື່ອນໄຫວການທູດປະຊາຊົນ ອັນຟົດຟື້ນ

ທ່ານ ໂດນ ຕ໋ວນຟອງ ຮອງປະທານທັງເປັນເລຂາທິການໃຫຍ່ ສະຫະພັນອົງການມິດຕະພາບຫວຽດນາມ.

ສະຫະພັນອົງການມິດຕະພາບຫວຽດນາມ ສະໄໝ 2013-2018: ການເຄື່ອນໄຫວການທູດປະຊາຊົນ ອັນຟົດຟື້ນ, ທ່ານ ໂດນ ຕ໋ວນຟອງ ຮອງປະທານທັງເປັນເລຂາທິການໃຫຍ່ ສະຫະພັນອົງການມິດຕະພາບຫວຽດນາມ ໄດ້ກ່າວວ່າ:

ດ້ວຍບົດບາດເປັນອົງການການຈັດຕັ້ງ ການເມືອງ-ສັງຄົມ, ຮັບຜິດຊອບດ້ານການທູດປະຊາຊົນ, ໃນສະໄໝທີ່ຜ່ານມາ, ສະຫະພັນມິດຕະພາບຫວຽດນາມ(ສະຫະພັນມິດຕະພາບ) ຮ່ວມກັບບັນດາອົງການຮັບຜິດຊອບ ການທູດຂອງພັກ ແລະ ການຕ່າງປະເທດຂອງລັດຖະບານ ໄດ້ຊຸກຍູ້ຮອບດ້ານບັນດາການເຄື່ອນໄຫວຢ່າງຕັ້ງໜ້າ ແລະ ເຂັ້ມແຂງ, ປະກອບສ່ວນເຂົ້າໃນຜົນສຳເລັດອັນໜ້າເພິ່ງພໍໃຈ, ປະກອລສ່ວນເຂົ້າໃນພະລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ, ຍົກສູງພາບລັກ ແລະ ບົດບາດຂອງຫວຽດນາມບົນເວທີສາກົນ.

ໜຶ່ງສະໄໝ 2013-2018 ຂອງການເຄື່ອນໄຫວທີ່ມີຄວາມຟົດຟື້ນ, ເຊື່ອມຊືມແນວທາງ “ຕື່ນຕົວ, ຄ່ອງແຄ້ວ, ປະດິດສ້າງ, ມີປະສິດທິຜົນ”, ກຳແໜ້ນບັນດາແນວທາງ, ຄຳສັ່ງ, ດຳລັດ ຂອງພັກ, ລັດ ກ່ຽວຂ້ອງກັບວຽກງານການທູດປະຊາຊົນ, ສະຫະພັນມິດຕະພາບບັນລຸໄດ້ບັນດາຜົນສຳເລັດອັນໜ້າເພິ່ງພໍ່ໃຈ, ຮອບດ້ານໃນທຸກໆຂົງເຂດການເຄື່ອນໄຫວຂອງຕົນ.

ຊຸກຍູ້ ແລະ ຕື່ນຕົວປຸກລະດົມ, ຍົກສູງປະສິດທຜົນຂອງການນຳໃຊ້ ໂຄງການຊ່ວຍ ແລະ ເຂົ້າຮ່ວມໃນການຄຸ້ມຄອງເປັນຢ່າງດີການເຄື່ອນໄຫວຂອງອົງການ ທີ່ບໍ່ຂື້ນກັບລັດຖະບານຕ່າງປະເທດ ຢູ່ ຫວຽດນາມ.

ເຖິງວ່າຈະມີຫຼາຍປັດໃຈພາຍນອກທີ່ບໍ່ສະດວກໃຫ້ແກ່ການບໍລິຫານການຊ່ວຍເຫຼືອ, ດ້ວຍຄວາມມານະພະຍາຍາມຂອງ ສະຫະພັນມິດຕະພາບ ແລະ ຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງໃໝ່ໆ ເຂົ້າມາຫວຽດນາມ ແລະ ມູນຄ່າຂອງການຊ່ວຍເຫຼືອ ບໍ່ຂື້ນກັບລັດຖະບານຕ່າງປະເທດກໍ່ຍັງໄດ້ຮັບການຮັກສາຄືເກົ່າ. ໃນສະໄໝທີ່ຜ່ານມາ, ມູນຄ່າລວມຂອງການຊ່ວຍເຫຼືອຂອງອົງການຕ່າງປະເທດບໍ່ຂື້ນກັບລັດຖະບານ ບັນລຸໄດ້ 1,434 ຕື້ໂດລາສະຫະລັດ, ສຸມໃສ່ບັນດາຂົງເຂດເປັນຕົ້ນແມ່ນ: ສາທາລະນະສຸກ, ການສຶກສາ, ພັດທະນາເສດຖະກິດ, ແກ້ໄຂບັນຫາສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງສະພາບອາກາດ, ກໍ່ສ້າງຄວາມສາມາດໃຫ້ແກ່ບັນດາຄູ່ຮ່ວມມືຫວຽດນາມ.

ສະຫະພັນມິດຕະພາບໄດ້ຮັບການຊ່ວຍເຫຼືອຢ່າງຕໍ່ເນື່ອງ, ເຊື່ອມຕໍ່ບັນດາອົງການຈັດຕັ້ງ, ຄູ່ຮ່ວມມືກັບບັນດາທ້ອງຖິ່ນ ແລະ ກະຊວງ, ຂະແໜງການ. ໃນໄລຍະແຕ່ປະ 2013 ມາຮອດປະຈຸບັນ, ສະຫະພັນມິດຕະພາບ ໄດ້ປະສານສົມທົບກັນຈັດກອງປະຊຸມສົ່ງເສີມ ລະດົມການຊ່ວຍເຫຼືອ ແລະ ສ້າງເງື່ອນໄຂໃຫ້ແກ່ບັນດາທ້ອງຖິ່ນໂດຍກົງ, ເຮັດວຽກໂດຍກົງກັບບັນດາອົງການບໍ່ຂື້ນກັບລັດຖະບານເພື່ອແລກປ່ຽນ, ແບ່ງປັນ ກ່ຽວກັບຄວາມຮຽກຮ້ອງຕ້ອງການ ແລະ ບູລິມະສິດຂອງທ້ອງຖິ່ນ. ພ້ອມກັນນັ້ນ ຜ່ານກົນໄກລວມສູນຂໍ້ມູນຂ່າວສານ ອົງການຕ່າງປະເທດບໍ່ຂື້ນກັບລັດຖະບານ, ສະຫະພັນມິດຕະພາບ ໄດ້ມີຄວາມຕື່ນຕົວບໍລິຫານຢ່າງມີປະສິດທິຜົນ ບັນດາການຊ່ວຍເຫຼືອສຸກເສີນຂອງບັນດາອົງການຈັດຕັ້ງສາກົນ, ອົງການບໍ່ຂື້ນກັບລັດຖະບານຊ່ວຍເຫຼືອໃຫ້ແກ່ບັນດາພໍ່ແມ່ປະຊາຊົນໃຫ້ແກ່ປະຊາຊົນເຂດໄດ້ຮັບຜົນກະທົບ, ຄວາມຕ້ອງການສະເພາະໜ້າ, ການຊ່ວຍເຫຼືອຟື້ນຟູ ແລະ ຮັບມືກັບໄພທຳມະຊາດ.

ທືນຊ່ວຍເຫຼືອໃນໄລຍະຜ່ານມາໄດ້ຮັບການຕີລາແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ, ທືນຊ່ວຍເຫຼືອໄປຮອດຮາກຖານ ແລະ ຮອບປະຊາຊົນໂດຍກົງ, ໄດ້ນຳໃຊ້ຢ່າງມີປະສິດທິຜົນ, ປະກອບສ່ວນຕົວຈິງເຂົ້າໃນວຽກງານການຫຼຸດຜ່ອນຄວາມທຸກຢາກ, ຟື້ນຟູຜົນສະທ້ອນຂອງສົງຄາມ, ໄພທຳມະຊາດ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ພັດທະນາເສດຖະກິດ-ສັງຄົມ.

ເພີ່ມທະວີບາດກ້າວຂອງການຄົ້ນຄວ້າຂໍ້ມູນຂ່າວສານກ່ຽວກັບການຕ່າງປະເທດ.

ກ່ຽວກັບວຽກງານການຕ່າງປະເທດ, ຜ່ານການເຂົ້າຮ່ວມເຮັດວຽກຕົວຈິງ, ສຳມະນາ, ບັນດາການເຄື່ອນໄຫວການຕ່າງປະເທດອັນຍິ່ງໃຫຍ່, ສຳຄັນ..., ສະຫະພັນມິດຕະພາບໄດ້ອັບເດດຂໍ້ມູນຂ່າວສານໃຫ້ແກ່ເພື່ອນມິດສາກົນ ກ່ຽວກັບພາລັກຂອງຫວຽດນາມ, ຂະບວນການປ່ຽນແປງໃໝ່, ນະໂຍບານການຕ່າງປະເທດຂອງຫວຽດນາມ ແລະ ສາຍພົວພັນຂອງຫວຽດນາມ ກັບບັນດາປະເທດໃນພາກພື້ນກໍ່ຄືໃນໂລກ. ຕໍ່ຈາກນັ້ນໄດ້ສ້າງເງື່ອນໄຂໃຫ້ເພື່ອນມິດສາກົນ ໃນມີຫຼາຍທ່ານ, ອົງການທີ່ມີຜົນກະທົບ, ນັກຂ່າວຫຼາຍຄົນ, ນັກຮຽນຮູ້, ເພື່ອນມິດສາກົນ ມີການກະທົບໃດໜຶ່ງເຖິງການເມືອງ ແລະ ມວນຊົນ ຢູ່ ບັນດາປະເທດ ເຫັນໄດ້ຢ່າງປະຈັກຕາ ຮູບປ່ຽນແປງໃໝ່ຂອງຫວຽດນາມ ໃນພູມມິພາກ, ກໍ່ຄືຄວາມຫຍຸ້ງຍາກ, ທ້າທາຍ ທີ່ປະຊາຊົນຫວຽດນາມ ກຳລັງປະເຊີນຢູ່ໃນປະຈຸບັນ.

ເພື່ອຍົກສູງປະສິດທິຜົນຂອງການເຄື່ອນໄຫວ ຂອງວຽກງານຂ່າວສານການຕ່າງປະເທດ, ສະຫະພັນມິດຕະພາບ ໄດ້ເພີ່ມທະວີ ບັນດາເຄື່ອງມືຂອງຂ່າວສານ ແລະ ສື່ສານມວນຊົນ, ພິເສດແມ່ນບັນດາເຄື່ອງມືທີ່ເປັນພາສາຕ່າງປະເທດ. ໜັງສືພິມເທີ່ຍດ້າຍດ ວາລະສານມິດຕະພາບ ແລະ ໜັງສືພິມອອນລາຍ tapchihuunghi.vn, ໜັງພິມອອນລາຍ vufo.org.vn, ຂ່າວ ແລະ ໜ້າໜັງສືພິມອອນລາຍ vpdf.org.vn ຂອງກອງທືນ ສັນຕິພາບ ແລະ ພັດທະນາ ຫວຽດນາມ, ບັນດາວາລະສານ, ຂ່າວ, ເອກກະລັກຂອງອົງການສະມາຊິກເປັນຕົ້ນແມ່ນ: ວາລະສານ ຫວຽດ-ອາເມລິກາ, ວາລະສານແບັກເຢືອງ, ຂ່າວ ຫວຽດ-ຝລັ່ງ, ເອກກະລັກ ຫວຽດ-ຢີປຸ່ນ... ແລະ ຂ່າວສານ, ໜັງສືພິມອອນລາຍຂອງສະຫະພັນມິດຕະພາບທ້ອງຖິ່ນ ໄດ້ປະກອບສ່ວນອັນຕັ້ງໜໜ້າເຂົ້າໃນການສະໜອງຂໍ້ມູນຂ່າວສານອັນໃໝ່ໆກ່ຽວກັບບັນຫາພາຍໃນປະເທດ, ສາກົນ, ພິເສດແມ່ນນະໂບບາຍການຕ່າງປະເທດ ຂອງພັກ ແລະ ລັດຖະບານຫວຽດນາມ; ກ່ຽວກັບການເຄື່ອນໄຫວການທູດປະຊາຊົນ, ຂະບວນການປະຊາຊົນບັນດາປະເທດ, ສາຍພົວພັນສັນຕິພາບ, ສາມັກຄີ, ມິດຕະພາບຂອງປະຊາຊົນ ຫວຽດນາມ ກັບປະຊາຊົນໃນໂລກ ກໍ່ຄືການເຄື່ອນໄຫວລະດົມການຊ່ວຍເຫຼືອຈາກອົງການຕ່າງປະເທດບໍ່ຂື້ນກັບລັດຖະບານ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ. ປະຈຸບັນ ໜັງສືພິມອອນລາຍ ຂອງສະຫະພັນມິດຕະພາບ ມີພາກພາສາ ອັງກິດ, ພາສາຈີນ, ພາສາລັດເຊຍ, ພາສາ ລາວ ແລະ ພາສາກຳປູເຈຍ ໄດ້ເຄື່ອນໄຫວຢ່າງໝັ້ນຄົງ ດ້ວຍຈຳນວນການເຂົ້າອ່ານນັບມື້ນັບເພີ່ມຂື້ນ, ປະກອບສ່ວນອັນຕັ້ງໜ້າໃນວຽກງານຂ່າວສານ, ໂຄສານາແນວທາງນະໂຍບາຍ ຂອງພັກ, ລັດ, ກ່ຽວກັບປະເທດ, ຄົນຫວຽດນາມ ແລະ ການເຄື່ອນໄຫວຂອງສະຫະພັນມິດຕະພາບ ແລະ ບັນດາອົງການສະມາຊິກ ເຖິງເພື່ອນມິດສາກົນ.

ເຊື່ອມຕໍ່ກັບບັນດາຜົນສຳເລັດອັນໜ້າເພິ່ງພໍໃຈໃນສະໄໝທີ່ຜ່ານມາ, ຊຸກຍູ້ການທູດປະຊາຊົນ ໃນອານາຄົດ, ສະຫະພັນມິດຕະພາບສືບຕໍ່ ກຳແໜ້ນບັນດາພາລະກິດອັນສຳຄັນ ແລະ ຍູ້ແຮງຮອບດ້ານບັນດາການເຄື່ອນໄຫວຂອງວຽກງານການທູດປະຊາຊົນ ກັບບັນດາພາລະກິດຕົວຈິງ.

ໜຶ່ງ, ສືບຕໍ່ປັບປຸງ, ເປີດກວ້າງ, ພັດທະນາຕາມລວງເລິກ ບັນດາເຄືອຄ່າຍເພື່ອນມິດ ແລະ ຄູ່ຮ່ວມມືສາກົນ; ຕື່ນຕົວເຂົ້າຮ່ວມບັນດາກົນໄກຫຼາຍຝ່າຍທີ່ສຳຄັນ:

ສະຫະພັນມິດຕະພາບສືບຕໍ່ຈັດຕັ້ງປະຕິບັດບັນດາກົນໄກປະສານສົມທົບເພື່ອແນໃສ່ຍູ້ແຮງສາຍພົວພັນປະຊາຊົນ ກັບບັນດາປະເທດໄກ້ຄຽງ, ອາຊຽນ; ບັນດາປະເທດຄູ່ຮ່ວມມື, ເພື່ອນມິດອັນເກົ່າແກ່; ບັນດາປະເທດຄູ່ຮ່ວມມືຍຸດທະສາດ, ບັນດາປະເທດໃຫຍ່ຕາມທິດທາງກໍ່ສ້າງຂອງເຂດການຮ່ວມມືໝັ້ນຄົງ, ຕົວຈິງ, ລົງສູ່ລວງເລິກ. ເພີ່ມທະວີການເຄື່ອນໄຫວຂ່າວສາານ, ການສຶກສາມວນຊົນ, ຍູ້ແຮງບັນດາການເຄືອ່ນໄຫວແລກປ່ຽນ, ຮ່ວມມື, ຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງ ບັນດາທ້ອງຖິ່ນຂອງຫວຽດນາມ ກັບບັນດາປະເທດ, ຈັດຕັ້ງບັນດາເວທີພົບປະ, ສະເຫຼີມສະຫຼອງປະຊາຊົນ ທັງຢູ່ສູນກາງ ແລະ ທ້ອງຖິ່ນດ້ວຍເນື້ອໃນຄຸນລັກສະນະຕົວຈິງຂື້ນກວ່າເກົ່າ ເພື່ອແນໃສ່ປັບປຸງນຳ້ໃຈມິດຕະພາບ, ມີຄຸນລັກສະນະກໍ່ສ້າງ, ເຊື່ອໝັ້ນ, ປະກອບສ່ວນຊຸກຍູ້ຢ່າງມີປະສິດທິຜົນບັນດາສາຍພົວພັນຮ່ວມມືຮອບດ້ານໃນທຸກໆຂົງເຂດ; ເພີ່ມທະວີບັນດາກົນໄກການເຈລະຈາ, ແລກປ່ຽນຕົວຈິງ, ກໍ່ສ້າງ; ຊຸກຍູ້ບັນດາການເຄື່ອນໄຫວການທູດປະຊາຊົນໃນຂອບເຂດອາຊຽນ, ປະກອບສ່ວນຕົວຈິງໃນການກໍ່ສ້າງປະຊາຄົມອາຊຽນ, ພິເສດແມ່ນໃນສະພາບທີ່ຫວຽດນາມຈະເປັນປະທານອາຊຽນປີ2020;ປະສານສົມທົບບັນດາການເຄື່ອນໄຫວໃນຂອບເຂດວັນຄົບຮອບກໍ່ສ້າງສາຍພົວພັນການທູດລະຫວ່າງ ຫວຽດນາມກັບບັນດາປະເທດຄູ່ຮ່ວມມື.

ສອງ, ເພີ່ມທະວີ ແລະ ຍົກສູງປະສິດທິຜົນຂອງວຽກງານອົງການຕ່າງປະເທດບໍ່ຂື້ນກັບລັດຖະບານ:

ໃນຕໍ່ໜ້າເພື່ອເພີ່ມທະວີປະສິດທິຜົນວຽກງານອົງການຕ່າງປະເທດບໍ່ຂື້ນກັບລັດຖະບານ, ສະຫະພັນມິດຕະພາບສືບຕໍ່ເຊື່ອມຊືມຈັດຕັ້ງປະຕິບັດບັນດາເອກກະສານຊີ້ນຳ ກ່ຽວຂ້ອງກັບວຽກງານ ອົງການຕ່າງປະເທດທີ່ບໍ່ຂື້ນກັບລັດຖະບານ; ສຸມໃສ່ການເຊື່ອມຊືມ, ຊີ້ນຳ ແລະ ຜັນຂະຫຍາຍປະຕິບັດບັນດາລະບຽບກົດໝາຍ ແລະ ເພີ່ມທະວີວຽກງານການກວດກາ, ກວດສອບ ຂອງຄະນະກຳມະການປະຕິບັດງານ ກ່ຽວກັບບັນດາອົງການຕ່າງປະເທດທີ່ບໍ່ຂື້ນກັບລັດຖະບານ ກ່ຽວຂ້ອງກັບການເຄື່ອນໄຫວຂອງບັນດາອົງການຕ່າງປະເທດທີ່ບໍ່ຂື້ນກັບລັດຖະບານ. ສືບຕໍ່ປະຕິບັດເປັນຢ່າງດີໜ້າທີ່ເປັນອົງການຄະນະປະຈຳຂອງຄະນະກຳມະການ, ປະສານສົມທົບກັບບັນດາອົງການເຂົ້າຮ່ວມກົນໄກຄະນະກຳມະການເພື່ອນຳສະເໜີບັນດາມາດຕະການເພື່ອເຮັດສຳເລັດ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງຄະນະກຳມະການ.

ພິເສດ, ສະຫະພັນມິດຕະພາບ ເປັນເສນາທິການ, ນຳສະເໜີ ນາຍົກລັດຖະມົນຕີ ອະນຸມັດແຜນພັດທະນາແຫ່ງຊາດ ກ່ຽວກັບການເພີ່ມທະວີການຮ່ວມມືກັບບັນດາອົງການຕ່າງປະເທດທີ່ບໍ່ຂື້ນກັບລັດຖະບານຮອດປີ 2025. ຮັກສາສາຍພົວພັນຮັດແໜ້ນກັບບັນດາອົງການ, ນິຕິບຸກຄົນຂອງອົງການຕ່າງປະເທດທີ່ບໍ່ຂື້ນກັບລັດຖະບານ ກຳລັງຈັດຕັ້ງປະຕິບັດແຜນພັດທະນາ, ໂຄງການຢູ່ ຫວຽດນາມ; ພ້ອມກັນນັ້ນເປີດກວ້າງສາຍພົວພັນກັບບຸກຄົນ ແລະ ອົງການຕ່າງປະເທດທີ່ບໍ່ຂື້ນກັບລັດຖະບານທີ່ມີຄວາມຊື່ສຽງ ແລະ ຄວາມສາມາດເພື່ອເພີ່ມທະວີການຮ່ວມມື.

ຄຽງຄູ່ກັນນັ້ນ, ສືບຕໍ່ຄົ້ນຄວ້າ, ເສນາທິການເພື່ອປ່ຽນແປງໃໝ່ວຽກງານສາຍພົວພັນ ແລະ ລະດົມ ອົງການຕ່າງປະເທດທີ່ບໍ່ຂື້ນກັບລັດຖະບານຕາມແນວທາງອັນຫຼາກຫຼາຍ ດ້ານຄູ່ຮ່ວມມື, ວິທີການລະດົມຂົນຂວາຍ. ຕື່ນຕົວນຳສະເໜີ, ແລກປ່ຽນກັບບັນດາຜູ້ມີຈິດສັດທາຊ່ວຍເຫຼືອ ແລະ ອົງການຕ່າງປະເທດທີ່ບໍ່ຂື້ນກັບລັດຖະບານ ກ່ຽວກັບຄວາມຮຽກຮ້ອງຕ້ອງການນ ແລະ ບູລິມະສິດໃນການຮ່ວມມືອົງການຕ່າງປະເທດທີ່ບໍ່ຂື້ນກັບລັດຖະບານ.

ສາມ, ຍົກສູງຄຸນນະພາບວຽກງານການຄົ້ນຄວ້າ, ເສນາທິການ, ຂ່າວສານການຕ່າງປະເທດ:

ວຽກງານຂ່າວສານການຕ່າງປະເທດຕ້ອງໄດ້ປັບປຸງໃໝ່ຕະຫຼອດເວລາ, ປ່ຽນແປງໃໝ່ໃຫ້ທັນກັບຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂື້ນຂອງວຽກງານການທູດປະຊາຊົນ.

ກ່ອນອື່ນໝົດ, ຕ້ອງໄດ້ປັບປຸງຮູບແບບ, ຍົກສູງຄົນນະພາບ, ເພີ່ມຈຳນວນຜລິດຕະພັນການໂຄສະນາການຕ່າງປະເທດ;ຫັນເປັນທັນສະໄໝ, ມີຄວາມຫຼາກຫຼາຍດ້ານວິທີການໃນການນຳສະເໜີສົ່ງຜ່ານຂໍ້ມູນຂ່າວສານ ປະກອບສ່ວນໂຄສະນາພາບລັກຂອງຫວຽດນາມ ເຖິງບັນດາຄູ່ຮ່ວມມື, ເພື່ອນມິດສາກົນ; ປຸກລະດົມເພື່ອນສະຫາຍສາກົນປະກອບສ່ວນໂຄສະນາກ່ຽວກັບຫວຽດນາມ. ຖືສຳຄັນວຽກງານການລົງທືນກໍ່ສ້າງບັນດຜລິດຕະພັນຂ່າວສານ ຕາມກຸ່ມເນື້ອໃນ ແລະ ເປົ້າໝາຍທີ່ຈະກ້າວໄປເຖິງ, ຮັບປະກັບດ້ານເນື້ອໃນ ແລະ ຄວາມຖຶກຕ້ອງເໝາະສົມກັບແຕ່ລະກຸ່ມຄູ່ຮ່ວມມື. ເພີ່ມທະວີວຽກງານຂ່າວສານການຕ່າງປະເທດ ແລະ ໂຄສະນາທະເລ-ໝູ່ເກາະ ຜ່ານບັນດາການເຄື່ອນໄຫວສັນຕິພາບມິດຕະພາບກັບວຽກສະໜອງຂ່າວສານໃຫ້ເພື່ອນສະຫາຍ, ຄູ່ຮ່ວມມືຂອສະຫະພັນມິດຕະພາບ ກ່ຽວກັບສະພາບການພັດທະນາ ຂອງຫວຽດນາມ ໃນທຸກໆຂົງເຂດ, ພິເສດແມ່ນບັນດາຂໍ້ມູນຂ່າວສານກ່ຽວຂ້ອງກັບການຮັບປະກັນສິທິມະນຸດ, ເສລີພາບໃນການເຊື່ອຖື ແລະ ນັບຖືສາສະໜາ.

ຄຽງຄູ່ກັນນັ້ນ ສຸມໃສ່ການຍົກສູງຄວາມສາມາດຂອງຖັນແຖວພະນັກງານຄົ້ນຄວ້າກ່ຽວກັບວຽກງານການທູດປະຊາຊົນຕາມແນວທາງອັນຮອບຄອບໃນການອົບຮົມ, ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງໜັກແໜ້ນ, ກຳແໜ້ນພາລະກິດການຕ່າງປະເທດ, ເກັ່ງພາສາຕ່າງປະເທດ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານການທູດປະຊາຊົນ ໃນສະພາບການໃໝ່. ຈັດຕັ້ງປະຕິບັດເພື່ອເຮັດໃຫ້ ສະຖາບັນຄົ້ນຄວ້າ ສາກົນ ແລະ ການທູດປະຊາຊົນຄົ້ນຄ້ວາ, ເສນາທິການກ່ຽວກັບບັນດາບັນຫາທີ່ມີຄວາມໝາຍສຳຄັນແທ້ຈິງຕໍ່ກັບປະເທດ ເພື່ອຮັບໃຊ້ໂດຍກົງເຂົ້າໃນວຽກງານຂອງສະຫະພັນມິດຕະພາບ ແລະ ຮັບໃຊ້ວຽກງານການຕ່າງປະເທດລວມຂອງພັກ ແລະ ລັດຖະບານ ກໍ່ຄືບັນດາອົງການວາງແຜນ.

ປັບປຸງ ແລະ ພັດທະນາ ອົງການສະຫະພັນມິດຕະພາບໃຫ້ເຂັ້ມແຂງ:

ດ້ວຍບົດບາດເປັນອົງການຮັບຜິດຊອບ, ເປັນກ້ອນກຳລັງຫຼັກຂອງວຽກງານການທູດປະຊາຊົນ, ສະຫະພັນມິດຕະພາບຕ້ອງໄດ້ຮັບການປັບປຸງ, ພັດທະນາ, ປ່ຽນແປງຢ່າງບໍ່ຢຸດຢັ້ງການເຄື່ອນໄຫວນັບມື້ນັບເປັນມືອາຊີບ ແລະ ມີປະສິດທິຜົນຂື້ນກ່ວາເກົ່າບົນຫຼັກການຮັບປະກັນການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ. ການເຫັນສຳຄັນຂອງການພັດທະນາອົງການຈັດຕັ້ງ, ເພີ່ມທະວີຄວາມສາມາດ, ຮັບປະກັນເງື່ອນໄຂຂອງການເຄື່ອນໄຫວ ສະຫະພັນມິດຕະພາບ ແມ່ນພາລະກິດໂດຍກົງຂອງສະຫະພັນ, ພ້ອມກັນນັ້ນແມ່ນໜ້າທີ່ຂອງພັກ, ລັດ ແລະ ພະນັກງານຂອງກະຊວງ, ທະບວງ, ຂະແໜງການ ຂັ້ນສູນກາງ ຕະຫຼອດຮອດຂັ້ນທ້ອງຖິ່ນ.

ພ້ອມກັນນັ້ນສະຫະພັນມິດຕະພາບຊຸກຍູ້ໂດຍກົງໃນການພັດທະນາບັນດາອົງການສະມາຊິກຢູ່ສູນກາງ ແລະ ທ້ອງຖິ່ນ;ລະດົມໄດ້ບັນດາແຫຼ່ງຊັບພະຍາກອນມະນຸດດ້ານສະຕິປັນຍາ ແລະ ວັດຖຸໃນສັງຄົມເພື່ອເສີມຂະຫຍາຍຄວາມເຂັ້ມແຂງປະສົມປະສານໃນການເຄື່ອນໄຫວການທູດປະຊາຊົນ. ອົບຮົມ, ກໍ່ສ້າງ, ຍົກລະດັບຄຸນທາດການເມືອງ ແລະ ຄວາມສາມາດໃນການປະຕິບັດງານໃຫ້ແກ່ຖັນແຖວພະນັກງານຮັບຜິດຊອບ ແລະ ລົງທືນຢ່າງເໝາະສົມໃຫ້ແກ່ວຽກງານການທູດປະຊາຊົນ.

ໃນຍຸກສະໄໝທີ່ປະເທດຊາດກຳລັງເຊື່ອມໂຍງຢ່າງກ້ວາງຂວາງ ແລະ ເລິກເຊິ່ງກັບໂລກ, ການເຄື່ອນໄຫວ ແລະ ສາຍພົວພັນການທູດປະຊາຊົນ ນັບມື້ນັບເປີດກ້ວາງ ໃນແຕ່ລະຂັ້ນ, ແຕ່ລະຂົງເຂດ, ດ້ວຍຫຼາຍຮູບຫຼາຍແບບ ຢ່າງອຸດົມສົມບູນ. ດ້ວຍບັນດາຄວາມໄດ້ປຽບສະເພາະຂອງການທູດປະຊາຊົນເປັນຕົ້ນແມ່ນກ້ອນກຳລັງກວ້າງຂວາງແລະເລິກເຊິ່ງ, ວິທີການໃນການຈັດຕັ້ງປະຕິບັດສອດຄ່ອງ, ມີແນວຄິດປະດິດສ້າງ... ພ້ອມກັນກັບວິໄສທັດອັນຖືກຕ້ອງ, ການທູດປະຊາຊົນນັບມື້ນັບມີຈຸດຢືນ, ບົດບາດສຳຄັນໃນການເຂົ້າຮ່ວມປະຕິບັດແນວທາງ, ນະໂຍບາຍລວມ, ປະກອບສ່ວນເຂົ້າໃນວຽກງານການສ້າງສະພາບແວດລ້ອມສາກົນສະດວກໃຫ້ແກ່ການພັດທະນາຂອງປະເທດຊາດ, ຮັບປະກັນຄວາມເປັນເອກກະພາບ, ສິດອະທິປະໄຕອັນຄົບຖ້ວນ, ປັບປຸງພາບລັກ, ຈຸດຢືນສາກົນຂອງຫວຽດນາມ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ເຫດການ
302 Found

Found

The document has moved here.