ບົດບາດຂອງຫວຽດນາມຢູ່ສະພາຄວາມໝັ້ນຄົງ: ຄູ່ຮ່ວມມືເພື່ອພື້ນຖານສັນຕິພາບແບບຍືນຍົງ

15:23 | 03/04/2019

ຍສໝ - ໃນວັນທີ 2 ເມສາ, ສະຖາບັນ Konrad Adenauer Stiftung ປະຈໍາຫວຽດນາມ (KAS) ໄດ້ສົມທົບກັບ ສະຖານບັນການຕ່າງປະເທດຫວຽດນາມ ຈັດຕັ້ງກອງປະຊຸມຊຸມສໍາມະນາສາກົນ ພາຍໃຕ້ຫົວຂໍ້ວ່າ: “ຫວຽດນາມໃນສະພາຄວາມໝັ້ນຄົງ: ຄູ່ຮ່ວມມືເພື່ອພື້ນຖານສັນຕິພາບແບບຍືນຍົງ”.

ບົດບາດຂອງຫວຽດນາມຢູ່ສະພາຄວາມໝັ້ນຄົງ: ຄູ່ຮ່ວມມືເພື່ອພື້ນຖານສັນຕິພາບແບບຍືນຍົງ

ກອງປະຊຸມຊຸມສໍາມະນາສາກົນພາຍໃຕ້ຫົວຂໍ້ວ່າ: “ຫວຽດນາມໃນສະພາຄວາມໝັ້ນຄົງ: ຄູ່ຮ່ວມມືເພື່ອພື້ນຖານສັນຕິພາບແບບຍືນຍົງ”.

ກອງປະຊຸມຄັ້ງນີ້ ແມ່ນແນໃສ່ປຶກສາຫາລືກ່ຽວກັບສະພາບການຕົວຈິງຂອງສະພາຄວາມໝັ້້ນຄົງສະຫະປະຊາຊາດ, ການພົວພັນລະຫວ່າງບັນດາປະເທດໃຫຍ່ ແລະ ບົດບາດຂອງບັນດາສະມາຊິກບໍ່ປະຈໍາການຂອງສະພາຄວາໝັ້ນຄົງ.

ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມສໍາມະນາ, ທ່ານ ຮອງສາດສະດາຈານ, ປະລິນຍາເອກ ຫງວຽນຫວູຕຸ່ງ, ຜູ້ອໍານວຍການສະຖານບັນການຕ່າງປະເທດຫວຽດນາມ ໄດ້ເນັ້ນໜັກວ່າດ້ວຍຄວາມສາມາດບົ່ມຊ້ອນ ແລະ ປະສົບການທີ່ມີຢູ່ແລ້ວ, ຫວຽດນາມ ອາດຈະໄດ້ຮັບການຄັດເລືອກ ແລະ ຮັບບົດບາດໜ້າທີ່ເປັນກໍາມະການບໍ່ປະຈໍາການຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ເປັນຢ່າງດີ.

ທີ່ກອງປະຊຸມສໍາມະນາ, ບັນດານັກຊ່ຽວຊານກໍໄດ້ຍົກອອກບັນດາຂໍ້ສະເໜີແນະເພື່ອແນໃສ່ຊ່ວຍໃຫ້ຫວຽດນາມ ກະກຽມເປັນຢ່າງດີສໍາລັບການເລືອກຕັ້ງຮັບດໍາລົງໜ້າທີ່ເປັນກໍາມະການບໍ່ປະຈໍາການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນເດືອນ ມິຖຸນາ 2019 ແລະ ກໍ່ເຊື່ອໝັ້ນວ່າ ຫວຽດນາມ ຈະມີເງື່ອນໄຂ ແລະ ຄວາມສາມາດເປັນຢ່າງພຽງພໍເພື່ອປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ.

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.