ການພົບປະສັງສັນອະດີດທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ

08:55 | 10/12/2019

ຍສໝ - ຕອນຄ່ຳວັນທີ 8 ທັນວາ 2019, ທີ່ ນະຄອນຫຼວງວຽງຈັນ ສປປ ລາວ, ໄດ້ດຳເນີນການພົບປະນັກຮົບເກົ່າທີ່ເຄີຍເປັນທະຫານອາສາສະໝັກແລະ ຊ່ຽວຊານຫວຽດນາມຢູ່ ລາວ.

ການພົບປະສັງສັນອະດີດທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ

ການພົບປະສັງສັນອະດີດທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ.(ພາບ: vov.vn)

ທ່ານພົນໂທ ທອງລອຍ ສີລິວົງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ, ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາການປະກອບສ່ວນ ແລະການເສຍສະຫຼະອັນໃຫຍ່ຫຼວງຂອງທະຫານອາສາສະໝັກ, ຊ່ຽວຊານຫວຽດນາມ ສຳລັບລາວ. ການຊ່ວຍເຫຼືອບໍ່ເຫັນແກ່ຕົວເອງ, ປອດໃສນັ້ນແມ່ນແຫຼ່ງກຳລັງອັນໃຫຍ່ຫຼວງຊ່ວຍໃຫ້ການປະຕິວັດລາວ ກໍ່ສ້າງກຳລັງ, ຈັດຕັ້ງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຈັກກະພັດສຳເລັດຜົນ, ສ້າງສາປະເທດລາວ ໃຫ້ເປັນປະເທດເອກະລາດ, ເອກະພາບ, ນັບມື້ນັບໝັ້ນຄົງເຂັ້ມແຂງ. ນັ້ນແມ່ນພະຍານຫຼັກຖານທີ່ມີຊີວິດຊີວາຂອງນ້ຳໃຈສາມັກຄີ, ມິດຕະພາບ, ສາຍພົວພັນຮ່ວມສຳພັນສູ້ຮົບຂອງສອງຊາດ, ສອງກອງທັບຫວຽດນາມ-ລາວ.

ບັນດານັກຮົບເກົ່າທີ່ການພົບປະກັນໃນຄັ້ງນີ້ແມ່ນຜູ້ທີ່ດີເດັ່ນເຊິ່ງເປັນຕົວແທນໃຫ້ແກ່ທະຫານອາສາສະໝັກແລະຊ່ຽວຊານຫວຽດນາມໃນຈຳນວນນັບໝື່ນໆຄົນທີ່ເຄີຍປະຕິບັດງານແລະເສຍສະຫຼະຊີວິດໃນທຸກໆສະໜາມຮົບຂອງລາວ. ໂດຍໄດ້ກັບຄືນໄປຢ້ຽມຢາມສະໜາມຮົບໃນເມື່ອກ່ອນ, ໄດ້ພົບປະກັບບັນດາເພື່ອນຮ່ວມສູ້ຮົບເກົ່າ, ໄດ້ຖະຫວາຍດອກໄມ້, ໄຕ້ທູບທຽນທີ່ສຸສານ ເພື່ອອາໄລຫາເຖິງເພື່ອນຮ່ວມກົມກອງທີ່ໄດ້ເສຍສະຫຼະຊີວິດຢູ່ສະໜາມຮົບ, ສຳລັບບັນດາອະດີດທະຫານອາສາສະໝັກແລ້ວນີ້ແມ່ນຄວາມຊົງຈຳຍາກທີ່ລືມໄດ້.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.