ທ່ານເອກອັກຄະລັດຖະທູດ ເຈິ່ນວັນຕ໊ວນ: ຫວຽດນາມ - ຊູແອັດ ຍັງມີຄວາມສາມາດບ່ົມຊ້ອນຫຼາຍເພື່ອພັດທະນາ

12:50 | 12/01/2024

ທ່ານເອກອັກຄະລັດຖະທູດ ເຈິ່ນວັນຕ໊ວນ: ຫວຽດນາມ - ຊູແອັດ ຍັງມີຄວາມສາມາດບ່ົມຊ້ອນຫຼາຍຢູ່ເພື່ອພັດທະນາຫຼາຍຢ່າງ

ອົງການປົກປັກຮັກສາສິ່ງແວດລ້ອມ ຊູແອັດ ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ເພື່ອພັດທະນາຕົວເມືອງແບບຍືນຍົງ ອົງການປົກປັກຮັກສາສິ່ງແວດລ້ອມ ຊູແອັດ ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ເພື່ອພັດທະນາຕົວເມືອງແບບຍືນຍົງ
ທ່ານເອກອັກຄະລັດຖະທູດ ບຸຍວັນຫງີ້ ໄດ້ມີການເຮັດວຽກກັບອະດີດສະມາຊິກສະພາສູງ, ຮອງລັດຖະມົນຕີຜູ້ປະຈຳການ ກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ ບຣາຊິນ. ທ່ານເອກອັກຄະລັດຖະທູດ ບຸຍວັນຫງີ້ ໄດ້ມີການເຮັດວຽກກັບອະດີດສະມາຊິກສະພາສູງ, ຮອງລັດຖະມົນຕີຜູ້ປະຈຳການ ກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ ບຣາຊິນ.

ວັນທີ 11 ມັງກອນ ປີ 2024 ເປັນຂີດໝາຍວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ-ຊູແອັດ ຄົບຮອບ 55 ປີ. ຊູແອັດ ແມ່ນປະເທດຝ່າຍຕາເວັນຕົກທຳອິດທີ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ໃນວັນທີ 11 ມັງກອນ ປີ 1969, ໃນເວລາທີ່ຫວຽດນາມ ກຳລັງດໍາເນີນການຕໍ່ຕ້ານທີ່ຫຍຸ້ງຍາກລຳບາກ ເພື່ອຍາດເອົາເອກະລາດ ແລະທ້ອນໂຮມປະເທດຊາດໃຫ້ເປັນເອກະພາບ. ໃນຕະຫຼອດໄລຍະປະຫວັດສາດ 55 ປີ, ສອງປະເທດໄດ້ສ້າງຕັ້ງການພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈໃນຫຼາຍຂົງເຂດ. ເນື່ອງໃນໂອກາດນີ້, ສໍານັກຂ່າວສານຫວຽດນາມ ໄດ້ສຳພາດທ່ານ ເຈິ່ນວັນຕ໊ວນ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຊູແອັດ.

ທ່ານເອກອັກຄະລັດຖະທູດ ເຈິ່ນວັນຕ໊ວນ: ຫວຽດນາມ - ຊູແອັດ ຍັງມີຄວາມສາມາດບ່ົມຊ້ອນຫຼາຍເພື່ອພັດທະນາ

ທ່ານເອກອັກຄະລັດຖະທູດ ເຈິ່ນວັນຕ໊ວນ ແລະຄະນະພະນັກງານສະຖານທູດຫວຽດນາມ ປະຈໍາ ຊູແອັດ ພົບປະກັບຜູ້ຕາງໜ້າກະຊວງການຕ່າງປະເທດຊູແອັດ ກ່ອນພິທີຍື່ນສານຕາຕັ້ງ.ພາບ: ສະຖານທູດຫວຽດນາມ

ນັກຂ່າວ: ຮຽນທ່ານເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບໝາກຜົນແຫ່ງການຮ່ວມມືລະຫວ່າງ ຫວຽດນາມ ແລະ ຊູແອັດ ໃນ 55 ປີຜ່ານມາ?

ທ່ານເອກອັກຄະລັດຖະທູດ ເຈິ່ນວັນຕ໊ວນ: ຫວຽດນາມ ແລະ ຊູແອັດ ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ມີການຮ່ວມມືທີ່ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ດ້ວຍປະຫວັດສາດທີ່ຍາວນານ 55 ປີ. ໃນໄລຍະເຄິ່ງສະຕະວັດທີ່ຜ່ານມາ, ສອງປະເທດໄດ້ຕັ້ງໜ້າກໍ່ສ້າງ, ເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນສອງຝ່າຍໃຫ້ນັບມື້ນັບຍືນຍົງ, ເຂົ້າສູ່ລວງເລິກ ແລະບັນລຸໄດ້ຜົນງານທີ່ເປັນໜ້າພາກພູມໃຈໃນຫຼາຍຂົງເຂດ.

ກ່ຽວກັບດ້ານການເມືອງ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະນໍ້າໃຈມິດຕະພາບແມ່ນຊັບສົມບັດອັນລໍ້າຄ່າຂອງສອງປະເທດ. ຊູແອັດ ແມ່ນປະເທດຝ່າຍຕາເວັນຕົກທຳອິດທີ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ, ຊູແອັດ ໄດ້ສະຫງວນການສະໜັບສະໜູນ, ການໜູນຊ່ວຍອັນລ້ຳຄ່າທັງດ້ານຈິດໃຈ ແລະວັດຖຸໃຫ້ຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ, ກໍ່ຄືໃນກິດຈະການປ່ຽນແປງໃໝ່ສ້າງສາປະເທດຊາດ ແລະເຊື່ອມໂຍງເຂົ້າກັບສາກົນໃນທຸກມື້ນີ້.

ກ່ຽວກັບດ້ານເສດຖະກິດ - ສັງຄົມ, ແຕ່ປີ 1967 ຮອດປີ 2013, ຊູແອັດ ແມ່ນປະເທດເອີລົບເໜືອ ທີ່ໃຫ້ທຶນຊ່ວຍເຫຼືອລ້າຫຼາຍທີ່ສຸດແກ່ ຫວຽດນາມ. ຊູແອັດ ເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ເອີລົບເໜືອ ແລະ ກົງກັນຂ້າມ ຫວຽດນາມ ກໍ່ເປັນຄູ່ຮ່ວມມືນຳເຂົ້າໃຫຍ່ທີ່ສຸດຂອງ ຊູແອັດ ຢູ່ໃນອາຊີຕາເວັນອອກສ່ຽງໃຕ້.

ກ່ຽວກັບວັດທະນະທຳ-ການສຶກສາ-ວິທະຍາສາດ: ຊູແອັດ ໄດ້ໜູນຊ່ວຍ ຫວຽດນາມ ບຳລຸງສ້າງນັກຊ່ຽວຊານ, ວິສະວະກອນຫຼາຍຄົນໃນຂົງເຂດປ່າໄມ້, ເຈ້ຍ, ພະລັງງານ, ຊີວະວິທະຍາ, ການແພດ ແລະສື່ມວນຊົນ.

ທ່ານເອກອັກຄະລັດຖະທູດ ເຈິ່ນວັນຕ໊ວນ: ຫວຽດນາມ - ຊູແອັດ ຍັງມີຄວາມສາມາດບ່ົມຊ້ອນຫຼາຍເພື່ອພັດທະນາ

ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Ulf Kristersson ນາຍົກລັດຖະມົນຕີຊູແອັດ ຢູ່ນອກກອງປະຊຸມ COP28. ພາບ: TTXVN

ເຖິງຢ່າງໃດກໍຕາມ, ສາຍພົວພັນຫວຽດນາມ - ຊູແອັດ ໃນບາງຂົງເຂດຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ ແລະສາຍພົວພັນມິດຕະພາບລະຫວ່າງ 2 ປະເທດ. ແຕ່ບົນພື້ນຖານມິດຕະພາບທີ່ເປັນມູນເຊື້ອ, ຄວາມໄວ້ເນື້ອເຊື່ອໃຈທີ່ມີມາແຕ່ດົນນານລະຫວ່າງສອງປະເທດ, ພ້ອມກັບການພັດທະນາກ້າວກະໂດດຂອງວິທະຍາສາດ-ເຕັກໂນໂລຢີ ຄືໃນປະຈຸບັນ, ຫວຽດນາມ ແລະ ຊູແອັດ ໄດ້ແກ້ໄຂຈຸດອ່ອນທີ່ກ່າວມາຂ້າງເທິງນັ້ນໂດຍໄວ ເພື່ອນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ປະກອບສ່ວນທີ່ແທດຈິງເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ແລະຮັບໃຊ້ຜົນປະໂຫຍດຂອງປະຊາຊົນສອງປະເທດ.

ນັກຂ່າວ: ທ່ານຕີລາຄາຄືແນວໃດກ່ຽວກັບຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ທັງໃນການພົວພັນສອງຝ່າຍ ກໍ່ຄືການສົມທົບກັນໃນບັນຫາສາກົນ ຢູ່ເວທີປາໄສຫຼາຍຝ່າຍ, ຮຽນທ່ານ?

ທ່ານເອກອັກຄະລັດຖະທູດ ເຈິ່ນວັນຕ໊ວນ: ໃນການພົວພັນສອງຝ່າຍ, 2 ຝ່າຍມີຄວາມສາມາດບົ່ມຊ້ອນຫຼາຍຢູ່ໃນຫຼາຍຂົງເຂດ. ກ່ອນອື່ນໝົດ, ສອງປະເທດມີຄວາມສາມາດບົ່ມຊ້ອນຮ່ວມມືອັນໃຫຍ່ຫຼວງກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະປົກປັກຮັກສາສິ່ງແວດລ້ອມ. ນີ້ແມ່ນຂົງເຂດທີ່ ຊູແອັດ ມີທ່າແຮງ ແລະເປັນປະເທດນຳໜ້າໃນໂລກ, ໃນຂະນະທີ່ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກການປ່ຽນແປງຂອງດິນຟ້າອາກາດ. ມີຫຼາຍວິສາຫະກິດຂອງຊູແອັດ ຕີລາຄາສູງຕໍ່ຄຳໝັ້ນສັນຍາຂອງລັດຖະບານຫວຽດນາມ ໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະສະແດງຄວາມພ້ອມທີ່ຈະຮ່ວມມື ແລະໜູນຊ່ວຍ ຫວຽດນາມ ໃຫ້ບັນລຸເປົ້າໝາຍພັດທະນາແບບຍືນຍົງ.

ທີສອງ, ສອງປະເທດມີຄວາມສາມາດບົ່ມຊ້ອນຮ່ວມມືທີ່ດີໃນຂົງເຂດວິທະຍາສາດ ແລະເຕັກໂນໂລຢີ, ເປັນຕົ້ນແມ່ນໃນບັນດາຂົງເຂດທີ່ ຊູແອັດ ມີປະສົບການຫຼາຍຢ່າງ, ຄື: ເຕັກໂນໂລຢີເກັບຮັກສາອາຍກາກບອນ ແລະບຳບັດສິ່ງເສດເຫຼືອ; ການຫັນປ່ຽນດີຈີຕອນ, ການຫັນປ່ຽນພະລັງງານ, ການຄຸ້ມຄອງການເງິນ; ການຕິດຕາມ ແລະເບິ່ງແຍງດູແລສຸຂະພາບຊຸມຊົນ...

ທີສາມ, ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຮ່ວມມືດ້ານແຮງງານ, ການຄ້າ ແລະ ການລົງທຶນຢ່າງມີປະສິດທິຜົນ. ດ້ວຍພົນລະເມືອງປະມານ 100 ລ້ານຄົນ, ມີລະບອບການເມືອງທີ່ໝັ້ນຄົງ ແລະ ການເຕີບໂຕດ້ານເສດຖະກິດທີ່ໜ້າປະທັບໃຈ, ຫວຽດນາມ ແມ່ນຕະຫຼາດທີ່ດຶງດູດດ້ວຍຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຕໍ່ກັບວິສາຫະກິດ ຊູແອັດ.

ກ່ຽວກັບການສົມທົບກັນຢູ່ເວທີປາໄສຫຼາຍຝ່າຍ, ທີ່ການພົບປະກັບທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ຢູ່ນອກກອງປະຊຸມ COP 28 ຢູ່ UAE ຫວ່າງມໍ່ໆມານີ້, ທ່ານນາຍົກລັດຖະມົນຕີຊູແອັດ Ulf Kristersson ໄດ້ຕີລາຄາສູງ ຕໍ່ຫຼັກໝັ້ນຂອງຫວຽດນາມ ໃນການແກ້ໄຂຄວາມຂັດແຍ້ງກັນ ແລະການປະທະກັນໂດຍສັນຕິວິທີ, ໂດຍເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ ແລະເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ ກໍຄື ເຂົ້າຮ່ວມການແກ້ໄຂບັນຫາລວມຂອງປະຊາຄົມສາກົນ.

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ໃນປີນີ້, ສອງປະເທດໄດ້ສົມທົບກັນຄືແນວໃດເພື່ອສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ?

ທ່ານເອກອັກຄະລັດຖະທູດ ເຈິ່ນວັນຕວ໊ນ: ແຕ່ກາງປີ 2023, ສະຖານທູດຫວຽດນາມ ປະຈຳ ຊູແອັດ ໄດ້ຂຶ້ນແຜນການຈັດຕັ້ງການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດດ້ວຍຫຼາຍຮູບການ ແລະຂອບຂະໜາດທີ່ເໝາະສົມ.

ຢູ່ ຊູແອັດ, ພວກຂ້າພະເຈົ້າ ຄາດວ່າ ຈະຈັດຕັ້ງບາງການເຄື່ອນໄຫວໂຄສະນາວັດທະນະທຳ-ການຄ້າ-ການທ່ອງທ່ຽວຂອງຫວຽດນາມ; ຊຸກຍູ້ການລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງອົງການທີ່ກ່ຽວຂ້ອງຂອງ 2 ປະເທດ... ສະຖານທູດຊູແອັດ ປະຈຳຫວຽດນາມ ກໍ່ຈະມີຫຼາຍການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດໃນປີນີ້.

ນັກຂ່າວ: ໃນໄລຍະໃກ້ໆນີ້, ທ່ານເອກອັກຄະລັດຖະທູດ ມີແຜນການອັນໃດແດ່ເພື່ອຊຸກຍູ້ການພົວພັນສອງຝ່າຍໃຫ້ນັບມື້ນັບພັດທະນາ? ຈຸດສຸມຂອງການຮ່ວມມື ຫວຽດນາມ - ຊູແອັດ ໃນຊຸມປີຕໍ່ໄປແມ່ນຫຍັງ, ຮຽນທ່ານ?

ທ່ານເອກອັກຄະລັດຖະທູດ ເຈິ່ນວັນຕວ໊ນ: ໃນໄລຍະຈະມາເຖິງ, ສະຖານທູດຫວຽດນາມ ປະຈຳຊູແອັດ ຈະສຸມໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດການເມືອງ - ການຕ່າງປະເທດ, ການຄ້າ - ການລົງທຶນ ແລະ ວິທະຍາສາດ - ເຕັກໂນໂລຢີ.

ເພື່ອອຳນວຍຄວາມສະດວກໃຫ້ການຮ່ວມມື ແລະການຄ້າລະຫວ່າງສອງປະເທດ, ພວກຂ້າພະເຈົ້າ ພວມຕັ້ງໜ້າຊຸກຍູ້ການສ້າງສາຍການບິນໂດຍກົງ ແລະເສັ້ນທາງຄົມມະນາຄົມທາງທະເລທີ່ເຊື່ອມຕໍ່ສອງປະເທດ. ພວກຂ້າພະເຈົ້າ ຈະເພີ່ມທະວີວຽກງານການທູດວັດທະນະທຳ, ການທູດປະຊາຊົນ, ເພີ່ມທະວີການຮ່ວມມືດ້ານການສຶກສາ-ບຳລຸງສ້າງລະຫວ່າງສອງປະເທດ, ໃນນັ້ນມີການຊຸກຍູ້ອົງການທີ່ກ່ຽວຂ້ອງຂອງສອງປະເທດ ສະໜອງທຶນການສຶກສາ, ແລກປ່ຽນນັກສຶກສາ ແລະຄູອາຈານລະຫວ່າງສອງປະເທດໃຫ້ຫຼາຍຕື່ມອີກ.

ສະຖານທູດຫວຽດນາມ ປະຈຳ ຊູແອັດ ຈະສົມທົບກັນຢ່າງຕັ້ງໜ້າກັບບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດພະຍາຍາມຄົ້ນຄວ້າ ແລະເປັນເສນາທິການ ເພື່ອແນໃສ່ຍົກລະດັບການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່, ຕອບສະໜອງຄວາມຕ້ອງການ ແລະຜົນປະໂຫຍດທີ່ແທດຈິງຂອງປະຊາຊົນສອງປະເທດ, ໃຫ້ສົມກັບປະຫວັດສາດແຫ່ງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ ແລະ ຊູແອັດ ໃນຕະຫຼອດໄລຍະ 55 ປີຜ່ານມາ.

ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ບູນມີ

ເຫດການ
302 Found

Found

The document has moved here.