| ້ເຊື່ອມໂຍງສາຍພົວພັນຫວຽດນາມ-ລາວຜ່ານງານບຸນປີໃໝ່ກັບເພື່ອນມິດລາວທີ່ຮ່າໂນ້ຍ | |
| ເຮັດໃຫ້ເນື້ອໃນບັນຈຸຂ້າງໃນ "ການພົວພັນຍຸດທະສາດ" ໃນສາຍພົວພັນລະຫວ່າງຫວຽດນາມ-ລາວເລິກເຊິ່ງກ່ວາອີກ |
ໃນຂອບເຂດການຢ້ຽມຢາມຢ່າງເປັນທາງການ ຢູ່ ສປປ ລາວ, ໃນຕອນບ່າຍຂອງວັນທີ 9 ເມສາ, ທີ່ນະຄອນຫຼວງວຽງຈັນ, ທ່ານ ເຈິ່ນ ເກີ໋ມ ຕູ້, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ.
ບຸລິມະສິດອັນດັບໜຶ່ງ
ທ່ານ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ຕີລາຄາສູງຕໍ່ຄວາມໝາຍຂອງການຢ້ຽມຢາມ, ເຊິ່ງມີຂຶ້ນໃນທ່າມກາງບັນຍາກາດທີ່ສອງພັກ ແລະ ສອງລັດ ຫາກໍ່ຈັດຕັ້ງສຳເລັດກອງປະຊຸມໃຫຍ່ຂອງແຕ່ລະພັກ, ກໍ່ຄືການເລືອກຕັ້ງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນຕ່າງໆຂອງສອງປະເທດ ແລະ ໃນທ່າມກາງບັນຍາກາດອັນຟົດຟື້ນມ່ວນຊື່ນແຫ່ງການສະເຫຼີມສະຫຼອງບຸນປີໃໝ່ລາວ.
ການທີ່ທ່ານ ເຈິ່ນເກິ່ມຕູ໋, ຜູ້ປະຈຳການຄະນະເລຂາທິການ ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດໃນການເຄື່ອນໄຫວວຽກງານຕ່າງປະເທດ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV ໄດ້ສະແດງໃຫ້ເຫັນເຖິງການໃຫ້ຄວາມສຳຄັນ ແລະ ບຸລິມະສິດອັນດັບໜຶ່ງຂອງສອງພັກ, ສອງລັດ ທີ່ມີຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຮ່ວມສຳພັນຍຸດທະສາດ ລາວ-ຫວຽດນາມ.
ຜູ້ປະຈຳຄະນະເລຂາທິການ ໄດ້ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ໃຫ້ຄວາມສຳຄັນ ແລະ ໃຫ້ບຸລິມະສິດອັນດັບໜຶ່ງຢ່າງສະເໝີຕົ້ນສະເໝີປາຍ ໃນການເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນກັບລາວ. ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນບົດຮຽນ, ສະໜັບສະໜູນ ແລະ ປະສານສົມທົບຢ່າງແໜ້ນແຟ້ນກັບລາວ ໃນຂະບວນວິວັດແຫ່ງການພັດທະນາ, ເພື່ອຜົນປະໂຫຍດລວມຂອງສອງປະເທດ ແລະ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ.
ໃນຕອນເຊົ້າຂອງວັນດຽວກັນ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ, ທ່ານ ເຈິ່ນເກິ່ມຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ໄດ້ພົບປະເຈລະຈາກັບ ທ່ານ ວິໄລ ລັກຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປະຊາຊົນ ປະຕິວັດລາວ.
ໃນການພົບປະເຈລະຈາ, ຜູ້ປະຈຳການຄະນະເລຂາທິການທັງສອງຝ່າຍ ໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງກວ້າງຂວາງ ແລະ ເລິກເຊິ່ງ ກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ແຈ້ງໃຫ້ກັນຊາບກ່ຽວກັບໝາກຜົນຂອງການເລືອກຕັ້ງສະພາແຫ່ງຊາດ, ສະພາບການຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫຍ່ຂອງແຕ່ລະຝ່າຍ. ໃນນັ້ນ, ຝ່າຍຫວຽດນາມ ໄດ້ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ການຍົກສູງສັກສິດ ແລະ ປະສິດທິຜົນໃນການນຳພາ, ການຄຸ້ມຄອງລັດ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະ ສະຫວັດດີການສັງຄົມ.
ສອງຝ່າຍຍັງໄດ້ແລກປ່ຽນບົດຮຽນອັນລ້ຳຄ່າຫຼາຍປະການ ໃນວຽກງານກໍ່ສ້າງ ແລະ ປັບປຸງພັກ; ການຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ຕ່າງໆ; ການຍົກສູງຂີດຄວາມສາມາດໃນການນຳພາ ແລະ ພະລັງແຮງສູ້ຮົບຂອງການຈັດຕັ້ງພັກ, ປະກອບສ່ວນເຂົ້າໃນການເສີມສ້າງຄວາມເຊື່ອໝັ້ນຂອງປະຊາຊົນ.
![]() |
| ທ່ານ ເຈິ່ນເກິ່ມຕູ໋, ຜູ້ປະຈຳການຄະນະເລຂາທິການ ເຂົ້າຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ. ພາບ: VNA |
ຊຸກຍູ້ການຮ່ວມມື
ສອງຝ່າຍໄດ້ເນັ້ນໜັກເຖິງການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ກົນໄກການຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ເປັນເອກະພາບຕໍ່ບາງມາດຕະການທີ່ສຳຄັນ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງພັກ, ສືບຕໍ່ຜັນຂະຫຍາຍບັນດາກົນໄກການຮ່ວມມືລະຫວ່າງສອງພັກ. ສອງຝ່າຍຈະເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານຍຸດທະສາດ, ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ໂດຍສະເພາະແມ່ນຂັ້ນສູງ; ຊຸກຍູ້ການຮ່ວມມືລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ; ຍົກສູງຄຸນນະພາບການປະສານສົມທົບໃນການຄົ້ນຄວ້າທິດສະດີ, ສະຫຼຸບພຶດຕິກຳຕົວຈິງ, ການກໍ່ສ້າງ ແລະ ບຳລຸງພະນັກງານ.
ສອງຝ່າຍຍັງໄດ້ຕົກລົງເຫັນດີເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເພີ່ມທະວີການປະສານສົມທົບໃນການຕ້ານອາດຊະຍາກຳຂ້າມຊາດ. ສອງຝ່າຍໄດ້ເນັ້ນໜັກເປັນພິເສດເຖິງຄວາມຕ້ອງການທີ່ຈະເຮັດໃຫ້ເນື້ອໃນ "ການຮ່ວມສຳພັນຍຸດທະສາດ" ໃນສາຍພົວພັນ ຫວຽດນາມ - ລາວ ເລິກເຊິ່ງກວ່າເກົ່າ; ຮັບປະກັນຄວາມສະໜິດແໜ້ນ, ມີປະສິດທິຜົນ ແລະ ແທດຕົວຈິງກວ່າເກົ່າ ໃນທຸກຂົງເຂດການຮ່ວມມື, ໃຫ້ສອດຄ່ອງກັບຄວາມຕ້ອງການພັດທະນາຂອງແຕ່ລະປະເທດໃນໄລຍະໃໝ່.
ໃນນັ້ນ, ສອງຝ່າຍໄດ້ເອົາໃຈໃສ່ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ຊຸກຍູ້ການເຊື່ອມຕໍ່ໂຄງລ່າງພື້ນຖານ ແລະ ການຄົມມະນາຄົມ; ເພີ່ມທະວີການຮ່ວມມືໃນຂົງເຂດການສຶກສາ - ກໍ່ສ້າງ, ໂດຍສະເພາະແມ່ນການກໍ່ສ້າງພະນັກງານຂັ້ນຍຸດທະສາດ, ວິທະຍາສາດ - ເຕັກໂນໂລຊີ, ວັດທະນະທຳ ແລະ ການທ່ອງທ່ຽວ. ສອງຝ່າຍຍັງໄດ້ປະສານສົມທົບຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ສອງຝ່າຍໄດ້ເປັນເອກະພາບສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນໃນວຽກງານໂຄສະນາ, ສຶກສາອົບຮົມມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ໂດຍສະເພາະແມ່ນໄວໜຸ່ມ; ຖືວ່ານີ້ແມ່ນໜ້າທີ່ທີ່ມີຄວາມໝາຍຍຸດທະສາດ, ຍາວນານ ເພື່ອແນໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍຊັບສົມບັດລວມອັນລ້ຳຄ່າຂອງສອງຊາດ.
ໃນໂອກາດນີ້, ສອງຝ່າຍໄດ້ຕົກລົງເຫັນດີປະສານສົມທົບກັນເພື່ອກະກຽມໃຫ້ແກ່ບັນດາກິດຈະກຳສະເຫຼີມສະຫຼອງທີ່ສຳຄັນໃນປີ 2027, ລວມມີ: ວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ລາວ ຄົບຮອບ 65 ປີ (1962-2027), ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 50 ປີ (1977-2027). ນີ້ຈະແມ່ນໂອກາດເພື່ອໃຫ້ສອງປະເທດຮ່ວມກັນທົບທວນຄືນເສັ້ນທາງແຫ່ງການຮ່ວມມື, ສືບຕໍ່ຢືນຢັນຄວາມມຸ່ງໝັ້ນທາງດ້ານການເມືອງໃນການເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນພິເສດ ຫວຽດນາມ - ລາວ ໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ຍືນຍົງ.
ໃນການແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ, ສອງຜູ້ນຳໄດ້ຕົກລົງເຫັນດີເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຕີລາຄາສະພາບການ, ປະສານສົມທົບໃນບັນດາບັນຫາລະດັບໂລກ, ປະສານສົມທົບໃນເວທີປາໄສພາກພື້ນ ແລະ ສາກົນ, ເພີ່ມທະວີການຮ່ວມມືແມ່ນ້ຳຂອງ.
| ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ ໃນວັນດຽວກັນ, ທ່ານ ເຈິ່ນເກິ່ມຕູ໋, ຜູ້ປະຈຳການຄະນະເລຂາທິການ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ສອງຝ່າຍໄດ້ເປັນເອກະພາບກັນໃນການຊຸກຍູ້ການເຊື່ອມຈອດລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດໃຫ້ແຂງແຮງກວ່າເກົ່າ; ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ຂຸດຄົ້ນທ່າແຮງ ແລະ ຈຸດພິເສດທີ່ຊ່ວຍໜູນເຊິ່ງກັນ ແລະ ກັນຂອງແຕ່ລະປະເທດໃຫ້ດີ, ສູ້ຊົນເຮັດໃຫ້ມູນຄ່າການຄ້າສອງຝ່າຍມີການເຕີບໂຕຢ່າງຍືນຍົງ ແລະ ບັນລຸໃຫ້ໄດ້ 10 ຕື້ໂດລາສະຫະລັດ ໃນຕໍ່ໜ້າ. ສອງຝ່າຍຈະເພີ່ມທະວີການເຊື່ອມຈອດຍຸດທະສາດ, ເຊື່ອມຈອດສອງພື້ນຖານເສດຖະກິດ, ສຸມໃສ່ຈັດຕັ້ງປະຕິບັດບັນດາໂຄງການຈຸດສຸມ. ສອງຝ່າຍໄດ້ຕົກລົງເຫັນດີສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ເຊື່ອມໂຍງດ້ານພື້ນທີ່ ແລະ ໂຄງລ່າງພື້ນຖານການພັດທະນາ; ບຸລິມະສິດຈັດຕັ້ງປະຕິບັດບັນດາໂຄງການຍຸດທະສາດເຊື່ອມຕໍ່ໂຄງລ່າງພື້ນຖານການຄົມມະນາຄົມ ແລະ ພະລັງງານທີ່ສຳຄັນລະຫວ່າງສອງປະເທດ. ຄຽງຄູ່ກັນນັ້ນ, ຈະຊຸກຍູ້ການເຊື່ອມໂຍງດ້ານການສຶກສາ - ກໍ່ສ້າງ ແລະ ຊັບພະຍາກອນມະນຸດ, ເອົາໃຈໃສ່ການກໍ່ສ້າງຖັນແຖວພະນັກງານ; ສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຢ່າງແຂງແຮງ... |
| ໂທລະເລກ, ຈົດໝາຍ ແລະ ສານອວຍພອນບັນດາສະຫາຍການນຳຫຼັກແຫຼ່ງຂອງ ຫວຽດນາມ ທ່ານ ທອງລຸນ ສີສຸລິດ ຢືນຢັນວ່າ ພ້ອມແລ້ວທີ່ຈະຮຽງບ່າຮຽງໄຫຼ່ກັບ ສະຫາຍ ໂຕເລິມ ສືບຕໍ່ເພີ່ມພູນຄູນສ້າງ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ |
| ໜ້າທີ່ສຳຄັນແຖວໜ້າຂອງລັດຖະບານຊຸດໃໝ່ແມ່ນສ້າງສະພາບແວດລ້ອມພັດທະນາ ຕອນເຊົ້າວັນທີ 08 ເມສາ, ຢູ່ທຳນຽບປະທານປະເທດ (ທີ່ ຮ່າໂນ້ຍ), ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສສ. ຫວຽດນາມ ໄດ້ເປັນປະທານກອງປະຊຸມປະກາດຂໍ້ຕົກລົງຂອງກົມການເມືອງ ບົ່ງຕົວຄະນະບໍລິຫານງານ, ຄະນະປະຈຳ, ເລຂາ, ຮອງເລຂາພັກລັດຖະບານ ແລະ ປະກາດໃຊ້ຂໍ້ຕົກລົງແຕ່ງຕັ້ງຄະນະລັດຖະບານຊຸດໃໝ່ 2026 – 2031. |
