ນະຄອນ ໂຮ່ຈີ໋ມິງ ຊຸກຍູ້-ສົ່ງເສີມ ການຄ້າ ສູ່ຕະຫຼາດ ລາວ

15:21 | 30/08/2018

ຍສໝ - ນະຄອນ ໂຮ່ຈີ໋ມິງ ຈັດກອງປະຊຸມສຳມະນາ ເພື່ອຊອກຫາ ວິທີທີ່ດີທີ່ສຸດໃຫ້ແກ່ ນັກທຸລະກິດ ກໍ່ຄືນັກລົງທືນ ຫວຽດນາມ ເປັນສະໜອງດ້ານການຄ້າ ຢູ່ ລາວ.

ນະຄອນ ໂຮ່ຈີ໋ມິງ ຊຸກຍູ້-ສົ່ງເສີມ ການຄ້າ ສູ່ຕະຫຼາດ ລາວ

ກອງປະຊຸມສຳມະນາ "ຕະຫຼາດ ລາວ - ສະພາບການຕົວຈິງ ແລະ ທ່າແຮງບົ່ມຊ້ອນ ດ້ານການຄ້າ ແລະ ການລົງທືນ".

ຕອນບ່າຍຂອງວັນທີ 28 ສິງຫາ ສູນກາງການສົ່ງເສີມ ການຄ້າ ແລະ ລົງທືນ ນະຄອນ ໂຮ່ຈີ໋ມິງ ສົມທົບກັບ ກົງສຸນໃຫຍ່ ລາວ ປະຈຳນະຄອນໂຮ່ຈີ໋ມິງ ໄດ້ຈັດກອງປະຊຸມສຳມະນາ "ຕະຫຼາດ ລາວ - ສະພາບການຕົວຈິງ ແລະ ທ່າແຮງບົ່ມຊ້ອນ ດ້ານການຄ້າ ແລະ ການລົງທືນ"

ປະຈຸບັນຕະຫຼາດລາວ ກຳລັງມີຄວາມຕ້ອງການບັນດາ ສິນຄ້າປະເພດຕ່າງໆເຊັ່ນ: ໄຟຟ້າ, ກົນຈັກ, ສະບຽງອາຫານ, ຝຸ່ນ-ນຳ້ຢາປາດສັດຕູພືດ, ອຸບປະກອນກົນຈັກດ້ານການກະເສດ, ເຄື່ອງກໍ່ສ້າງ, ເກີບ-ເສື້ອຜ້າ... ລັດຖະບານລາວ ກຳລົງຫຼຸດຜ່ອນທາງດ້ານກົດລະບຽບ ຂັ້ນຕອນການຂໍອະນຸຍາດທີ່ເປັນສິ່ງກີດຂວາງຕ່າງໆດ້ານການຄ້າ ແລະ ດ້ານອື່ນໆ. ພິເສດ ບັນດານັກທຸລະກິດ ພາຍໃນ ແລະ ຕ່າງປະເທດ ໄດ້ຮັບບູລິມະສິດຕ່າງໆ ເພື່ອເພີ່ມທະວີ ການດຶງດູດການລົງທືນຕ່າງປະເທດ.

ນອກຈາກນັ້ນ ໃນວັນທີ 19 ຕຸລາ ຈະມາເຖິງນີ້ ສູນສົ່ງເສີມການຄ້າ ແລະ ການລົງທືນ ນະຄອນ ໂຮ່ຈີ໋ມິງ ຈະຈັດງານຕະຫຼາດນັດ-ວາງສະແດງສິນຄ້າ ສົ່ງເສີມການຄ້າ-ບໍລິການ-ທ່ອງທ່ຽວ ຢູ່ ລາວ ໂດຍຄ່າໃຊ້ຈ່າຍໃນການເຊົ່າຫ້າງຮ້ານໃນການວາງສະແດງແມ່ນບໍ່ເສີຍຄ່າໃດໆໝົດ, ນັບຕັ້ງແຕ່ການປະດັບປະດາ, ໂຄສະນາ ເຜີຍແຜ່ຕໍ່ສື່ມວນຊົນ ແລະ ອື່ນໆ. ພິເສດແມ່ນ ສູນສົ່ງເສີມຍັງ ບໍ່ເກັບຄ່າ ຂົນສົ່ງ ແລະ ພາສີນຳເຂົ້າ ຕໍ່ກັບສິນຄ້າປະເພດຕ່າງທີ່ນຳມາສະແດງໃນງານ ເພື່ອປະກອບສ່ວນຊ່ວຍນັກທຸລະກິດຫວຽດນາມ ບຸກຕະຫຼາດ ການຄ້າ ລາວ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.