ເປີດກອງປະຊຸມ ເຈົ້າໜ້າທີ່ອະວຸໂສ ກ່ຽວດັບ ແຮງງານ CLMTV

14:02 | 21/08/2018

ຍສໝ - ຫົວຂໍ້ກອງປະຊຸມຄັ້ງນີ້ມີຄວາມສອດຄ່ອງກັບ ບູລິມະສິດ ໃນການຮັບປະກັນດ້ານສັງຄົມ, ພິເສດແມ່ນຮັບປະກັນໃນການຊຳລະ ແລະ ສິດທິໃນການໄດ້ຮັບຈາກປະກັນສັງຄົມ ຕໍ່ກັບແຮງງານອົບພະຍົບ ໃນສະພາບການທີ ແຮງງານອົບພະຍົບນັບມື້ນັບເພີ່ມຂື້ນໃນແຕ່ລະປະເທດ.

ເປີດກອງປະຊຸມ ເຈົ້າໜ້າທີ່ອະວຸໂສ ກ່ຽວດັບ ແຮງງານ CLMTV

ບັນດາຜູ້ແທນຮ່ວມຖ່າຍພາບເປັນທີ່ລະລຶກ.

ວັນທີ 20 ສິງຫາ ຢູ່ ຮ່າໂນ້ຍ ໄດ້ດຳເນີນ ກອງປະຊຸມເຈົ້າໜ້າທີ່ອະວຸໂສ ກ່ຽວກັບການຮ່ວມມື ແຮງງານ ກຳປູເຈຍ - ລາວ - ມຽນມາ - ໄທ ແລະ ຫວຽດນາມ (CLMTV) ຄັ້ງທີ 4 ດ້ວຍຫົວຂໍ້ວ່າ “ ຮັບປະກັນຊີວິດສັງຄົມ: ຄຸນລັກສະນະປະສານສຳພັນຂອງ ປະກັນສັງຄົມ ໃຫ້ແກ່ຊາວຜູ້ອອກແຮງງານອົບພະຍົບ ໃນ CLMTV”.

ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ສະຖານບັນການຄົ້ນຄວ້າ ແລະ ບັນດາອົງການທີ່ກ່ຽວຂ້ອງກັບຂົງເຂດປະກັນສັງຄົມ ຢູ່ ຫວຽດນາມ; ຜູ້ຕາງໜ້າບັນດາອົງການຮັບຜິດຊອບ ກ່ຽວກັບປະກັນສັງຄົມປະເທດ ກຳປູເຈຍ - ລາວ - ມຽນມາ - ໄທ, ອົງການແຮງງານສາກົນ (ILO) ແລະ ຄະນະເລຂາ ອາຊຽນ.

ກ່າວຄຳເຫັນເປີດພິທີ, ທ່ານຮອງລັດຖະມົນຕີ ກະຊວງ ແຮງງານ - ເສຍອົງຄະ ແລະ ຫວັດດີການສັງຄົມ ຫວຽດນາມ ຢວານເມົ້າຢ້ຽບ ໄດ້ໃຫ້ຮູ້ວ່າ: ດ້ວຍພື້ນຖານການຮ່ວມມືທີ່ແໜ້ນແຟ້ນ ທາງດ້ານພະຫະນະຄື່ ເສດຖະກິດ, ສັງຄົມ ແລະ ການເມືອງ ບັນດາປະເທດ CLMTV ຕັດສິນໃຈເດີນໄປສູ່ການເປີດກ້ວາງ ການເຊື່ອມໂຍງ ແລະ ເຊື່ອມຕໍ່ເສດຖະກິດ ເພື່ອຮັບປະກັນ ຄວາມຈະເລີນຮຸ່ງເຮືອງ ແບບຍືນຍົງລວມ. ໃນຊຸມປີທີ່ຜ່ານມາ ການຮ່ວມມື ຂອງບັນດາປະເທດCLMTV ໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ ແລະ ໄດ້ຮັບການເປີດກ້ວາງ ໂດຍຜ່ານບັນດາເວທີເປີດທີ່ໄດ້, ກຳລັງ ແລະ ຈະເຮັດໃຫ້ 5 ປະເທດບັນລຸໄດ້ເປົ້າໝາຍຂ້າງເທິງ, ພ້ອມກັນນັນ້ຍົກສູງບົດບາດຂອງ 5 ປະເທດໃນຖານະທີ່ເປັນສະມາຊິກທີ່ມີຄວາມຕັ້ງໜ້າ ມີຄວາມຮັບຜິດຊອບ ຕໍ່ກັບ ເຮືອນລວມຄື ອາຊຽນ.

ບໍ່ພຽງແຕ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດເກົ່າຄື: ເສດຖະກິດ, ທ່ອງທ່ຽວ, ບັນດາປະເທດ CLMTV ຍັງເພີ່ມທະວີການຮ່ວມມືໃນຂົງເຂດ ແຮງງານ-ວິຊາຊີບນຳອີກ. ດ້ວຍຈຸພິເສດທາງດ້ານພູມສັນຖານ ມີຊາຍແດນຮ່ວມກັນ, ແຮງງານອົບພະຍົບ ຜ່ານຊາຍແດນ ແມ່ນໜຶ່ງໃນບູລິມະສິດທີ່ສຳຄັນໃນການຮ່ວມມື CLMTV, ນຳມາເຊິ່ງຜົນປະໂຫຍດເປັນຈິງໃຫ້ແກ່ປະຊາຊົນ ແລະ ການພັດທະນາດ້ານເສດຖະກິດ ຂອງແຕ່ລະປະເທດ. ຄວາມແຕກຕ່າງດ້ານລະດັບການພັດທະນາລະຫວ່າງ ບັນດາປະເທດໄດ້ຊຸກຍູ້ປະຊາຊົນບັນດາແຂວງຕາມແນວຊາຍແດນ ອົບພະຍົບໄປສູ່ປະເທດໄກ້ຄຽງຢ່າງບໍ່ຢຸດຢັ້ງ ເພື່ອຊອກຫາວຽກເຮັດງານທຳ ແລະ ແຮງງານສ່ວນຫຼາຍແມ່ນແຮງງານທົ່ວໄປ.

ທ່ານຮອງລັດຖະມົນຕີ ຕີລາາສູງ ລັດຖະບານ ໄທ ໄດ້ສະເໜີແນວຄິດ ຈັດຕັ້ງ ກອງປະຊຸມ ຂັ້ນລັດຖະມົນຕີ ແລະ ເຈົ້າໜ້າທີ່ອະວຸໂສ ລະຫວ່າງ 5 ປະເທດ. ສິ່ງນີ້ຈະປະກອບສ່ວນຊ່ວຍ 5 ປະເທດ ເພີ່ມທະວີຕື່ມອີກວຽກງານການຄຸ້ມຄອງ ແຮງງານອົບພະຍົບລະຫວ່າງປະເທດ ເວົ້າລວມ ກໍ່ຄືແຮງງານລຽບຕາມແນວຊາຍແດນ ລະຫວ່າງ 5 ປະເທດເວົ້າສະເພາະ ປະກອບສ່ວນນຳຜົນປະໂຫຍດ ອັນແທ້ຈິງມາສູ່ປະຊາຊົນ ແລະ ການພັດທະນາດ້ານເສດຖະກິດມາໃຫ້ບັນດາປະເທດ.

ທ່ານຮອງລັດຖະມົນຕີຍັງເນັ້ນໜັກວ່າ ຫົວຂໍ້ຂອງກອງປະຊຸມຄັ້ງນີ້ສອດຄ່ອງກັບ ເປົ້າໝາຍແນໃສ່ການຈັດຕັ້ງປະຕິບັດສັນຍາທີ່ໄດ້ລົງນາມໃຫ້ປະກົດຜົນເປັນຈິງ ພ້ອມກັນນັ້ນກໍ່ສອດຄ່ອງກັບ ການຮັບປະກັນດ້ານຊີວິດການເປັນຢູ່ໃນສັງຄົມ ພິເສດແມ່ນຮັບປະກັນໃນການຊຳລະ ແລະ ການໄດ້ຮັບຜົນປະໂຫຍດຈາກປະກັນສັງຄົມ ຂອງຊາວຜູ້ອອກແຮງງານອົບພະຍົບ ຕໍ່ກັບສະພາບການແຮງງານອົບພະຍົບ ກຳລັງນັບມື້ນັບເພີ່ມຂື້ນໃນທຸກໆປະເທດ CLMTV.

(ຫັດ​ທະ​ບູນ)

ເຫດການ