ກະຊວງອຸດສາຫະກໍາ ແລະການຄ້າ ມີທີ່ຕັ້ງ, ບົດບາດສໍາຄັນແຖວໜ້າໃນພາລະກິດພັດທະນາປະເທດຊາດ

08:11 | 13/07/2018

ຕອນເຊົ້າວັນທີ 11 ກໍລະກົດ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບຄະນະຮັບຜິດຊອບວຽກງານພັກ ແລະຖັນແຖວພະນັກງານຫຼັກແຫຼ່ງຂອງກະຊວງອຸດສາຫະກໍາ ແລະການຄ້າ.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມ ແລະເຮັດວຽກກັບຄະນະຮັບຜິດຊອບວຽກງານພັກ ແລະຖັນແຖວພະນັກງານການນໍາຫຼັກແຫຼ່ງຂອງກະຊວງອຸດສາຫະກໍາ ແລະການຄ້າ - ເຊິ່ງເປັນກະຊວງມີທີ່ຕັ້ງ, ບົດບາດສໍາຄັນແຖວໜ້າໃນພາລະກິດປ່ຽນແປງໃໝ່, ເຊື່ອມໂຍງ, ຍູ້ແຮງການຫັນເປັນອຸດສາຫະກໍາ ແລະທັນສະໄໝ, ພັດທະນາປະເທດຊາດຢ່າງວ່ອງໄວ ແລະຍືນຍົງ.

ກະຊວງອຸດສາຫະກໍາ ແລະການຄ້າ ມີທີ່ຕັ້ງ, ບົດບາດສໍາຄັນແຖວໜ້າໃນພາລະກິດພັດທະນາປະເທດຊາດ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວຄໍາເຫັນກັບຖັນແຖວພະນັກງານຫຼັກແຫຼ່ງກະຊວງອຸດສາຫະກໍາ ແລະການຄ້າ. (ພາບ: ຫງວຽນເຕີ໋ນຕວນ)

ທ່ານເລຂາທິການໃຫຍ່ ສະແດງຄວາມປາດຖະໜາວ່າ, ຖັນແຖວພະນັກງານຫຼັກແຫຼ່ງຂອງກະຊວງອຸດສາຫະກໍາ ແລະການຄ້າ ກໍາແໜ້ນທັດສະນະ, ແນວທາງທີ່ມີລັກສະນະຍຸດທະສາດຂອງພັກ, ລັດ ກ່ຽວກັບຂົງເຂດອຸດສາຫະກໍາ ແລະການຄ້າ; ພ້ອມທັງຕິດຕາມກວດກາສະພາບການພາຍໃນປະເທດ ແລະສາກົນຢ່າງໃກ້ຊິດເພື່ອບໍ່ໃຫ້ມີການຜິດພາດກ່ຽວກັບແນວທາງ, ມີຄວາມສະຫຼາດສ່ອງໃສໃນການຊີ້ນໍາ, ນໍາພາ, ບໍ່ໃຫ້ຕົກຢູ່ໃນທ່າຮັບຕໍ່ໜ້າທຸກສະຖານະການ, ມີຄວາມໝັ້ນຄົງທຸ່ນທ່ຽງດ້ານແນວຄິດ, ເຮັດວຽກງານເປັນເສນາທິການໃຫ້ພັກ, ລັດ ເປັນຢ່າງດີ.

ກະຊວງອຸດສາຫະກໍາ ແລະການຄ້າ ມີທີ່ຕັ້ງ, ບົດບາດສໍາຄັນແຖວໜ້າໃນພາລະກິດພັດທະນາປະເທດຊາດ

ທ່ານເລຂາທິການໃຫຍ່ ຫງວຽໜຟູ໋ຈ້ອງ ແລະບັນດາຜູ້ແທນເຂົ້າຮ່ວມການເຮັດວຽກ. (ພາບ: ຫງວຽນເຕີ໋ນຕວນ)

ທ່ານເລຂາທິການໃຫຍ່ ຮຽກຮ້ອງໃຫ້ຂະແໜງອຸດສາຫະກໍາ ແລະການຄ້າ ຍາມໃດກໍ່ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານໃຫ້ສົມກັບໜ້າທີ່, ໂດຍສະເພາະແມ່ນພະນັກງານນໍາພາ, ຄຸ້ມຄອງທຸກຂັ້ນ; ມີກົນໄກ, ນະໂຍບາຍສອດຄ່ອງເພື່ອຄົ້ນພົບ, ບໍາລຸງສ້າງ, ນໍາໃຊ້ຜູ້ເກັ່ງກ້າສາມາດ. ເດັດດ່ຽວຕໍ່ສູ້ປັດເຂ່ຍຜູ້ສໍ້ລາດບັງຫຼວງ, ເສື່ອມເສຍ; ຕ້ານທຸກປະກົດການແລ່ນຕໍາແໜ່ງ, ແລ່ນອໍານາດ. ເສີມຂະຫຍາຍປະຊາທິປະໄຕຢູ່ຂັ້ນຮາກຖານ, ຍົກສູງສະຕິຄວາມຮັບຜິດຊອບ, ນໍ້າໃຈຮັບໃຊ້ປະຊາຊົນຂອງພະນັກງານ, ລັດຖະກອນ ແລະພາລະກອນ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ເຫດການ
302 Found

Found

The document has moved here.