3 ຂີດໝາຍຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ໃນ​ປີ 2022

10:15 | 31/12/2022

ຍສໝ - ຕາມ​ທ່ານ​ຮອງ​ລັດຖະມົນຕີ ຮວ່າງຊວນຈ໊ຽນ ​ແລ້ວ, ນີ້​ແມ່ນ​ບັນດາ​ຂີດ​ໝາຍໜ້າ​ພາກ​ພູມ​ໃຈ​ທີ່​ຄວນ​ສືບ​ຕໍ່​ເຜີຍ​ແຜ່ ​ແລະ ເສີມຂະຫຍາຍ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານຫງວຽນຝູຈ້ອງ ເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບ ກັບ ທ່ານເລຂາທີໜຶ່ງພັກກອມມູນິດ ກູບາ, ປະທານປະເທດສາທາລະນະລັດ ກູບາ ທ່ານຫງວຽນຝູຈ້ອງ ເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບ ກັບ ທ່ານເລຂາທີໜຶ່ງພັກກອມມູນິດ ກູບາ, ປະທານປະເທດສາທາລະນະລັດ ກູບາ
ທ່ານ ຫງວຽນຈ້ອງເງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ  ໄດ້ດຳເນີນການພົບປະເຈລະຈາກັບທ່ານ ຄຳພັນ ເຜີຍຍະວົງ, ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກປະຊາຊົນປະຕິວັດ ລາວ ທ່ານ ຫງວຽນຈ້ອງເງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ດຳເນີນການພົບປະເຈລະຈາກັບທ່ານ ຄຳພັນ ເຜີຍຍະວົງ, ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກປະຊາຊົນປະຕິວັດ ລາວ

ວັນທີ 27 ທັນວາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄະນະປະຕິບັດງານລະຫວ່າງຂະແໜງການ, ຄະນະຊີ້ນໍາ ກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາ ສັນຕິພາບ ສະຫະປະຊາຊາດ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານລະຫວ່າງຂະແໜງການ, ຫົວໜ້າຄະນະຊີ້ນໍາກະຊວງ ປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ໄດ້ເປັນປະທານກອງປະຊຸມ.

Ba dau an cua luc luong gin giu hoa binh trong nam 2022 hinh anh 1

ກອງຊ່າງແສງເລກ 1 ກະກຽມພາຫະນະກ່ອນເດີນທາງ. ພາບ: TTXVN

ລາຍງານໝາກຜົນການປະຕິບັດໜ້າທີ່ຂອງກຳລັງຮັກສາສັນຕິພາບ ສະຫະປະຊາຊາດ ຂອງຫວຽດນາມ ປີ 2022, ທ່ານພົນຈັດຕະວາ ຮວ່າງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ ເນັ້ນໜັກບັນດາຄວາມຮັບຮູ້ ແລະການຕີລາຄາສູງຂອງການນຳຄະນະປະຕິບັດງານຄວາມໝັ້ນຄົງຊົ່ວຄາວຂອງສະຫະປະຊາຊາດ ຢູ່ເຂດ Abyei (UNISFA) ຕໍ່ກັບບັນດາການປະກອບສ່ວນ, ອຸທິດສ່ວນຂອງກຳລັງຫວຽດນາມ ສຳລັບໜ້າທີ່ຂອງຄະນະປະຕິບັດງານ, ໃນນັ້ນຍົກສູງບັນດາຂໍ້ລິເລີ່ມ, ບຸກທະລຸ ແລະບົດບາດຂອງກອງຊ່າງແສງເລກ 1 ໃນບັນດາການເຄື່ອນໄຫວດ້ານການທະຫານ ແລະວຽກງານຂົນຂວາຍປະຊາຊົນ, ການຊ່ວຍເຫຼືອມະນຸດສະທຳຢູ່ບໍລິເວນ.

Ba dau an cua luc luong gin giu hoa binh trong nam 2022 hinh anh 2

ບັນດານາຍທະຫານຮັບຟັງການປະກາດຂໍ້ຕົກລົງຂອງປະທານປະເທດກ່ອນເດີນທາງໄປປະຕິບັດໜ້າທີ່. ພາບ: TTXVN

ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາວ່າ ມີ 3 ຂີດໝາຍ ເຊິ່ງກຳລັງຮັກສາ ສັນຕິພາບຂອງ ສປຊ ຫວຽດນາມ ສ້າງໄດ້ໃນປີ 2022.

ທີໜຶ່ງ, ​ເປັນ​ຄັ້ງ​ທຳ​ອິດ, ກໍາລັງກອງທັບ ​ແລະ ຕຳຫຼວດ​ມີ​ບັນດາ​ປະ​ເພດ​ໃໝ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ, ​ໃນ​ນັ້ນສໍາລັບກອງທັບແມ່ນກໍາລັງທະຫານ​ຊ່າງແສງ.

ທີສອງ, ການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ຂອງທົ່ວກອງທັບ ແລະ ຕຳຫຼວດ ໄດ້ຮັບຄວາມເອົາໃຈໃສ່ຈາກບັນດາການນຳຂອງພັກ, ລັດ, ທຸກຂັ້ນ, ຂະແໜງການ,... ສະແດງໃຫ້ເຫັນວ່າ ນີ້ແມ່ນຂົງເຂດຫາກໍ່ໄດ້ຜັນຂະຫຍາຍ ແຕ່ບັນລຸໄດ້ປະສິດທິຜົນຢ່າງຕັ້ງໜ້າ.

ທີ​ສາມ, ການ​ປະກອບສ່ວນ​ຂອງ​ກຳລັງ​ຮັກສາ​ສັນຕິພາບ​ຫວຽດນາມ ​ໄດ້​ຮັບ​ການ​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ຈາກ​ການ​ນຳ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ປະຊາ​ຄົມ​ໂລກ, ພິ​ເສດ​ແມ່ນ​ບັນດາ​ຜູ້​ບັນຊາ​ການ​ບັນດາ​ຄະນະ​ປະຕິບັດ​ງານ​ພິ​ເສດ.

ຕາມ​ທ່ານ​ຮອງ​ລັດຖະມົນຕີ ຮວ່າງຊວນຈ໊ຽນ ​ແລ້ວ, ນີ້​ແມ່ນ​ບັນດາ​ຂີດ​ໝາຍໜ້າ​ພາກ​ພູມ​ໃຈ​ທີ່​ຄວນ​ສືບ​ຕໍ່​ເຜີຍ​ແຜ່ ​ແລະ ເສີມຂະຫຍາຍ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ຮຽກຮ້ອງບັນດາອົງການ, ກົມກອງ ຕ້ອງເປັນເຈົ້າການຊັບພະຍາກອນມະນຸດ, ສັບຊ້ອນພະນັກງານ, ສຸມໃສ່ຝຶກແອບ, ຊື້ວັດຖຸອຸປະກອນ, ເຮັດວຽກງານກະກຽມທຸກດ້ານໂດຍສະເພາະແມ່ນແນວຄິດ, ລະບອບນະໂຍບາຍ, ວຽກງານແນວຫຼັງກອງທັບ; ເຫັນດີຕໍ່ການສະເໜີຕ້ອງສືບຕໍ່ປັບປຸງລະບົບກົດໝາຍກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາຊາດ.

ບູນມີ

ເຫດການ
302 Found

Found

The document has moved here.