ຍີ່ປຸ່ນ ອຸປະຖຳ 51 ຕື້ດົ່ງ ເພື່ອຊຸກຍູ້ນະວັດຕະກໍາຢູ່ຫວຽດນາມ

22:38 | 28/02/2025

ຍສໝ - ວັນທີ 27 ກຸມພາ, ຢູ່ ຮ່າໂນ້ຍ, ສະຖານທູດ ຍີ່ປຸ່ນ ປະຈໍາ ຫວຽດນາມ ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ລົງນາມໃນສັນຍາແລກປ່ຽນເພື່ອຜັນຂະຫຍາຍຂໍ້ລິເລີ່ມ “ຍົກສູງກຳລັງຄວາມສາມາດໜູນຊ່ວຍນະວັດຕະກໍາຂອງສູນນະວັດຕະກຳແຫ່ງຊາດ”. ​ໂຄງການ​ດັ່ງກ່າວ​ມີ​ຍອດ​ຈຳນວນ​ທຶນ​ລົງທຶນ 51 ຕື້​ດົ່ງ, ນອນໃນທຶນຊ່ວຍເຫຼືອລ້າ ODA ໂດຍ​ລັດຖະບານ ​ຍີ່ປຸ່ນ ອຸປະຖຳ.

ລົບລ້າງສິ່ງຂ້ອງຄາໃຫ້ໂຄງການສາຍພານສົ່ງຖ່ານຫີນຈາກລາວ ໄປຫວຽດນາມ, ດ້ວຍຍອດທຶນເກືອບ 1.500 ຕື້ດົ່ງ
ປີ 2024, ຂະແໜງການທ່ອງທ່ຽວຂອງຫວຽດນາມ ມີລາຍຮັບປະມານ 840.000 ຕື້ດົ່ງ

ພິທີລົງນາມມີການເຂົ້າຮ່ວມຂອງທ່ານ Ito Naoki ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຍີ່ປຸ່ນ ປະຈຳ ຫວຽດນາມ; ທ່ານນາງ Ramla Khalidi, ຫົວໜ້າຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ ແລະ ທ່ານ ຫວູກວກຮຸ່ຍ, ຜູ້ອຳນວຍການສູນນະວັດຕະກຳແຫ່ງຊາດ (NIC).

ຍີ່ປຸ່ນ ອຸປະຖຳ 51 ຕື້ດົ່ງ ເພື່ອຊຸກຍູ້ນະວັດຕະກໍາຢູ່ຫວຽດນາມ

ພິທີ​ລົງ​ນາມ​ໃນ​ສັນຍາ​ແລກປ່ຽນ​ເພື່ອຜັນຂະຫຍາຍຂໍ້​ລິ​ເລີ່​ມ ຍົກສູງ​​ຄວາມ​ສາມາດ​ໜູນຊ່ວຍ​ນະວັດຕະກໍາຂອງ​ສູນ​ນະວັດຕະກຳແຫ່ງ​ຊາດ. (ພາບ: ສະຖານທູດ ຍີ່ປຸ່ນ ປະຈໍາ ຫວຽດນາມ)

​ໂຄງການ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ປະຕິບັດ​ເປັນ​ເວລາ 18 ​ເດືອນ, ​ໂດຍ​ສຸມ​ເຂົ້າໃນ 3 ຈຸດປະສົງ​ຕົ້ນຕໍ​ຄື:

ກ່ອນ​ອື່ນ​ໝົດ, ແມ່ນສ້າງ​ສະພາບ​ແວດ​ລ້ອມແຫ່ງ​​ການ​ລົງທຶນ​ທີ່​ສະດວກ: ໜູນ​ຊ່ວຍການ​ສ້າງ​ຕັ້ງ​ກອງ​ທຶນນະວັດຕະກຳ ​ຫວຽດນາມ (VIF) ຂຶ້ນກັບ NIC, ສ້າງ​ຕົວ​ແບບ​ດຳ​ເນີນ​​​ຕາມບັນດາ​ຕົວ​ແບບ​ສາກົນຢ່າງໝັ້ນແກ່ນ, ​ໃນ​ນັ້ນ ລວມ​ມີ ບັນດາ​ຕົວ​ຊີ້ວັດແທກ​​ຄວາມ​ຄືບ​ໜ້າ​ຢ່າງ​ຈະ​ແຈ້ງ.

ທີສອງ, ປັບປຸງລະບົບນິເວດນະວັດຕະກໍາແຫ່ງຊາດ: ໂດຍຜ່ານການເພີ່ມທະວີການຮ່ວມມື ແລະ ການເຊື່ອມຕໍ່ລະຫວ່າງບັນດາອົງການຂອງລັດຖະບານ, ວົງການສຶກສາ, ສະຖາບັນຄົ້ນຄວ້າ ແລະ ວິສາຫະກິດຜ່ານບັນດາການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືສາກົນ.

ທີສາມ, ຍົກສູງທັກສະ ແລະ ຄວາມສາມາດດ້ານນະວັດຕະກໍາ: ຜັນຂະຫຍາຍບັນດາໂຄງການບຳລຸງສ້າງລົງເລິກຂະແໜງກ່ຽວກັບການຄຸ້ມຄອງນະວັດຕະກໍາ ແລະ ຈິນຕະນາການອອກແບບ, ຮ່ວມມືກັບບັນດາອົງການຈັດຕັ້ງແຖວໜ້າ, ເພື່ອປະກອບໃຫ້ວິສາຫະກິດ, ສູນນະວັດຕະກໍາ ແລະ ພະນັກງານລັດຖະບານມີເຄື່ອງມືທີ່ຈໍາເປັນເພື່ອຊຸກຍູ້ນະວັດຕະກໍາ.

ຂໍ້​ລິ​ເລີ່ມ​ນີ້ແມ່ນ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ ຫວຽດນາມ ບັນລຸ​ເປົ້າ​ໝາຍ​ກາຍ​ເປັນ​ປະ​ເທດ​ພັດທະນາ​ໃນ​ປີ 2045, ພ້ອມ​ກັນນັ້ນ ​ກໍ່ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ເປົ້າໝາຍ​ພັດທະນາ​ແບບ​ຍືນ​ຍົງ (SDGs), ພິເສດແມ່ນ SDG 8 - ວຽກ​ເຮັດແບບ​ຍືນ​ຍົງ ​ແລະ ການ​ເຕີບ​ໂຕ​ເສດຖະກິດ; SDG 9 - ອຸດສາຫະກໍາ, ນະວັດຕະກໍາ ແລະ ໂຄງລ່າງ ແລະ SDG 12 - ການຜະລິດ ແລະ ການບໍລິໂພກທີ່ມີຄວາມຮັບຜິດຊອບ.

ໂຄງການດັ່ງກ່າວຍັງຖືເປັນສຳຄັນເຖິງການມອບສິດໃຫ້ແກ່ແມ່ຍິງໃນຂົງເຂດນະວັດຕະກໍາ, ດ້ວຍເປົ້າໝາຍທີ່ຈະມີຄວາມດຶງດູດວິສາຫະກິດຫນ້ອຍສຸດ 30% ຂອງການ startup ໂດຍແມ່ຍິງນຳພາເຂົ້າໃນບັນດາຂໍ້ລິເລີ່ມທີ່ສຳຄັນ, ເກັບໂຮມບັນດາທັດສະນະທີ່ຫຼາກຫຼາຍເຂົ້າໃນຂະບວນການນະວັດຕະກໍາ.

ກ່າວ​ຄຳ​ປາໄສ​ທີ່​ພິທີ​ລົງ​ນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ Ito Naoki ​ໃຫ້​ຮູ້​ວ່າ: “ຍີ່ປຸ່ນ​ ກຳນົດ​ການ​ຫັນ​ເປັນ​ດີ​ຈີ​ຕອນ ​ແລະ ນະ​ວັດຕະກຳ​ເປັນ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ສຳຄັນ​ຂອງ​ການ​ຮ່ວມ​ມືຈຸດສຸມ, ​ເຊິ່ງໝາຍ​ຄວາມ​ວ່າ​ ພວກຂ້າພະເຈົ້າຈະ​ສຸມ​ໃສ່​ການ​ຮ່ວມ​ມື​ກັບ NIC - ​ເປັນ​ອົງການ​ທີ່​ມີ​ລັກສະນະ​​ເປັນສັນຍາລັກການຊຸກຍູ້​ຂະ​ບວນການ​ນີ້”.

ທ່ານຫົວໜ້າຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ Ramla Khalidi ໃຫ້ຮູ້ວ່າ: ໂຄງການໄດ້ຮັບການຜັນຂະຫຍາຍໃນເວລາອັນເໝາະສົມ ເຊິ່ງ ຫວຽດນາມ ພວມໃຫ້ບຸລິມະສິດການລົງທຶນ ແລະ ສ້າງບາດກ້າວບຸກທະລຸໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອຊຸກຍູ້ການເຕີບໂຕສູງ ແລະ ຍືນຍົງ. ​ໂດຍ​ການ​ເປີດ​ກວ້າງ​ໂອກາດການ​ເຂົ້າ​ເຖິງ​ແຫຼ່ງທຶນ, ຍົກສູງທັກສະ​ ແລະ ຊຸກຍູ້​ການ​ຮ່ວມ​ມື, ​ໂຄງການ​ຈະ​ຊ່ວຍ​ໃຫ້ເສີມຂະຫຍາຍກຳລັງບົ່ມຊ້ອນສູງສຸດຂອງບັນດາ​ວິສາຫະກິດ startup ຢູ່ ຫວຽດນາມ.

ທ່ານ ຫວູກວກຮຸ່ຍ, ຜູ້ອຳນວຍການໃຫຍ່ NIC ໃຫ້ຂໍ້ສັງເກດວ່າ: ໂຄງການເປັນຂີດໝາຍບາດກ້າວບຸກທະລຸທີ່ສຳຄັນໃນການຮ່ວມມືໄລຍະຍາວລະຫວ່າງບັນດາຄູ່ຮ່ວມມື ຍີ່ປຸ່ນ, UNDP ແລະ NIC. ບັນດາໝາກຜົນຂອງໂຄງການຕອບສະໜອງໄດ້ຄວາມຮຽກຮ້ອງຂອງ NIC ໃນປີ 2025 ແລະ 2026, ພິເສດແມ່ນການເຮັດສົມບູນຕົວແບບກອງ​ທຶນນະວັດຕະກຳແຫ່ງຊາດ ແລະ ການສ້າງເຂດເຮັດວຽກຮ່ວມກັນຢູ່ NIC ຮວ່າຫຼາກ, ດ້ວຍວິໄສທັດເຮັດໃຫ້ NIC ຮວ່າຫຼາກ ກາຍເປັນຈຸດໝາຍປາຍທາງຂອງນະວັດຕະກຳແຫ່ງຊາດ ແລະ ພາກພື້ນ.

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ຍສໝ - ທ່ານ ຮວ່າງ​ບິ່ງ​ກວນ, ອະດີດ​ກຳມະການ​ສູນ​ກາງ​ພັກ, ອະດີດ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໄດ້​ຮັບ​ຫຼຽນ​ໄຊອາທິດອຸໄທ ​ໂດຍ​ລັດຖະບານ​ຍີ່ປຸ່ນ ມອບໃຫ້ ຍ້ອນມີ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ.

51 ປີແຫ່ງວັນເຊັນສັນຍາ ປາຣີ໊: ຫຼັກໝາຍໃນໜ້າປະຫວັດສາດຄຳຂອງການປະຕິວັດ ຫວຽດນາມ

51 ປີແຫ່ງວັນເຊັນສັນຍາ ປາຣີ໊: ຫຼັກໝາຍໃນໜ້າປະຫວັດສາດຄຳຂອງການປະຕິວັດ ຫວຽດນາມ

ຍສໝ - ຫຼັງຈາກນັ້ນ, ວັນທີ 28 ມັງກອນ 1973, ຂໍ້ຕົກລົງຢຸດຍິງຢູ່ ຫວຽດນາມ ມີຜົນສັກສິດ. ວັນທີ 29 ມີນາ 1973, ທະຫານ ອາເມລິກາ ຄົນສຸດທ້າຍ ໄດ້ຖອນຕົວອອກຈາກ ຫວຽດນາມ.

ແທັງຮັ່ງ

ເຫດການ