51 ປີແຫ່ງວັນເຊັນສັນຍາ ປາຣີ໊: ຫຼັກໝາຍໃນໜ້າປະຫວັດສາດຄຳຂອງການປະຕິວັດ ຫວຽດນາມ

14:45 | 26/01/2024

ຍສໝ - ຫຼັງຈາກນັ້ນ, ວັນທີ 28 ມັງກອນ 1973, ຂໍ້ຕົກລົງຢຸດຍິງຢູ່ ຫວຽດນາມ ມີຜົນສັກສິດ. ວັນທີ 29 ມີນາ 1973, ທະຫານ ອາເມລິກາ ຄົນສຸດທ້າຍ ໄດ້ຖອນຕົວອອກຈາກ ຫວຽດນາມ.

ສັນຍາ RCEP ຄາດວ່າຈະມີຜົນບັງຄັບໃຊ້ໃນຕົ້ນປີ 2022 ສັນຍາ RCEP ຄາດວ່າຈະມີຜົນບັງຄັບໃຊ້ໃນຕົ້ນປີ 2022
ສັນຍາ UKVFTA ຈະໄດ້ຮັບການປະຕິບັດໂດຍຊົ່ວຄາວ ສັນຍາ UKVFTA ຈະໄດ້ຮັບການປະຕິບັດໂດຍຊົ່ວຄາວ

ກ່ອນນີ້ 51 ປີ (27/1/1973 – 27/1/2024), ຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ, ສັນຍາ ກ່ຽວກັບການຢຸດຕິສົງຄາມ ສ້າງສັນຕິພາບ ຢູ່ ຫວຽດນາມ ຄືນໃໝ່ (ສັນຍາ ປາຣີ ກ່ຽວກັບ ຫວຽດນາມ) ໄດ້ຮັບການລົງນາມ. ສັນຍາປາຣີ ກ່ຽວກັບ ຫວຽດນາມ ໄດ້ລົງນາມ ແມ່ນການສິ້ນສຸດການເຈລະຈາແກ່ຍາວທີ່ສຸດໃນສະຕະວັດທີ 20 ດ້ວຍ 202 ວາລະປະຊຸມເປີດເຜີຍ, 45 ການພົບປະລະຫວ່າງ ຫວຽດນາມ - ອາເມລິກາ.

51 ປີແຫ່ງວັນເຊັນສັນຍາ ປາຣີ໊: ຫຼັກໝາຍໃນໜ້າປະຫວັດສາດຄຳຂອງການປະຕິວັດ ຫວຽດນາມ

51 ປີແຫ່ງວັນເຊັນສັນຍາ ປາຣີ໊: ຫຼັກໝາຍໃນໜ້າປະຫວັດສາດຄຳຂອງການປະຕິວັດ ຫວຽດນາມ

ຫຼັງຈາກນັ້ນ, ວັນທີ 28 ມັງກອນ 1973, ຂໍ້ຕົກລົງຢຸດຍິງຢູ່ ຫວຽດນາມ ມີຜົນສັກສິດ. ວັນທີ 29 ມີນາ 1973, ທະຫານ ອາເມລິກາ ຄົນສຸດທ້າຍ ໄດ້ຖອນຕົວອອກຈາກ ຫວຽດນາມ. ການເຈລະຈາແກ່ຍາວເປັນເວລາ 5 ປີ ເພື່ອລົງນາມສັນຍາແມ່ນບາດກ້າວສຳຄັນທີ່ສຸດ, ມີລັກສະນະຕັດສິນຊີ້ຂາດ ເພື່ອໃຫ້ ຫວຽດນາມ ຍາດໄດ້ໄຊຊະນະສຸດທ້າຍ. ສັນຍາປາຣີ ແມ່ນໄຊຊະນະສັງລວມຂອງການຕໍ່ສູ້ໃນແນວຮົບການທະຫານ, ການເມືອງ ແລະ ການທູດ; ແມ່ນຈຸດຍອດຢ້ຽມຂອງໄຊຊະນະໃນແນວຮົບການທູດ ຫວຽດນາມ ໃນສະໄໝຕ້ານ ອາເມລິກາ ກູ້ຊາດ, ແມ່ນຫຼັກໝາຍປະຫວັດສາດຄຳຂອງພື້ນຖານການທູດ ປະຕິວັດ ຫວຽດນາມ.

ໄຊຊະນະຂອງສັນຍາ ປາຣີ ແລະ ເລື່ອງ ອາເມລິກາ ຖອນຕົວອອກຈາກ ຫວຽດນາມ ຍັງໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ພາລະກິດປົດປ່ອຍຂອງປະຊາຊົນ ລາວ ແລະ ກຳປູເຈຍ, ເປີດໄລຍະໃໝ່ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ - ໄລຍະສັນຕິພາບ, ສະຖຽນລະພາບ, ປິດອະດິດຕະການ, ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.