ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ: ເພື່ອໃຫ້ມີຊີວິດທີ່ມີຄວາມສຸກຄວນສຸມໃສ່ປະຕິບັດ 03 ໜ້າທີ່ເປັນຢ່າງດີ

08:19 | 29/06/2018

ຢາກມີຄວາມສຸກ ຕ້ອງມີມູນມອງລະດັບຊາດ, ປະເທດຊາດຕ້ອງມີເອກະລາດ, ມີການພັດທະນາ, ປະຊາຊົນໄດ້ດຳລົງຊີວິດຢູ່ໃນສັນຕິພາບ, ອິດສະຫຼະພາບ, ການພັດທະນາປະເທດຕ້ອງໝັ້ນຄົງຢ່າງແທ້ຈິງ...

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ: ເພື່ອໃຫ້ມີຊີວິດທີ່ມີຄວາມສຸກຄວນສຸມໃສ່ປະຕິບັດ 03 ໜ້າທີ່ເປັນຢ່າງດີ

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ທີ່ກອງປະຊຸມສະຫຼຸບ 5 ປີ ແຫ່ງການປະຕິບັດແຜນຮ່າງ ວັນສາກົນມີຄວາມສຸກ .

ເພື່ອໃຫ້ມີຊີວິດທີ່ມີຄວາມສຸກຄວນສຸມໃສ່ປະຕິບັດ 03 ໜ້າທີ່ເປັນຢ່າງດີ: ແຕ່ລະຄົນ, ແຕ່ລະຄອບຄົວ ແລະ ປະຊາຄົມ ຄວນມີຄວາມຮູ້ກ່ຽວກັບກົດໝາຍ ເພື່ອບໍ່ໃຫ້ມີການກະທຳລະເມີດກົດໝາຍ; ບັນດາຫົວໜ່ວຍທີ່ກ່ຽວຂ້ອງຄວນສຸມໃສ່ ໂຄສະນາ, ເຜີຍແຜ່ກົດໝາຍໃຫ້ປະຊາຊົນແຕ່ລະຄົນໃນປະຊາຄົມ; ແກ້ໄຂບັນດາການກະທຳທີ່ລະເມີດກົດໝາຍຢ່າງເຂັ້ມງວດ. ດ້ານອື່ນ, ມະນຸດຢາກມີຄວາມສຸກທີ່ດົນນານນັ້ນ ຕ້ອງເຊື່ອໝັ້ນອະນາຄົດ, ບັນດາສິ່ງທີ່ດີງາມ. ນີ້ແມ່ນຄຳກ່າວປາໄສຂອງ ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ທີ່ກອງປະຊຸມສະຫຼຸບ 5 ປີ ແຫ່ງການປະຕິບັດແຜນຮ່າງ ວັນສາກົນມີຄວາມສຸກ 20/3 ແລະ ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຍູ້ແຮງການສຶກສາອົບຮົມຄຸນສົມບັດ, ແບບແຜນການດຳລົງຊີວິດໃນຄອບຄົວ ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 28 ມິຖຸນາ ຢູ່ຮ່າໂນ້ຍ.

ທ່ານຮອງນາຍົກລັດຖະມົນຕີ ກໍຊີ້ແຈ້ງວ່າ ຢາກມີຄວາມສຸກ ຕ້ອງມີມູນມອງລະດັບຊາດ, ປະເທດຊາດຕ້ອງມີເອກະລາດ, ມີການພັດທະນາ, ປະຊາຊົນໄດ້ດຳລົງຊີວິດຢູ່ໃນສັນຕິພາບ, ອິດສະຫຼະພາບ, ການພັດທະນາປະເທດຕ້ອງໝັ້ນຄົງຢ່າງແທ້ຈິງ, ພັດທະນາໃນປັດຈຸບັນບໍ່ກໍ່ຜົນສະທ້ອນຕໍ່ອະນາຄົດ, ບໍ່ທຳລາຍສະພາບແວດລ້ອມ, ເໜືອໄປກວ່ານັ້ນແມ່ນ ພັດທະນາໃຫ້ທົ່ວເຖິງ, ບໍ່ມີໃຜຖືກປະໄວ້ຢູ່ທາງຫຼັງ, ທຸກຄົນລ້ວນແຕ່ເປັນໃຈກາງຂອງການພັດທະນາ, ເຂົ້າຮ່ວມບັນດາການເຄື່ອນໄຫວຂອງການພັດທະນາ.

(ແຫຼ່ງ​ຂໍ້​ມູນ​: vov5)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.