ເລຂາທິການໃຫຍ່ ຫງວຽນຟຸຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ຮ່າໂນ້ຍ

08:08 | 14/05/2018

ຕອນເຊົ້າວັນທີ 13 ພຶດສະພາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງບາດິງ, ຮວ່ານກ໋ຽມ ຮ່າໂນ້ຍ, ຫວຽດນາມ.

ເລຂາທິການໃຫຍ່ ຫງວຽນຟຸຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ຮ່າໂນ້ຍ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງບາດິງ. (ພາບ: Thang Quang)

ບັນດາຜູ້ມີສິດເລືອກຕັ້ງໄດ້ເຕື້ອງເຖິງບັນຫາຫຼາຍຢ່າງທີ່ສຳຄັນຕໍ່ປະເທດ ແລະ ແທດຈິງສຳລັບຊີວິດການເປັນຢູ່ຂອງປະຊາຊົນ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເນັ້ນໜັກວ່າ: ນີ້ແມ່ນບັນດາຄຳຄິດເຫັນທີ່ລ້ຳຄ່າ, ສະແດງໃຫ້ເຫັນຄວາມຈິງໃຈ, ຄວາມຮັບຜິດຊອບຂອງຜູ້ມີສິດເລືອກຕັ້ງ ເລີ່ມມາຈາກຄວາມສຸດອົກສຸດໃຈ, ມີຄວາມຫວັງ ຢາກປະກອບສ່ວນເຂົ້າໃນການກໍ່ສ້າງພັກ ແລະ ສ້າງສາປະເທດຊາດ. ຜ່ານບັນດາຄຳເຫັນເຫຼົ່ານັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ສະຫຼຸບ, ເອົາໃຈໃສ່ເຖິງບັນດາກຸ່ມບັນຫາ. ກຸ່ມບັນຫາທຳອິດ ແມ່ນການປະກອບຄຳເຫັນໃສ່ກົດໝາຍຈະໄດ້ຍົກອອກມາປຶກສາຫາລືໃນກອງປະຊຸມສະໄໝສາມັນສະພາແຫ່ງຊາດໃນຕໍ່ໜ້າ ຢ່າງລະອຽດຄື: ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ກົດໝາຍວ່າດ້ວຍການສຶກສາ, ການວາງແຜນຜັງ… ແລະອື່ນໆ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໃຫ້ຮູ້ວ່າ ບັນດາຜູ້ແທນ ຈະສະຫຼຸບບັນດາຄຳເຫັນຂອງຜູ້ມີສິດເລືອກຕັ້ງນັ້ນ ເປັນຫຼັກຖານເພື່ອປຶກສາຫາລືຢູ່ສະພາແຫ່ງຊາດ. ກຸ່ມບັນຫາທີ 02, ນັ້ນແມ່ນ ວຽກງານການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ, ບັນຫາຫຍໍ້ທໍ້. ຕໍ່ໜ້າຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໃຫ້ຮູ້ຕື່ມອີກວ່າ ວຽກງານຕ້ານການສໍ້ບາດບັງຫຼວງພວມພັດທະນາກາຍເປັນທ່າອ່ຽງ. ເພື່ອໃຫ້ການຕໍ່ສູ້ດັ່ງກ່າວບັນລຸປະສິດທິຜົນນັ້ນ, ຕາມທ່ານເລຂາທິການໃຫຍ່ ແລ້ວ, ບົດບາດຕິດຕາມກວດກາຂອງສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນ ແມ່ນມີຄວາມສຳຄັນທີ່ສຸດ. ຄຽງຂ້າງນັ້ນ, ປະຊາຊົນ, ຜູ້ມີສິດເລືອກຕັ້ງ, ໝູ່ຄະນະໜ່ວຍພັກ ກໍ່ຕ້ອງຕິດຕາມກວດກາ ເພື່ອໃຫ້ພະນັກງານບໍ່ກ້າ, ບໍ່ສາມາດ ແລະ ບໍ່ສໍ້ລາດບັງຫຼວງ. ທ່ານເລຂາທິການໃຫຍ່ ໄດ້ຢັ້ງຢືນວ່າ: ຜ່ານບັນດາເຫດການໃນໄລຍະຜ່ານມາ ສະແດງໃຫ້ເຫັນວ່າ ບໍ່ພຽງແຕ່ຫາງສຽງພາຍໃນປະເທດມີຄວາມສົນໃຈເຖິງບັນຫານີ້ເທົ່ານັ້ນ ຫາກຫາງສຽງສາກົນກໍມີຄວາມສົນໃຈເຊັ່ນດຽວກັນອີກດ້ວຍ ແລະ ເຂົາເຈົ້າກໍໄດ້ຊົມເຊີຍວິທີປະຕິບັດຂອງຫວຽດນາມໃນໄລຍະຜ່ານມາ.

(ແຫຼ່ງ​ຂໍ້​ມູນ​: vov5)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.