ກອງປະຊຸມຄະນະປະສານງານ ກຳປູເຈຍ - ຫວຽດນາມ ຈະໄດ້ຈັດຂື້ນທີ່ ຮ່າໂນ້ຍ.

09:23 | 15/05/2018

​ຍ​ສ​ໝ - ກະຊວງການຕ່າງປະເທດ ແລະ ປະສານງານສາກົນ ກຳປູເຈຍ ວັນທີ 14 ພຶດສະພາ ໃຫ້ຮູ້ວ່າ: ລັດຖະມົນຕີ Prak Sokhonn ຈະເຂົ້າຮ່ວມ ກອງປະຊຸມຄະນະປະສານງານ ຫວຽດນາມ - ກຳປູເຈຍ ຄັ້ງທີ 16 ທີ່ຮ່າໂນ້ຍ ໃນວັນທີ 17 ພຶດສະພານີ້.

ກອງປະຊຸມຄະນະປະສານງານ ກຳປູເຈຍ - ຫວຽດນາມ ຈະໄດ້ຈັດຂື້ນທີ່ ຮ່າໂນ້ຍ.

ຮູບ​ພາບກອງ​ປະ​ຊຸມ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ ປະ​ສານ​ງານ ຫວຽດ​ນາມ - ກຳ​ປູ​ເຈຍ ຄັ້ງ​ທີ 15. (ພາບ: ສະ​ນັກ​ຂ່າວ​ຫວຽດ​ນາມ)

ຕາມ​​ແຈ້ງ​ການດັ່ງ​ກ່າວ, ກະຊວງການຕ່າງປະເທດ ແລະ ປະ​ສານ​ງານສາກົນ ກຳ​ປູ​ເຈຍ ທ່ານ Prak Sokhon ພ້ອມກັບ ທ່ານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກກະ​ຊວງຕ່າງປະເທດ ​ຟ້າມ​ບິ່ງ​ມິງ ຈະ​ຮ່ວມ​ກັນ​ເປັນ​ປະ​ທານ ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້.

ຖະ​ແຫຼງ​ການ-ການ​ຕີ​ລາ​ຄາ​ປະ​ເມີນ​ຜົນ, ກອງ​ປະ​ຊຸມ ຈະ​ເປັນ​ໂອ​ກາດ​ອັນ​ດີ​ໃຫ້​ແກ່​ທັງ​ສອງ​ຝ່າຍ​ຫວນ​ຄືນ ບັນ​ຜົນ​ສຳ​ເລັດ​ທີ່​ບັນ​ລູ​ໄດ້​ໃນ​ໄລ​ຍະ​ຂອງ​ການ​ຮ່ວມ​ມື​ສອງ​ຝ່າຍ ທີ່​ຜ່ານ​ມາ, ພ້ອມ​ກັນ​ນັ້ນ​ຊອກ​ຫາ​ວິ​ທີ​ແກ້​ໄຂ ເພື່ອ​ເພີ່ມ​ທະ​ວີ ສາຍ​ພົວ​ພັນ ການ​ຮ່ວມ​ມື​ ມິດ​ຕ​ະ​ພາບ ເພື່ອ​ສັນ​ຕິ​ພາບ ແລະ ຈະ​ເລີນ​ຮຸ່ງ​ເຮືອງ ຂອງ​ທັງ​ສອງ​ປະ​ເທດ.

ໃນ​ການ​ແຈ້ງ​ການ​ໃຫ້​ຮູ້​ວ່າ: ສຸ​ດ​ທ້າຍ​ຂ​ອງ​ກອງ​ປະ​ຊຸມ ທັງ​ສ​ອງ​ຝ່າຍ​ຈະ ຮ່ວມ​ກັນ​ເຊັນ​ສັນ​ຍາ ກ່ຽວ​ກັບ​ບັນ​ດາ​ເອກ​ກະ​ສານ​ທີ່​ສຳ​ຄັນ.

ພາຍຫຼັງກອງປະຊຸມ, ທ່ານ Prak Sokhon ຈະໄປຢ້ຽມຢາມຖາມ​ຂ່​າວ ທ່ານ ນາຍົກລັດຖະມົນຕີ ຫງວ໋ຽນ​ຊົນ​ຟຸ໋ກ.

(ຫັດ​ທະ​ບູນ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.