ສໍາລັບຫວຽດນາມ, EVFTA ຈະປະສົບຜົນສຳເລັດອັນໃຫຍ່ຫຼວງ

07:44 | 24/08/2024

ຍສໝ - ການເຈລະຈາ EVFTA ໄດ້ດໍາເນີນໃນເວລາຍາວ. ແຕ່ສິ່ງດັ່ງກ່າວເນື່ອງຈາກວ່າສັນຍາການຄ້າມີຜົນກະທົບຢ່າງເລິກເຊິ່ງກວ້າງຂວາງໃຫ້ທັງສອງຝ່າຍ. ຄວາມຈິງແມ່ນມີ ທັງໝົດ 27 ປະເທດເອີລົບ, ດ້ວຍຜົນປະໂຫຍດທີ່ແຕກຕ່າງກັນໄດ້ເຂົ້າຮ່ວມການພົວພັນຮ່ວມມືດ້ານເສດຖະກິດກັບຫວຽດນາມ. ໂຊກດີ, ສັນຍາສະບັບນີ້ໄດ້ເຊັນອະນຸມັດໃນປີ 2020.

ເພີ່ມລະດັບການສະຫນັບສະຫນູນລາຍບ້ວງຈ່າຍບຳລຸງສ້າງສໍາລັບນັກສຶກສາ ລາວ ແລະ ກໍາປູເຈຍ ເພີ່ມລະດັບການສະຫນັບສະຫນູນລາຍບ້ວງຈ່າຍບຳລຸງສ້າງສໍາລັບນັກສຶກສາ ລາວ ແລະ ກໍາປູເຈຍ
ການສົ່ງອອກເກີນດຸນສໍາລັບຜະລິດຕະພັນກະເສດ, ຜະລິດຕະພັນເຄື່ອງປ່າຂອງດົງ ແລະ ສິນໃນນໍ້າ ໃນ 4 ເດືອນ ເພີ່ມຂຶ້ນ 3,2 ເທົ່າ ການສົ່ງອອກເກີນດຸນສໍາລັບຜະລິດຕະພັນກະເສດ, ຜະລິດຕະພັນເຄື່ອງປ່າຂອງດົງ ແລະ ສິນໃນນໍ້າ ໃນ 4 ເດືອນ ເພີ່ມຂຶ້ນ 3,2 ເທົ່າ

ບັນດາມາດຕະຖານສູງຂອງ EVFTA ຊ່ວຍພື້ນຖານເສດຖະກິດຫວຽດນາມ ເປີດກວ້າງການຄ້າ, ມີທ່າໄດ້ປຽບໃນການເພີ່ມຄວາມສາມາດແກ່ງແຍ້ງດ້ານການຄ້າໃນທົ່ວໂລກ. ແລກປ່ຽນກັບສື່ມວນຊົນ, ທ່ານ ສຈ. ປອ Andreas Stoffers, ນັກຊ່ຽວຊານຄົ້ນຄວ້າດ້ານເສດຖະກິດຫວຽດນາມ, ປະຈຸບັນພວມດຳລົງຊີວິດຢູ່ເຢຍລະມັນ ໃຫ້ຂໍ້ສັງເກດວ່າ ບັນດາຕົວເລດເສດຖະກິດຂອງຫວຽດນາມ ໃນປີ 2024 ໄດ້ພິສູດໃຫ້ເຫັນຜົນປະໂຫຍດຈາກ “ສັນຍາປະຫວັດສາດ” ກັບສະຫະພາບເອີລົບ (ອີຢູ).

ສໍາລັບຫວຽດນາມ, EVFTA ຈະປະສົບຜົນສຳເລັດອັນໃຫຍ່ຫຼວງ
ທ່ານ ສຈ. ປອ Andreas Stoffers, ນັກຊ່ຽວຊານຄົ້ນຄວ້າດ້ານເສດຖະກິດຫວຽດນາມ.

ຕາມ​ທ່ານ Andreas Stoffers ໃຫ້ຮູ້​ວ່າ: “ອີຢູ ປາດຖະໜາຢາກມີບັນດາ FTA ກັບຫຼາຍປະເທດ. ເຖິງຢ່າງໃດກໍ່ຕາມ, ການເຈລະຈາຫຼາຍ FTA ໃນໄລຍະດຽວກັນບໍ່ສາມາດປະຕິບັດໄດ້. ສຳລັບດ້ານນີ້, ຫວຽດນາມ ສາມາດເອກອ້າງທະນົງໃຈວ່າ ໃນໄລຍະດັ່ງກ່າວ, ອີຢູ ໄດ້ເລືອກ ຫວຽດນາມ ແມ່ນປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້ ເພື່ອເຊັນສັນຍາທີ່ທັນສະໄໝ ຄືແນວນັ້ນ. ນີ້ແມ່ນການເຊີດຊູສິ່ງທີ່ປະເທດອາຊີຕາເວັນອອກສ່ຽງໃຕ້ ບັນລຸໄດ້ກ່ຽວກັບຄວາມເສລີ ແລະການເປີດປະຕູດ້ານເສດຖະກິດ...

ສໍາລັບຫວຽດນາມ, EVFTA ຈະປະສົບຜົນສຳເລັດອັນໃຫຍ່ຫຼວງ
ພາບປະກອບ

ຕີ​ລາຄາ​ບັນດາ​ໝາກຜົນ​ຂອງ​ສັນຍາ​ຫວຽດນາມ, ທ່ານສຈ. ປອ Andreas Stoffers ​ໃຫ້​ຮູ້​ວ່າ: ນີ້ກໍ່ແມ່ນສັນຍານສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນຂົວເຊື່ອມຕໍ່ທີ່ສຳຄັນສຳລັບພື້ນຖານເສດຖະກິດເອີລົບ ຢູ່ພາກພື້ນອາຊີ-ປາຊີຟິກ. ສິ່ງດັ່ງກ່າວເຮັດໃຫ້ຫວຽດນາມ ກາຍເປັນປະເທດພິເສດ ແລະປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນຜົນສຳເລັດສຸດທ້າຍ ນັ້ນແມ່ນທຸກຄູ່ຮ່ວມມືໃນອີຢູ ລ້ວນແຕ່ສະໜັບສະໜູນ EVFTA.

ປະຈຸບັນ EVFTA ມີຜົນສັກສິດເປັນເວລາ 4 ປີແລ້ວ ແລະມີເຫດຜົນອັນຊອບທໍາ ເພື່ອໃຫ້ຂ້າພະເຈົ້າ ຢັ້ງຢືນໄດ້ວ່າ ສັນຍາສະບັບນີ້ນຳມາ ເຊິ່ງຜົນປະໂຫຍດຕັ້ງໜ້າໃຫ້ທັງສອງຝ່າຍ. ສັນຍາສະບັບນີ້ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງຫວຽດນາມ ແລະອີຢູ, ນັບທັງໃນຫຼາຍປີແຫ່ງການເຈລະຈາ ກໍ່ຄືໃນຊຸມປີພາຍຫຼັງໃຫ້ສັດຕະຍາບັນ.

ແມ່ນປະເທດທີ່ໄດ້ຮັບການຄັດເລືອກໃຫ້ FTA ທັນສະໄໝຄືແນວນັ້ນ, ຫວຽດນາມ ສ້າງຄວາມປະທັບໃຈຕໍ່ສື່ມວນຊົນສາກົນ ແລະມະຫາຊົນ, ວິສາຫະກິດເອີລົບ. ການເຊັນ EVFTA ໃນປີ 2020 ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນຂົວເຊື່ອມຕໍ່ທີ່ສໍາຄັນສຳລັບພື້ນຖານເສດຖະກິດເອີລົບ ຢູ່ພາກພື້ນອາຊີ-ປາຊີຟິກ.

ສຳລັບຫວຽດນາມ, EVFTA ໄດ້ ແລະຈະປະສົບຜົນສຳເລັດຢ່າງແນ່ນອນ. ຍ້ອນມີສັນຍາ, ຫວຽດນາມ ສາມາດເຂົ້າເຖິງ 27 ຕະຫຼາດຂອງອີຢູ. ບັນດາມາດຕະຖານສູງ ເຊິ່ງ EVFTA ວາງອອກຊ່ວຍໃຫ້ພື້ນຖານເສດຖະກິດຫວຽດນາມ ເປີດກວ້າງດ້ານການຄ້າ, ມີທ່າໄດ້ປຽບໃນການເພີ່ມຄວາມສາມາດແກ່ງແຍ້ງດ້ານການຄ້າໃນທົ່ວໂລກ.

ບັນດາຕົວເລກກ່ຽວກັບເສດຖະກິດຂອງຫວຽດນາມ ໃນປີນີ້ກໍ່ໄດ້ພິສູດໃຫ້ເຫັນຜົນປະໂຫຍດຈາກ “ສັນຍາປະຫວັດສາດ” ກັບອີຢູ. ໝາກຜົນຂອງພື້ນຖານເສດຖະກິດຫວຽດນາມ ໃນ 6 ເດືອນຕົ້ນປີ 2024 ແມ່ນໜ້າສົ່ງເສີມ, ດ້ວຍຍອດຜະລິດຕະພັນພາຍໃນ (GDP) ເພີ່ມ 6,42%. ຫວັງວ່າ ໃນປີ 2024, GDP ບັນລຸລະດັບ 6,5-6,7%.

ທັງສາມເສົາຄ້ຳຂອງພື້ນຖານເສດຖະກິດແມ່ນການລົງທຶນ, ການຄ້າ ແລະການບໍລິໂພກ-ອຸປະໂພກ ລ້ວນແຕ່ມີທ່າອ່ຽງກ້າວຂຶ້ນຢ່າງແຮງ. ເບິ່ງລວມແລ້ວ, ນີ້ແມ່ນເງື່ອນໄຂດີທີ່ສຸດເພື່ອໃຫ້ຫວຽດນາມ ເປີດກວ້າງດ້ານການຄ້າກັບອີຢູ ອີງໃສ່ EVFTA.

ໄປຄຽງຄູ່ກັນນັ້ນ, ໃນ 6 ເດືອນຕົ້ນປີ 2024, ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ປ່ອຍສິນເຊື່ອບັນລຸ 12,55 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 8,4%. ສິ່ງເປັນໜ້າເອົາໃຈໃສ່ພິເສດແມ່ນ 80% ທຶນ FDI ຈົດທະບຽນແມ່ນສຸມໃສ່ແຫ່ງທີ່ມີພື້ນຖານໂຄງລ່າງດີທີ່ສຸດ, ຊັບພະຍາກອນມະນຸດມີສີມືການຊ່າງສູງ ແລະອຳນາດການປົກຄອງທ້ອງຖິ່ນໃຫ້ຄຳໝັ້ນສັນຍາສົ່ງເສີມລົງທຶນຢ່າງສົມເຫດສົມຜົນ.

ອີງຕາມຄວາມຄິດເຫັນຂອງທ່ານສຈ.ປອ Andreas Stoffers ບັນດາຜົນກະທົບຈາກຫຼາຍຂົງເຂດດຳເນີນທຸລະກິດແຕກຕ່າງກັນຂອງວິສາຫະກິດຫວຽດນາມ ແລະເອີລົບ ໄດ້ຖືວ່າເປັນ “ຜົນສຳເລັດ” ຂອງ EVFTA. FTA ສະບັບລຸ້ນໃໝ່, ດ້ວຍເນື້ອໃນເລິກເຊິ່ງກວ້າງຂວາງໄດ້ຍົກສູງອິດທິພົນຊື່ສຽງຂອງຫວຽດນາມ ຢູ່ເອີລົບ. "ຄວາມສົນໃຈເຖິງຫວຽດນາມ ຢູ່ປະເທດເຢຍລະມັນ ຂອງ ຂ້າພະເຈົ້າ ເພີ່ມຂຶ້ນພໍສົມຄວນນັບແຕ່ເມື່ອ EVFTA ໄດ້ເຊັນສັດຕະຍາບັນ". ທ່ານກ່າວ.

ເຫດການ