ຫວຽດນາມ ຕອບສະໜອງບັນດາມາດຖານການຮັບຮອງພື້ນຖານດ້ານເສດຖະກິດການຕະຫຼາດທັງໝົດ

20:06 | 07/08/2024

ຍສໝ - ທ່ານກຳມະການ​ກົມ​ການ​ເມືອງ ຫງວຽນ​ຊວນ​ຖັງ ສະເໜີ 2 ຝ່າຍ​ຕ້ອງ​ໄດ້ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ, ອາ​ເມ​ລິ​ກາ ຕ້ອງ​ຕີ​ລາຄາ​ຢ່າງພາວະວິໄສ, ມຸ່ງ​ໝ້າໄປ​ເຖິງ​ການ​ຮັບ​ຮອງ ຫວຽດນາມ ​ແມ່ນ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ.

ການພົວພັນຫວຽດນາມ-ຍີ່ປຸ່ນ ໄດ້ຮັບການເປີດກວ້າງ, ເຂົ້າສູ່ລວງເລິກ, ແທດຈິງຢ່າງບໍ່ຢຸດຢັ້ງ ການພົວພັນຫວຽດນາມ-ຍີ່ປຸ່ນ ໄດ້ຮັບການເປີດກວ້າງ, ເຂົ້າສູ່ລວງເລິກ, ແທດຈິງຢ່າງບໍ່ຢຸດຢັ້ງ
ເຊື່ອມຕໍ່ສະມາຄົມມິດຕະພາບ ອົດສະຕາລີ - ຫວຽດນາມ ກັບບັນດາສະມາຄົມຊາວຫວຽດນາມ ຢູ່ ອົດສະຕາລີ ເຊື່ອມຕໍ່ສະມາຄົມມິດຕະພາບ ອົດສະຕາລີ - ຫວຽດນາມ ກັບບັນດາສະມາຄົມຊາວຫວຽດນາມ ຢູ່ ອົດສະຕາລີ

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ແລະເຮັດວຽກຢູ່ທີ່​ອາ​ເມ​ລິ​ກາ, ​ແຕ່​ວັນ​ທີ 31 ກໍລະກົດ ​ຫາ​ວັນ​ທີ 4 ສິງຫາ, ຢູ່ທີ່ນະຄອນວໍ​ຊິງ​ຕັນ ດີ​ຊີ, ທ່ານ ຫງວຽນ​ຊວນຖັງ, ກຳມະການ​ກົມ​ການ​ເມືອງ, ຫົວໜ້າ​ສະຖາບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ, ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ ແລະ​ຄະນະ​ປະຕິບັດງານ​ ໄດ້​ມີ​ການ​ພົບ​ປະ, ແລກປ່ຽນ​ກັບ​​ລັດຖະມົນຕີ​ຜູ້ທີໜຶ່ງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Kurt Campbell, ທູດ​ພິ​ເສດ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ John Podesta; ຮອງ​ທີ່​ປຶກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ຮັບຜິດຊອບ​ດ້ານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ Anne Neuberger; ຮອງຜູ້ຊ່ວຍລັດຖະມົນຕີກະຊວງການເງິນ ຮັບຜິດຊອບອາຊີ ​ແລະ ປາຊີ​ຟິກ Robert Kaproth; ປຶກສາຫາລືກັບບັນດານັກຄົ້ນຄວ້າ ແລະນັກຮຽນຮູ້ທີ່ສູນການຄົ້ນຄວ້າຍຸດທະສາດ ແລະສາກົນ (CSIS), ກອງທຶນ Heritage, ສະຖາບັນສັນຕິພາບ, ສູນ Wilson; ກອງປະຊຸມ​ເຈ​ລະ​ຈາ​ກັບ​ຜູ້​ຕາງ​ໜ້າ​ຂອງ​ພັກ​ກອມ​ມູ​ນິດ​ອາ​ເມ​ລິ​ກາ; ພົບ​ປະ ແລະໂອ້ລົມ​ກັບຖັນແຖວ​ພະນັກງານ​ຂອງ​ສະຖານທູດ​ຫວຽດນາມ ​ແລະ ບັນດາອົງການ​ອ້ອມ​ຂ້າງ​ສະຖານທູດ.

Ông Nguyễn Xuân Thắng và Phó Trợ lý Bộ trưởng Tài chính phụ trách châu Á và Thái Bình Dương Treasury Robert Kaproth. (Ảnh: Kiều Trang/TTXVN) ທ່ານ ຫງວຽນຊວນຖັງ ແລະ ຮອງຜູ້ຊ່ວຍລັດຖະມົນຕີກະຊວງການເງິນ ຮັບຜິດຊອບອາຊີ ແລະ ປາຊີຟິກ Robert Kaproth. (ພາບ: ກວຽດຈາງ/ສໍານັກຂາວສານຫວຽດນາມ)

ທ່ານ ຫງວຽນຊວນຖັງ ແລະ ຮອງຜູ້ຊ່ວຍລັດຖະມົນຕີກະຊວງການເງິນ ຮັບຜິດຊອບອາຊີ ແລະ ປາຊີຟິກ Robert Kaproth. (ພາບ: ກ່ຽວຈາງ/ສໍານັກຂາວສານຫວຽດນາມ)

ຕາງໜ້າການນຳພັກ, ລັດ ຫວຽດນາມ, ທ່ານ ຫງວຽນຊວນຖັງ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ລັດຖະບານ, ບັນດາອົງການ, ຄູ່ຮ່ວມມື, ວິສາຫະກິດອາເມລິກາ ທີ່ໄດ້ສົ່ງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ກ່ຽວກັບມສະຫາຍ ຫງວຽນຟຸຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຖິງແກ່ມໍລະນະກຳ.

ທີ່ການແລກປ່ຽນກັບ​ບັນດາ​ຄູ່​ຮ່ວມ​ມື​ອາ​ເມ​ລິ​ກາ, ທ່ານ ຫງວຽນ​ຊວນຖັງ ​ໄດ້​ຕີ​ລາຄາ​ສູງ​ວຽກການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ໄດ້ມີບາດກ້າວພັດທະນາຢ່າງຮອບດ້ານ ແລະວ່ອງໄວ.

Ông Nguyễn Xuân Thắng làm việc với đoàn Đảng Cộng sản Hoa Kỳ. (Ảnh: Kiều Trang/TTXVN) ທ່ານ ຫງວຽນຊວນຖັງ ເຮັດວຽກກັບຄະນະຜູ້ແທນພັກກອມມູນິດອາເມລິກາ. (ພາບ: ກວຽດຈາງ/ສໍານັກຂາວສານຫວຽດນາມ)

ທ່ານ ຫງວຽນຊວນຖັງ ເຮັດວຽກກັບຄະນະຜູ້ແທນພັກກອມມູນິດອາເມລິກາ. (ພາບ: ກ່ຽວຈາງ/ສໍານັກຂາວສານຫວຽດນາມ)

ກ່ຽວ​ກັບແຈ້ງການ ​ກະຊວງ​ການ​ຄ້າຂອງອາ​ເມ​ລິ​ກາທີ່ວ່າ ຍັງ​ບໍ່​ທັນ​ຮັບ​ຮອງ​ຫວຽດນາມ ​ເປັນ​ປະ​ເທດ​ທີ່​ມີ​ພື້ນຖານເສດຖະກິດ​ການ​ຕະຫຼາດ, ທ່ານ ຫງວຽນ​ຊວນ​ຖັງ ​ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ຫວຽດນາມ ຮູ້ສຶກ​ເສຍ​ດາຍ ​ແລະ ຜິດ​ຫວັງ​ຢ່າງ​ຍິ່ງ​ຕໍ່​ເລື່ອງ​ນີ້ ​ເພາະໃນ​ໄລຍະທີ່ຜ່ານມາ​, ການ​ພົວພັນ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ 2 ປະ​ເທດ ໄດ້ມີການພັດທະນາຢ່າງເຂັ້ມແຂງແບບທີ່ບໍ່ເຄີຍມີມາກ່ອນ; 2 ປະເທດກໍ່ໄດ້ມີຄວາມພະຍາຍາມຢ່າງຫຼວງຫຼາຍໃນວຽກ​ຍົກ​ລະດັບ​ການ​ພົວພັນຂຶ້ນເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ; ຫວຽດນາມໄດ້ຕອບສະໜອງທັງໝົດ 6 ມາດຖານເຊິ່ງກະຊວງການຄ້າ ອາເມລິກາ ວາງອອກເມື່ອພິຈາລະນາຮັບຮອງເອົາປະເທດໃດໜຶ່ງເປັນປະເທດທີ່ມີພື້ນຖານເສດຖະກິດການຕະຫຼາດ.

ທ່ານ ຫງວຽນ​ຊວນ​ຖັງ ສະເໜີໃຫ້ 2 ຝ່າຍ​ຕ້ອງ​ໄດ້ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ, ອາ​ເມ​ລິ​ກາ ຕ້ອງ​ຕີ​ລາຄາ​ຢ່າງພາວະວິໄສ, ມຸ່ງ​ໝ້າໄປ​ເຖິງ​ການ​ຮັບ​ຮອງ ຫວຽດນາມ ​ແມ່ນ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ.

ນອກຈາກນີ້ ທ່ານ ຍັງໄດ້ສະແດງຄວາມປາດຖະໜາວ່າ ຢາກໃຫ້ບັນດາວິສາຫະກິດອາ​ເມ​ລິ​ກາ ສືບ​ຕໍ່​ຊຸກຍູ້​ການ​ລົງທຶນ​ເຂົ້າໃນຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນຫຼາຍຢ່າງ; ສົ່ງ​ອອກບັນດາຜະ​ລິດ​ຕະ​ພັນຕ່າງໆ​ທີ່​ມີທ່າໄດ້​ປຽບ​ຂອງ​ອາ​ເມ​ລິ​ກາ ​ໄປ​ຍັງຫວຽດ​ນາມ; ​ແລະ ນີ້ອາດເປັນ​ປັດ​ໄຈ​ສຳຄັນໃນ​ປະກອບສ່ວນ​ຫລຸດຜ່ອນ​ການ​ຂາດ​ດຸນ​ການ​ຄ້າ​ຂອງ ອາ​ເມ​ລິ​ກາ ຕໍ່ກັບ ຫວຽດນາມ.

Ông Nguyễn Xuân Thắng và đoàn làm việc với Trung tâm Wilson. (Ảnh: Kiều Trang/TTXVN) ທ່ານ ຫງວຽນຊວນຖັງ ພ້ອມດ້ວຍຄະນະເຮັດວຽກຮ່ວມກັບສູນ Wilson. (ພາບ: ກວຽດຈາງ/ສໍານັກຂາວສານຫວຽດນາມ)
ທ່ານ ຫງວຽນຊວນຖັງ ພ້ອມດ້ວຍຄະນະປະຕິບັດງານ ເຮັດວຽກກັບສູນ Wilson. (ພາບ: ກ່ຽວຈາງ/ສໍານັກຂາວສານຫວຽດນາມ)

ສ່ວນການ​ນຳ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ກໍ່​ໄດ້​ແບ່ງປັນ​ຄວາມລໍາບາກໃຈ​ຂອງ​ຫວຽດນາມ ກ່ຽວ​ກັບ​ບັນຫາ​ການ​ຮັບ​ຮອງ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ ​ແລະ ຢືນຢັນ​ວ່າ ສິ່ງ​ນີ້​ຈະ​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ 2 ປະ​ເທດ​ທີ່ກໍາລັງ​ພັດທະນາ​ໄປຢ່າງຈົບງາມ, ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ການ​ຫັນສາຍ​ພົວພັນ ​ຫວຽດນາມ - ອາ​ເມ​ລິ​ກາ​ ເປັນ​ປົກກະຕິ ​ໃນ​ປີ 2025.

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.