ຫວຽດນາມ ຮຽກຮ້ອງເພີ່ມທະວີການປົກປ້ອງສາມັນຊົນ ແລະ ພື້ນຖານໂຄງລ່າງ, ການບໍລິການພົນລະເຮືອນທີ່ຈຳເປັນໃນການປະທະກັນດ້ວຍອາວຸດ

00:00 | 27/05/2023

ໃນຂອບເຂດສັບປະດາປົກປ້ອງສາມັນຊົນໃນການປະທະກັນດ້ວຍອາວຸດປີ 2023 (ແຕ່ວັນທີ 22 – 26 ພຶດສະພາ), ທີ່ສຳນັກງານ ສປຊ (ປະເທດ ອາເມລິກາ), ວັນທີ 26 ພຶດສະພາ, ໄດ້ດຳນີນວາລະປຶກສາຫາລືເປີດຂັ້ນສູງຂອງສະພາຄວາມໝັ້ນຄົງດ້ວຍຫົວຂໍ້ “ຮັບປະກັນຄວາມໝັ້ນຄົງ ແລະ ຄຸນນະທາດຂອງສາມັນຊົນໃນການປະທະກັນ: ແກ້ໄຂສະພາບຂາດແຄນສະບຽງອາຫານ ແລະ ປົກປັກຮັກສາບັນດາການບໍລິການທີ່ເປັນຈຳ”.

ILO ໃຫ້ຄຳໝັ້ນສັນຍາ ສືບຕໍ່ໜູນຊ່ວຍ ຫວຽດນາມ ບັນດາບັນຫາກ່ຽວຂ້ອງເຖິງແຮງງານ, ວຽກເຮັດງານທຳ ILO ໃຫ້ຄຳໝັ້ນສັນຍາ ສືບຕໍ່ໜູນຊ່ວຍ ຫວຽດນາມ ບັນດາບັນຫາກ່ຽວຂ້ອງເຖິງແຮງງານ, ວຽກເຮັດງານທຳ
ຫວຽດນາມຮຽກຮ້ອງຊຸກຍູ້ຄວາມພະຍາຍາມປົກປ້ອງສາມັນຊົນໃນການປະທະກັນ ຫວຽດນາມຮຽກຮ້ອງຊຸກຍູ້ຄວາມພະຍາຍາມປົກປ້ອງສາມັນຊົນໃນການປະທະກັນ

ກ່າວຄຳເຫັນທີ່ວາລະປຶກສາຫາລືເປີດຂອງ ສະພາຄວາມໝັ້ນຄົງ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ: ວິທີດີທີ່ສຸດເພື່ອປົກປ້ອງສາມັນຊົນແມ່ນສະກັດກັ້ນສົງຄາມ, ການປະທະກັນ; ຢັ້ງຢືນວ່າອາດສາມາດຫຼີກລ້ຽງສົງຄາມ, ການປະທະກັນຖ້າທຸກໆປະເທດເຄົາລົບກົດບັດ ສປຊ ແລະ ກົດໝາຍສາກົນ, ບົນພື້ນຖານເຄົາລົບ ແລະ ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ. ທ່ານເອກອັກຄະລັດຖະທູດຮຽກຮ້ອງທຸກໆຝ່າຍກ່ຽວຂ້ອງເຄົາລົບກົດໝາຍສາກົນ ແລະ ມະຕິ 2573 ຂອງ ສະພາຄວາມໝັ້ນຄົງ, ບໍ່ນຳໃຊ້ສະບຽງອາຫານ, ແຫຼ່ງນ້ຳ ແລະ ບັນດາພື້ນຖານໂຄງລ່າງກ່ຽວຂ້ອງເປັນເຄື່ອງມືເພື່ອບັນລຸໄດ້ທ່າໄດ້ປຽບດ້ານການທະຫານ ຫຼື ຍຸດທະສາດພາຍໃຕ້ບໍ່ວ່າຮູບແບບໃດໆ.

ຫວຽດນາມ ຮຽກຮ້ອງເພີ່ມທະວີການປົກປ້ອງສາມັນຊົນ ແລະ ພື້ນຖານໂຄງລ່າງ, ການບໍລິການພົນລະເຮືອນທີ່ຈຳເປັນໃນການປະທະກັນດ້ວຍອາວຸດ

ເດືອນ ເມສາ ປີ 2021, ສະພາຄວາມໝັ້ນຄົງ ສປຊ ໄດ້ເຫັນດີເປັນເອກະພາບຮັບຮອງເອົາມະຕິ 2573 ວ່າດ້ວຍການປົກປ້ອງພື້ນຖານໂຄງລ່າງທີ່ຈຳເປັນ ສຳລັບສາມັນຊົນໃນການປະທະກັນດ້ວຍອາວຸດ ໂດຍ ຫວຽດນາມ ເປັນເຈົ້າການຮຽບຮຽງໃນຖານະເປັນປະເທດປະທານ ສະພາ. ມະຕິໄດ້ 64 ປະເທດສະມາຊິກ ສປຊ ອຸປະຖຳ, ໃນນັ້ນມີທັງໝົດ 15 ປະເທດສະມາຊິກ ສະພາຄວາມໝັ້ນຄົງ, ຜ່ານນັ້ນຢັ້ງຢືນຄວາມເຫັນດີເຫັນພ້ອມສູງ ແລະ ຄຳໝັ້ນສັນຍາຢ່າງແຮງຂອງປະຊາຄົມສາກົນຕໍ່ບັນຫາປົກປ້ອງສາມັນຊົນ ແລະ ຊຸກຍູ້ການເຄົາລົບກົດໝາຍວ່າດ້ວຍມະນຸດສະທຳສາກົນ.

ເຫດການ
302 Found

Found

The document has moved here.