ເອີຣົບ ຮັບຮອງເອົາສົນທິສັນຍາສາກົນທຳອິດກ່ຽວກັບ AI

10:51 | 21/05/2024

ຍສໝ - ສະພາ ​ເອີຣົບ (EC) ຫາ​ກໍ່​ໄດ້​ຮັບຮອງ​ເອົາ​ສົນທິສັນຍາ​ສາກົນ​ທີ່​ມີ​ຜົນ​ບັງຄັບ​ໃຊ້​ສະບັບ​ທຳ​ອິດ​ ກ່ຽວ​ກັບ​ລະບຽບ​ການ​ຄຸ້ມ​ຄອງ​ການ​ນຳ​ໃຊ້​ປັນຍາ​ປະດິດ (AI).

ສ້າງຕັ້ງຫ້ອງທົດລອງ 5G ແລະ AI ໃຫ້ແກ່ນັກສຶກສາຢູ່ຫວຽດນາມ ສ້າງຕັ້ງຫ້ອງທົດລອງ 5G ແລະ AI ໃຫ້ແກ່ນັກສຶກສາຢູ່ຫວຽດນາມ
ການຄົ້ນຄວ້າກ່ຽວກັບການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ AI ຂອງ​ທ່ານ ປະລິນຍາເອກຊາວຫວຽດນາມ ​ໄດ້​ຮັບ​ການຍ້ອງ​ຍໍ​ຊົມ​ເຊີຍ​ຈາກວາລະສານ​ອາ​ເມ​ລິ​ກາ ​ຫຼາຍ​ສະບັບ ການຄົ້ນຄວ້າກ່ຽວກັບການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ AI ຂອງ​ທ່ານ ປະລິນຍາເອກຊາວຫວຽດນາມ ​ໄດ້​ຮັບ​ການຍ້ອງ​ຍໍ​ຊົມ​ເຊີຍ​ຈາກວາລະສານ​ອາ​ເມ​ລິ​ກາ ​ຫຼາຍ​ສະບັບ

ສະພາ ເອີຣົບ (EC) ໃຫ້ຮູ້ວ່າ ສົນທິສັນຍາຂອບກ່ຽວກັບປັນຍາປະດິດ (AI) ໄດ້ກໍານົດຂອບເຂດກົດຫມາຍສໍາລັບທຸກຂັ້ນຕອນໃນການພັດທະນາ ແລະ ການນໍາໃຊ້ລະບົບ AI. ພ້ອມກັນນັ້ນ ແມ່ນການແກ້ໄຂຄວາມສ່ຽງທີ່ອາດຈະເກີດຂື້ນຂອງ AI ແລະ ສົ່ງເສີມນະວັດຕະກໍາເຕັກໂນໂລຢີຢ່າງມີຄວາມຮັບຜິດຊອບ. EC ເນັ້ນ​ໜັກ​ວ່າ ປະ​ເທດ​ນອກ​ສະ​ຫະ​ພາບ​ເອີ​ລົບ (EU) ກໍ່​ສາ​ມາດ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ນີ້.

ສົນທິສັນຍາ AI ໄດ້​ຮັບ​ການ​ຮັບຮອງ​ເອົາ​ໃນ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ຄະນະກຳມະການ​ລັດຖະມົນຕີ​ສະພາ ​ເອີຣົບ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຂອງ 46 ປະ​ເທດ​ສະມາຊິກ.

ເອີຣົບ ຮັບຮອງເອົາສົນທິສັນຍາສາກົນທຳອິດກ່ຽວກັບ AI

ທ່ານ ນາງ Marija Pejcinovic ເລຂາທິການໃຫຍ່ EC

ທ່ານ​ເລຂາທິການ​ໃຫຍ່ EC ນາງ Marija Pejcinovic ​ໃຫ້​ຮູ້​ວ່າ ສົນທິສັນຍາ​ຂອບ​ກ່ຽວ​ກັບ AI ສາມາດ​ຊ່ວຍ​ຮັບປະກັນ​ການ​ນຳ​ໃຊ້ AI ຢ່າງ​ມີ​ຄວາມ​ຮັບຜິດຊອບ, ​ເຄົາລົບ​ສິດທິ​ມະນຸດ, ລະບຽບ​ກົດໝາຍ ​ແລະ ປະຊາທິປະ​ໄຕ. ສົນທິສັນຍາດັ່ງກ່າວມີຈຸດປະສົງເພື່ອສ້າງຄວາມໂປ່ງໃສ ແລະ ຕິດຕາມກວດກາທີ່ເໝາະສົມກັບສະພາບການ ແລະ ຄວາມສ່ຽງຕົວຈິງ, ລວມທັງການກໍານົດເນື້ອໃນທີ່ສ້າງຂຶ້ນໂດຍລະບົບ AI.

ສົນທິສັນຍາ​ສະບັບ​ນີ້​ແມ່ນ​ໝາກຜົນ​ຂອງ​ການ​ເຮັດ​ວຽກ 2 ປີ​ຂອງ​ອົງການ​ລະຫວ່າງ​ລັດຖະບານ, ​ໄດ້​ໂຮມສຸມ 46 ປະ​ເທດ​ສະມາຊິກ​ສະພາ​ເອີ​ລົບ, ສະຫະພາບ​ເອີ​ລົບ (ອີ​ຢູ) ​ແລະ 11 ປະ​ເທດ​ທີ່​ບໍ່​ແມ່ນ​ສະມາຊິກ​ສະຫະພາບ​ ເອີ​ລົບ - ​ໃນ​ນັ້ນ​ມີ ​ອາ​ເມ​ລິ​ກາ, ກໍຄື​ຜູ້ຕາງໜ້າຂອງ​ວົງການນັກຮຽນຮູ້.

ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ສົນທິສັນຍາ​ຂອບ AI ຈະ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ຍຸຕິ​ທຳ EU ຢູ່ທີ່ນະຄອນຫູວງ Vilnius (Litva) ​ໃນ​ເດືອນກັນຍາ 2024.

ໃນເດືອນມີນາ 2024, ລັດຖະສະພາ ເອີຣົບ ໄດ້ຜ່ານບັນດາກົດລະບຽບການຄຸ້ມຄອງການນໍາໃຊ້ AI, ໂດຍສະເພາະແມ່ນລະບົບ AI ທີ່ນິຍົມເຊັ່ນ ChatGPT ຂອງບໍລິສັດ OpenAI.

EC ກ່າວ​ວ່າ, ບັນດາປະ​ເທດ​ນອກ​ສະ​ຫະ​ພາບ ​ເອີ​ລົບ (EU) ກໍ​ສາ​ມາດ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ນີ້. ບັນດາຜູ້ລົງນາມຈະຕ້ອງຮັບປະກັນໜ້າທີ່ຄວາມຮັບຜິດຊອບອະທິບາຍກ່ຽວກັບຜົນກະທົບຫຍໍ້ທໍ້ ແລະ ກ່ຽວກັັບເລື່ອງລະບົບ AI ເຄົາລົບຄວາມສະເຫມີພາບ, ລວມມີຄວາມສະເຫມີພາບລະຫວ່າງຍິງ-ຊາຍ, ການຫ້າມການຈໍາແນກການປະພຶດ ແລະ ສິດສ່ວນຕົວ.

ຄຽງຂ້າງ​ນີ້, ສົນທິສັນຍາ​ກໍຮຽກຮ້ອງ​ໃຫ້​ແຕ່ລະ​ຝ່າຍ​ສ້າງ​ກົນ​ໄກ​ຕິດຕາມ​ກວດກາ​ເອກະລາດ​ເພື່ອ​ຕິດຕາມ​ກວດກາ​ການ​ປະຕິບັດ​ຕາມ​ສົນທິສັນຍາ. ພ້ອມ​ກັນ​ນັ້ນ, ກໍຍົກ​ສູງ​ຄວາມ​ຮັບ​ຮູ້, ຊຸກຍູ້​ການ​ໂຕ້​ວາ​ທີ​ຢ່າງ​ຕັ້ງໜ້າເປີດເຝີຍ ​ແລະ ດຳ​ເນີນ​ການ​ປຶກສາ​ຫາລື​ຫຼາຍ​ຝ່າຍ​ກ່ຽວ​ກັບ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ AI.

ອີງຕາມການຄົ້ນຄວ້າໂດຍໂປຼແກຼມອອນໄລຂອງ ເຢຍລະມັນ ທີ່ມີຄວາມຊ່ຽວຊານໃນການເກັບກໍາຂໍ້ມູນ ແລະ ຫັນເປັນສຳຜັດໂດຍໂກງ Statista, ທ້ອງຕະຫຼາດ AI ທົ່ວໂລກຈະເຕີບໂຕ 54% ຕໍ່ປີ. ຕາມ​ບັນດາ​ນັກ​ຊ່ຽວຊານ​ແລ້ວ, ຮອດ​ປີ 2028, ຍອດ​ມູນ​ຄ່າ​ຕະຫຼາດ AI ຈະສາມາດ​ບັນລຸ 1.000 ຕື້ USD. ດັ່ງນັ້ນ, ການສ້າງແລວທາງດ້ານກົດໝາຍເພື່ອຄວບຄຸມ ແລະ ປ້ອງກັນຄວາມສ່ຽງທີ່ອາດຈະເກີດຂຶ້ນຈາກ AI ແມ່ນນັບມື້ນັບມີຄວາມຮີບດ່ວນຫຼາຍຂຶ້ນ.

ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ປະກາດສ້າງຕັ້ງຄະນະທີ່ປຶກສາ AI. ໂດຍມີສະມາຊິກ 39 ທ່ານ ລວມມີ ບັນດາຜູ້ອຳນວຍການບໍລິສັດ, ເຈົ້າຫນ້າທີ່ລັດຖະບານ ແລະ ນັກວິຊາການ, ຄະນະທີ່ປຶກສາທີ່ມີໜ້າທີ່ຍົກອອກຄຳແນະນໍາສໍາລັບການຄຸ້ມຄອງ AI ໃນລະດັບສາກົນ. ສະຫະ​ປະຊາ​ຊາດ​ຢືນຢັນ​ວ່າ ​ເຕັກ​ໂນ​ໂລ​ຊີ AI ຕ້ອງ​ໄດ້​ຮັບ​ການ​ຕິດຕາມ​ຢ່າງ​ໃກ້ຊິດ, ບໍ່​ວ່າ​ເຕັກ​ໂນ​ໂລ​ຢີຈະ​ພັດທະນາ​ໄປ​ຫຼາຍ​ປານ​ໃດ, ສິດທິ​ມະນຸດ​ຕ້ອງ​ເປັນ​ປັດ​ໄຈ​ໃຈກາງ​ສະເໝີ.

ໃນ​ຂະນະ​ນັ້ນ, ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ກຸ່ມ​ບັນດາ​ປະ​ເທດ​ອຸດສາຫະກຳພັດທະນາ (G7) ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ຂໍ້​ກຳນົດ 11 ຂໍ້​ໃຫ້​ສຳລັບ​ບັນດາ​ບໍລິສັດ​ພັດທະນາ AI, ​ແນະນຳ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ລະບົບ AI ທີ່​ກ້າວໜ້າ​ທີ່​ສຸດ ​ແລະ ລະບົບ AI ຜະລິດສ້າງ.

ເດືອນທັນວາ 2023, 18 ປະເທດ ລວມມີ ອັງກິດ, ອົດສະຕາລີ, ການາດາ, ຊິລີ, ສາທາລະນະລັດເຊັກ, Estonia, ຝຣັ່ງ, ເຢຍລະມັນ, ອິດສະຣາແອນ, ອີຕາລີ, ຍີ່ປຸ່ນ, ນິວຊີແລນ, ໄນຈີເລຍ, ນໍເວ, ໂປແລນ, ເກົາຫຼີໃຕ້, ສິງກະໂປ ແລະ ສະຫະລັດອາເມຣີກາ ໄດ້ຕົກລົງເຫັນດີກັບຂໍ້ຕົກລົງທີ່ຍາວ 20 ຫນ້າ. ເອກະສານດັ່ງກ່າວໄດ້ຍົກອອກຄໍາແນະນໍາໃຫມ່ສໍາລັບການພັດທະນາທີ່ປອດໄພຂອງລະບົບ AI. ດ້ວຍເຫດນີ້, ຈະຊ່ວຍໃຫ້ຜູ້ພັດທະນາລະບົບໃດໜຶ່ງທີ່ໃຊ້ AI ຕັດສິນໃຈຢ່າງສ່ອງໃສກ່ຽວກັບຄວາມປອດໄພທາງອິນເຕີເນັດໃນທຸກຂັ້ນຕອນຂອງຂະບວນການພັດທະນາ. ມັນໃຊ້ໄດ້ໃຫ້ສຳລັບບໍ່ວ່າແຜນຈະພັດທະນາຕັ້ງແຕ່ເລີ່ມຕົ້ນ, ຫຼືໄດ້ສ້າງຂຶ້ນໂດຍການນຳໃຊ້ເຄື່ອງມືອຸປະກອນ ແລະ ການບໍລິການທີ່ສະໜອງໃຫ້ໂດຍແຫຼ່ງພາຍນອກ.

ມິງດຶກ

ທ່ານອາດຈະມັກ

302 Found

Found

The document has moved here.