ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ-ລາວ

18:17 | 09/03/2024

ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ-ລາວ

ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ຮົງກາລີ ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ຮົງກາລີ
ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ສາທາລະນະລັດ ເບລາຣຸດ ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ສາທາລະນະລັດ ເບລາຣຸດ

ຕອນບ່າຍວັນທີ 6 ມີນາ, ທ່ານ ບຸ່ຍວັນເກື່ອງ ເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໄດ້ມີການພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ ແຂວງອຸດົມໄຊ, ປະເທດລາວ.

ໂດຍເນັ້ນໜັກເຖິງນໍ້າໃຈມິດຕະພາບແບບພິເສດ ຫວຽດນາມ-ລາວ ເຊິ່ງການນໍາສອງປະເທດໄດ້ເພີ່ມພູນຄູນສ້າງນັ້ນ, ທ່ານ ບຸ່ຍວັນເກື່ອງ ຊີ້ແຈ້ງວ່າ ພັກ, ລັດ ຫວຽດນາມ ຍາມໃດກໍເອົາໃຈໃສ່ເຖິງປະຊາຄົມຊາວຫວຽດນາມ ທີ່ພວມດໍາລົງຊີວິດ ແລະເຮັດວຽກຢູ່ຕ່າງປະເທດ, ໃນນັ້ນມີປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວ, ຖືນີ້ແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໄດ້.

ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ-ລາວ

ທ່ານ ບຸ່ຍວັນເກື່ອງ ເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ກ່າວຄໍາເຫັນທີ່ການພົບປະ. ພາບ: quochoi.vn

ທ່ານ ຟີ໋ວັນມາຍ ປະທານສະມາຄົມຊາວຫວຽດນາມ ຢູ່ແຂວງອຸດົມໄຊ ໃຫ້ຮູ້ວ່າ ສະມາຄົມຊາວຫວຽດນາມ ຢູ່ແຂວງອຸດົມໄຊ ໄດ້ຮັບການສ້າງຕັ້ງເມື່ອປີ 2009. ມາຮອດປະຈຸບັນ, ການເຄື່ອນໄຫວຂອງສະມາຄົມໄດ້ສ້າງເປັນເຄືອຂ່າຍສື່ສານ, ເຊື່ອມຕໍ່ຢ່າງກວ້າງຂວາງ, ເປັນປະຈໍາ ແລະທັນການ. ປະຊາຄົມຊາວຫວຽດນາມ ອາໄສຢູ່ແຂວງອຸດົມໄຊ ນັບມື້ນັບມີຄວາມສາມັກຄີ, ສະໜິດສະໜົມ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນການທໍາມາຫາກິນ ແລະການດຳລົງຊີວິດ.

ຫວ່າງແລ້ວນີ້, ສະມາຄົມຊາວຫວຽດນາມ ຢູ່ແຂວງອຸດົມໄຊ ໄດ້ຮຽກຮ້ອງລະດົມແຫຼ່ງທຶນອຸປະຖຳ ແລະດໍາເນີນການກໍ່ສ້າງສໍານັກງານຫ້ອງການສະມາຄົມສຳເລັດ; ວັນທີ 28 ກໍລະກົດ 2023, ສະມາຄົມໄດ້ເລີ່ມລົງມືກໍ່ສ້າງຫໍພັກໃຫ້ຄູອາຈານ ແລະນັກສຶກສາ, ຂຶ້ນກັບໂຄງການກໍ່ສ້າງໂຮງຮຽນສອງພາສາ ລາວ-ຫວຽດນາມ ເພື່ອຮັບໃຊ້ພະນັກງານລາວທີ່ມີຄວາມຕ້ອງການກຽມພາສາຫວຽດນາມ ກ່ອນທີ່ຈະໄປຮໍ່າຮຽນຢູ່ຫວຽດນາມ.

ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ-ລາວ

ທ່ານ ບຸ່ຍວັນເກື່ອງ ເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ຖ່າຍຮູບກັບສະມາຄົມຊາວຫວຽດນາມ ຢູ່ແຂວງອຸດົມໄຊ. ພາບ: quochoi.vn

ທ່ານ ບຸ່ຍວັນເກື່ອງ ປາດຖະໜາວ່າ ໃນໄລຍະຈະມາເຖິງ ສະມາຄົມຊາວຫວຽດນາມຢູ່ແຂວງອຸດົມໄຊ ຈະສືບຕໍ່ສ້າງສາຍພົວພັນສາມັກຄີ ແລະ ຄວາມສະໜິດຕິດພັນລະຫວ່າງປະຊາຄົມຊາວຫວຽດນາມ ຢູ່ແຂວງອຸດົມໄຊ ກັບປະຊາຄົມທ້ອງຖິ່ນ; ເສີມຂະຫຍາຍບົດບາດເປັນຂົວຕໍ່ລະຫວ່າງປະຊາຊົນຫວຽດນາມ ແລະປະຊາຊົນລາວ, ຜ່ານນັ້ນ ກໍ່ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະພັດທະນາສາຍພົວພັນສາມັກຄີແບບພິເສດລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ.

ບູນມີ

ເຫດການ
302 Found

Found

The document has moved here.