ແຂວງ Luxor ຂອງ ອີຢິບ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ

16:59 | 29/02/2024

ຍສໝ - ວັນ​ທີ 25 ກຸມພານີ້, ຄະນະ​ປະຕິບັດງານສະຖານທູດ ຫວຽດນາມ ປະຈຳ ອີ​ຢິບ ໂດຍທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍ​ຢຸງ ນຳ​ໜ້າ​ ໄດ້​ມີ​ການ​ພົບ​ປະເຮັດວຽກກັບການ​ນຳ​ແຂວງ Luxor ປະ​ເທດ ອີ​ຢິບ ​ແລະ ສົມທົບ​ກັບ​ຫ້ອງການ​ການ​ຄ້າ​ແຂວງ Luxor ຈັດ​ຕັ້ງ​ການສຳມະນາການ​ຄ້າ ດ້ວຍ​ຫົວ​ຂໍ້ “ກາ​ລະ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ​ຂອງ ຫວຽດນາມ - ອີ​ຢິບ” ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການທ່ອງ​ທ່ຽວ,ວັດ​ທະ​ນະ​ທຳ, ກະ​ສິ​ກຳ ແລະ ການ​ສຶກ​ສາ ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຢິບ ກໍ່​ຄື​ລະ​ຫວ່າງ​ທ້ອງ​ຖິ່ນ​ຂອງ 2 ປະ​ເທດ ໃຫ້ຫຼາຍກ່ວາອີກ.

ເວທີປາໄສການຮ່ວມມືວິສາຫະກິດຫວຽດນາມ - ອີຢິບ ເວທີປາໄສການຮ່ວມມືວິສາຫະກິດຫວຽດນາມ - ອີຢິບ
​ເພີ່ມ​ທະວີ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ລະຫວ່າງ​ຕຳຫຼວດ​ແຂວງ ເຊີນ​ລາ ​ແລະ ຕຳຫຼວດ 3 ​ແຂວງ​ໃກ້​ຄຽງ​ຂອງ​ລາວ ​ເພີ່ມ​ທະວີ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ລະຫວ່າງ​ຕຳຫຼວດ​ແຂວງ ເຊີນ​ລາ ​ແລະ ຕຳຫຼວດ 3 ​ແຂວງ​ໃກ້​ຄຽງ​ຂອງ​ລາວ

ຕາມນັກຂ່າວສຳ​ນັກ​ຂ່າວສານ​ ຫວຽດນາມ ປະຈຳ ອີ​ຢິບ ​ແລ້ວ, ທີ່​ການ​ພົບ​ປະ​ເຮັດວຽກກັບຜູ້ວ່າການແຂວງ Luxor, ທ່ານ Mustafa Mohamed Alham Khaled, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ຫງວຽນ​ຮຸຍ​ຢຸງ ​ເນັ້ນ​ໜັກ​ວ່າ ຫວຽດນາມ ​ແລະ ອີ​ຢິບ ມີ​ການ​ພົວພັນທີ່​ເປັນ​ມູນ​ເຊື້ອ ແລະ ມິດຕະພາບ, ຢືນຢັນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງສອງ​ປະ​ເທດ ​ໄດ້​ເຫັນ​ການ​ພັດທະນາ​ທີ່​ດີ​ຫຼາຍ​ໃນ​ຊຸມ​ປີທີ່ຜ່ານມາ. ພິ​ເສດ, 2 ປະ​ເທດ ​​ໄດ້​ເຊັນຂໍ້ຕົກລົງການຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ໃນ​ຂອບ​ເຂດບັນດາການ​ຢ້ຽມຢາມ​ຂັ້ນ​ສູງ​ຂອງ​ການ​ນຳ 2 ປະ​ເທດ​ໃນ​ປີ 2017 – 2018, ​ໃນ​ນັ້ນ ​ມີ​ຂໍ້ຕົກລົງ​ຮ່ວມ​ມື ​ແລະ ມິດຕະພາບ​ລະຫວ່າງ​ແຂວງ Luxor ຂອງ ອີ​ຢິບ ​ແລະ ​ແຂວງ ນິງບີງ ຂອງ ຫວຽດນາມ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ແລ້ວ, ຫວຽດນາມ ​ແລະ ອີ​ຢິບ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນຫຼາຍ​ດ້ານ​ໃນ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ສອງ​ຝ່າຍ​ມີທ່າແຮງຄື ກະສິກຳ, ອຸດສາຫະກຳ, ​ຕ່ຳແຜ່ນຕັດຫຍິບ, ການຂົນສົ່ງ, ອາຫານ​ທະ​ເລ, ການທ່ອງທ່ຽວ, ​ເສດຖະກິດ​ທາງ​ທະ​ເລ... ​ສອງປະເທດພວມມຸງໄປເຖິງເປົ້າໝາຍນຳວົງ​ເງິນ​ການ​ຄ້າ​ສອງສົ້ນຂຶ້ນເປັນ 1 ຕື້ USD ​ໃນ​ໄລຍະ​ຈະ​ມາ​ເຖິງ.

ແຂວງ Luxor ຂອງ ອີຢິບ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ


ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍ​ຢຸງ ກ່າວຄຳປາໄສທີ່ການສຳມະນາ

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍ​ຢຸງ ​ແລະ ທ່ານຜູ້ວ່າການແຂວງ Luxor Alham Khaled ​ໄດ້​ເຫັນ​ດີ​ເປັນ​ເອກະພາບໃຫ້ເຫັນວ່າ ແຂວງ Luxor ​ແລະ ນິງບີງ ຄວນ​ກວດກາຄືນ ​ແລະ ເພີ່ມເຕີມເນື້ອ​ໃນ​ການ​ຮ່ວມ​ມືໃນສັນຍາ​ມິດຕະພາບ​ ແລະ ການຮ່ວມມືລະຫວ່າງ 2 ທ້ອງ​ຖິ່ນ ​ເພື່ອ​ຈະ​ລົງ​ນາມ​ໃນ​ເອກະສານ​ສະບັບ​ນີ້​ໂດຍ​ໄວ. ທ່ານ​ເອກ​ອັກຄະ​ລັດຖະທູດ​ ຫວຽດນາມ ກໍໄດ້ສະ​ເໜີ​ໃຫ້​ແຂວງ Luxor ​ເພີ່ມ​ທະວີ​ການ​ຮ່ວມ​ມື​ບໍ່​ພຽງ​ແຕ່​ກັບ​ແຂວງ ນິງບີງ ເທົ່າ​ນັ້ນ ຫາກ​ຍັງ​ກັບບັນດາ​ທ້ອງ​ຖິ່ນ​ຂອງ​ ຫວຽດນາມ ​ອີກ​ດ້ວຍ.

ທ່ານ Alham Khaled ໄດ້ສະແດງຄວາມປາດ​ຖະໜາ​ວ່າ Luxor ​ແລະ ນິງບີງ ຈະເພີ່ມ​ເຕີມເນີ້ອໃນຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ, ການ​ສຶກສາ ​ແລະ ການທ່ອງທ່ຽວ, ພ້ອມກັນນັ້ນ ກໍ່ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ບັນດາ​ເຂດ​ອຸດສາຫະກຳ​ຢູ່​ແຂວງ Luxor. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍ​ຢຸງ ​ແລະ ການ​ນຳ​ແຂວງ Luxor ກໍ່​ສະ​ເໜີ​ໃຫ້ 2 ປະ​ເທດ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດທ່ອງ​ທ່ຽວ​ຂອງ 2 ຝ່າຍ​ເປີດຫ້ອງການ​ຜູ້ຕາງໜ້າ ແລະ ສົ່ງເສີມບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ການທ່ອງທ່ຽວໃນບໍລິເວນຂອງກັນ.

ທີ່ການສຳມະນາການ​ຄ້າ​ດ້ວຍ​ຫົວ​ຂໍ້ “ກາ​ລະ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ​ ຫວຽດ​ນາມ - ອີ​ຢິບ” ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ດຽວ​ກັນ, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ປະ​ທານ​ຫ້ອງການການຄ້າ​ແຂວງ Luxor Muhammad Yehia ແລະ ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ​ຫຼາຍ​ແຫ່ງ​ໃນ​ແຂວງ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຮຸຍ​ຢຸງ ໄດ້​ແນະ​ນຳ​​ຈຸດຫຼັກກ່ຽວກັບສະພາບການເສດຖະກິດ ກໍຄືບັນດານະໂຍບາຍ​ດຶງ​ດູດ​ການ​ລົງທຶນຂອງ ຫວຽດນາມ, ພ້ອມກັນ ກໍ່ສະເໜີໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ 2 ປະ​ເທດ​ເພີ່ມ​ທະວີ​ການ​ເຊື່ອມຕໍ່ ເພື່ອຊອກ​ຫາ​ທ້ອງຕະຫຼາດກໍຄືຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ທຸລະ​ກິດ.

ສ່ວນ​ທ່ານ​ປະທານ​ຫ້ອງການການ​ຄ້າ​ແຂວງ Luxor Muhammad Yehia ໄດ້ສະເໜີ​ໃຫ້ 2 ປະ​ເທດຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດກວ່າອີກ, ພິ​ເສດ​ແມ່ນ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ, ວັດທະນະທຳ ​ແລະ ການ​ແລກປ່ຽນ​ປະຊາຊົນ. ທ່ານ Muhammad Yehia ກໍ່ສະແດງຄວາມປາດ​ຖະໜາ​ວ່າ ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຈະ​ມີ​ຄວາມ​ສົນ​ໃຈ​ລົງທຶນ​ເຂົ້າ​ບັນດາ​ເຂດ​ອຸດສາຫະກຳ​ຢູ່​ແຂວງ Luxor.

ທີ່ການສຳມະນາ, ທ່ານ ຫງວຽນ​ຢຸຍຮື່ງ, ເລຂາຜູ້ທີໜຶ່ງ, ຫົວ​ໜ້າອົງການການຄ້າສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ອີ​ຢິບ ໄດ້​ແນະນຳໂດຍສັງເຂບກ່ຽວ​ກັບການ​ເຄື່ອນ​ໄຫວ​ການ​ຄ້າ ກໍຄືບັນດາຂະ​ແໜງການທ່າແຮງຂອງ ຫວຽດນາມ, ພ້ອມກັນນັ້ນ ກໍ່ແກ້ຂໍ້ຂ້ອງໃຈທີ່ກຽວຂ້ອງກັບກົນໄກນະ​ໂຍ​ບາຍ​ຂອງ​ວິ​ສາ​ຫະ​ກິດ​ຈຳ​ນວນ​ໜຶ່ງໃນ Luxor.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.