ທ່ານ ຫງວຽນຕວນແອງ ໄດ້ຮັບການເລືອກຕັ້ງເປັນຮອງປະທານຄະນະກຳມະການປະຊາຊົນແຂວງ ຢ່າລາຍ

15:18 | 20/02/2024

ຍສໝ - ວັນ​ທີ 19 ກຸມພາ​ນີ້, ສະພາປະຊາຊົນ​ແຂວງ ​ຢ່າ​ລາຍ​ ຊຸດ​ທີ XII, ອາຍຸ​ການ 2021 - 2026 ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 17 (ບັນຫາສະເພາະ).

ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໂອ້ລົມສົນທະນາ ກັບການນຳສະມາຄົມວິສາຫະກິດຕ່າງປະເທດ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໂອ້ລົມສົນທະນາ ກັບການນຳສະມາຄົມວິສາຫະກິດຕ່າງປະເທດ
ແຂວງ ຢ່າລາຍ ມອບເຂົ້າສານ 1,4 ໂຕນ ໃຫ້ແກ່ຊາວຫວຽດນາມຢູ່ Ratanakiri, ກຳປູເຈຍ ແຂວງ ຢ່າລາຍ ມອບເຂົ້າສານ 1,4 ໂຕນ ໃຫ້ແກ່ຊາວຫວຽດນາມຢູ່ Ratanakiri, ກຳປູເຈຍ

ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ທ່ານ ຫງວຽນ​ຕວນ​ແອງ ​ໄດ້​ຮັບ​ການເລືອກ​ຕັ້ງ​ເປັນ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຢ່າລາຍ ຊຸດທີXII, ອາຍຸ​ການ 2021 – 2026 ດ້ວຍ 65/66 ບັດເລືອກຕັ້ງ.

ທ່ານ ຫງວຽນ​ຕວນ​ແອງ, ເກີດ​ວັນ​ທີ 25 ສິງຫາ 1983, ຢູ່​ຕາ​ແສງ ແຮ່ງດຶກ, ເມືອງ ເຫງຍແຮ່ງ, ແຂວງ ກວາງ​ຫງາຍ, ມີລະດັບວິຊາສະເພາະ: ປະ​ລິນ​ຍາ​ຕີ​ການ​ເງິນ - ​ທະ​ນາ​ຄານ, ​ປະ​ລິນ​ຍາ​ໂທເສດ​ຖະ​ສາດ, ປະລິນຍາ​ເອກ​ດ້ານ​ການ​ເງິນ - ທະ​ນາ​ຄານ; ລະດັບທິດສະດີການເມືອງຊັ້ນສູງ.

ທ່ານ ຫງວຽນຕວນແອງ ໄດ້ຮັບການເລືອກຕັ້ງເປັນຮອງປະທານຄະນະກຳມະການປະຊາຊົນແຂວງ ຢ່າລາຍ


ທ່ານຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຢ່າລາຍ ຊຸດທີXII, ອາຍຸ​ການ 2021 – 2026 ຫງວຽນ​ຕວນ​ແອງ (ເບື້ອງ​ຂວາ).

ທ່ານ ຫງວຽນ​ຕວນ​ແອງ ແມ່ນພະນັກງານ​ທີ່​ໄດ້​ຮັບ​ການບຳລຸງສ້າງຢ່າງມີແບບມີແຜນ (ປະລິນຍາ​ເອກ​ດ້ານ​ການ​ເງິນ - ການ​ທະນາຄານ), ມີ​ປະສົບ​ການ​ປະຕິບັດ​ຫຼາຍຂົງເຂດ​ດ້ານ​ການ​ເງິນ - ການ​ທະນາຄານ, ຢັ້ງຢືນໄດ້ເຖິງລະດັບວິຊາສະເພາະ, ຄຸນ​ນະທາດ, ກຳລັງຄວາມ​ສາມາດ​ໃນການນຳພາ, ຊີ້​ນຳ, ບໍລິຫານອົງການປະຕິບັດໜ້າທີ່ໃນຂະບວນວິວັດການເຮັດວຽກຢູ່ຄະນະພັກບັນດາຂັ້ນ, ອົງການທີ່ປະຕິບັດງານ.

​ໃນ​ວິວັດການເຮັດ​ວຽກ, ຈາກນັກວິຊາການ, ທ່ານ ຫງວຽນ​ຕວນ​ແອງ ​ໄດ້​ມານະ​ພະຍາຍາມ​, ສູ້ຊົນ​ຮັບປະກັນຫຼາຍ​ທີ່ຕັ້ງ, ຕຳ​ແໜ່​ງຢູ່​ທະນາຄານ​ການຄ້າຫຸ້ນສ່ວນອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ທະນາຄານ​ແຫ່ງ​ລັດ ຫວຽດນາມ. ​ແຕ່​ເດືອນ ມັງກອນ 2019 ຫາ ເດືອນ ມີນາ 2020, ທ່ານ ຫງວຽນ​ຕວນ​ແອງ ​ໄດ້​ເຮັດ​ວຽກ​ຢູ່​ຄະນະ​ກຳມະການ​ຄຸ້ມ​ຄອງ​ທຶນແຫ່ງ​ລັດ ຢູ່​ວິ​ສາ​ຫະກິດ, ດຳລົງ​ຕຳ​ແໜ່​ງ: ຮອງ​ຫົວໜ້າ​ຫ້ອງການ; ເລຂາໜ່ວຍພັກກົມອຸດສາຫະກຳ; ກໍາມະການ​ຄະນະບໍລິຫານງານອົງຄະນະພັກກຳມາທິການ​ຄຸ້ມ​ຄອງທຶນ​ແຫ່ງ​ລັດ ຢູ່​ວິ​ສາ​ຫະກິດ; ຮອງ​ຫົວໜ້າ​ກົມອຸດສາຫະກຳ; ນັບແຕ່ເດືອນ ຕຸລາ 2021 ມາຮອດປັດຈຸບັນ ທ່ານໄດ້ດຳລົງຕຳແໜ່ງເປັນຫົວໜ້າກົມອຸດສາຫະກຳ. ​ໃນວິວັດການເຮັດ​ວຽກ, ເຖິງວ່າຢູ່ຖານະຕຳແໜ່ງໃດ, ທ່ານ ຫງວຽນ​ຕວນ​ແອງ ຍາມ​ໃດ​ກໍ່​ມານະ​ພະຍາຍາມ​ເຮັດ​ວຽກ​ງານ​ທີ່​ໄດ້​ຮັບ​ມອບ​ໝາຍໃຫ້​ເປັນ​ຢ່າງ​ດີ.

ກ່ອນ​ໜ້າ​ນີ້, ຄະນະປະຈຳຄະນະພັກແຂວງ ຢ່າ​ລາຍ ​ໄດ້​ຈັດຕັ້ງກອງ​ປະຊຸມ​ປະກາດ​ມະຕິ​ຂອງ​ຄະນະ​ເລຂາ​ທິການກ່ຽວ​ກັບການວຽກງານພະນັກງານ. ຕາມ​ນັ້ນ​ແລ້ວ, ບົນພື້ນຖານການສະເໜີຂອງ​ແຂວງ ຢ່າລາຍ, ຄະນະ​ເລຂາທິການ ​ໄດ້ຕົກລົງແຕ່ງ​ຕັ້ງ​ທ່ານ ຫງວຽນ​ຕວນ​ແອງ - ຫົວໜ້າ​ກົມ​ອຸດສາຫະກຳ, ຄະນະກຳມະການຄຸ້ມຄອງທຶນແຫ່ງລັດ ຢູ່ວິສາຫະກິດ, ເຂົ້າ​ໃນ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ, ຄະນະປະຈຳຄະນະພັກແຂວງ ຢ່າ​ລາຍ ອາຍຸການ 2020 - 2025.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.