ງານ​ບຸນ​ລົງ​ທົ່ງ​ນາ​ດ້ອຍ​ເຊີນ 2024

09:38 | 19/02/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 16 ກຸມພາ, ຢູ່​ເມືອງ ດ້ຽນ​ຕຽນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຮ່າ​ນາມ ໄດ້​ຈັດ​ຕັ້ງ​ງານ​ບຸນ​ລົງ​ທົ່ງ​ນາ​ດ້ອຍ​ເຊີນ 2024

ຈັບໃຈງານ​ບຸນ​ຂອງ​ຂວັນ​ທ່ອງ​ທ່ຽວຮ່າ​ໂນ້ຍ ປີ 2023 ຈັບໃຈງານ​ບຸນ​ຂອງ​ຂວັນ​ທ່ອງ​ທ່ຽວຮ່າ​ໂນ້ຍ ປີ 2023
ງານ​ບຸນເສື້ອ​ຍາວ​ການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ 2023 ງານ​ບຸນເສື້ອ​ຍາວ​ການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ 2023

ງານບຸນລົງທົ່ງນາດ້ອຍເຊີນ 2024 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16 ກຸມພາ ຢູ່ເມືອງຕຽນເຊີນ, ເທດສະບານຕາແສງຢຸຍຕຽນ, ແຂວງຮ່ານາມ. ນີ້ແມ່ນງານບຸນປະເພນີໄດ້ຈັດຂຶ້ນເປັນປະຈຳປີ ເພື່ອແນໃສ່ປຸກລຸກອາລົມຈິດຄວາມຮັກແພງ ສະໜິດຕິດພັນ, ນ້ຳໃຈຮັກມັກການອອກແຮງງານຂອງ ປຊຊ ກັບເຂດດິນແດນຂອງບ້ານເກີດເມືອງນອນ, ສຶກສາມູນເຊື້ອວັດທະນະທຳຂອງຊາດໃຫ້ແກ່ລຸ້ນໜຸ່ມ.

ງານ​ບຸນ​ລົງ​ທົ່ງ​ນາ​ດ້ອຍ​ເຊີນ 2024

ບຸນ​ດ້ຽນ​ເຍີນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ເວລາ​ຕໍ່​ມາ ​ແລະ ​ໄດ້​ຮັບ​ຖື​ວ່າ​ແມ່ນ “ວັນ​ບຸນ​ແຫ່ງ​ຊາດ”, ​ແມ່ນ​ວັນ​ບຸນ​ທີ່​ສຳຄັນ​ຂອງ​ປະຊາຊົນ​ພວກ​ເຮົາ, ດ້ວຍ​ຄວາມ​ໝາຍ​ດ້ານ​ມະນຸດສະທຳ, ຊຸກຍູ້​ໃຫ້​ຄົນ​ທຳ​ງານ, ຜະລິດ. ນັບ​ແຕ່​ປີ 2009 ​ເປັນ​ຕົ້ນ​ມາ, ງານ​ບຸນ ດ້ຽນ​ບຽນ ​ໄດ້​ຮັບ​ການ​ຟື້ນ​ຟູ ​ແລະ ຈັດ​ຂຶ້ນ​ເປັນ​ປະຈຳ​ທຸກ​ປີ.

ນອກຈາກພິທີໄດ້ຈັດຂຶ້ນຢ່າງສົມກຽດ, ໃນງານບຸນລົງທົ່ງນາດ້ອຍເຊີນ, ຍັງໄດ້ຈັດບັນດາການເຄື່ອນໄຫວຄື: ແຂ່ງຂັນບານສົ່ງ, ຫຼີ້ນໝາກຮຸກ, ບັນດາການລະຫຼີ້ນພື້ນເມືອງ ພ້ອມກັບການແຂ່ງຂັນແຕ້ມຮູບ, ເຮັດເຂົ້າໜົມໄຢ ແລະ ບັນດາການເຄື່ອນໄຫວວັດທະນະທຳ, ສະແດງສິລະປະ, ງານວາງສະແດງຜະລິດຕະພັນກະເສດຂອງທ້ອງຖິ່ນອີກດ້ວຍ….

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.