ບ້ານເຮັດເຄື່ອງປັ້ນດິນເຜົາ ບ໋າດ ຈ່າງ - ບ້ານເຄື່ອງປັ້ນດິນເຜົາ ອັນມີຊື່ສຽງໂດ່ງດັງທີ່ສຸດ ຂອງ ຫວຽດນາມ

13:52 | 08/05/2019

ຍສໝ - ແຕ່ດົນນານມາແລ້ວ, ໝູ່ບ້ານ ປັ້ນດິນ (ຢາ ເລີ່ມ, ຮ່າໂນ້ຍ) ແມ່ນໜຶ່ງໃນບັນດາສະຖານທີ່ ເຊິ່ງໄດ້ນັກທ່ອງທ່ຽວທຸກທົ່ວສາລະທິດ ທັງພາຍໃນ ແລະ ຕ່າງປະເທດ ຕ້ອງໄດ້ມາທ່ຽວ ແລະ ຢ້ຽມຊົມ ຫຼາຍທີ່ສຸດ.

ບ້ານເຮັດເຄື່ອງປັ້ນດິນເຜົາ ບ໋າດ ຈ່າງ - ບ້ານເຄື່ອງປັ້ນດິນເຜົາ ອັນມີຊື່ສຽງໂດ່ງດັງທີ່ສຸດ ຂອງ ຫວຽດນາມ

ໝູ່ບ້ານ ປັ້ນດິນ (ຢາ ເລີ່ມ, ຮ່າໂນ້ຍ) ແມ່ນໜຶ່ງໃນບັນດາສະຖານທີ່ ເຊິ່ງໄດ້ນັກທ່ອງທ່ຽວທຸກທົ່ວສາລະທິດ ທັງພາຍໃນ ແລະ ຕ່າງປະເທດ ຕ້ອງໄດ້ມາທ່ຽວ ແລະ ຢ້ຽມຊົມ ຫຼາຍທີ່ສຸດ. (ພາບ: ເຕິມ ຕິ່ງ ຫງວ໋ຽນ)

ຕັ້ງຢູ່ແຄມ ແມ່ນ້ໍາແດງ, ບ້ານເຮັດເຄື່ອງປັ້ນດິນເຜົາ ບ໋າດຈ່າງ ນອນຢູ່ໃນເມືອງ ຢາ ເລິມ, ຫ່າງຈາກສູນກາງນະຄອນຫຼວງຮ່າໂນ້ຍ ປະມານ 10ກວ່າ ກິໂລແມັດ ໄປທາງທິດຕາເວັນອອກສ່ຽງໃຕ້. ຊື່ ບ໋າດ ຈ່າງ ກໍ່ເປັນຊື່ທີ່ມີຄວາມໝາຍເລິກເຊິ່ງ. ອີງຕາມຄຳພາສາ ຫວຽດເກົ່າ(ຫ໋ານຫວຽດ), ຄຳວ່າ: “ບ໋າດ” ແມ່ນຖ້ວຍກິນເຂົ້ົ້າຂອງພະສົງ, ສ່ວນຄຳວ່າ: “ຈ່າງ” ໝາຍຄວາມວ່າ: “ເດີ່ນກວ້າງ”, ເປັນດິນແດນຂອງວິຊາການ. ອີງຕາມຜູ້ເຖົ້າຜູ້ແກ່ໃນບ້ານໄດ້ເລົ່າສູ່ຝັງວ່າ: ອີງຕາມພາສາ ຫວຽດເກົ່າ, ຄຳວ່າ: “ບ໋າດ” ເບື້ອງຊ້າຍ ແມ່ນ “ເຄື່ອງເຫຼັກ” ສົມມຸດຄື: ຄວາມອຸດົມສົມບຸນ-ຮັ່ງມີ, “ບ້ານ” ໝາຍເຖິງ ກົກເຄົ້າ ກົກເຫງົ້າ. ໃຊ້ຄຳວ່າ: “ບ໋າດ” ແນວນັ້ນແມ່ນເພື່ອຕັກເຕືອນ, ສຶກສາອົບຮົມ ແລະ ບອກສອນລູກຫຼານ “ມີວຽກເຮັດງານທຳ, ມີວິຊາສະເພາະແລ້ວ ກໍ່ຢ່າໄດ້ລືມຖິ່ນຖານບ້ານເກີດເມືອງນອນຂອງຕົນເປັນອັນຂາດ”. ອາດຈະຍ້ອນແນວນັ້ນ, ບ້ານເຮັດເຄື່ອງປັ້ນດິນເຜົາທີ່ເກົ່າແກ່ນີ້ ຍາມໃດກໍ່ເປັນສະຖານທີ່ທ່ອງທ່ຽວ, ຊອກຮູ້ ທີ່ນັກທ່ອງທ່ຽວຕ້ອງ ໄດ້ມາຢ້ຽມຊົມໃນຊີວິດ.

ບ້ານເຮັດເຄື່ອງປັ້ນດິນເຜົາ ບ໋າດ ຈ່າງ - ບ້ານເຄື່ອງປັ້ນດິນເຜົາ ອັນມີຊື່ສຽງໂດ່ງດັງທີ່ສຸດ ຂອງ ຫວຽດນາມ

ອາຣາມບ້ານ ບ໋າດ ຈ່າງ.

ບ້ານເຮັດເຄື່ອງປັ້ນດິນເຜົາ ບ໋າດ ຈ່າງ - ບ້ານເຄື່ອງປັ້ນດິນເຜົາ ອັນມີຊື່ສຽງໂດ່ງດັງທີ່ສຸດ ຂອງ ຫວຽດນາມ

ເຮືອນບູຮານ ພາບໃນຈັດເກັບ ເຄື່ອງປັ້ນດິນເຜົາເກົ່າແກ່-ບູຮານ.

ຕັ້ງຢູ່ຊານເມືອງ ຂອງ ເມືອງ ທັງ ລ໋ອງ ບູຮານ ມາເປັນເວລາຫຼາຍກ່ວາ 1.000 ປີແລ້ວ, ບ້ານເຮັດເຄື່ອງປັ້ນດິນເຜົາ ບ໋າດ ຈ່າງ ແມ່ນໜຶ່ງໃນ ບ້ານວິຊາຊີບ ຈຳນວນໜ້ອຍໜຶ່ງ ທີ່ນັບມື້ນັບໄດ້ຮັບການພັດທະນາ, ພ້ອມກັນນັ້ນກໍ່ຍັງຄົງຮັກສາ ຮ່ອງຮອຍປະຫວັດສາດສະໄໝເກົ່າໄວ້ໄດ້ເປັນຢ່າງດີ. ເຄື່ອງປັ້ນດິນເຜົາ ບ໋າດ ຈ່າງ ໄດ້ຮັບຜະລິດດ້ວຍມືປະຖົມປະຖານ, ທີ່ມີຊື່ສຽງໂດ່ງດັງໄປທົ່ວປະເທດຫວຽດນາມ: ດ້ານຄຸນນະພາບ ແລະ ມີຮູບແບບຫຼາຍແບບ ເຊິ່ງສະແດງເຖິງແນວຄິດປະດິດສ້າງ. ນອກຈາກຜະລິດຕະພັນແບບພື້ນເມືອງ, ບັນດາເຕົາເຜົາຂອງບ້ານເຄື່ອງປັ້ນດິນເຜົາ ບ໋າດ ຈ່າງ ຍັງ ຜະລິດ ສິນຄ້າໃຫມ່ໆ ເພື່ອຕອບສະຫນອງຄວາມຕ້ອງການຂອງຜູ້ບໍລິໂພກເຊັ່ນ: ຊຸດການ້ຳຊາ, ຈອກ, ຖ້ວຍ-ຈານ, ໂຖດອກໄມ້…ແບບໃໝ່ໆ, ອຸປະກອນ-ກໍ່ສ້າງ, ເຄື່ອງເຊຣາມິກ ກັນໄຟທຸກຊະນິດ…ແລະ ສິນຄ້າສົ່ງອອກຕາມໃບສັ່ງສິນຄ້າ ຈາກຕ່າງປະເທດ. ສິນຄ້າປະເພດເຄື່ອງປັ້ນດິນເຜົາ ຂອງ ບ໋າດ ຈ່າງ ໄດ້ຖືກສົ່ງໄປຂາຍຢູ່ໃນຕະຫຼາດໃນປະເທດ ທັງອາຊີ ແລະ ເອີຣົບ.

ບ້ານເຮັດເຄື່ອງປັ້ນດິນເຜົາ ບ໋າດ ຈ່າງ - ບ້ານເຄື່ອງປັ້ນດິນເຜົາ ອັນມີຊື່ສຽງໂດ່ງດັງທີ່ສຸດ ຂອງ ຫວຽດນາມ

ຄວາມປະທັບໃຈ ທໍາອິດເມື່ອມາຮອດ ບ້ານ ບ໋າດ ຈ່າງ ແມ່ນ ອາຣາມບ້ານ- ເຊິ່ງເປັນບ່ອນບູຊາ ພະເຈົ້າ ແລະ ເປັນບ່ອນທີ່ຈັດງານບຸນປະເພນີຕ່າງໆຂອງບ້ານຕະຫຼອດປີ. ສະຖານທີ່ແຫ່ງນີ້ ຍັງເກັບຮັກສາແລະ ຄົງໄວ້ ບັນດາສະຖາປັດຕະຍະກຳ ອັນເປັນເອກະລັກແລະ ເກົ່າແກ່ ມາແຕ່ບູຮານ ໂດຍບໍ່ມີການເສຍຫາຍ. ໄປຮອດທ້າຍບ້ານ ແມ່ນ ເຮືອນບູຮານ ວ້ານ ເວີ່ນ - ເປັນເຮືອນໄມ້ ດ້ວຍຫຼັງທີ່ປົກຫຸ້ມເຕັມໄປດ້ວຍຕົ້ນໄມ້ອັນຂຽວກະຈີ. ໃນຫ້ອງວາງສະແດງ ມີເຄື່ອງປັ້ນດິນເຜົາບູຮານ ຫຼາຍກວ່າ 400 ອັນ ປັ້ນຂື້ນຕັ້ງແຕ່ສະຕະວັດ 15 ຫາ 19. ໃນປີ 2002, ທ່ານ ເຈີນ ງ້ອກ ເລິມ - ສະມາຊິກຂອງສູນ UNESCO ຄົ້ນຄວ້າ ແລະ ອະນຸລັກວັດຖຸບູຮານຫວຽດນາມ ໄດ້ກໍ່ສ້າງ ເຮືອນບູຮານ ວ້ານ ເວີນ ນີ້ຂື້ນ.

ນອກຈາກການຜະລິດ ແລະ ຂາຍຜະລິດຕະພັນ ເຄື່ອງປັ້ນດິນເຜົາແລ້ວ, ຄອບຄົວ ບ້ານ ບ໋າດ ຈ່າງ ຍັງສະໜອງການບໍລິການ ທີ່ຫນ້າສົນໃຈຫຼາຍຢ່າງ, ໃຫ້ແກ່ຜູ້ທີ່ຕ້ອງການມີປ

ະສົບການຫຼືການຊອກຮູ້ຮຳ່ຮຽນ ການປ້ັນ ແລະ ເຮັດຜະລິດຕະພັນຈາກດິນໜຽວ. ເຊິ່ງທ່ານຈະໄດ້ຮັບດິນໜຽວ ແລລະ ໂຕະປີ່ນ ແລະ ສ້າງໂຄງດ້ວຍຕົນເອົງ. ເຊິ່ງອາດຈະເປັນ ຈອກ, ຖ້ວຍ, ເຄື່ອງອຸປະກອນຕ່າງໆແບບງ່າຍໆ. ຖ້າມມີພອນສະຫວັນໃນການປັ້ນ, ອາດຈະປັ້ນໄດ້ຮູບ ສັດ. ຫຼັງຈາກປັ້ນເປັນທີ່ຮຽບຮ້ອຍແລ້ວ ຈາກນັ້ນເປັນການເຮັດໃຫ້ແຫ້ງ ປະມານ 30 ນາທີ. ຕໍ່ຈາກນັ້ນ ແມ່ນເປັນຂັ້ນຕອນ ແຕ່ງແຕ້ມສີສັນ ໃຫ້ຜລິດຕະພັນຂອງຕົນ. ສຸດທ້າຍ, ຊ່າງປັ້ນຈະລະບາຍສີພາຍນອກ ເພື່ອຊ່ວຍໃຫ້ສິນຄ້າ ມີຄວາມຄົງທົນ ແລະ ສວຍງາມ.

ບ້ານເຮັດເຄື່ອງປັ້ນດິນເຜົາ ບ໋າດ ຈ່າງ - ບ້ານເຄື່ອງປັ້ນດິນເຜົາ ອັນມີຊື່ສຽງໂດ່ງດັງທີ່ສຸດ ຂອງ ຫວຽດນາມ

ບ້ານເຮັດເຄື່ອງປັ້ນດິນເຜົາ ບ໋າດ ຈ່າງ - ບ້ານເຄື່ອງປັ້ນດິນເຜົາ ອັນມີຊື່ສຽງໂດ່ງດັງທີ່ສຸດ ຂອງ ຫວຽດນາມ

ບ້ານເຮັດເຄື່ອງປັ້ນດິນເຜົາ ບ໋າດ ຈ່າງ - ບ້ານເຄື່ອງປັ້ນດິນເຜົາ ອັນມີຊື່ສຽງໂດ່ງດັງທີ່ສຸດ ຂອງ ຫວຽດນາມ

ບ້ານເຮັດເຄື່ອງປັ້ນດິນເຜົາ ບ໋າດ ຈ່າງ - ບ້ານເຄື່ອງປັ້ນດິນເຜົາ ອັນມີຊື່ສຽງໂດ່ງດັງທີ່ສຸດ ຂອງ ຫວຽດນາມ

ບ້ານເຮັດເຄື່ອງປັ້ນດິນເຜົາ ບ໋າດ ຈ່າງ - ບ້ານເຄື່ອງປັ້ນດິນເຜົາ ອັນມີຊື່ສຽງໂດ່ງດັງທີ່ສຸດ ຂອງ ຫວຽດນາມ

ບ້ານເຮັດເຄື່ອງປັ້ນດິນເຜົາ ບ໋າດ ຈ່າງ - ບ້ານເຄື່ອງປັ້ນດິນເຜົາ ອັນມີຊື່ສຽງໂດ່ງດັງທີ່ສຸດ ຂອງ ຫວຽດນາມ

ບ້ານເຮັດເຄື່ອງປັ້ນດິນເຜົາ ບ໋າດ ຈ່າງ - ບ້ານເຄື່ອງປັ້ນດິນເຜົາ ອັນມີຊື່ສຽງໂດ່ງດັງທີ່ສຸດ ຂອງ ຫວຽດນາມ

ບ້ານເຮັດເຄື່ອງປັ້ນດິນເຜົາ ບ໋າດ ຈ່າງ - ບ້ານເຄື່ອງປັ້ນດິນເຜົາ ອັນມີຊື່ສຽງໂດ່ງດັງທີ່ສຸດ ຂອງ ຫວຽດນາມ

ບ້ານເຮັດເຄື່ອງປັ້ນດິນເຜົາ ບ໋າດ ຈ່າງ - ບ້ານເຄື່ອງປັ້ນດິນເຜົາ ອັນມີຊື່ສຽງໂດ່ງດັງທີ່ສຸດ ຂອງ ຫວຽດນາມ

Ảnh minh họa

(ພາບ: ເຕິມ ຕິ່ງ ຫງວຽນ)

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.