ກົງສູນໃຫຍ່ລາວ ປະຈຳ ນະຄອນໂຮ່ຈີມິນ ອວຍພອນບຸນເຕັດການນຳແຂວງດົ່ງນາຍ

10:49 | 23/01/2024

ກົງສູນໃຫຍ່ລາວ ປະຈຳ ນະຄອນໂຮ່ຈີມິນ ອວຍພອນບຸນເຕັດການນຳແຂວງດົ່ງນາຍ

ເອກອັກຄະລັດຖະທູດ ແລະພະນັກງານສະຖານທູດຫວຽດນາມ ປະຈຳ ເຢຍລະມັນ ໄດ້ໄປຍັງສະຖານທູດລາວ ປະຈຳ Berlin ເພື່ອອວຍພອນປີໃໝ່ລາວ ເອກອັກຄະລັດຖະທູດ ແລະພະນັກງານສະຖານທູດຫວຽດນາມ ປະຈຳ ເຢຍລະມັນ ໄດ້ໄປຍັງສະຖານທູດລາວ ປະຈຳ Berlin ເພື່ອອວຍພອນປີໃໝ່ລາວ
ທ່ານ ສະຖານກົງສຸນໃຫຍ່ຈີນ ປະຈຳ ນະຄອນໂຮ່ຈີມິນ: ຈະຊຸກຍູ້ການຮ່ວມມືດ້ານການສຶກສາ ແລະ ການແລກປ່ຽນວັດທະນະທຳ ຢູ່ ເກີ່ນເທີ ທ່ານ ສະຖານກົງສຸນໃຫຍ່ຈີນ ປະຈຳ ນະຄອນໂຮ່ຈີມິນ: ຈະຊຸກຍູ້ການຮ່ວມມືດ້ານການສຶກສາ ແລະ ການແລກປ່ຽນວັດທະນະທຳ ຢູ່ ເກີ່ນເທີ

ວັນທີ 25 ມັງກອນ, ທີ່ຫ້ອງປະຊຸມຄະນະກໍາມະການປະຊາຊົນແຂວງດົ່ງນາຍ, ທ່ານ ຫງວຽນເຊີນຮຸ່ງ ຮອງປະທານຄະນະກໍາມະການປະຊາຊົນແຂວງດົ່ງນາຍ ພ້ອມກັບຜູ້ຕາງໜ້າການນໍາພະແນກ, ຂະແໜງການໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຂອງສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນະຄອນໂຮ່ຈີມິນ ນຳໂດຍທ່ານ ພອນສີ ບຸນມີໄຊ ຫົວໜ້າກົງສູນໃຫຍ່ລາວ ເຂົ້າຢ້ຽມຂໍ່ານັບ ແລະອວຍພອນບຸນເຕັດການນຳແຂວງດົ່ງນາຍ.

ກົງສູນໃຫຍ່ລາວ  ປະຈຳ ນະຄອນໂຮ່ຈີມິນ ອວຍພອນບຸນເຕັດການນຳແຂວງດົ່ງນາຍ
ບັນຍາກາດທີ່ການຕ້ອນຮັບ. ພາບ: dongnai.gov.vn

ທີ່ການຕ້ອນຮັບ, ທ່ານຮອງປະທານຄະນະກໍາມະການປະຊາຊົນແຂວງດົ່ງນາຍ ຫງວຽນເຊີນຮຸ່ງ ໄດ້ແຈ້ງໃຫ້ຄະນະປະຕິບັດງານຊາບກ່ຽວກັບສະພາບການເສດຖະກິດ-ສັງຄົມຂອງແຂວງ. ຕາມນັ້ນແລ້ວ, ແຂວງດົ່ງນາຍ ຂຶ້ນກັບເຂດເສດຖະກິດຈຸດສຸມພາກໃຕ້, ມີທ່າໄດ້ປຽບຫຼາຍຢ່າງໃນການພັດທະນາ, ພິເສດແມ່ນໃນອະນາຄົດ ທ່າອາກາດສະຍານສາກົນລອງແທັ່ງ ຈະນຳເຂົ້າສູ່ການເຄື່ອນໄຫວ, ຈະສ້າງກຳລັງໜູນພັດທະນາບໍ່ພຽງແຕ່ໃຫ້ທ້ອງຖິ່ນເທົ່ານັ້ນ ຫາກຍັງໃຫ້ທັງທົ່ວເຂດເສດຖະກິດຈຸດສຸມພາກໃຕ້ອີກດ້ວຍ. ປະຈຸບັນມີນັກສຶກສາລາວ 42 ຄົນພວມຮໍ່າຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລຕ່າງໆໃນບໍລິເວນແຂວງ.

ກົງສູນໃຫຍ່ລາວ  ປະຈຳ ນະຄອນໂຮ່ຈີມິນ ອວຍພອນບຸນເຕັດການນຳແຂວງດົ່ງນາຍ

ທ່ານ ພອນສີ ບຸນມີໄຊ ຫົວໜ້າກົງສູນໃຫຍ່ລາວ ປະຈຳ ນະຄອນໂຮ່ຈິມິນ ມອບຂອງຂວັນບຸນເຕັດໃຫ້ການນຳແຂວງດົ່ງນາຍ. ພາບ: dongnai.gov.vn

ສ່ວນທ່ານຫົວໜ້າກົງສູນໃຫຍ່ລາວ ພອນສີ ບຸນມີໄຊ ໄດ້ຂອບໃຈແຂວງດົ່ງນາຍ ທີ່ໄດ້ເອົາໃຈໃສ່, ໜູນຊ່ວຍທຶນສຶກສາໃຫ້ນັກສຶກສາແຂວງຈໍາປາສັກ ມາຮໍ່າຮຽນຢູ່ແຂວງ, ປະກອບສ່ວນໜູນຊ່ວຍບຳລຸງສ້າງຊັບພະຍາກອນມະນຸດຮັບໃຊ້ການສ້າງສາປະເທດລາວ, ເພີ່ມທະວີການຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ລາວ. ໃນອາຍຸການຂອງຕົນ, ທ່ານ ພອນສີ ບຸນມີໄຊ ຈະມານະພະຍາຍາມປະຕິບັດໜ້າທີ່ການເມືອງ, ການທູດ, ຮັກສາຜົນງານແຫ່ງການປະຕິວັດ ແລະນໍ້າໃຈສາມັກຄີມິດຕະພາບເຊິ່ງການນຳ ແລະປະຊາຊົນສອງປະເທດໄດ້ສ້າງ ແລະເພີ່ມພູນຄູນສ້າງ.

ທ່ານຮອງປະທານຄະນະກໍາມະການປະຊາຊົນແຂວງດົ່ງນາຍ ຫງວຽນເຊີນຮຸ່ງ ຫວັງວ່າ ທ່ານ ພອນສີ ບຸນມີໄຊ ຈະສືບຕໍ່ເປັນຂົວເຊື່ອມຕໍ່ຢ່າງມີປະສິດທິຜົນ, ປະກອບສ່ວນພັດທະນາການພົວພັນຮ່ວມມືມິດຕະພາບລະຫວ່າງແຂວງດົ່ງນາຍ ກັບບັນດາທ້ອງຖິ່ນຂອງລາວ ໃນໄລຍະຈະມາເຖິງ ແລະອວຍພອນໃຫ້ຄວາມສາມັກຄີ, ມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດຫວຽດນາມ-ລາວ ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ສົມເພັດ

302 Found

Found

The document has moved here.