ການພົວພັນຫວຽດນາມ-ຊູແອັດ: ແງ່ຫວັງຮ່ວມມືທີ່ເຂັ້ມແຂງຈາກນ້ຳໃຈເພື່ອນມິດທີ່ມີມາກວ່າເຄິ່ງສະຕະວັດ

08:47 | 14/01/2024

ການພົວພັນຫວຽດນາມ-ຊູແອັດ: ແງ່ຫວັງຮ່ວມມືຈາກນ້ຳໃຈເພື່ອນມິດທີ່ມີມາກວ່າເຄິ່ງສະຕະວັດ

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ນແທັງເຊີນ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ຊູແອັດ ແລະ ເອກອັກຄະລັດຖະທູດ ການາດາ ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ນແທັງເຊີນ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ຊູແອັດ ແລະ ເອກອັກຄະລັດຖະທູດ ການາດາ

ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຊູແອັດ, ທ່ານນາງເອກອັກຄະລັດຖະທູດຊູແອັດ ປະຈຳ ຫວຽດນາມ Ann Måwe ໄດ້ມີບົດຂຽນກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສະໜິດຕິດພັນລະຫວ່າງສອງປະເທດ.

ວັນທີ 11 ມັງກອນ 2024 ເປັນຂີດໝາຍ 55 ປີແຫ່ງວັນຫວຽດນາມ ແລະ ຊູແອັດ ສ້າງຕັ້ງການພົວພັນທາງການທູດ (11/1/1969-11/1/2024). ໃນຕະຫຼອດ 55 ປີ ຜ່ານມາ, ສອງປະເທດໄດ້ຕັ້ງໜ້າກໍ່ສ້າງ, ເພີ່ມພູນຄູນສ້າງ, ພັດທະນາການພົວພັນສອງຝ່າຍໃຫ້ນັບມື້ນັບຍືນຍົງ, ເຂົ້າສູ່ລວງເລິກ ແລະບັນລຸໄດ້ບັນດາຜົນງານທີ່ໜ້າເອກອ້າງທະນົງໃຈໃນຫຼາຍຂົງເຂດ.

ເນື່ອງໃນໂອກາດນີ້, ທ່ານນາງເອກອັກຄະລັດຖະທູດລາຊະອານາຈັກ ຊູແອັດ ປະຈຳ ຫວຽດນາມ Ann Måwe ໄດ້ມີບົດຂຽນກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສະໜິດຕິດພັນລະຫວ່າງສອງປະເທດ

ໜັງສືພິມເອເລັກໂຕນິກ VietnamPlus ໄດ້ແນະນໍາເນື້ອໃນບົດຂຽນນີ້:

ການພົວພັນຫວຽດນາມ-ຊູແອັດ: ແງ່ຫວັງຮ່ວມມືທີ່ເຂັ້ມແຂງຈາກນ້ຳໃຈເພື່ອນມິດທີ່ມີມາກວ່າເຄິ່ງສະຕະວັດ

ທ່ານນາງ Ann Måwe ເອກອັກຄະລັດຖະທູດລາຊະອານາຈັກ ຊູແອັດ ປະຈໍາ ຫວຽດນາມ. ພາບ: ສະຖານທູດ ຊູແອັດ ປະຈຳ ຫວຽດນາມ.

ໃນໄລຍະສົງຄາມຢ່າງດຸເດືອດ, ວັນທີ 11 ມັງກອນ 1969, ຊູແອັດ ເປັນປະເທດຕາເວັນຕົກທຳອິດທີ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ. ການພົວພັນນີ້ສືບຕໍ່ພັດທະນາ ແລະເປີດກວ້າງໃນຕະຫຼອດ 55 ປີຜ່ານມາ.
ໃນຖານະຕຳແໜ່ງເປັນເອກອັກຄະລັດຖະທູດ ຊູແອັດ, ຂ້າພະເຈົ້າ ຮູ້ສຶກດີໃຈເມື່ອຫວນຄືນປະຫວັດສາດການພົວພັນລະຫວ່າງສອງປະເທດ ກໍ່ຄືການພົວພັນຄູ່ຮ່ວມມືທີ່ໝັ້ນແກ່ນ, ເລິກເຊິ່ງ, ຍືນຍົງລະຫວ່າງສອງປະເທດ. ການໜູນຊ່ວຍຂອງ ຊູແອັດ ຕໍ່ກັບຫວຽດນາມ ເລີ່ມຈາກຂະບວນການສາມັກຄີໃນໄລຍະສົງຄາມ. ຊູແອັດ ສືບຕໍ່ຢືນຢູ່ຝ່າຍຫວຽດນາມ ແລະໜູນຊ່ວຍໃຫ້ແກ່ການຟື້ນຟູ ແລະພັດທະນາຂອງຫວຽດນາມ ພາຍຫຼັງສົງຄາມຫຼາຍສົມຄວນ.

ໃນ 46 ປີ, ໂຄງການຮ່ວມມືພັດທະນາລະຫວ່າງ ຊູແອັດ ແລະຫວຽດນາມ ໄດ້ປະກອບາສ່ວນເງິນກວ່າ 3,4 ຕື້ໂດລາສະຫະລັດ ເຂົ້າໃນການພັດທະນາສັງຄົມ ແລະເສດຖະກິດຂອງຫວຽດນາມ. ຜ່ານການຕີລາຄາກ່ຽວກັບການຮ່ວມມືພັດທະນາສອງຝ່າຍກໍ່ເຫັນວ່າ ການຊ່ວຍເຫຼືອຂອງ ຊູແອັດ ໄດ້ສວມບົດບາດສຳຄັນໃນການຊ່ວຍຊາວຫວຽດນາມ ນັບລ້ານຄົນຫຼຸດພົ້ນອອກຈາກຄວາມອຶດຫິວ ແລະທຸກຍາກ ແລະປະກອບສ່ວນຊ່ວຍຫວຽດນາມ ກາຍເປັນປະເທດທີ່ມີລາຍຮັບປານກາງຕ່ຳຄືປະຈຸບັນ.

ເຖິງວ່າໂຄງການຮ່ວມມືພັດທະນາສອງຝ່າຍໄດ້ສິ້ນສຸດກ່ອນນີ້ໜຶ່ງທົດສະວັດແລ້ວກໍ່ຕາມ, ແຕ່ບັນດາລາຍການພາກພື້ນ ແລະທົ່ວໂລກອື່ນໆກໍ່ຍັງສືບຕໍ່ນຳຜົນປະໂຫຍດມາໃຫ້ຫວຽດນາມ ໃນບັນດາຂົງເຂດຄືບຳລຸງສ້າງສື່ມວນຊົນ, ການຄຸ້ມຄອງປ່າ, ຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ.

ການຄ້າ ແລະການລົງທຶນ

ການພົວພັນເລີ່ມໂດຍຜ່ານການຊ່ວຍເຫຼືອລ້າ ແລະການຮ່ວມມືພັດທະນາໄດ້ພັດທະນາກາຍເປັນການພົວພັນຄູ່ຮ່ວມມືຢ່າງແຮງໂດຍອີງໃສ່ການຄ້າ ແລະການລົງທຶນ, ການເຈລະຈາດ້ານການເມືອງ, ການພົວພັນລະຫວ່າງປະຊາຊົນສອງປະເທດ ແລະຄວາມເຂົ້າອົກເຂົ້າໃຈກັນ.

ພາຍຫຼັງການປ່ຽນແປງໃໝ່ດ້ວຍການປະຕິຮູບເສດຖະກິດ ແລະບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງຫວຽດນາມ ເພື່ອພັດທະນາ ແລະເຊື່ອມໂຍງເຂົ້າພື້ນຖານເສດຖະກິດສາກົນ, ຜົນງານດ້ານເສດຖະກິດໃນຊຸມທົດສະວັດມໍ່ໆມານີ້ໄດ້ຊ່ວຍປະເທດປັບປຸງຕ່ອງໂສ້ມູນຄ່າທົ່ວໂລກ ແລະດັດສະນີປ່ຽນແປງໃໝ່ປະດິດສ້າງໃນໂລກ. ປະຈຸບັນ, ພ້ອມກັບຄວາມຄາດຫວັງສູງຂອງຫວຽດນາມ ກ່ຽວກັບການປ່ຽນແປງໃໝ່ປະດິດສ້າງ ແລະຍືນຍົງ, ຫວຽດນາມ ແລະຊູແອັດ ກໍ່ມີຄວາມສາມາດບົ່ມຊ້ອນໃຫຍ່ເພື່ອຊຸກຍູ້ການຄ້າ ແລະການລົງທຶນຮອບດ້ານ.

ສຳລັບຫວຽດນາມແລ້ວ, ຊູແອັດ ນອນໃນຈຳນວນ 10 ຄູ່ຮ່ວມມືການຄ້າແຖວໜ້າຂອງສະຫະພາບເອີລົບ. ການພົວພັນດ້ານການຄ້າລະຫວ່າງສອງຝ່າຍຍິ່ງໄດ້ຮັບການປັບປຸງກວ່າອີກຍ້ອນວ່າສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ ແລະຫວຽດນາມ (EVFTA) ມີຜົນສັກສິກແຕ່ປີ 2020. ເຖິງວ່າຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍຂອງພະຍາດໂຄວິດ-19, ແຕ່ການພົວພັນດ້ານການຄ້າລະຫວ່າງສອງຝ່າຍກໍ່ບໍ່ຖືກຂາດວັກຂາດຕອນ ແລະ ສືບຕໍ່ພັດທະນາໃນຊຸມປີມໍ່ໆມານີ້.

ບໍລິສັດຂອງ ຊູແອັດ ນັບມື້ນັບມື້ນັບມີຄວາມສົນໃຈເຖິງການລົງທຶນ ແລະເປີດກວ້າງການດຳເນີນທຸລະກິດຢູ່ຫວຽດນາມ. ມີຫຼາຍບໍລິສັດຂອງ ຊູແອັດ, ຄື: Ericsson, ABB, Tetra Pak, IKEA, Electrolux, AstraZeneca, Volvo, Hitachi Energy, H&M, SKF, Hestra, Polarium, Oriflame... ໄດ້ ແລະພວມເຄື່ອນໄຫວຢ່າງມີປະສິດທິຜົນຢູ່ຫວຽດນາມ ໃນຫຼາຍທົດສະວັດ. ໃນຂະນະນັ້ນ, ບັນດາບໍລິສັດໃໝ່ກໍ່ພວມຊອກຫາວິທີສ້າງຕັ້ງອົງການຜູ້ຕາງໜ້າເພື່ອເຂົ້າເຖິງຕະຫຼາດທີ່ຂະຫຍັນຂັນເຄື່ອນຂອງຫວຽດນາມ.

ຂ້າພະເຈົ້າມີຄວາມປະເອີບໃຈຕໍ່ຄວາມສາມາດບົ່ມຊ້ອນທີ່ເຮັດໃຫ້ການພົວພັນດ້ານການຄ້າລະຫວ່າງ ຊູແອັດ ແລະຫວຽດນາມ ເລິກເຊິ່ງກວ່າອີກ. ພວກເຮົາອາດສາມາດສົມທົບກັນຢ່າງແໜ້ນແຟ້ນໃນການປ່ຽນແປງໃໝ່ປະດິດສ້າງ ແລະການພັດທະນາແບບຍືນຍົງ, ຮ່ວມເດີນທາງກັບບັນດາຄູ່ຮ່ວມມືທີ່ຂະຫຍັນຂັນເຄື່ອນຢູ່ພາກເອກະຊົນ.

ການພົບປະແລກປ່ຽນວັດທະນະທຳ ແລະເຊື່ອມຕໍ່ລະຫວ່າງປະຊາຊົນສອງປະເທດ

ການພົວພັນຫວຽດນາມ-ຊູແອັດ: ແງ່ຫວັງຮ່ວມມືທີ່ເຂັ້ມແຂງຈາກນ້ຳໃຈເພື່ອນມິດທີ່ມີມາກວ່າເຄິ່ງສະຕະວັດ

ໃນລາຍການເຂົ້າຮ່ວມກອງປະຊຸມ ຄັ້ງທີ 28 ບັນດາຝ່າຍເຂົ້າຮ່ວມຂອບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP28) ຢູ່ Dubai, ສະຫະລັດ ອາຣັບ ເອມີເລັດ (UAE), ຕອນບ່າຍວັນທີ 2 ທັນວາ 2023 (ເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ພົບປະທ່ານນາຍົກລັດຖະມົນຕີ ຊູແອັດ Ulf Kristersson. ພາບ: TTXVN

ການຄ້າ ແລະການລົງທຶນໄດ້ຮັບການປັບປຸງໄປຄຽງຄູ່ກັບການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ແລະເຊື່ອມຕໍ່ປະຊາຊົນ-ສອງປັດໄຈສຳຄັນໃນການປັບປຸງນ້ຳໃຈມິດຕະພາບລະຫວ່າງ ຊູແອັດ ແລະຫວຽດນາມ.

ໃນຫຼາຍທົດສະວັດຜ່ານມາ, ນັກສຶກສາ ແລະນັກຄົ້ນຄວ້າຫວຽດນາມ ຫຼາຍພັນຄົນໄດ້ໄປຮ່ຳຮຽນຢູ່ ຊູແອັດ ໃນໜຶ່ງພາກຮຽນ ຫຼືຫຼາຍປີ - ບາງຄົນຢູ່ເຮັດວຽກ ແລະປະກອບສ່ວນໃຫ້ພື້ນຖານເສດຖະກິດ ຊູແອັດ.

ການພົວພັນລະຫວ່າງປະຊາຊົນ ກໍ່ນັບມື້ນັບສະໜິດແໜ້ນຜ່ານການເພີ່ມທະວີການທ່ອງທ່ຽວສອງສົ້ນ. ໄລຍະກ່ອນພະຍາດໂຄວິດ-19, ໃນປີ 2019, ນັກທ່ອງທ່ຽວ ຊູແອັດ ກວ່າ 50.000 ເທື່ອຄົນໄດ້ມາຄົ້ນຫາບັນດາສິ່ງມະຫັດສະຈັນຂອງຫວຽດນາມ. ພວກຂ້າພະເຈົ້າໄດ້ເຫັນສັນຍານທີ່ເປັນໜ້າປະເອີບໃຈ, ເມື່ອນັກທ່ອງທ່ຽວຊູແອັດ ເກືອບ 30.000 ເືທື່ອຄົນໄດ້ມາຫວຽດນາມ ໃນປີ 2023. ພວກຂ້າພະເຈົາກໍ່ຫວັງວ່າຈະມີນັກທ່ອງທ່ຽວຫວຽດນາມ ຫຼາຍຄົນໄປທ່ຽວຢູ່ ຊູແອັດ.

ການຮ່ວມມືດ້ານວັດທະນະທຳແມ່ນປັດໄຈສຳຄັນທີ່ໄດ້ຮັບຄວາມເອົາໃຈໃສ່ໃນການພົວພັນສອງຝ່າຍ, ຈາກວັນນະຄະດີ ແລະດົນຕີ ຊູແອັດ ທີ່ໄດ້ອ່ານ ແລະຊົມຢູ່ຫວຽດນາມ ຈົນຮອດບັນດາໂຄງການຮ່ວມມືດ້ານດົນຕີຂອງບັນດາມະຫາວິທະຍາໄລ ຫຼືບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳຢ່າງຟົດຟື້ນທີ່ໄດ້ຫຼໍ່ລ້ຽງຜ່ານການຮ່ວມມືດ້ານການສຶກສາ. ການປະດິດສ້າງຂອງບັນດານັກສິລະປິນຫວຽດນາມ ແລະ ຊູແອັດ ໄດ້ເຮັດໃຫ້ບັນດາໝາກຜົນອັນດີງາມກ່ຽວກັບການຮ່ວມມືວັດທະນະທຳອຸດົມສົມບູນຍິ່ງຂຶ້ນ...

ສືບຕໍ່ບັນດາການແລກປ່ຽນຂັ້ນສູງ

ພວກເຮົາພ້ອມກັນຫວນຄືນການແລກປ່ຽນຄະນະຜູ້ແທນຂັ້ນສູງສຳຄັນທີ່ຊ່ວຍປັບປຸງການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະຊູແອັດ ໃນຊຸມປີຜ່ານມາ. ໃນປີ 2023, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ ໄດ້ໄປຢ້ຽມຢາມ ຊູແອັດ ໃນເດືອນພຶດສະພາ ເພື່ອເຂົ້າຮ່ວມເວທີປາໄສ ອີຢູ-ປາຊີຟິກ ທີ່ຈັດຕັ້ງພາຍໃຕ້ການເປັນປະທານສະພາສະຫະພາບເອີລົບ, ໃນນັ້ນທ່ານນາງກໍ່ມີບັນດາກອງປະຊຸມສອງຝ່າຍສຳຄັນກັບຄູ່ຮ່ວມມື ຊູແອັດ.

ໃນເດືອນຕຸລາ, ພວກຂ້າພະເຈົ້າພາກພູມໃຈທີ່ສຸດເມື່ອທ່ານນາງ ເຈືອງທິມາຍ-ກຳມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ ຊູແອັດ.

ໃນເດືອນທັນວາ, ໃນຂອບເຂດກອງປະຊຸມ COP28 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຢູ່ Dubai, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາຍົກລັດຖະມົນຕີ Ulf Kristersson ໄດ້ພົບປະເພື່ອປຶກສາຫາລືກ່ຽວກັບບັນດາຂົງເຂດເຊິ່ງຫວຽດນາມ ແລະ ຊູແອັດ ສາມາດຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກໃນສະພາບປີ 2024 ແມ່ນປີທີສຳຄັນຕໍ່ການພົວພັນລະຫວ່າງສອງປະເທດ.

ໃນປີ 2024, ພວກຂ້າພະເຈົ້າປາດຖະໜາ ຈະມີການຢ້ຽມຢາມ ແລະການແລກປ່ຽນຄະນະຜູ້ແທນຂັ້ນສູງສອງຝ່າຍຫຼາຍກວ່າອີກ. ເວົ້າລວມແລ້ວ, ການພົວພັນມິດຕະພາບລະຫວ່າງ ຊູແອັດ ແລະຫວຽດນາມ ໄດ້ຜ່ານການທົດສອບຂອງເວລາ ແລະສືບຕໍ່ພັດທະນາຢ່າງແຮງ. ຈາກຂະບວນການສາມັກຄີໃນໄລຍະສົງຄາມຈົນຮອດການຮ່ວມມືໃນປະຈຸບັນກ່ຽວກັບການຄ້າ ແລະການລົງທຶນ, ການສຶກສາ ແລະວັດທະນະທຳ, ກໍ່ຄືການພົວພັນຢ່າງແຮງລະຫວ່າງປະຊາຊົນສອງປະເທດ, ການພົວພັນລະຫວ່າງສອງປະເທດພວກເຮົາ ໄດ້ນັບມື້ນັບເລິກເຊິ່ງກວ່າອີກ.

ໃນອະນາຄົດ, ຂ້າພະເຈົ້າປາດຖະໜາຢາກໃຫ້ສອງປະເທດພວກເຮົາຕັ້ງໜ້າຂຸດຄົ້ນຄວາມສາມາດບົ່ມຊ້ອນທີ່ກວ້າງໃຫຍ່ເພື່ອຮ່ວມມືບົນຈິດໃຈເປີດອົກເປີດໃຈ, ປ່ຽນແປງໃໝ່ປະດິດສ້າງ ແລະພັດທະນາແບບຍືນຍົງ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.