ອິນໂດເນເຊຍ - ຫວຽດນາມ: ແງ່ຫວັງໃນການຮ່ວມມືດ້ານເສດຖະກິດ

17:50 | 12/01/2024

ອິນໂດເນເຊຍ - ຫວຽດນາມ: ແງ່ຫວັງໃນການຮ່ວມມືດ້ານເສດຖະກິດ

ທ່ານເລຂາທິການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກື່ອງ ຕ້ອນຮັບບັນດາເລຂາທິການ ສະພາຕ່ຳ ໄທ, ສະພາຕ່ຳ ອິນໂດເນເຊຍ ແລະ ສະພາແຫ່ງຊາດ ລາວ ທ່ານເລຂາທິການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກື່ອງ ຕ້ອນຮັບບັນດາເລຂາທິການ ສະພາຕ່ຳ ໄທ, ສະພາຕ່ຳ ອິນໂດເນເຊຍ ແລະ ສະພາແຫ່ງຊາດ ລາວ
ກຳປັ່ນກອງທັບເຮືອ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຫຼາຍຝ່າຍສາກົນຢູ່ມາເລເຊຍ ແລະ ອິນໂດເນເຊຍ ກຳປັ່ນກອງທັບເຮືອ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຫຼາຍຝ່າຍສາກົນຢູ່ມາເລເຊຍ ແລະ ອິນໂດເນເຊຍ

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດຫວຽດນາມ ຫວໍວັນເຖືອງ, ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ມາຢ້ຽມຢາມທາງລັດຖະກິດຫວຽດນາມ ແຕ່ວັນທີ 11-13 ມັງກອນ. ກ່ອນການຢ້ຽມຢາມ, ການນຳວິສາຫະກິດອິນໂດເນເຊຍ ຫຼາຍແຫ່ງມີຄວາມເຊື່ອໝັ້ນໂດຍຖືວ່າ, ການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດຈະມີບາດກ້າວບຸກທະລຸໃນໄລຍະມາເຖິງ.

ໄລ່ຮອດທ້າຍເດືອນພະຈິກ 2023, ຍອດເງິນລົງທຶນຂອງອິນໂດເນເຊຍ ເຂົ້າຫວຽດນາມ ບັນລຸ 651,21 ລ້ານໂດລາສະຫະລັດ, ດ້ວຍ 120 ໂຄງການທີ່ຍັງມີຜົນສັກສິດຢູ່, ຢືນອັນດັບ 29/143 ປະເທດ ແລະເຂດແຄວ້ນທີ່ມີເງິນລົງທຶນເຂົ້າຫວຽດນາມ.

ອິນໂດເນເຊຍ - ຫວຽດນາມ:  ແງ່ຫວັງໃນການຮ່ວມມືດ້ານເສດຖະກິດ

ກອງປະຊຸມສໍາມະນາແລກປ່ຽນການຄ້າຫວຽດນາມ-ອິນໂດເນເຊຍ. ພາບ: vovworld.vn

ກ່ຽວກັບດ້ານການຄ້າ, ວົງເງິນການຄ້າ 2 ຝ່າຍ ຫວຽດນາມ - ອິນໂດເນເຊຍ ໄດ້ເພີ່ມຈາກ 8,20 ຕື້ໂດລາສະຫະລັດ ໃນປີ 2020 ຂຶ້ນເປັນ 14,17 ຕື້ໂດລາສະຫະລັດ ໃນປີ 2022. ອິນໂດເນເຊຍ ກາຍເປັນຕະຫຼາດສົ່ງອອກໃຫຍ່ອັນດັບ 3 ແລະຕະຫຼາດນຳເຂົ້າອັນດັບ 2 ຂອງຫວຽດນາມ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນປີ 2023. ໃນອະນາຄົດ, ໜຶ່ງໃນບັນດາເປົ້າໝາຍຈຸດສຸມເຊິ່ງການນຳ 2 ປະເທດໄດ້ວາງອອກແມ່ນຍົກວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນເປັນ 15 ຕື້ໂດລາສະຫະລັດ ໃນປີ 2028.

ທ່ານຮອງປະທານຫ້ອງການການຄ້າ ແລະອຸດສາຫະກຳອິນໂດເນເຊຍ Shinta Widjaja Kamdani, ໃຫ້ຮູ້ວ່າ ເປັນທີ່ຈະແຈ້ງແລ້ວວ່າ, ຍັງມີຫຼາຍວຽກງານທີ່ຈະຕ້ອງເຮັດເພື່ອໃຫ້ວົງເງິນການຄ້າບັນລຸລະດັບສູງສຸດ, ພິເສດແມ່ນພາຍໃນອາຊຽນ, ພວກເຮົາສາມາດປຶກສາຫາລື ເພື່ອຈະເຮັດແນວໃດໃຫ້ຊຸກຍູ້ການຄ້າພາຍໃນກຸ່ມໃຫ້ດີທີ່ສຸດ. ສຳລັບຂົງເຂດລົງທຶນ, ຂ້າພະເຈົ້າຄິດວ່າ ຈຳນວນເງິນລົງທຶນລະຫວ່າງ 2 ປະເທດໃນປະຈຸບັນຍັງໜ້ອຍຢູ່.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.