ຄວາມສາມັກຄີອັນອົບອຸ່ນ ລະຫວ່າງ ຫວຽດນາມ - ລາວ

17:08 | 14/01/2024

ຢູ່ບົນດິນແດນເຂດຊາຍ​ແດນ​ຂອງມື້​ຕົ້ນ​ປີໃໝ່ 2024, ບັນດາທະຫານປ້ອງກັນ​ຊາຍ​ແດນພວມ​ “ຊົ້ນໄຟ” ໃຫ້​ລຸ້ນ​ໜຸ່ມ​ຂອງ​ສອງ​ປະ​ເທດ​ ກ່ຽວ​ກັບ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ​ທີ່​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ ມາ​ແຕ່​ລຸ້ນ​ຫຼັງ. ບໍ່​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ໃດໆ, ນ້ຳໃຈ​ມິດຕະພາບ​ຫວຽດນາມ - ລາວ ກໍ່ຍັງ“ຂຽວສົດງົດງາມ,​ ໝັ້ນຄົງຂະນົງແກ່ນຕະຫຼອດກາລະນານ”.

ວິທະຍາຄານການແພດທະຫານຫວຽດນາມ - ລາວ ຮ່ວມມືບຳລຸງສ້າງ, ຄົ້ນຄວ້າວິທະຍາສາດ
ບຸນປີໃໝ່ປະຈຳຊາດຫວຽດນາມ ເຊື່ອມຕໍ່ໄວໜຸ່ມຫວຽດນາມ - ລາວ - ກຳປູເຈຍ

ຄວາມສາມັກຄີອັນອົບອຸ່ນ ລະຫວ່າງ ຫວຽດນາມ - ລາວ

ຢູ່ບົນດິນແດນເຂດຊາຍ​ແດນ​ຂອງມື້​ຕົ້ນ​ປີໃໝ່ 2024, ບັນດາທະຫານປ້ອງກັນ​ຊາຍ​ແດນພວມ​ “ຊົ້ນໄຟ” ໃຫ້​ລຸ້ນ​ໜຸ່ມ​ຂອງ​ສອງ​ປະ​ເທດ​ ກ່ຽວ​ກັບ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ​ທີ່​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ ມາ​ແຕ່​ລຸ້ນ​ຫຼັງ. ບໍ່​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ໃດໆ, ນ້ຳໃຈ​ມິດຕະພາບ​ຫວຽດນາມ - ລາວ ກໍ່ຍັງ“ຂຽວສົດງົດງາມ,​ ໝັ້ນຄົງຂະນົງແກ່ນຕະຫຼອດກາລະນານ”.

ຄວາມສາມັກຄີອັນອົບອຸ່ນ ລະຫວ່າງ ຫວຽດນາມ - ລາວ

ປ້ອມທະຫານຊາຍແດນ ດ່ານ ອາເດີດ ແລະ ບັນດາກຳລັງປະກອບອາວຸດ ມອບເຄື່ອງໃຊ້ທີ່ຈຳເປັນ, ວັດຖຸຸອຸປະກອນ ການແພດ ໃຫ້ປະຊາຊົນ ບ້ານ ກາໂລ່. ຮູບພາບ: ແອ່ງຢຸ້ງ

ງານບຸນຊາຍແດນທີ່ແຮງກ້າ

ທີ່ລາຍການ​ພົບປະແລກປ່ຽນ ​ແລະ ມອບ​ຂອງຂວັນ​ໃຫ້​ຄູ​ອາຈານ ​ແລະ ນັກຮຽນ​ໂຮງຮຽນ​ ກິນນອນຊົນ​ເຜົ່າ ​ລາ​ໂກ່ (​ເມືອງ​ເຊ​ໂປນ, ​ແຂວງ​ສະຫວັນ​ນະ​ເຂດ, ລາວ) ​ແລະ ​ໂຮງຮຽນປະຖົມ-​ມັດທະຍົມຕອນຕົ້ນ ​ເຮື້ອງ​ຫວຽດ (​ເມືອງ ເຮື້ອງ​ຮວ້າ, ​ແຂວງ ກວາງ​ຈິ, ຫວຽດນາມ) ​ໂດຍ ປ້ອມທະຫານປ້ອງກັນຊາຍແດນ ເຮື້ອງເ​ລີບ (ທະຫານຊາຍແດນ ແຂວງກວາງຈິ) ແລະ ກອງຮ້ອຍທະຫານຊາຍແດນ 321 (ທະຫານ ແຂວງສະຫວັນນະເຂດ) ສົມທົບ​ກັນ​ຈັດ​ຕັ້ງໃນທ້າຍປີ 2023ທີ່ຜ່ານມານີ້້ ໄດ້ສ້າງເປັນວັນບຸນທີ່ເບີກບານມ່ວນຊື່ນ. ອີກຄັ້ງໜຶ່ງ, ນ້ຳໃຈ​ມິດຕະພາບ​ ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ຫວຽດນາມ - ລາວ ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ປະຊາຊົນ​ສອງຟາກຊາຍ​ແດນ ​ນັບ​ມື້​ນັບ​ສະໜິດຕິດພັນ​ກັນຫຼາຍ​ຂຶ້ນ ​ຍ້ອນ​ການ​ແບ່ງປັນ​ ແລະ ມີອຸດົມການອັນດຽວກັນ.

ເພື່ອເຮັດໃຫ້​ລາຍການດັ່ງກ່າວມີ​ຄວາມ​ໝາຍຕື່ມອີກ, ປ້ອມ​ປ້ອງ​ກັນ​ຊາຍ​ແດນ ເຮື້ອງເລີບ ​ໄດ້​ຫ້າງຫາກະກຽມ ​ແລະ ຂຶ້ນແຜນ​ ແຕ່​ກາງ​ປີ 2023 ດ້ວຍຫຼາຍກິດຈະກໍາທີ່ຟົດຟື້ນ. ບັນດາ​ບົດ​ເພງ “​ເທິງ​ຈອມ​ພູ​ຫຼວງພວກ​ເຮົາຂັບ​ຮ້ອງ​”, “​ສາຍໃຈ​ລາວ-ຫວຽດນາມ”, “ສາວ​ຊຽງຂວາງ”... ຂັບ​ຮ້ອງ​ໂດຍ ພະນັກງານ​ທະຫານ​ປ້ອງ​ກັນ​ຊາຍແດນ ແລະ ຄູ​ອາຈານ, ນັກຮຽນ​ຂອງ​ສອງ​ໂຮງຮຽນ ​ໄດ້​ເຮັດ​ໃຫ້​ບັນຍາກາດ​ຂອງ​ວັນ​ບຸນນີ້ ​ຍິ່ງ​ມີຄວາມຄຶກຄື້ນ ແລະ ມ່ວນຊື່ນ, ເຕັມໄປດ້ວຍນ້ຳໃຈມິດຕະພາບຕື່ມອີກ. ທ່ານພັນຕີ ແກ້ວເລີດມາ ພະນັກງານການເມືອງ ກອງຮ້ອຍທະຫານຊາຍແດນ 321 ໄດ້ແບ່ງປັນ ກ່ຽວກັບການສົມທົບກັນເຄື່ອນໄຫວຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການປະຕິບັດໜ້າທີ່ຢູ່ຊາຍແດນ. ​ແຕ່ລະ​ເລື່ອງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຈົງ​ຮັກ​ພັກດີ ​ແລະ ຄວາມ​ສາມັກຄີຕິດພັນລະຫວ່າງກຳລັງ​ປ້ອງ​ກັນສອງ​ຟາກ​ຊາຍ​ແດນ. ເຖີງເລື່ອງລາວຈະຜ່ານໄປແລ້ວ ​ຫຼື ​ຢູ່ໃນປະຈຸ​ບັນ, ແຕ່ຍາມ​ໃດ​ກໍ່ຍັງ​ສະ​ແດງ​ໃຫ້​ເຫັນຈິດ​ໃຈ "​ຄຽງ​ບ່າ​ຄຽງ​ໄຫຼ່” ຂອງ​ປະຊາຊົນ​ສອງ​ປະ​ເທດ.

​ຕາມທ່ານພັນຕີ ແກ້ວເລີດມາ ແລ້ວ, ທີ່ການພົບປະແລກປ່ຽນ ກໍ່ຄື “ຊົ່ວໂມງຮຽນຢູ່ຊາຍແດນ” ຍາມໃດ ບັນດາທະຫານຊາຍແດນ ແລະ ຄູອາຈານ ກໍ່ໄດ້ຮັກສາໄວ້. ຕ່າງແຕ່ວ່າ ໃນມື້ນີ້ມີນັກສຶກສາລາວ, ບັນດາທະຫານຊາຍແດນລາວ ແລະ ພ້ອມທັງລຸ້ນພໍ່ແມ່ເຂົ້າຮ່ວມ. ແນ່ນອນ, ບົດຮຽນນີ້ຈະເປັນຫນຶ່ງໃນສິ່ງທີ່ຈະຢູ່ຕິດຕົວກັບຜູ້ຮຽນຕະຫຼອດໄປໃນເສັ້ນທາງເດີນໃນອະນາຄົດ. “ໜ້າ​ທີ່​ຂອງ​ພົນ​ລະ​ເມືອງ​ຊາຍ​ແດນ​ຫວຽດ​ນາມ​ ທຸກ​ຄົນ​ແມ່ນຕ້ອງ​ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ຄວາມ​ສາ​ມັກ​ຄີ ​ກັບ​ປະ​ຊາ​ຊົນ​ລາວ​ອ້າຍ​ນ້ອງ. ​ເຖິງ​ວ່າ​ຈະ​ເປັນ​ສອງ​ປະ​ເທດ​​ກໍ່ຕາມ, ​ແຕ່​ພວກ​ເຮົາ​ມີ​ອຸດົມ​ການ​ອັນ​ດຽວ​ກັນ​ຢູ່​ສະ​ເໝີ”.

ກ່ອນປີ 1975, ທ່ານ ໂຮ່ວັນດິງ (ບ້ານ ອາເວຍ, ກຸ່ມບ້ານ ລາໂກ່) ໄດ້ເຂົ້າຮ່ວມການປະຕິວັດເປັນເວລາຫຼາຍປີ, ຕໍ່ສູ້ຢູ່ແນວໜ້າ ບິງຈິທຽນ, ໄດ້ຮັບ ໃບຍ້ອງຍໍ ແລະ ຫຼຽນກາ, ຫຼຽນໄຊຫຼາຍປະເພດ. ພາຍຫຼັງ​ວາງ​ແຜນ​ກຳນົດ​ເຂດ​ຊາຍ​ແດນ, ທ່ານ​ ດິງ ​ດຳລົງ​ຊີວິດ​ຢູ່​ບ້ານ ​ອາ​ເວຍ, ຖື​ສັນຊາດ​ລາວ, ​ແຕ່​ໃນຄວາມຈິງແລ້ວ ​ແມ່ນ​ຄົນ​ຫວຽດນາມ. ໂດຍມາ​ເຂົ້າ​ຮ່ວມ​​ການແລກປ່ຽນ​ຢ່າງ​ສົມກຽດ ໃນຖານະເປັນແຂກຖຶກເຊີນ, ​ທ່ານກ່າວ​ວ່າ: “​ໂດຍໄດ້ເຫັນປະຈັກຕາໃນການ​ເຮັດ​ວຽກ​ຂອງ​ທະຫານ​ປ້ອງ​ກັນ​ຊາຍ​ແດນ, ພິ​ເສດ​ແມ່ນ​ ຄວາມ​ສາມັກຄີ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ຂ້າພະ​ເຈົ້າຮູ້ສຶກອຸ່ນອຽນໃຈ​ເມື່ອເຫັນແຕ່ລະຄົນໄດ້ມອບຄວາມພິເສດໃຫ້ແກ່ພວກຫຼານນັກຮຽນ, ພົນລະເມືອງຊາຍແດນໃນອະນາຄົດ. ນ້ຳໃຈມິດຕະພາບຫວຽດນາມ-ລາວ ອ້າຍນ້ອງຢູ່ທີ່ນີ້ ແນ່ນອນຈະມີຄວາມຂຽວສົດງົດງາມ ໝັ້ນຄົງຂະນົງແກ່ນຕະຫຼອດກາລະນານ ຄືກັບຄວາມຫວັງຂອງປະທານ ໂຮ່ຈີມິນ ແລະ ປະທານ ໄກສອນ ພົມວິຫານ.

ໃນ​ໂອກາດ​ບຸນ​ເຕັດ​ຕົ້ນ​ປີ, ທ່ານ ບຸນ​ລ້ອມ ສຸ​ພະ​ມີ​ໄຊ, ຮອງ​ເລຂາ​ຄະນະ​ພັກ​ເມືອງ​ເຊ​ໂປນມີຄວາມ​ປິຕິຊົມຊື່ນ ທ່ານກ່າວ​ວ່າ: “​ລາຍການ​ແລກປ່ຽນ ແມ່ນ​ການ​ເຄື່ອນ​ໄຫວສ້າງສາ​ຍພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງສອງ​ປະ​ເທດ ຫວຽດນາມ - ລາວ. ຖ້າ​ຮູບ​ແບບ​ດັ່ງກ່າວ ໄດ້ເປີດກວ້າງສູ່ທົ່ວ​ຊາຍ​ແດນ, ກໍ່ຈະ​ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ຊາຍ​ແດນ ​ແລະ ຮັດ​ແໜ້ນ​ສາຍ​ພົວພັນ​ອັນ​ສະໜິດສະໜົມລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ​ໃຫ້​ແໜ້ນ​ແຟ້ນຂຶ້ນກວ່າ​ເກົ່າ”.

ຄະນະ​ອາສາ​ສະໝັກ​ນະຄອນ ດ່າ​ນັ້ງ ດຳ​ເນີນ​ລາຍການ “​ມອບ​ຄວາມ​ຮັກ​ແພງ” ຢູ່​ຕາ​ແສງ​ຮົ່ງເ​ວີ່ນ, ​ເມືອງ ອາເລື້ອຍ, ​ແຂວງ ເທືອທ່ຽນເຫວ້.

ຄວາມສາມັກຄີອັນອົບອຸ່ນ

ເພື່ອເຮັດໃຫ້ລາຍການແລກປ່ຽນມີຄວາມໝາຍ, ປ້ອມປ້ອງກັນຊາຍແດນ ເຮື້ອງເລີບ ໄດ້ລະດົມບັນດາຫົວໜ່ວຍ, ຜູ້ສະໜັບສະໜູນ ແລະ ກຸ່ມອາສາສະໝັກ ອ້າຍນ້ອງແປພາສາແປໄທ ໄດ້ຊ່ວຍມອບຜ້າຫົ່ມ 300 ຜືນ, ເສື້ອກັນໜາວ 383 ຜືນ, ເກີບແຕະ 200 ຄູ່, ເຂົ້າສານ 800 ກິໂລ, ນ້ຳປາ 150 ຕຸກ, ນ້ຳຕານ 50 ກິໂລກຣາມ. ຂອງຂວັນ​ດັ່ງກ່າວ​ໄດ້​ມອບ​ໃຫ້​ບັນດາ​ຄອບຄົວ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ໂດຍ​ສະ​ເພາະ​ແມ່ນ ​ຕາ​ແສງ ເຮື້ອງຫວຽດ ​ແລະ ກຸ່ມ​ບ້ານ ລາໂກ່. ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ທີ່​ນີ້​ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ລາຍ​ຮັບ​ຕົ້ນຕໍ​ແມ່ນ​ຂຶ້ນ​ກັບ​ການ​ປູກຝັງ. ເພາະສະນັ້ນ, ນີ້ແມ່ນຂອງຂວັນທີ່ມີຄວາມຫມາຍ, ມາຖຶກໂອກາດ, ໃນເວລາທີ່ເຫມາະສົມໃຫ້ສໍາລັບປະຊາຊົນ. ທ່ານ​ພົນ​ໂທ ໂຮ່​ເລ​ລວນ ​ໃຫ້​ຮູ້​ວ່າ: “ປີ 2023 ​ແມ່ນ​ປີ​ທຳ​ອິດ​ຂອງ​ອົງການ​ຈັດ​ຕັ້ງ, ​ແຕ່​ປະສົບ​ຜົນສຳ​ເລັດ​ທີ່​ສຸດ. ຄູອາຈານ ແລະ ນັກຮຽນມີຄວາມພາກພູມໃຈຫຼາຍທີ່ໄດ້ພົບປະ, ພົວພັນ ແລະ ແລກປ່ຽນປະສົບການ. ສູ້​ຊົນ​ໃຫ້​ນີ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ປະຈຳ​ປີ ​ເພື່ອ​ໃຫ້​ກຳລັງ​ປ້ອງ​ກັນ​ຊາຍ​ແດນ ​ແລະ ປະຊາຊົນ​ຕາ​ແສງ ເຮື້ອງຫວຽດ ​ແລະ ກຸ່ມ​ບ້ານ​ລາ​ໂກ່ ມີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ຈາກ​ນັ້ນ ກໍ່​ນັບ​ມື້​ນັບ​ສາມັກຄີ, ສະໜິດສະໜົມ, ຖື​ວ່າ​ເປັນເພື່ອນທີ່ສະໜິດສະໜົມ. ພ້ອມກັນເຂົ້າຮ່ວມການ​ເຄື່ອນ​ໄຫວ​ຂອງ​ມະຫາຊົນ​ ຢ່າງຕັ້ງໜ້າ ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງຊາດ ແລະ ​ພັດທະນາ​ເສດຖະກິດ​ຮ່ວມ​ກັນ".

ນອກຈາກລາຍການພົບປະແລກປ່ຽນ ໂດຍປ້ອມປ້ອງກັນຊາຍແດນ ເຮື້ອງເລີບ ຈັດຕັ້ງ, ໃນຊຸມວັນໃກ້ຈະເຖິງບຸນເຕັດແຕ່ລະປີ, ຍັງມີຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ ເພື່ອມຸ່ງໄປເຖິງພີ່ນ້ອງຊາວຊາຍແດນ ຫວຽດນາມ - ລາວ. ເປັນຕົ້ນແມ່ນການເຄື່ອນໄຫວອາສາສະໝັກ ແລະ ພົບປະແລກປ່ຽນ ກັບບັນດາທ້ອງຖິ່ນ ຢູ່ເຂດຊາຍແດນ ລາວບາວ (ກວາງຈິ); ເມືອງ ອາເລື້ອຍ (ເທື່ອທ່ຽນເຫວ້). ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ດີ​ໃຈ​ທີ່​ໄດ້​ເຂົ້າ​ຮ່ວມ​ລາຍການ “ມອບ​ຄວາມ​ຮັກ​ແພງ” ​ໃຫ້​ບັນດາ​ຄອບຄົວ ​ແລະ ນັກຮຽນທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ ​ຢູ່​ຕາ​ແສງ ເຍີ່ມ, ຕາ​ແສງ ຮົ່ງເ​ວິ່ນ (​ເມືອງ ອາເລື້ອຍ) ​ແລະ ບັນດາ​ນັກຮຽນທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກເປັນ​ພິ​ເສດ​ຂອງ​ລາວ, ​ໂດຍປ້ອມປອງ​ກັນ​ຊາຍ​ແດນ ຮົ່ງ​ເວິ່ນ ສົມທົບ​ກັບ​ກຸ່ມ​ອາສາ​ສະໝັກ “​ເພື່ອ​ເດັກນ້ອຍ​ຢູ່​ເຂດ​ພູດ​ອຍ” ຈາກ​ ຮວາ​ກຸ້ຍ, ຫງູແຮ່ງ​ເຊີນ, ນະຄອນ ດ່ານັ້ງ ຈັດຂຶ້ນຫວ່າງແລ້ວນີ້.

ທ່ານ ຫງວຽນ​ມິງ​ຟຸກ, ​ພະນັກງານ ​ຄະນະ​ກົດລັບ ລັດຖະບານ ປະຈຳ​ນະຄອນ ດ່ານັ້ງ, ຫົວໜ້າ​ຄະນະ​ອາສາ​ສະໝັກ ​ໄດ້​ຢືນຢັນ​ວ່າ: “ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ໃຫ້​ປະຊາຊົນ​ເຂດ​ຊາຍ​ແດນ ລາວ-ຫວຽດນາມ ​ໄດ້​ມີ​ຄວາມ​ຜາ​ສຸກ ​ແລະ ບຸນ​ເຕັ​ດທີ່ອົບອຸ່ນ. ສະມາຊິກໄດ້ກະກຽມລາຍການແຕ່ຫຼາຍເດືອນກ່ອນ. ນອກຈາກບັນດາຄອບຄົວທີ່ປະກອບສ່ວນແລ້ວ, ກຸ່ມບໍລິສັດ ກໍ່ດີໃຈຫຼາຍເມື່ອໄດ້ຮັບການໜູນຊ່ວຍຈາກ ທ່ານ ດິງວັນວີ, ຜູ້ອຳນວຍການບໍລິສັດ ວິແວດ (Vinvest) ຜ່ານທ່ານ ຫງວຽນຮວ່າງເຊີນ ຂອງບໍລິສັດ ໄດ້ມອບເງິນຈຳນວນ 10 ລ້ານດົ່ງໃຫ້ກຸ່ມ ເພາະຮູ້ວ່າເຂົາເຈົ້າຈະຈັດກິດຈະກໍາທີ່ມີຄວາມໝາຍນີ້. ທີ່​ການ​ພົບ​ປະ​ແລກປ່ຽນ ​ແລະ ມອບ​ຂອງຂວັນ, ຄະນະ​ຜູ້​ແທນ​ໄດ້​ມອບ​ຂອງຂວັນໃຫ້​ປະຊາຊົນ​ທີ່ມີສະພາບ​ຫຍຸ້ງຍາກ​ເປັນ​ພິ​ເສດ ​ແລະ ນັກຮຽນ​ລາວ​ເກືອບ 40 ພູດ (ລວມມູນ​ຄ່າ​ເກືອບ 25 ລ້ານ​ດົ່ງ​ລວມທັງ​ເງິນ, ຂອງຂວັນ) ກ່ອນ​ລະດູບານ​ໃໝ່​ຈະ​ມາ​ເຖິງ.

ທ່ານພົນໂທ ຟ້າມທ້າຍເຊີນ, ຫົວໜ້າໜ່ວຍຂົນຂວາຍປະຊາຊົນ, ປ້ອມປ້ອງກັນຊາຍແດນ ດ່ານຮົງເວິ່ນ ໃຫ້ຮູ້ວ່າ: ແຕ່ລະປີ ເມື່ອໄລຍະບຸນເຕັດ ແລະ ລະດູໃບໄມ້ປົ່ງ, ຫຼາຍກຸ່ມອາສາສະໝັກ ໄດ້ຈັດຕັ້ງການມອບຂອງຂວັນໃຫ້ປະຊາຊົນເຂດຊາຍແດນ. ດັ່ງໃນສອງສາມເດືອນຜ່ານມາຂອງປີ 2023, ມີຫຼາຍກຸ່ມໄດ້ມາຜ່ານດ່ານຊາຍແດນ ເພື່ອໄປຫາພໍ່ແມ່ປະຊາຊົນ, ເປັນການສ້າງຄວາມອົບອຸ່ນໃຫ້ແກ່ຄວາມຮັກແພງລະຫວ່າງທະຫານກັບປະຊາຊົນ. “​ໂດຍ​ສະ​ເພາະ​ແມ່ນ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ ​ເພື່ອ​ຊ່ວຍ​ເຫຼືອ​ປະຊາຊົນ ​ແລະ ນັກຮຽນຢູ່​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ ຈະ​ແມ່ນ​ກຳລັງໃຈ​ຊ່ວຍ​ປະຊາຊົນ​ຜ່ານ​ຜ່າ​ຄວາມ​ທຸກ​ຍາກ, ​ຊ່ວຍເຫຼືອ​ນັກຮຽນໃຫ້ໄດ້ເຂົ້າ​ໂຮງຮຽນ​, ມຸ່ງ​ໄປ​ເຖິງ​ອະນາຄົດ​ທີ່​ສົດໃສ”.

ຊ ສະຫວັດ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ
302 Found

Found

The document has moved here.