ດຶງດູດເງິນລົງທຶນຈາກຕ່າງປະເທດໃນປີ 2023 ຈະບັນລຸກວ່າ 36,6 ຕື້ USD

11:03 | 03/01/2024

ຍສໝ - ບົດລາຍງານກ່ຽວກັບສະພາບການດຶງດູດເງິນລົງທຶນຈາກຕ່າງປະເທດເຂົ້າຫວຽດນາມ ໃນປີ 2023, ກົມລົງທຶນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ) ໃຫ້ຮູ້ວ່າ: ມາຮອດວັນທີ 20 ທັນວາ 2023, ຍອດຈຳນວນທຶນຈົດທະບຽນຢູ່ຫວຽດນາມ ບັນລຸກວ່າ 36,6 ຕື້ USD, ເພີ່ມຂຶ້ນ 32.1% ເມື່ອທຽບກັບໄລຍະດຽວກັນ.

ການສົ່ງອອກຜັກ ແລະ ໝາກໄມ້ໃນປີ 2023 ຄາດວ່າຈະບັນລຸປະມານ 5,6 ຕື້ USD ການສົ່ງອອກຜັກ ແລະ ໝາກໄມ້ໃນປີ 2023 ຄາດວ່າຈະບັນລຸປະມານ 5,6 ຕື້ USD
ສາດສະດາຈານຫວຽດນາມ ໄດ້ຮັບທຶນຄົ້ນຄວ້າເກືອບ 6 ລ້ານ USD ສາດສະດາຈານຫວຽດນາມ ໄດ້ຮັບທຶນຄົ້ນຄວ້າເກືອບ 6 ລ້ານ USD

ໃນນັ້ນ, ທຶນຈົດທະບຽນໃໝ່ບັນລຸກວ່າ 20,1 ຕື້ USD, ເພີ່ມຂຶ້ນ 62,2%; ຈຳນວນ​ໂຄງການ​ທີ່ຈົດ​ທະບຽນ​ໃໝ່​ບັນລຸ 3.188 ​ໂຄງການ, ​ເພີ່ມ​ຂຶ້ນ 56,6%. ການ​ເຄື່ອນໄຫວ​ປະກອບ​ທຶນຊື້ຫຸ້ນສ່ວນຂອງ​ນັກ​ລົງທຶນ​ຕ່າງປະ​ເທດໄດ້​ຫຼຸດ​ລົງ, ​ແຕ່​ຍັງ​ເພີ່ມ​ຂຶ້ນ 65,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ ດ້ວຍ​ຍອດ​ຈຳນວນ​ທຶນ​ກວ່າ 8,5 ຕື້ USD ຍ້ອນຂອບ​ຂະ​ໜາດ​ຂອງ​ສັນຍາ​ເພີ່ມ​ຂຶ້ນ.

ດຶງດູດເງິນລົງທຶນຈາກຕ່າງປະເທດໃນປີ 2023 ຈະບັນລຸກວ່າ 36,6 ຕື້ USD
ຜະລິດ ແລະ ປະກອບລົດໂອໂຕ Ford ຫວຽດນາມ ຢູ່ ບໍລິສັດ Ford ຫວຽດນາມ (ນະຄອນ ຫາຍເຢືອງ).

ທຶນ​ຈົດ​ທະ​ບຽນ​ເພີ່ມ​ເຕີມ​ຂອງບັນດາ​ໂຄງ​ການ ​ບັນ​ລຸ​​ພຽງ​ແຕ່ກວ່າ 7,8 ຕື້ USD, ຫຼຸດ​ລົງ 22,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ, ເຖິງ​ວ່າ​ປີ 2023 ບັນ​ລຸ​ໄດ້​ຈຳ​ນວນ​ໂຄງ​ການດັດ​ປັບທຶນ​ເພີ່ມ​ຂຶ້ນ 14%.

​ເປັນ​ໜ້າ​ສົນໃຈ, ປີ 2023 ກໍ່​ໄດ້​ຮອງຮູ້ການ​ເພີ່ມ​ຂຶ້ນ 3,5% ​ໃນ​ຈຳນວນ​ທຶນ​ປະຕິບັດ​ຂອງໂຄງການ​ລົງທຶນ​ຕ່າງປະ​ເທດ 3,5% ເມື່ອທຽບກັບ​ໄລຍະ​ດຽວ​ກັນ, ຄາດ​ວ່າ​ບັນລຸ​ກວ່າ 23,1 ຕື້ USD, ເຊິ່ງ​ແມ່ນ​ລະດັບ​ສູງ​ສຸດ​ທີ່​ເຄີຍ​ມີ​ມາ.

10 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ທີ່​ລົງທຶນ​ຢູ່​ຫວຽດນາມ ​ແມ່ນ​ສິງກະ​ໂປ, ຍີ່ປຸ່ນ, ຮົ່ງ​ກົງ (ຈີນ), ຈີນ, ສ.​ເກົາຫຼີ, ​ໄຕ້​ຫວັນ (ຈີນ), ​ໂຮນລັງ, ຊາ​ມົວ, ​ໄທ ​ແລະ ອາ​ເມ​ລິ​ກາ. ໄລ່ມາ​ຮອດ​ວັນ​ທີ 20 ທັນວາ 2023, ມີ 144 ປະ​ເທດ ​ແລະ ​ເຂດແຄວ້ນລົງທຶນ​ເຂົ້າ​ຫວຽດນາມ, ນຳໜ້າແມ່ນ ສ.​ເກົາຫຼີ, ສິງກະ​ໂປ, ຍີ່ປຸ່ນ...

ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດສືບຕໍ່ສຸມໃສ່ເຂົ້າບັນດາແຂວງ, ນະຄອນທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອດຶງດູດການລົງທຶນຈາກຕ່າງປະເທດຄື: ນະຄອນໂຮ່ຈີມິນ, ຫາຍຟ່ອງ, ກວາງນິງ, ບັກຢາງ, ໄທບິ່ງ, ຮ່າໂນຍ, ບັກນິງ, ເຫງ້ອານ, ບິ່ງເຢືອງ, ດົງນາຍ...

​ໃນ​ນັ້ນ, ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ​ໄດ້​ດຶງ​ດູດ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​ໄດ້​ກວ່າ 17,3 ຕື້ USD, ​ເພີ່ມ​ຂຶ້ນ 63,9%; ພາກ​ໃຕ້​ໄດ້​ດຶງ​ດູດ​ກວ່າ 11,3 ຕື້ USD, ເພີ່ມ​ຂຶ້ນ 11,6%. ຖັດມາແມ່ນເຂດພູດອຍພາກເໜືອ, ຕອນເໜືອຂອງພາກກາງ ແລະ ຊາດແຄມຝັ່ງທະເລພາກກາງ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແລະ ເຂດໄຕຫງວຽນ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.