ພັກກອມມູນິດຫວຽດນາມ ແລະພັກກອມມູນິດ ຍີ່ປຸ່ນ ຢືນຢັນມູນເຊື້ອສາມັກຄີ, ມິດຕະພາບ

14:07 | 28/12/2023

ພັກກອມມູນິດຫວຽດນາມ ແລະພັກກອມມູນິດ ຍີ່ປຸ່ນ ຢືນຢັນມູນເຊື້ອສາມັກຄີ, ມິດຕະພາບ

ສາຍໃຈ​ມິດຕະພາບ​ຜ່ານ 5 ງານບຸນມະໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ ສາຍໃຈ​ມິດຕະພາບ​ຜ່ານ 5 ງານບຸນມະໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ
ພັກກອມມູນິດຫວຽດນາມ ເອົາໃຈໃສ່ຕອບສະໜອງຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນ ພັກກອມມູນິດຫວຽດນາມ ເອົາໃຈໃສ່ຕອບສະໜອງຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນ

ຕອນບ່າຍວັນທີ 26 ທັນວາ, ທີ່ສໍານັກງານສູນກາງພັກ, ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອໃໃູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບສະຫາຍ Shii Kazuo, ປະທານຄະນະປະທານຄະນະບໍລິຫານງານສູນກາງພັກກອມມູນິດ ຍີ່ປຸ່ນ ເຊິ່ງພວມນຳໜ້າຄະນະຜູ້ແທນພັກກອມມູນິດ ຍີ່ປຸ່ນ ຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ຕາມຄຳເຊີນຂອງສູນກາງພັກກອມມູນິດຫວຽດນາມ.

ພັກກອມມູນິດຫວຽດນາມ ແລະພັກກອມມູນິດ ຍີ່ປຸ່ນ ຢືນຢັນມູນເຊື້ອສາມັກຄີ, ມິດຕະພາບ

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບສະຫາຍ Shii Kazuo, ປະທານຄະນະປະທານຄະນະບໍລິຫານງານສູນກາງພັກກອມມູນິດ ຍີ່ປຸ່ນ. ພາບ: TTXVN

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມຄັ້ງນີ້ຂອງສະຫາຍ Shii Kazuo ໃນປີທີ່ສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສອງຝ່າຍຫາກໍ່ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະວັດທະນາຖາວອນຢູ່ອາຊີ ແລະໃນໂລກ. ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ທີ່ເປັນມູນເຊື້ອ ແລະຄວາມສາມັກຄີລະຫວ່າງສອງພັກ ແລະຊຸກຍູ້ນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ, ເຮັດໃຫ້ນ້ຳໃຈການພົວພັນລະຫວ່າງສອງປະເທດອຸດົມສົມບູນຂຶ້ນຕື່ມ.

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ຄວາມສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບລະຫວ່າງພັກກອມມູນິດ ຍີ່ປຸ່ນ ແລະພັກກອມມູນິດຫວຽດນາມ ໄດ້ກໍ່ສ້າງໃນຊຸມເດືອນປີແຫ່ງການຕໍ່ສູ້ປະຕິວັດ; ສະແດງຄວາມຂອບອົກຂອບໃຈ ແລະການຊ່ວຍເຫຼືອອັນລ້ຳຄ່າເຊິ່ງພັກກອມມູນິດ ຍີ່ປຸ່ນ ແລະປະຊາຊົນຮັກຫອມສິນຕິພາບຍີ່ປຸ່ນ ໄດ້ສະຫງວນໃຫ້ແກ່ຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບກ່ອນໜ້ານີ້ ກໍ່ຄືໃນການກໍ່ສ້າງລັດທິສັງຄົມນິຍົມ ແລະພັດທະນາປະເທດຊາດໃນປະຈຸບັນ. ສະຫາຍເລຂາທິການໃຫຍ່ ແລກປ່ຽນກ່ຽວກັບແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບແບບ ແລະຫຼາຍຝ່າຍ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ຊົມເຊີຍຕໍ່ບາດກ້າວພັດທະນາອັນດີງາມຂອງການພົວພັນສອງພັກໃນໄລຍະຜ່ານມາຜ່ານການຮັກສາການແລກປ່ຽນ, ພົບປະຂັ້ນສູງ, ແບ່ງປັນຂໍ້ມູນ; ຕີລາຄາສູງການແລກປ່ຽນທິດສະດີປະຈຳປີລະຫວ່າງສອງພັກ, ຖືນີ້ແມ່ນຈຸດພົ້ນເດັ່ນໃນການພົວພັນຮ່ວມມື, ການພົບປະລະຫວ່າງສອງພັກ.

ສະຫາຍ Shii Kazuo ໃຫ້ຮູ້ວ່າ ເປົ້າໝາຍຂອງການຢ້ຽມຢາມຫວຽດນາມ ແລະບາງປະເທດອາຊີຕາເວັນອອກສ່ຽງໃຕ້ ຄັ້ງນີ້ແມ່ນເພື່ອແນໃສ່ແລກປ່ຽນຄຳຄິດຄຳເຫັນກ່ຽວກັບການສ້າງສັນຕິພາບໃນພາກພື້ນ; ແບ່ງປັນທັດສະນະຂອງພັກກອມມູນິດ ຍີ່ປຸ່ນ ຕໍ່ກັບບັນຫາສັນຕິພາບ ແລະການພັດທະນາຂອງພາກພື້ນ ແລະໃນໂລກ. ສະຫາຍ Shii Kazuo ຕີລາຄາສູງທີ່ຕັ້ງບົດບາດຂອງຫວຽດນາມ ໃນພາກພື້ນ, ຊົມເຊີຍບັນດາຜົນງານກ່ຽວກັບການພົວພັນຕ່າງປະເທດເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ມີບັນດາການປະກອບສ່ວນອັນໃຫຍ່ຫຼວງກວ່າອີກຕໍ່ກັບສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.