ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ

17:25 | 02/01/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 25 ທັນວາ, ສະຫາຍ ນາງ ເຈຶ່ອງທິມາຍ ກໍາມະການກົມການເມືອງ, ຜູ້ປະຈຳການຄະນະ​ເລຂາທິການສູນກາງພັກ ​ໄດ້ເປັນປະທານການ​ພົບປະເຈລະຈາ​ກັບ​ປະທານ​ຄະນະ​ປະທານ​ຄະນະບໍລິຫານງານສູນກາງພັກກອມມູນິດ ຍີ່ປຸ່ນ.

ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ
ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນັກສຶກສາແມ່ນນັກການທູດເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ຜູ້ປະຈຳການຄະນະເລຂາທິການສູນກາງພັກ ສະຫາຍ ນາງ ເຈຶ່ອງທິມາຍ ໄດ້ສະແດງຄວາມຊົມ​ເຊີຍ​ບັນດາ​ຜົນງານ, ບາດກ້າວ​ໃໝ່, ສຳຄັນ​ໃນຂະບວນການກໍ່ສ້າງ ​ແລະ ພັດທະນາ​ໃນ​ໄລຍະ 100 ປີຜ່ານມາ​ຂອງພັກກອມມູນິດ ຍີ່ປຸ່ນ; ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​​ແຮງ​ວ່າ ພັກ​ກອມ​ມູນິດ​ຍີ່ປຸ່ນ ຈະ​ສືບ​ຕໍ່​ບັນລຸ​ໄດ້ຫຼາຍຜົນງານ​ໃໝ່​, ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 29 ​ໃນ​ຕົ້ນ​ປີ 2024 ຢ່າງ​ສຳ​ເລັດ​ຜົນ.

ສະຫາຍ ນາງ ເຈຶ່ອງທິມາຍ ​ໄດ້​ແລກປ່ຽນກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ວຽກງານກໍ່ສ້າງ, ປັບປຸງພັກ, ພິ​ເສດ​ແມ່ນ​ບັນດາ​ຜົນງານ​ພາຍຫຼັງ​ເກືອບ 40 ປີ​ແຫ່ງ​ການ​ປ່ຽນແປງໃໝ່, 30 ປີ​ແຫ່ງ​ການ​ຜັນ​ຂະຫຍາຍໂຄງການດຳເນີນງານສ້າງສາ​ປະ​ເທດຊາດ​ໃນ​ໄລຍະຂ້າມຜ່ານຂຶ້ນເປັນສັງຄົມ​ນິຍົມ, ບັນດາ​ໝາກຜົນ​ອັນ​ສຳຄັນ, ຮອບດ້ານພໍສົມຄວນໃນ​ການ​ເຊື່ອມຊຶມມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໃນ​ໄລຍະ​ເຄິ່ງ​ສະໄໝຜ່ານມາ, ມຸ່ງ​ໄປ​ເຖິງ​ບັນດາ​ເປົ້າໝາຍສູ້ຊົນຮອດປີ 2025, 2030 ​ແລະ 2045. ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ວ່າ ປະ​ເທດ​ຊາດບໍ່​ເຄີຍ​ມີ​ພາລະກິດທີ່ໃຫຍ່ຫຼວງ, ມີກຳລັງບົ່ມຊ້ອນ, ທີ່ຕັ້ງບົດບາດ ແລະ ອິດທິພົນ​ສາ​ກົນ​ຄືໃນປະຈຸບັນ.

ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ

ບັນຍາກາດທີ່ການ​ພົບປະເຈລະຈາ​

ສະຫາຍ ນາງ ເຈຶ່ອງທິມາຍ ຢືນຢັນວ່າ ແນວທາງການ​ຕ່າງປະ​ເທດ​ເອກະລາດ, ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ພັດທະນາ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບການ​ພົວພັນ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ຕີ​ລາຄາ​ສູງ​ການ​ສ້າງສາຍພົວພັນຄູ່​ຮ່ວມ​ມືຍຸດ​ທະ​ສາດ​​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ເພື່ອ​ສັນຕິພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຢູ່​ອາຊີ ​ແລະ ​ໂລກ, ເປີດ​ໄລຍະ​ພັດທະນາ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນກັບພັກກອມມູນິດ ຍີ່ປຸ່ນ, ຍາມໃດກໍ່ຈົດຈຳ ແລະ ນັບຖືການຊ່ວຍເຫຼືອອັນລ້ຳຄ່າຂອງພັກກອມມູນິດ ແລະ ປະຊາຊົນ ຍີ່ປຸ່ນ ສຳລັບປະຊາຊົນ ຫວຽດນາມ ໃນຕະຫຼອດໄລຍະຕ່າງໆ. ສະຫາຍ ນາງ ເຈຶ່ອງທິມາຍ ​ໄດ້ສະແດງຄວາມຊົມເຊີຍ ​ແລະ ຫວັງ​ວ່າ​ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ຕັ້ງໜ້າ​ຂອງ​ພັກ​ກອມ​ມູນິດ​ ຍີ່ປຸ່ນ ສຳລັບ​ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ, ​ໃນ​ນັ້ນ​ ມີ​ການ​ພົວພັນ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ສອງ​ປະ​ເທດ.

ໂດຍສະແດງຄວາມປິຕິຊົມຊື່ນເມື່ອໄປຢ້ຽມຢາມ ຫວຽດນາມ ອີກຄັ້ງໜຶ່ງ, ສະຫາຍປະທານພັກກອມມູນິດ ຍີ່ປຸ່ນ Shii Kazuo ໄດ້ສະແດງຄວາມຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງໃນການພັດທະນາປະເທດຊາດ ແລະ ການພົວພັນຕ່າງປະເທດທີ່ປະຊາຊົນ ຫວຽດນາມ ບັນລຸໄດ້ໃນຊຸມປີຜ່ານມາ ໂດຍການນຳພາຂອງພັກກອມມູນິດ ຫວຽດນາມ, ນຳໜ້າແມ່ນສະຫາຍເລຂາທິການໃຫຍ່ ຫງວຽນຟຸຈ້ອງ; ພ້ອມ​ກັນ​ນັ້ນ ກໍ່ໄດ້ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ​ຫວຽດນາມ ຈະປະຕິບັດມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຢ່າງມີໄຊ. ສະຫາຍ​ປະທານ​ພັກ​ກອມ​ມູນິດ ​ຍີ່ປຸ່ນ Shii Kazuo ໄດ້ສະແດງຄວາມຊົມ​ເຊີຍ 2 ປະ​ເທດທີ່​ຍົກ​ລະດັບ​ການ​ພົວພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ຢືນຢັນ​ວ່າ ພັກ​ກອມ​ມູນິດ ຍີ່ປຸ່ນ ຈະສະໜັບສະໜູນ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ​ແລະ ປະຊາຊົນ​ສອງ​ປະ​ເທດ.

ສະຫາຍປະທານພັກກອມມູນິດ ຍີ່ປຸ່ນ Shii Kazuo ​ໄດ້​ແຈ້ງກ່ຽວກັບສະພາບ​ການ​ຢູ່​ຍີ່​ປຸ່ນ, ວຽກງານກໍ່ສ້າງ ແລະ ການພັດທະນາ​ຂອງ​ພັກ​ກອມ​ມູນິດ​ຍີ່ປຸ່ນ ເມື່ອບໍ່ດົນມານີ້, ໝາກຜົນການຜັນຂະຫຍາຍໂຄງການດຳເນີນງານ​ເພີ່ມ​ເຕີມ, ປັບປຸງເຊິ່ງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 28 ຂອງ​ພັກໄດ້ຮັບຮອງເອົາ; ​​ແບ່ງປັນ​ທິດ​ທາງ​ການ​ເຄື່ອນ​ໄຫວ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນ ​ມີ​ການ​ກະກຽມ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 29 ຂອງ​ພັກ​ກອມມູນິດ ຍີ່ປຸ່ນ ໃນ​ເດືອນ​ມັງກອນ 2024.

ສະຫາຍ​ປະທານ​ພັກ​ກອມ​ມູນິດ ຍີ່ປຸ່ນ Shii Kazuo ຢືນຢັນ​ວ່າ ພັກ​ກອມ​ມູນິດ ຍີ່ປຸ່ນ ຍາມ​ໃດ​ກໍ່​ຖື​ການ​ພົວພັນ​ມິດຕະພາບ​, ເປັນ​ມູນ​ເຊື້ອອັນ​ດີງາມ​ກັບ​ພັກ​ກອມ​ມູນິດ​ ຫວຽດນາມ ເປັນສຳຄັນ, ສະໜັບສະໜູນ ຫວຽດນາມ ​ໃນ​ການ​ເສີມ​ຂະຫຍາຍ​ບົດບາດ, ທີ່​ຕັ້ງ ​ແລະ ຄວາມ​ໄສ້ເນື້ອເຊື່ອ​ໃຈ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ, ແບ່ງປັນ​ທັດສະນະ​ຂອງ​ຫວຽດນາມ ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່ ອາຊີ, ​ໃນ​ນັ້ນ​ມີ​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ພັກ​ກອມ​ມູນິດ ​ຍີ່ປຸ່ນ ໃດ້ຕີ​ລາຄາ​ສູງ​ບົດບາດ, ບັນດາຄວາມມານະພະຍາຍາມ​ຂອງ ​ອາ​ຊຽນ ​ໃນ​ຫຼາຍ​ຂົງ​ເຂດ, ​ໃນ​ນັ້ນ ​ມີ​ການ​ຄາດ​ຄະ​ເນ​ຂອງ​ ອາ​ຊຽນ ກ່ຽວ​ກັບ ​ມະ​ຫາ​ສະ​ຫມຸດ​ອິນ​ເດຍ ​- ປາ​ຊີ​ຟິກ (AOIP). ສະຫາຍ ​ປະທານ​ພັກ​ກອມ​ມູນິດ ຍີ່ປຸ່ນ Shii Kazuo ໄດ້​ແລກປ່ຽນ​ກ່ຽວ​ກັບ​ທັດສະນະ​ຂອງ​ພັກ​ກອມ​ມູນິດ​ ຍີ່ປຸ່ນ ກ່ຽວ​ກັບ​ຫຼາຍ​ບັນຫາ​ສາກົນ ​ແລະ ພາກ​ພື້ນ.

2 ຝ່າຍ​ເຫັນ​ດີ​ເປັນ​ເອກະພາບກ່ຽວກັບການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຜ່ານ​ການພົບປະ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານຂັ້ນ​ສູງ, ຈັດ​ຕັ້ງ​ການ​ແລກປ່ຽນ​ທິດ​ສະ​ດີ, ປະສົບ​ການ​ຕົວ​ຈິງ, ພ້ອມກັນປະກອບເຂົ້າໃນການຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ຊາວ​ ຫວຽດນາມ ​ໄປ​ເຮັດ​ວຽກ, ຮໍ່າຮຽນ​ຢູ່ ຍີ່ປຸ່ນ ​ແລະ ການພົບປະ​ແລກປ່ຽນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ສົມທົບ​ກັນ​ໃນ​ບັນດາ​ບັນຫາ​ສາກົນ, ​ໃນ​ນັ້ນ ​ມີ​ບັນດາ​ເວທີ​ປາ​ໄສ​ຂອງ​ບັນດາ​ພັກ​ການ​ເມືອງ.

ມິງດຶກ

ເຫດການ
302 Found

Found

The document has moved here.