ກະຊວງອຸດສາຫະກໍາ ແລະການຄ້າ: ຫວຽດນາມ ສົ່ງອອກເກີນດຸນ ໃນປີທີ 8 ຢ່າງລຽນຕິດ

14:43 | 05/01/2024

ກະຊວງອຸດສາຫະກໍາ ແລະການຄ້າ: ຫວຽດນາມ ສົ່ງອອກເກີນດຸນ ໃນປີທີ 8 ຢ່າງລຽນຕິດ

ເພີ່ມທະວີການຮ່ວມມືລະຫວ່າງພະແນກອຸດສາຫະກໍາ ແລະການຄ້າແຂວງດ້ຽນບຽນ ກັບພະແນກອຸດສາຫະກໍາ ແລະການຄ້າ 6 ແຂວງພາກເໜືອຂອງລາວ ເພີ່ມທະວີການຮ່ວມມືລະຫວ່າງພະແນກອຸດສາຫະກໍາ ແລະການຄ້າແຂວງດ້ຽນບຽນ ກັບພະແນກອຸດສາຫະກໍາ ແລະການຄ້າ 6 ແຂວງພາກເໜືອຂອງລາວ
ຫວຽດນາມ ສົ່ງອອກເກີນດຸນ 2,53 ຕື້ໂດລາສະຫະລັດ ໃນ 4 ເດືອນຕົ້ນປີ 2022 ຫວຽດນາມ ສົ່ງອອກເກີນດຸນ 2,53 ຕື້ໂດລາສະຫະລັດ ໃນ 4 ເດືອນຕົ້ນປີ 2022

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານໃນປີ 2023 ແລະຜັນຂະຫຍາຍໜ້າທີ່ໃນປີ 2024. ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ ເປັນປະທານກອງປະຊຸມ. ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໄດ້ເຂົ້າຮ່ວມ ແລະຊີ້ນຳກອງປະຊຸມ.

ກະຊວງອຸດສາຫະກໍາ ແລະການຄ້າ: ຫວຽດນາມ ສົ່ງອອກເກີນດຸນ ໃນປີທີ 8 ຢ່າງລຽນຕິດ
ພາບປະກອບ: cafef.vn

ໃນບົດລາຍງານກ່ຽວກັບສະພາບການ, ໝາກຜົນການປະຕິບັດໜ້າທີ່ຂອງຂະແໜງອຸດສາຫະກຳ ແລະການຄ້າປີ 2023, ທ່ານນາງ ຟານທິຖັ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ໃຫ້ຮູ້ວ່າ: ປີ 2023, ຫວຽດນາມ ປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມໃນສະພາບມີຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງ.

ໃນສະພາບການນັ້ນ, ດ້ວຍການຊີ້ນຳຢ່າງຂ້ຽວຂາດ, ຄົບຊຸດຂອງການນຳພັກ, ລັດ, ພ້ອມດ້ວຍຄວາມມານະພະຍາຍາມ ແລະຄວາມຕັດສິນໃຈສູງຂອງທົ່ວລະບົບການເມືອງ, ປະຊາຊົນທົ່ວປະເທດ, ປະຊາຄົມວິສາຫະກິດ, ເສດຖະກິດຂອງປະເທດບັນລຸໄດ້ໝາກຜົນເປັນໜ້າຮັບຮູ້: ເສດຖະກິດມະຫາພາກໝັ້ນທ່ຽງ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ເສດຖະກິດມະຫາພາກຮັບປະກັນຄວາມດຸ່ນດ່ຽງ... ປະກອບສ່ວນເຂົ້າໃນຜົນງານລວມ ນັ້ນແມ່ນມີການເປັນເຈົ້າການ ແລະຄວາມຕັ້ງໜ້າຂອງຂະແໜງອຸດສາຫະກຳ ແລະການຄ້າ.

ກ່ຽວກັບການສົ່ງອອກ - ນໍາເຂົ້າ, ໃນປີ 2023, ໂດຍຕັ້ງໜ້າຍາດແຍ່ງກາລະໂອກາດຈາກການຟື້ນຟູຂອງບັນດາຕະຫຼາດໃຫຍ່, ຕະຫຼາດເດີມຂອງຫວຽດນາມ ເພື່ອຍູ້ແຮງການສົ່ງອອກ. ການສົ່ງອອກສືບຕໍ່ເກີນດຸນໃນປີທີ 8 ຢ່າງລຽນຕິດ ດ້ວຍຍອດມູນຄ່າສ່ວນເກີນຄາດວ່າບັນລຸ 26 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເກືອບ 3 ເທົ່າເມື່ອທຽບໃສ່ປີ 2022, ປະກອບສ່ວນຢ່າງຕັ້ງໜ້າໃຫ້ການດຸນຊຳລະ, ຊ່ວຍຍົກສູງລະດັບເງິນຕາຕ່າງປະເທດແຮໄວ້...

ກ່າວຄຳເຫັນຊີ້ນໍາທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍຜົນງານຂອງຂະແໜງອຸດສາຫະກຳ ແລະການຄ້າປີ 2023, ພິເສດແມ່ນໃນສະພາບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍກ່ວາຄວາມສະດວກ, ສະພາບການສາກົນຜັນແປໄປຢ່າງວ່ອງໄວ, ສັບສົນ, ຄາດຄະເນໄດ້ຍາກ, ຜົົນກະທົບຢ່າງຫຍໍ້ທໍ້, ຫຼາຍສົ້ນເຂົ້າໃສ່ວິວັດການຟື້ນຟູ ແລະການພັດທະນາເສດຖະກິດພາຍໃນປະເທດ. ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ຍັງຮຽກຮ້ອງໃຫ້ກະຊວງອຸດສາຫະກຳ ແລະການຄ້າ ກຳແໜ້ນຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຂໍ້ຈຳກັດ ແລະສິ່ງທີ່ຍັງຄົງຄ້າງເພື່ອມີມາດຕະການແກ້ໄຂ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.