Senegal ປາດຖະໜາຢາກໃຫ້ບັນດາວິສາຫະກິດ ຫວຽດນາມ ລົງທຶນເຂົ້າໃນການປຸງແຕ່ງຜະລິດຕະພັນກະເສດ, ຕ່ຳຫຍິບ

00:00 | 10/12/2023

ຍສໝ - ຕາມ​ຂໍ້​ສະ​ເໜີ​ຂອງ​ຝ່າຍ Senegal, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຕ້ອງ​ພິຈາລະນາ​ຄວາມ​ສາມາດ​ລົງທຶນ​ເຂົ້າ ​ Senegal ​ໃນ​ຂົງ​ເຂດ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ (ໝາກມ່ວງ​ຫິມະພານ, ໝາກ​ມ່ວງ, ໝາກ​ໂມ), ​ແລະ ຜະລິດ​ຕຳ່​ຫຍິບ. ການລົງທຶນນີ້ແມ່ນເພື່ອແນໃສ່ໝູນໃຊ້ແຫຼ່ງວັດຖຸດິບ ແລະ ແຫຼ່ງແຮງງານຂອງທ້ອງຖິ່ນ ແລະ ສົ່ງອອກໄປບັນດາປະເທດຕ່າງໆໃນພາກພື້ນ.

ອົດ​ສະ​ຕາ​ລີ ລົງທຶນ 2,5 ລ້ານ USD ​ເພື່ອ​ເພີ່ມ​ທະວີ​ການ​ປັບ​ປຸງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່ ຫວຽດນາມ ອົດ​ສະ​ຕາ​ລີ ລົງທຶນ 2,5 ລ້ານ USD ​ເພື່ອ​ເພີ່ມ​ທະວີ​ການ​ປັບ​ປຸງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່ ຫວຽດນາມ
ຫວຽດນາມ ລົງທຶນເຂົ້າລາວ ຈຳນວນເງິນຫຼາຍກວ່າ 5,47 ຕື້ USD ຫວຽດນາມ ລົງທຶນເຂົ້າລາວ ຈຳນວນເງິນຫຼາຍກວ່າ 5,47 ຕື້ USD

ອົງການການຄ້າຫວຽດນາມ​ປະຈຳ​ Algeria ຄວບຕຳແໜ່ງ Gambia, Mali, Niger, Senegal ​ແລະ Tunisia ​ໄດ້​ສົມທົບ​ກັບ​ຫ້ອງການ​ການ​ຄ້າ, ອຸດສາຫະກຳ ​ແລະ ກະສິກຳ ນະຄອນຫຼວງ Dakar ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ພົວພັນການຄ້າໂດຍກົງ ​ແລະ ຜ່ານ​ທາງ​ອອນ​ລາຍ​ລະຫວ່າງ ຫວຽດນາມ ​ແລະ ​ Senegal. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ວິ​ສາ​ຫະກິດ​ປະມານ 50 ​ແຫ່ງ​ຂອງ​ສອງ​ປະ​ເທດ​ດຳ​ເນີນ​ທຸລະ​ກິດ​ໃນ​ຫຼາຍ​ຂົງ​ເຂດ.

Senegal ປາດຖະໜາຢາກໃຫ້ບັນດາວິສາຫະກິດ ຫວຽດນາມ ລົງທຶນເຂົ້າໃນການປຸງແຕ່ງຜະລິດຕະພັນກະເສດ, ຕ່ຳຫຍິບ
ທ່ານ Mbaye Chimère Ndiaye ​ແລະ ທ່ານ ຮວ່າງ​ດຶກ​ຍ້ວນ ທີ່​ກອງ​ປະຊຸມ​ໃນ​ວັນ​ທີ 14 ທັນວາ. (ພາບ: ອົງການການຄ້າຫວຽດນາມ ປະຈຳ Algeria)

ທີ່​ກອງ​ປະຊຸມ, ທ່ານ Mbaye Chimère Ndiaye, ​ເລຂາທິການ​ໃຫຍ່​ຫ້ອງການການ​ຄ້າ, ອຸດສາຫະກຳ ​ແລະ ກະສິກຳ ນະຄອນຫຼວງ Dakar ​ໃຫ້​ຮູ້​ວ່າ: Senegal ໄດ້ວາງເປົ້າໝາຍ​ການ​ກາຍ​ເປັນ​ພື້ນຖານ​ເສດຖະກິດ​ທີ່​ຂຶ້ນໃໝ່​ໃນ​ປີ 2035. ນັບ​ແຕ່​ປີ 2014, ປະ​ເທດ​ອາ​ຟຼິກາ​ຕາ​ເວັນ​ຕົກ​ໄດ້ຜັນຂະຫຍາຍ “​ແຜນການ​ Senegal ທີ່ຂຶ້ນໃໝ່ “ໄດ້​ສະ​ແດງ​ອອກ​ໃນ 3 ທິດ​ທາງ​ຍຸດ​ທະ​ສາດ​ລວມ​ເຖິງ​ຫັນປ່ຽນ​ໂຄງ​ປະ​ກອບ​ດ້ານ​ເສດ​ຖະ​ກິດ, ຊຸກ​ຍູ້​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ເຄື່ອນ​ໄຫວ​ຂອງ​ລັດ.

ທ່ານ Ndiaye ຕີ​ລາຄາ​ສູງ​ເລື່ອງ​ກະສິກຳ ​ແລະ ຄວາມ​ສາມາດ​ຂອງ​ຫວຽດນາມ ​ໃນ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງໃນບັນດາ​ຂົງ​ເຂດ​ກະສິກຳ ​ແລະ ອຸດສາຫະກຳຂອງຫວ​ຽດນາມ. ຄວາມ​ຄ້າຍ​ຄື​ກັນ​ນີ້​ແມ່ນ​ກາລະ​ໂອກາດ​ທີ່​ບັນດາ​ວິ​ສາ​ຫະກິດ​ເອກະ​ຊົນ​ທັງ​ສອງ​ຝ່າຍ​ຕ້ອງກຳໄດ້​ເມື່ອ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ບົນ​ພື້ນຖານ​ຜົນ​ປະ​ໂຫຍ​ດຂອງ​ສອງ​ຝ່າຍ.

ທ່ານ ຮວ່າງ​ດຶກ​ຍ້ວນ, ທີ່ປຶກສາທູດການ​ຄ້າ​ຫວຽດນາມ ປະຈຳ Algeria ​ແລະ ພ້ອມ​ກັນຄວບຕຳແໜ່ງ Gambia, Mali, Niger, Senegal ​ແລະ Tunisia ​ໃຫ້​ຮູ້​ວ່າ: 2 ຝ່າຍ​ຕ້ອງ​ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວສົ່ງເສີມ, ​ໂຄສະນາ​ເຜີຍແຜ່ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ແຕ່ລະ​ຝ່າຍ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນວິສາຫະກິດ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຂອງສອງຝ່າຍເຂົ້າຮ່ວມງານຕະຫຼາດນັດ ແລະ ງານວາງສະແດງສາກົນຄື: Vietnam Expo, Vietnam Food Expo ຂອງຫວຽດນາມ ຫຼື Foire Internationale de Dakar ຂອງ Senegal; ປະສານ​ສົມທົບໃນວຽກ​ການ​ແນະນຳ ​ແລະ ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຂອງ​ທັງ​ສອງ​ຝ່າຍ ​ເພື່ອກວດກາ​​ຄູ່​ຮ່ວມ​ມື ​ແລະ ໃຫ້ຄຳປຶກສາແກ້​ໄຂບັນດາຍາດຊີງ​ທີ່​ເກີດ​ຂຶ້ນ.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.