ໂກນ​ດ່າວ​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈໃນການ​ຫຼຸດ​ຜ່ອນສິ່ງ​ເສດ​ເຫຼືອຢາງປຼາ​ສະ​ຕິກ

00:00 | 10/12/2023

ຍສໝ - ວັນ​ທີ 9 ທັນວາ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ໂກນດ່າວ (ແຂວງ ບ່າ​ເຣຍ - ຫວຸງ​ເຕົາ) ໄດ້ປະສານ​ສົມທົບ​ກັບ ​ອົງ​ການ​ສາ​ກົນ​ ແລະ ອະ​ນຸ​ລັກ​ທຳ​ມະ​ຊາດ (WWF ຫວຽດ​ນາມ) ພ້ອມກັບຜູ້ຕາງໜ້າ​ບັນດາ​ສາຍ​ການ​ບິນ, ທ່າອາກາດສະຍານ; ບັນດາ​ວິ​ສາ​ຫະກິດ ​ແລະ ການ​ບໍລິການ​ທ່ອງ​ທ່ຽວ ​ທີ່​ດຳ​ເນີນ​ທຸລະ​ກິດ​ຢູ່​ເມືອງ​ໂກນ​ດ່າວ ​ໄດ້​ຈັດ​ພິທີ​ລົງ​ນາມເຂົ້າຮ່ວມ​ສັນຍາ​ຫຼຸດ​ຜ່ອນ​ຢາງປຼາສະຕິກ ​ແລະ ​ເປີດ​ຕົວ​ຮູບ​ແບບ​ເຊັກ​ອິນ "ການທ່ອງທ່ຽວ​ ຫຼຸດ​ຜ່ອນຢາງປຼາສະຕິກ" ຢູ່​ເມືອງ​ໂກນ​ດ່າວ.

ກອງພັນນ້ອຍ 126 “ຮ່ວມ​ມື​ທຳ​ຄວາມ​ສະ​ອາດ​ສິ່ງ​ແວດ​ລ້ອມ​ທະ​ເລ”
ຊຸກ​ຍູ້​ການ​ຄົ້ນ​ຄ້​ວາ ເພື່ອ​ແນ​ໃສ່ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ຢາງ​ປ​ຼາສ​ຕິກ ຕໍ່​ສຸ​ຂະ​ພາບ ແລະ ສະ​ພາບ​ແວດ​ລ້ອມ​ການ​ດຳ​ລົງ​ຊີ​ວິດ

ໂກນ​ດ່າວ​ຢືນ​ຢັນຄ​ວາມ​ຕັດ​ສິນ​ໃຈໃນການ​ຫຼຸດ​ຜ່ອນສິ່ງ​ເສດ​ເຫຼືອຢາງປຼາ​ສະ​ຕິກ

ວັນ​ທີ 9 ທັນວາ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ ໂກນດ່າວ (ແຂວງ ບ່າ​ເຣຍ - ຫວຸງ​ເຕົາ) ໄດ້ປະສານ​ສົມທົບ​ກັບ ​ອົງ​ການ​ສາ​ກົນ​ ແລະ ອະ​ນຸ​ລັກ​ທຳ​ມະ​ຊາດ (WWF ຫວຽດ​ນາມ) ພ້ອມກັບຜູ້ຕາງໜ້າ​ບັນດາ​ສາຍ​ການ​ບິນ, ທ່າອາກາດສະຍານ; ບັນດາ​ວິ​ສາ​ຫະກິດ ​ແລະ ການ​ບໍລິການ​ທ່ອງ​ທ່ຽວ ​ທີ່​ດຳ​ເນີນ​ທຸລະ​ກິດ​ຢູ່​ເມືອງ​ໂກນ​ດ່າວ ​ໄດ້​ຈັດ​ພິທີ​ລົງ​ນາມເຂົ້າຮ່ວມ​ສັນຍາ​ຫຼຸດ​ຜ່ອນ​ຢາງປຼາສະຕິກ ​ແລະ ​ເປີດ​ຕົວ​ຮູບ​ແບບ​ເຊັກ​ອິນ "ການທ່ອງທ່ຽວ​ ຫຼຸດ​ຜ່ອນຢາງປຼາສະຕິກ" ຢູ່​ເມືອງ​ໂກນ​ດ່າວ.

ທີ່​ພິທີດັ່ງກ່າວ, ຄະນະ​ກຳມະການ​ປະຊາຊົນ​ເມືອງ​ໂກນ​ດ່າວ ​ແລະ ບັນດາ​ນັກ​ລົງທຶນ ​ແລະ ວິ​ສາ​ຫະກິດ ​ທີ່​ດຳ​ເນີນ​ທຸລະ​ກິດ​ບໍລິການ​ທ່ອງ​ທ່ຽວ​ໂກນ​ດ່າວ ​ໄດ້​ລົງ​ນາມ​ສັນຍາ​ເຂົ້າ​ຮ່ວມການ​ຫຼຸດຜ່ອນ​ຢາສງປຼາສະຕິກຢູ່​ໂກນ​ດ່າວ ​ແລະ ເປີດຕົວໃນ​ຮູບ​ແບບ​ ເຊັກອິນ ​ການທ່ອງທ່ຽວ "ຫຼຸດຜ່ອນຢາງ​ປຼາສະຕິກ".

ເປີດ​ຕົວ​ຮູບ​ແບບການ​ເຊັກ​ອິນ “ທ່ອງ​ທ່ຽວ​ຫຼຸດ​ຜ່ອນຢາງ​ພລາ​ສ​ຕິກ” ຢູ່ ໂກນ​ດ່າວ (ພາບ: ໜັງ​ສື​ພິມ​ເອ​ເລັກ​ໂຕຣ​ນິກ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ).

ເປີດ​ຕົວ​ຮູບ​ແບບການ​ເຊັກ​ອິນ “ທ່ອງ​ທ່ຽວ​ຫຼຸດ​ຜ່ອນຢາງປຼາສະຕິກ” ຢູ່ ໂກນ​ດ່າວ (ພາບ: ໜັງ​ສື​ພິມ​ເອ​ເລັກ​ໂຕຼ​ນິກ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ).

ຫຼັງ​ພິທີ​ລົງ​ນາມ​​ສັນຍາ, ຄະນະ​ກຳມະການປະຊາຊົນ​ເມືອງ​ໂກນ​ດ່າວ ​ໄດ້​ຈັດ​​ຂະ​ບວນການ​ທໍາ​ຄວາມ​ສະອາດຕາມ​ຫາດ​ຊາຍ​ເພື່ອ​ແນໃສ່ສົ່ງສານເຖິງບັນດາຊັ້ນຄົນ ​ແລະ ນັກ​ທ່ອງ​ທ່ຽວ ​ກ່ຽວ​ກັບ​ແບບແຜນການດຳລົງຊີວິດ​ສີຂຽວ, ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ຫຼຸດຜ່ອນ​ການ​ນຳ​ໃຊ້​ຜະລິດ​ຕະພັນ ຢາງ​ປຼາສະຕິກ​ທີ່ໃຊ້ຄັ້ງດຽວ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ລະບົບ​ນິເວດ​ທະ​ເລທີ່ໂກນດາວ.

Dọn vệ sinh môi trường làm sạch bãi biển tại Côn Đảo (Ảnh: Báo Điện tử Đảng Cộng sản Việt Nam).ເກັບມ້ຽນ​ທຳ​ຄວາມ​ສະ​ອາດ ​ຫາດ​ຊາຍ​ ຢູ່​ໂກນ​ດ່າວ (ພາບ: ໜັງສືພິມ​ເອ​ເລັກ​ໂຕຼນິກຂອງ​ພັກ​ກອມ​ມູນິດ​ຫວຽດນາມ).

ເກັບມ້ຽນ​ທຳ​ຄວາມ​ສະ​ອາດ​ຫາດ​ຊາຍ​ຢູ່​ໂກນ​ດ່າວ (ພາບ: ໜັງສືພິມ​ເອ​ເລັກ​ໂຕຼນິກ​ພັກ​ກອມ​ມູນິດ​ຫວຽດນາມ).

ຕາມ​ຄະນະ​ຄຸ້ມ​ຄອງໂຄງການສາທາລະນະ ​ເມືອງ​ໂກນ​ດ່າວ ​ແລ້ວ, ​ໃນ​ແຕ່​ລະ​ມື້, ​ໂດຍ​ສະ​ເລ່ຍ​ແລ້ວ, ​ເມືອງ​ໂກນ​ດ່າວ​ ໄດ້​ຖິ້ມ​ຂີ້​ເຫຍື້ອ​ປະມານ 15 ​ໂຕນ. ຂີ້​ເຫຍື້ອ​ແມ່ນ​ໄດ້​ຖິ້ມ​ ຢູ່​ໃນແຄມ​ດອນຊາຍ ຢາດ( Nhat ). ປະຈຸ​ບັນ, ຫາດຊາຍ​ແຫ່ງ​ນີ້​ມີ​ຂີ້​ເຫຍື້ອ 70.000 ກວ່າ​ໂຕນ ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້ໄຂ. ນອກຈາກ​ປະລິມານ​ຂີ້​ເຫຍື້ອທີ່ມາ​ຈາກ​ໝູ່​ເກາະ​​ກາງ​ແລ້ວ, ​ແຕ່ລະ​ປີ​ເມືອງ​ໂກນ​ດ່າວ ຍັງ​ປະສົບ​ກັບ​ປະລິມານ​ຂີ້​ເຫຍື້ອ​ຈາກ​ມະຫາ​ສະໝຸດ​ທີ່ພັດ​​ເຂົ້າສູ່​ຝັ່ງ​ທະ​ເລ ​ແລະ ໝູ່​ເກາະ​ນ້ອຍນຳອີກ.

ນັກ​ທ່ອງ​ທ່ຽວ ​ແລະ ​ກຳລັງກວດກາ​ ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດໂກນດາວ ( Con Dao) ຮ່ວມ​ກັນ​ເກັບ​ກຳ​ຂີ້​ເຫຍື້ອ​ຈາກ​ມະ​ຫາ​ສະ​ໝຸດ ໄຫຼ​ເຂົ້າມາໝູ່​ເກາະໄບແກງ (Bay Canh) (ພາບ: KT)

ນັກ​ທ່ອງ​ທ່ຽວ ​ແລະ ​ກຳລັງກວດກາ​ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດໂກນດ່າວ (Con Dao) ຮ່ວມ​ກັນ​ເກັບ​ກຳ​ຂີ້​ເຫຍື້ອ​ຈາກ​ມະ​ຫາ​ສະ​ໝຸດ ທີ່ຖືກພັດ​ເຂົ້າມາໝູ່​ເກາະໄບແກງ (Bay Canh) (ພາບ: KT)

ວຽກ​ງານ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ​ຢູ່​ເມືອງ​ໂກນດ່າວ ​ແມ່ນ​ໄດ້ຮັບຄວາມເອົາໃຈໃສ່ ແລະ ​ຊີ້​ນຳ​ຈາກຄະນະ​ພັກ, ອຳນາດການປົກຄອງ ແລະ ​ປະ​ຊາ​ຊົນກໍ່ພ້ອມຈິດໃຈໃນການຈັດຕັ້ງປະຕິບັດ ດ້ວຍ​ຫຼາຍ​ຮູບ​ແບບ​ເຊັ່ນ: ວັນເສົາ, ສີຂຽວ-ສະ​ອາດ-ສວຍ​ງາມ, ເຮືອນ​ສີຂຽວ, ຕົວ​ແບບ​ເຮືອນ​ຢູ່​ອາໄສປະຊາຊົນ ທີ່​ປອດ​ເສດຂອງຢາງປຼາສະຕິກ, ໂຮງ​ຮຽນ​ປອດ​ຂີ້​ເຫຍື້ອຢາງປຼາສະຕິກ... ການ​ປະຕິບັດ​ຜັນຂະຫຍາຍບັນດາ​ຕົວ​ແບບ​ ໄດ້ ແລະ ພວມ​ນຳມາເຊິ່ງປະສິດທິຜົນທີ່ແທດ​ຈິງ, ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ສະຕິກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຢູ່​ໂກນ​ດ່າວ.

ໃນເດືອນ ມີນາ 2022, ໂກນດ່າວ ແມ່ນທ້ອງຖິ່ນທີ 9 ຂອງຫວຽດນາມ ທີ່ໄດ້ເຂົ້າຮ່ວມຂໍ້ລິເລີ່ມ “ນະຄອນຫຼຸດຜ່ອນຢາງປຼາສະຕິກ” ໂດຍອົງການ WWF ເລີ່ມຕົ້ນກັບສັນຍາວ່າ ຈະສູ້ຊົນຫຼຸດຜ່ອນ 30% ປະລິມານຂີ້ເຫຍື້ອຢາງປຼາສະຕິກໃຫ້ກັບສິ່ງແວດລ້ອມໃນປີ 2025 ແລະ ສູ້ຊົນບໍ່ຖິ້ມຂີ້ເຫຍື້ອຢາງປຼາສະຕິກໃນປີ 2030.

ອານຸໄຊ ສະຫວັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.