ເສີມຂະຫຍາຍ ກຳລັງແຮງ ຂອງນັກທຸລະກິດຫນຸ່ມ

07:46 | 28/11/2023

ຍສໝ - ກອງປະຊຸມ ໃນຫົວຂໍ້ “ການປ່ຽນແປງ - ບໍ່ປ່ຽນແປງ” ໂດຍສູນກາງສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 27 ພະຈິກ, ທີ່ຮ່າໂນ້ຍ, ບັນດາຜູ້ແທນໄດ້ຍົກບັນດາຄໍາຄິດຄຳເຫັນທີ່ກ່ຽວຂ້ອງ ເພື່ອແນໃສ່ເສີມຂະຫຍາຍກຳລັງແຮງຂອງນັກທຸລະກິດໜຸ່ມໃນໄລຍະໃໝ່.

ທ່ານ ຮ່າ​ກິມ​ງອກ​ ຮອງ​​ລັດ​ຖະ​ມົນ​ຕີ: ຫວຽດ​ນາມ ສືບ​ຕໍ່​ເສີມຂະຫຍາຍ “Soft power”
ຫວຽດນາມ ເສີມຂະຫຍາຍ ຄວາມເປັນເຈົ້າຕົນເອງ ໃນໄລຍະປະເທດຊາດປ່ຽນແປງໃໝ່

ເສີມຂະຫຍາຍ ກຳລັງແຮງ ຂອງນັກທຸລະກິດຫນຸ່ມ

ກອງປະຊຸມ ໃນຫົວຂໍ້ “ການປ່ຽນແປງ - ບໍ່ປ່ຽນແປງ” ໂດຍສູນກາງສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 27 ພະຈິກ, ທີ່ຮ່າໂນ້ຍ, ບັນດາຜູ້ແທນໄດ້ຍົກບັນດາຄໍາຄິດຄຳເຫັນທີ່ກ່ຽວຂ້ອງ ເພື່ອແນໃສ່ເສີມຂະຫຍາຍກຳລັງແຮງຂອງນັກທຸລະກິດໜຸ່ມໃນໄລຍະໃໝ່.

Tọa đàm có sự tham dự của nhiều đại biểu doanh nhân trẻ nước ngoài (Ảnh: Linh Phan).  ກອງປະຊຸມ ມີຜູ້ເຂົ້າຮ່ວມຈາກຜູ້ແທນນັກທຸລະກິດໜຸ່ມ ຕ່າງປະເທດ (ຮູບພາບ: ລິ່ງຟານ)
ກອງປະຊຸມ ມີການເຂົ້າຮ່ວມຈາກຜູ້ແທນນັກທຸລະກິດໜຸ່ມຕ່າງປະເທດ (ຮູບພາບ: ລິ່ງຟານ)

ນີ້​ແມ່ນເຫດ​ການ​ເຄື່ອນ​ໄຫວຢູ່​ໃນ​ບັນດາ​ລາຍການ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ຂະບວນການນັກທຸລະກິດ​ໜຸ່ມ ຫວຽດນາມ. ດ້ວຍ​ສອງ​ກອງ​ປະຊຸມ “​ອາຍຸ 30 ປີ - ​ເບິ່ງ​ຄືນດ້ວຍ​ຄວາມ​ພາກພູມ​ໃຈ” ​ແລະ “ນັກ​ທຸລະກິດ​ໜຸ່ມ-ກ້າວ​ໄປ​ຂ້າງໜ້າ”, ປະທານ​ສະມາຄົມ​ໃນ​ແຕ່ລະ​ໄລຍະ ​ແລະ ນັກ​ທຸລະ​ກິດ​ໜຸ່ມ​ທີ່ມີມີສຽງ ​ທັງໃນ​ປະ​ເທດ ​ແລະ ພາກ​ພື້ນ​ອາຊີ-ປາຊີ​ຟິກ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ແລະ ພ້ອມກັນແລກປ່ຽນຄຳຄິດເຫັນບັນດາຄຸນຄ່າທີ່​ສະມາຄົມ​ນັກທຸລະກິດ​ໜຸ່ມ ຫວຽດນາມ ບັນລຸ​ໄດ້​ໃນ​ໄລຍະ 30 ປີຜ່ານມາ.

ບັນດາ​ຄຳ​ເຫັນໄດ້​ຕີ​ລາຄາ​ສູງບັນດາ​ຄວາມ​ມານະພະຍາຍາມ​ຂອງ​ປະທານ ​ແລະ ຄະນະການ​ນຳ​ຂອງ​ສະມາຄົມ​ໃນ​ແຕ່ລະ​ສະໄໝ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ເຄື່ອງໝາຍ​ການຄ້າລະດັບ​ຊາດ ​ຂຶ້ນ​ສູ່​ລະດັບ​ພາກ​ພື້ນ ​ແລະ ​ໂລກ; ຢືນຢັນການ​ຮ່ວມ​ມື​ຂອງ​ນັກ​ທຸລະ​ກິດ​ໜຸ່ມ​ໃນ​ການ​ພັດທະນາ, ປ່ຽນແປງໃໝ່ໃນແຕລະວັນຂອງ​ປະ​ເທດຊາດ.

ພ້ອມ​ກັນ​ນັ້ນ, ບັນດາ​ຜູ້​ແທນ​ໄດ້​ຍົກ​ອອກບັນດາ​ບັນຫາ​ທີ່​ນັກ​ທຸລະກິດຮຸ່ນ​ໜຸ່ມ​ພວມ​ປະ​ເຊີນ​ໜ້າ​ໃນ​ປະຈຸ​ບັນ, ​ໂດຍ​ສະ​ເພາະ​ແມ່ນ​ການ​ພັດທະນາ​ຢ່າງ​ແຮງ​ດ້ານ​ເຕັກ​ໂນ​ໂລ​ຢີ, ນະວັດຕະກຳ, ສະພາບ​ແວດ​ລ້ອມ​ສີຂຽວ; ເຮັດວິທີໃດ ເພື່ອເສີມຂະຫຍາຍກຳລັງແຮງການຮ່ວມສຳພັນຂອງເຄືອຂ່າຍນັກທຸລະກິດຫນຸ່ມທົ່ວໂລກ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສະເໜີຫຼາຍຮູບແບບ ເພື່ອໜູນຊ່ວຍນັກທຸລະກິດໜຸ່ມ ແລະ ໄວໜຸ່ມເລີ່ມດຳເນີນທຸລະກິດ, ກໍ່ຄືບັນດາວິທີແກ້ໄຂ ເພື່ອຊຸກຍູ້ລະບົບຕ່ອງໂສ້ການຮ່ວມສຳພັນຄຸນຄ່າບັນດານັກທຸລະກິດໜຸ່ມ ອາຊຽນ ແລະ ອາຊີ.

ບັນດາ​ຜູ້​ແທນກໍ່​ວາງອອກບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ​ພິ​ເສດໃນ​ການ​ປັບ​ຕົວ ​ແຕ່​ຍັງ​ຄົງ​ຮັກສາໄດ້​ເອກະລັກ​ສະ​ເພາະ​ຂອງ​ຕົນທີ່ມີ, ພ້ອມ​ທັງ​ຊຸກຍູ້​ການ​ເຊື່ອມ​ຕໍ່​ຂອງ​ເຄືອ​ຂ່າຍ​ນັກທຸລະກິດ​ໜຸ່ມ ຫວຽດນາມ ຢູ່​ໃນຂອບເຂດ​ທົ່ວ​ໂລກ.

ຊ ສະຫວັດ